ເມືອງຊົນນະບູລີ ຈະແກ້ໄຂການເຄື່ອນໄຫວ ສາດສະໜາ ທີ່ບໍ່ຖືກຕ້ອງ
2024.09.04

ອຳນາດການປົກຄອງ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ຈະແກ້ໄຂ ຫຼາຍບັນຫາ ທີ່ເກີດຂຶ້ນພາຍໃນເມືອງ, ໂດຍໜຶ່ງໃນນັ້ນ ແມ່ນການເຄື່ອນໄຫວ ດ້ານສາດສະໜາ ຂອງບາງກຸ່ມຄົນ ທີ່ເຂົ້າມາບໍ່ຖືກຕ້ອງ, ໂດຍສະເພາະ ຜູ້ທີ່ເຄື່ອນໄຫວ ສາດສະໜາຄຣິສຕຽນ ເພື່ອບໍ່ໃຫ້ຊາວບ້ານ ແລະ ຊາວລາວບັນດາເຜົ່າ ພາຍໃນເມືອງ ຕົກເປັນເຄື່ອງມື ຂອງສາດສະໜາດັ່ງກ່າວ, ອີງຕາມບົດລາຍງານ ຂອງກອງປະຊຸມ ສ່ອງແສງ-ແນະນຳ ວຽກງານການເກັບກຳ ຫາງສຽງສັງຄົມ ຢູ່ສະໂມສອນ ກອງບັນຊາການທະຫານ ເມືອງຊົນນະບູລີ ເມື່ອວັນທີ 29 ສິງຫາ 2024.
ພາຍຫຼັງທີ່ຊາວຄຣິສຕຽນລາວ ຈຳນວນໜຶ່ງ ໄດ້ຮັບຮູ້ຂ່າວດັ່ງກ່າວນີ້ ກໍຮູ້ສຶກເຫັນໃຈ ແລະ ເປັນຫ່ວງຊາວຄຣິສຕຽນລາວ ຢູ່ເມືອງຊົນນະບູລີ ທີ່ຖືກທາງການ ຕີລາຄາວ່າ ເປັນສາດສະໜາ ທີ່ເຂົ້າມາບໍ່ຖືກຕ້ອງ ແລະ ກໍອາດຖືກປາບປາມ ນຳດ້ວຍ, ເຊິ່ງຈຳນວນໜຶ່ງ ກໍເຫັນວ່າ ເປັນເລື້ອງປົກກະຕິ ຢູ່ແຂວງສະຫວັນນະເຂດ ທີ່ມີການຂົ່ມເຫງ ຊາວຄຣິສຕຽນລາວ ຢູ່ເລື້ອຍໆ ເພື່ອໃຫ້ຜູ້ເຊື່ອຖື ສາດສະໜາດັ່ງກ່າວ ຫຼຸດລົງ. ດັ່ງຊາວຄຣິສຕຽນລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 4 ກັນຍາ ນີ້ວ່າ:
“ຢູ່ສະຫວັນນະເຂດ ໄດ້ຍິນຂ່າວວ່າ ຢາກຍາກໜ້ອຍໜຶ່ງເນາະ ການເຊື່ອຖືນ່າ. ບັນຫາກະມີຂ້ອນຂ້າງຫຼາຍ ຢູ່ທາງພາກໃຕ້ເນາະ. ບໍ່ແນ່ໃຈວ່າ ດຽວນີ້ເຂົາບໍລິຫານກັນແນວໃດ. ໄດ້ຍິນແຕ່ພີ່ນ້ອງ ຝາກອະທິຖານເພື່ອ ເນື່ອງຈາກວ່າ ມັນມີບັນຫາ ຫຼາຍຢ່າງເກີດຂຶ້ນ, ໂດຍສະເພາະ ພີ່ນ້ອງກຸ່ມຊົນເຜົ່ານີ້ນ່າ ແລະ ກໍຊິມີພີ່ນ້ອງບຣູ ເນາະ, ສ່ວນຫຼາຍເນາະ.”
