ເຣື້ອງທີ່ເກັບບັນທຶກໄວ້
2010-09-17
ການເສັຽຊີວິດ ຂອງຜູ້ເປັນແມ່ ໃນປະເທດ ຕ່າງໆ ທົ່ວໂລກ ຫລຸດລົງ 1 ສ່ວນສາມ. ໃນລະຍະ 10 ປີ ພາຍຫລັງ ມີໂຄງການ ພັທນາ ສະຫັດສວັດ ຂອງ ສະຫະ ປະຊາຊາດ. ຕາມຣາຍງານ ຫ້ອງການຂ່າວ ທະນາຄານໂລກ. ກ່ຽວກັບເຣື້ອງ ດັ່ງກ່າວ ມະນີຈັນ ມີຣາຍລະອຽດ ມາສເນີ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
2009-11-04
ແມ່ຍິງລາວຕິດເຊື້ອ HIV-AIDS ຊຶ່ງເປັນເຊື້ອໂຣກ ທີ່ສ່ວນໃຫ່ຍຕິດຈາກ ການຮ່ວມເພດສຳພັນນັ້ນ ມີຈຳນວນຫລາຍຂື້ນ ຊຶ່ງນັກຊ່ຽວຊານ ຈາກອົງການສາກົນ ເຫັນວ່າການໃຫ້ ຄວາມຮູ້ກ່ຽວກັບ ບັນຫາດັ່ງກ່າວ ໃນປັດຈຸບັດ ກຸ່ມແມ່ຍິງມີ ຄວາມຈຳເປັນຍິ່ງ. ກ່ຽວກັບເຣື້ອງນີ້ ມະນີຈັນ ມີບົດຄວາມມາ ສເນີທ່ານ ໃນອັນດັບຕໍ່ໄປ.
2009-11-03
ລູກ ເປັນສຸດທີ່ຮັກ ຂອງພໍ່ແມ່ ແລະເພື່ອຈະໄດ້ລູກ ແຂງແຮງທາງ ດ້ານຮ່າງກາຍ ແລະ ມີມັນສມອງດີນັ້ນ ຜູ້ເປັນພໍ່ແມ່ ສະເພາະ ຜູ້ເປັນແມ່ ຄວນຮັກສາສຸຂພາບ ບໍາຣຸງຕົນແນວໃດ ໃນເວລາຖືພາມານ. ມະນີຈັນ ມີບົດຄວາມກ່ຽວກັບ ເລື້ອງນີ້ ມາສເນີທ່ານ ໂດຍອ້າງອີງໃສ່ ການໂອ້ລົມກັບ ທ່ານໝໍ ແມ່ແລະເດັກ ເປັນສ່ວນໃຫຍ່. ເຊີນທ່ານຮັບ ຟັງໄດ້ເລີຍ.
2009-10-22
ສະພາບການເຣື້ອງ ໂສເພນີ ຢູ່ ສປປລາວ ໂດຍສະເພາະຢູ່ ຕາມຫົວເມືອງໃຫຍ່ ແລະ ຢູ່ຕາມເຂດແຂວງ ຊາຍແດນລາວ ທີ່ຕິດກັບປະເທດ ເພື່ອນບ້ານ ມີທ່າທີວ່າ ຮ້າຍແຮງ ແລະເປີດແປນ ນັບມື້ນັບ ທະວີຄູນ ຂື້ນເລື້ອຍໆ. ກ່ຽວກັບເຣື້ອງນີ້ ມະນີຈັນ ມີຣາຍງານ ມາສເນີທ່ານ ໃນອັນດັບຕໍ່ໄປ.
2009-10-13
ໂຄງການລູກຫ່າງ ໃນແຂວງຕ່າງໆ ຂອງລາວ ໃນປັດຈຸບັນ ຮວມທັງແຂວງ ພາກໃຕ້ພາກເໜືອ ໄດ້ຮັບຜົລດີ ສໍາລັບ ເຂດຕົວເມືອງ ແຕ່ຢູ່ໃນເຂດ ຊົນນະບົດ ຫ່າງໄກ ແມ່ນຍັງມີບັນຫາ ຫລາຍຢູ່. ກ່ຽວກັບເຣື້ອງດັ່ງກ່າວ, ມະນີຈັນ ມີຣາຍງານ ມາສເນີທ່ານ ໂດຍແນໃສ່ ແຂວງຈໍາປາສັກ ແລະອ້າງອີງຕາມ ຄໍາເວົ້າຂອງ ຫົວໜ້າຂແນງ ແມ່ແລະເດັກ ໂຮງໝໍ ແຂວງຈໍາປາສັກ... ເຊີນທ່ານ ຮັບຟັງໄດ້ເລີຍ.