ໃນຂະນະທີ່ ຊາວຄຣິສຕຽນລາວ ຢູ່ພາກໃຕ້ ທ່ານໜຶ່ງ ກໍເຫັນວ່າ ຢູ່ແຂວງສະຫວັນນະເຂດ ກໍມັກພະຍາຍາມ ທີ່ຈະລຶບລ້າງ ການເຊື່ອຖື ສາດສະໜາຄຣິສຕຽນ ຢູ່ແລ້ວ, ໂດຍໃຫ້ເຫດຜົນວ່າ ເປັນສາດສະໜາ ຂອງຈັກກະພັດອາເມຣິກາ ທີ່ເຂົ້າມາໃນລາວ ແບບບໍ່ຖືກຕ້ອງ ແລະ ຜູ້ທີ່ເຊື່ອຖື ສາດສະໜາຄຣິສຕຽນ ກໍຈະຖືກເຈົ້າໜ້າທີ່ຂັ້ນບ້ານ ແລະ ຂັ້ນທ້ອງຖິ່ນ ປາບປາມຢູ່ແລ້ວ. ດັ່ງທ່ານກ່າວວ່າ:
“ກະຖືວ່າ ທາງກະຊວງລົງໄປນີ້ ແມ່ນພວກເຈົ້າເມືອງ ເຂົາປາບປາມ ເຂົາບໍ່ໃຫ້ເຄື່ອນໄຫວ. ຄັນເຮັດບ່ອນເຮືອນ ບ່ອນໂບດ ສະຖານທີ່ ກໍຕ້ອງໄດ້ໄປແຈ້ງ. ມີແຕ່ເຂົາອີງອ້າງວ່າ ຂອງສະຫະຣັຖອາເມຣິກາ ນ່າ, ບໍ່ແມ່ນອັນອື່ນ, ຫັ້ນນ່າ.”
ແລະ ຊາວຄຣິສຕຽນລາວ ຢູ່ພາກໃຕ້ ອີກທ່ານໜຶ່ງ ກ່າວວ່າ ປັດຈຸບັນ ຫຼາຍບ້ານ ຢູ່ໃນແຂວງສະຫວັນນະເຂດ ກໍມັກມີບັນຫາຂົ່ມເຫງ ຊາວຄຣິສຕຽນລາວ ຢູ່ເລື້ອຍໆ ໂດຍສີມື ຂອງເຈົ້າໜ້າທີ່ຂັ້ນບ້ານ ແລະ ບາງເທື່ອ ກໍມີການເອີ້ນຊາວຄຣິສຕຽນລາວ ໄປສຶກສາອົບຮົມ ເພື່ອໃຫ້ປະລະການເຊື່ອຖື ສາດສະໜາຄຣິສຕຽນ, ແຕ່ຊາວຄຣິສຕຽນລາວ ຈຳນວນໜຶ່ງ ກໍບໍ່ຍອມປະລະການເຊື່ອຖື ຈຶ່ງເຮັດໃຫ້ເກີດການຂົ່ມເຫງ ແບບບໍ່ຈົບບໍ່ສິ້ນ. ດັ່ງທ່ານກ່່າວວ່າ:
“ເປັນນຳບ້ານ ເປັນນຳຊຸມຊົນ ເພິ່ນກະເລີຍຫາແຜນຂົ່ມເຫງ. ບາດນີ້, ຄຣິສຕຽນ ກະແນ່ນອນຢູ່ແລ້ວ ອັນນີ້, ແຕ່ວ່າ ພີ່ນ້ອງທີ່ເຊື່ອ ບາງຄົນກໍປະຕິເສດ ເຮົາກໍຕ້ອງເຮັດການດຳເນີນຊີວິດ ເຮົາກໍຕ້ອງເຮັດຕາມນ້ຳພຣະໄທ ຂອງພຣະເຈົ້າ.”
ກ່ຽວກັບເລື້ອງນີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຫ້ອງການແນວລາວສ້າງຊາດ ເມືອງຊົນນະບູລີ ແຂວງສະຫວັນນະເຂດ ເພື່ອສອບຖາມ ລາຍລະອຽດເພີ່ມຕື່ມ, ແຕ່ເຈົ້າໜ້າທີ່ ຜູ້ຮັບຜິດຊອບ ວຽກງານດັ່ງກ່າວນີ້ ກໍປະຕິເສດ ທີ່ຈະໃຫ້ຮູ້ ລາຍລະອຽດເພີ່ມຕື່ມ.
ແຕ່ເຖິງຢ່າງໃດກໍຕາມ, ກ່ອນໜ້ານີ້ ເຈົ້າໜ້າທີ່ ແນວລາວສ້າງຊາດ ທ່ານໜຶ່ງ ກ່າວວ່າ ການເຊື່ອຖື ແລະ ການເຄື່ອນໄຫວ ສາດສະໜາຄຣິສຕຽນ ຢູ່ລາວນີ້ ກໍຖືວ່າ ເປັນເລື້ອງທີ່ ທາງການອະນຸຍາດ, ແຕ່ກໍມີຜູ້ເຊື່ອຖື ສາດສະໜາຄຣິສຕຽນ ຈຳນວນໜຶ່ງ ທີ່ເຄື່ອນໄຫວ ແບບບໍ່ຖືກຕ້ອງ ຈຶ່ງຖືກເຈົ້າໜ້າທີ່ ເອີ້ນໄປສຶກສາອົບຮົມ ຫຼືຈັບຕົວ ເປັນຕົ້ນ ມີການເຜີຍແຜ່ ສາດສະໜາ ແບບເກີນຂອບເຂດ ຫຼືບໍ່ເຂົ້າຮ່ວມ ຮີດຄອງປະເພນີ ຂອງຜູ້ເຊື່ອຖື ສາດສະໜາອື່ນໆ ອັນເຮັດໃຫ້ ເກີດຄວາມແຕກແຍກ ແລະ ບໍ່ສາມັກຄີ. ດັ່ງທ່ານກ່າວວ່າ:
“ກໍມີຈຳນວນໜຶ່ງ ທີ່ມີບັນຫາ ຄືແນວນັ້ນນ່າ ບໍ່ໄປຕາມຄຳສັ່ງສອນ, ຄຳພີ. ບໍ່ໝາຍຄວາມວ່າ ບໍ່ໃຫ້ຖື, ເຮົາຖືສາດສະໜາແລ້ວ ເຮົາບໍ່ໄປຮ່ວມພິທີ ທາງຮີດຄອງເຜົ່າອື່ນເບາະ ເຄື່ອນໄຫວແບບສ້າງຄວາມບໍ່ສະຫງົບບໍ່.”