2009-06-15
ແຂວງຕ່າງໆຂອງລາວ ໂດຍສະເພາະ 3ແຂວງພາກໄຕ້ ຕົກເປັນເປົ້າໝາຍ ໃນການ ຊອກຫາເຫຍື່ອ ຂອງພວກຄ້າມະນຸດ ຊຶ່ງທາງການ ຈະຕ້ອງໄດ້ ເຝົ້າຣະວັງ ເປັນພິເສດ ເພື່ອພະຍາຍາມ ສະກັດກັ້ນຂັດຂວາງ.
2009-06-08
ການຂຶ້ນເງິນເດືອນ ຂັ້ນຕໍ່າໃຫ້ ຄົນງານລາວ ໃນພາກ ອຸດສາຫະກັມ ຕັດຫຍິບ 20ເປີເຊັນ ຈະຊ່ວຍແກ້ໃຂ ຊີວິດ ການເປັນຢູ່ຂອງ ພວກເຂົາເຈົ້າ ໄດ້ແນວໃດແດ່ ແລະໜ້ອຍຫລາຍ ປານໃດ ຖ້າມກາງທີ່ລາວ ໄດ້ຮັບຜົລ ກະທົບຈາກ ສະພາບການ ຝືດເຄືອງທາງ ດ້ານເສຖກິດ ການເງິນໂລກ.
2009-05-31
ຄົນວັຍໜຸ່ມສາວ ຊາວລາວ ໂດຍສະເພາະ ໃນແຂວງຄໍາມ່ວນ ລັກລອບ ໄປເຮັດວຽກ ຢູ່ໄທແລະຕົກ ເປັນເຫຍື່ອຂອງ ຂະບວນການ ຄ້າມະນຸສ ມີຈໍານວນ ໜ້ອຍລົງ ສ່ວນນຶ່ງກໍຍ້ອນ ໂຄງການຂອງ ສະຫະ ປະຊາຊາດ UNIFEM ຊຶ່ງເປັນອົງການ ກອງທຶນ ເພື່ອການພັທນາ ສັຕຣີ ທີ່ຕັ້ງຢູ່ ນະຄອນຫລວງ ວຽງຈັນ. ກ່ຽວກັບວ່າ ໂຄງການນີ້ ເປັນໂຄງການ ແນວໃດ ຊ່ວຍແມ່ຍິງລາວ ຫລຸດພົ້ນຈາກ ການຕົກ ເປັນເຫຍື່ອ ຂອງພວກຄ້າມະນຸສ ໄດ້ຢ່າງໃດ?
2009-05-16
ເຊື້ອໄຂ້ ຫວັດໃຫຍ່ ສາຍພັນໃໝ່ 2009 ຊຶ່ງປະເທດ ຕ່າງໆໃນໂລກ ປະເຊີນຢູ່ ໃນຂະນະນີ້ ໂດຍຈໍານວນ ຄົນທີ່ຕິດເຊື້ອ ແລະຈໍານວນ ປະເທດທີ່ ມີຄົນຕິດເຊື້ອ ເພິ່ມຂຶ້ນ ຢ່າງບໍ່ຢຸດຢັ້ງ ຂະນະທີ່ ຈໍານວນ ຜູ້ເສັຽຊີວິດ ຂ້ອນຂ້າງຈະຢູ່ຕົວ. ແລະກ່ຽວກັບວ່າ ຜູ້ເປັນແມ່ ແລະເດັກນ້ອຍ ມີຄວາມສ່ຽງ ທີ່ຈະຕິດເຊື້ອ ໜ້ອຍຫລາຍບພຽງໃດ ແລະແພດໝໍ ມີຂໍ້ແນະນໍາ ແນວໃດພິເສດ ແດ່ບໍ່ ເພື່ອຈະບໍ່ສ່ຽງ ຕໍ່ການຕິດເຊື້ອ ນັ້ນງ່າຍ...... ມະນີຈັນ ຈໍຂໍນໍາມາ ສເນີທ່ານ ໃນຣາຍການ ຜູ້ຍິງ ແລະ ເດັກນ້ອຍ ປະຈໍາ ສັປດານີ້. ເຊີນທ່ານ ຮັບຟັງໄດ້ເລີຍ.
2009-05-11
ໃນຣາຍການ ຜູ້ຍິງແລະເດັກນ້ອຍ ປະຈໍາສັປດານີ້ ມະນີຈັນ ຈະນໍາພາທ່ານ ໄປຮູ້ຈັກ ກ່ຽວກັບ ກໍຣະນີ ຄະດີ ຢາເສບຕິດ ຂອງຜູ້ຍີງສາວ ຄົນອັງກິດ ວັຍ 20 ປີ ຊຶ່ງເປັນຂ່າວ ທີ່ໂດ່ງດັງ ຂ່າວນຶ່ງ ໃນເວທີ ສື່ມວນຊົນ ຕ່າງປະເທດ ປະມານນຶ່ງ ສັປດາ ມານີ້ ຊຶ່ງສ່ວນນຶ່ງ ກໍອາຈເປັນຍ້ອນ ການຖືພາມານ ຂອງນາງ ໂດຍຫລາຍຄົນເຊື່ອວ່າ ເລີ້ມຖື ໃນຣະຫວ່າງ ທີ່ຖືກກັກຂັງ ຢູ່ໃນຄຸກ ຂອງລາວນັ້ນ ກໍເປັນໄປໄດ້.
2009-05-04
ໃນຣາຍການ ຜູ້ຍິງ ແລະ ເດັກນ້ອຍ ປະຈໍາສັປດາ ນີ້ ມະນີຈັນ ຈະພາທ່ານ ໄປຮູ້ຈັກກັບ ຣະບົບ ໝໍຕໍາແຍ ໃນແຂວງບໍ່ແກ້ວ ຊຶ່ງ ສະມາຊິກ ສະພາ ແຫ່ງຊາດລາວ ບາງທ່ານ ໄດ້ສເນີວ່າ ຄວນມີການ ນໍາເອົາໄປ ເປັນຕົວຢ່າງ ເພາະ ເປັນໂຄງການ ທີ່ຊ່ວຍຫລຸດຜ່ອນ ອັຕຣາການ ເສັຽຊີວິດ ຂອງ ແມ່ແລະເດັກ ໄດ້ດີສົມຄວນ.
2009-04-25
ໝໍຕໍາແຍ ຊຶ່ງເປັນໝໍ ປະຈໍາບ້ານ ທີ່ຊ່ວຍແມ່ມານ ອອກລູກ ຢູ່ຕາມເຂດ ຊົນນະບົດ ຕ່າງໆຂອງລາວ ມາຕັ້ງແຕ່ໃດໆ ນັ້ນ ຍັງມີບົດບາດ ສໍາຄັນຢູ່ ເທົ່າເຖິງ ປັຈຈຸບັນນີ້ ຊຶ່ງໃນນັ້ນກໍ ມີຈໍານວນນຶ່ງ ໄດ້ຮັບການ ພັທນາດີຂຶ້ນ ກວ່າແຕ່ກ່ອນ. ໃນຣາຍການ ຜູ້ຍິງແລະ ເດັກນ້ອຍ ປະຈໍາສັປດານີ້ ມະນີຈັນ ມີບົດຄວາມ ກ່ຽວກັບເລື່ອງນີ້ ມາສເນີທ່ານ ໂດຍອີງໃສ່ ການໂອ້ລົມ ກັບຫົວໜ້າ ຜແນກແມ່ແລະເດັກ ແຂວງບໍ່ແກ້ວ ເມື່ອວັນທີ 21 ເມສາ 2009
2009-04-20
ເດັກນ້ອຍລາວ ອາຍຸຕໍ່າກວ່າ 5 ປີ ໄດ້ຮັບຜົນກະທົບ ຈາກການຂາດ ສານອາຫານ ຂາດທາດບໍາຣຸງ.
2009-04-12
ນາງ ສັງຂານ ເປັນທີ່ຂາດ ບໍ່ໄດ້ໃນ ການສເລີມ ສລອງ ບຸນປີໃໝ່ລາວ ໃນເຂດແຂວງ ຕ່າງໆຂອງລາວ. ແລະໃນຣາບການ ຜູ້ຍີງແລະ ເດັກນ້ອຍ ປະຈໍາ ສັປດານີ້ ມະນີຈັນ ຈະນໍາພາ ທ່ານໄປ ຮູ້ຈັກກ່ຽວກັບ ກິຈກັມ ຕ່າງໆໃນຣະຫວ່າງ ການສລອງ ບູນປີໃໝ່ ຢູ່ແຂວງ ຫລວງພຣະບາງ ໂດຍສະເພາະ ເລື້ອງການ ສັນຫາ ນາງສັງຂານ.
2009-04-06
ສັຕຣີລາວ ເຈົ້າຂອງຫລຽນຄໍາ ໃນການແຂ່ງຂັນ ກິລາຊີເກັມສ ຄັ້ງທີ 24 ທີ່ໂຄຣາດ ປະເທດໄທ ມີຄວາມຫວັງ ສູງທີ່ຈະ ໄດ້ຮັບຫລຽນ ຄໍາຕື່ມອີກ ໃນການແຂ່ງຂັນ ຊີເກັມສ ຄັ້ງທີ 25 ຊຶ່ງລາວຈະເປັນ ເຈົ້າພາບ ໃນປີ 2009 ນີ້.