ສຳລັບຢູ່ເມືອງຊົນນະບູລີ ກໍເປັນອີກເມືອງໜຶ່ງ ໃນແຂວງສະຫວັນນະເຂດ ທີ່ເຄີຍເກີດເຫດການບໍ່ດີ ຕໍ່ຊາວຄຣິສຕຽນລາວ ເປັນຕົ້ນ ເມື່ອວັນທີ 4 ກຸມພາ ປີ 2024 ທີ່ຜ່ານມານີ້, ເຈົ້າໜ້າທີ່ຂັ້ນບ້ານ ແລະ ສະມາຊິກ ຈຳນວນ 15 ຄົນ ຢູ່ບ້ານກະລຶມວັງແຂ້, ເມືອງຊົນນະບູລີ, ເຊິ່ງປະກອບດ້ວຍນາຍບ້ານ, ເຈົ້າໜ້າທີ່ ປກສ ບ້ານ, ເຖົ້າແກ່ແນວໂຮມບ້ານ ແລະ ຊາວບ້ານ ອີກປະມານ 40 ຄົນ ໄດ້ພາກັນບຸກລຸກ ໄປມ້າງເຮືອນຫຼັງໜຶ່ງ ໃນເຂດບ້ານດັ່ງກ່າວ. ໃນຂະນະທີ່ ຊາວຄຣິສຕຽນ ຈຳນວນຫຼາຍຄົນ ກຳລັງປະກອບພິທີ ນະມັສການພຣະເຈົ້າ ປະຈຳສັບປະດາຢູ່ ພ້ອມທັງຈູດເຜົາພຣະຄຳພີ ແລະ ປຶ້ມຕ່າງໆ ທີ່ກ່ຽວຂ້ອງ ກັບ ສາດສະໜາຄຣິສຕຽນ ຍ້ອນເຈົ້າໜ້າທີ່ ກຸ່ມດັ່ງກ່າວ ບໍ່ພໍໃຈ ທີ່ມີການເຊື່ອຖື ສາດສະໜາຄຣິສຕຽນ ຢູ່ໃນເຂດບ້ານ.
ແລະ ກ່ອນໜ້ານັ້ນ, ເມື່ອວັນທີ 15 ມີນາ ປີ 2020, ອາຈານ ສີທົນ ທິບພະວົງ, ຄູສອນ ສາດສະໜາຄຣິສຕຽນລາວ ຊົນເຜົ່າບຣູ ອາຍຸ 34 ປີ ໃນເວລານັ້ນ ຢູ່ບ້ານກະລຶມວັງແຂ້ ໄດ້ຖືກເຈົ້າໜ້າທີ່ ປກສ ກຸ່ມບ້ານ ພາກັນມາຈັບຕົວ ເພື່ອນຳໄປບັງຄັບ ໃຫ້ປະລະການເຊື່ອຖື ສາດສະໜາຄຣິສຕຽນ, ແຕ່ອາຈານ ສີທົນ ບໍ່ຍອມ ຈຶ່ງຖືກນຳຕົວໄປຂັງຄຸກ ແລະ ຫຼັງຈາກນັ້ນ ກໍໄດ້ຖືກນຳຕົວຂຶ້ນສານ ແລະ ຖືກສານຕັດສິນຈຳຄຸກ ເປັນເວລາ 1 ປີ ໃນຂໍ້ຫາ ແບ່ງແຍກຄວາມສາມັກຄີ ແລະ ປັ່ນປ່ວນສັງຄົມ ພ້ອມທັງປັບໃໝອີກ 4 ລ້ານກີບ. ຈົນມາຮອດວັນທີ 9 ເມສາ ປີ 2021, ອາຈານ ສີທົນ ກໍໄດ້ຖືກປ່ອຍອອກຈາກຄຸກ ພາຍຫຼັງຖືກຈຳຄຸກ ເປັນເວລາ 1 ປີປາຍ.