ແມ່ ແລະ ເດັກ: ວັນທີ 8 ພືສພາ 2009

ໃນຣາຍການ ຜູ້ຍິງແລະເດັກນ້ອຍ ປະຈໍາສັປດານີ້ ມະນີຈັນ ຈະນໍາພາທ່ານ ໄປຮູ້ຈັກ ກ່ຽວກັບ ກໍຣະນີ ຄະດີ ຢາເສບຕິດ ຂອງຜູ້ຍີງສາວ ຄົນອັງກິດ ວັຍ 20 ປີ ຊຶ່ງເປັນຂ່າວ ທີ່ໂດ່ງດັງ ຂ່າວນຶ່ງ ໃນເວທີ ສື່ມວນຊົນ ຕ່າງປະເທດ ປະມານນຶ່ງ ສັປດາ ມານີ້ ຊຶ່ງສ່ວນນຶ່ງ ກໍອາຈເປັນຍ້ອນ ການຖືພາມານ ຂອງນາງ ໂດຍຫລາຍຄົນເຊື່ອວ່າ ເລີ້ມຖື ໃນຣະຫວ່າງ ທີ່ຖືກກັກຂັງ ຢູ່ໃນຄຸກ ຂອງລາວນັ້ນ ກໍເປັນໄປໄດ້.
ມະນີຈັນ
2009.05.11

ຂ່າວນຶ່ງ ທີ່ເກີດຂຶ້ນຢູ່ ລາວ ແລະໂດ່ງດັງ ຢູ່ໃນຂະນະນີ້ ໂດຍສະເພາະ ໃນເວທີ ການຂ່າວ ຕ່າງປະເທດ ກໍຄົງ ຈະເປັນຂ່າວ ກ່ຽວກັບ ຜູ້ຍີງສາວຄົນ ອັງກິດ ອາຍຸ 20 ປີທີ່ຖືກຂັງ ຢູ່ຄຸກໂພນຕ້ອງ ໃນນະຄອນຫລວງ ວຽງຈັນ ໃນຂໍ້ຫາ ພະຍາຍາມ ລັກລອບນໍາ ຢາເສບຕິດ ປະເພດ heroin ຈໍານວນ 680 gram ອອກຈາກ ປະເທດລາວ ໂດຍຜ່ານ ສນາມບິນ ນາໆຊາດວັດໄຕ ຊຶ່ງຂະນະນີ້ ກໍາລັງຈະຖືກ ນໍາຕົວຂຶ້ນ ພິຈາຣະນາ ຄະດີໃນສານ ເປັນເທື່ອທໍາອິດ ພາຍຫລັງທີ່ນາງ ຖືກຂັງຄຸກມາ ດົນເຖິງ 9 ເດືອນແລ້ວ 

ນາງ Samantha Orobator ຄວາມຈິງແລ້ວ ຖືກຈັບຂັງຄຸກ ຕັ້ງແຕ່ຕົ້ນເດືອນ ສິງຫາ ປີ 2008 ຜ່ານມາຫາກແຕ່ ບໍ່ເຫັນມີຂ່າວ ໃດໆອອກມາ ກ່ຽວກັບນາງ ຈົນກະທັ້ງ ເມື່ອບໍ່ເທົ່າໃດ ວັນຜ່ານມາ ນີ້ເອງຈຶ່ງມີ ຂ່າວອອກມາ. ໃນຂ່າວນັ້ນແມ່ນ ມີການເນັ້ນ ເຖິງ ໂທດປະຫານ ຊີວິດ ແລະ ການຖືພາມານ ຂອງນາງ ຊຶ່ງຫລາຍຄົນ ເຊື່ອວ່າມີສາເຫດ ມາຈາກການທີ່ ນາງຖືກຂົ່ມຂືນ ໃນຣະຫວ່າງ ຢູ່ໃນຄຸກ. ການຂົ່ມຂືນ ສໍາເລົາ ບໍ່ວ່າຈະຕໍ່ ຜູ້ຍິງໄວໃດ ກໍຕາມ ຈະເປັນຜູ້ຍີງ ແກ່ໄວສາວ ໄວເດັກ ທົ່ວໄປແລ້ວ ແມ່ນຖືກັນ ວ່າເປັນຮູບການ ນຶ່ງຂອງການ ກົດຂີ່ຂົ່ມເຫັງ ບັງຄັບຜູ້ຍີງ ໂດຍທີ່ເຂົາ ບໍ່ສມັກໃຈ ເປັນການຝືນໃຈ ລ່ວງຣະເມີດ ສິດທິມະນຸດ ຊຶ່ງຊາວໂລກທີ່ມີ ຈາຣິຍະທັມ ມີຄວາມ ສີວິໄລ ເພິ່ນຈະບໍ່ຍອມ ໃຫ້ມີການ ກະທໍາເຊັ່ນນັ້ນ.

ແຕ່ໃນກໍຣະນີ ຂອງນາງ ສະແມນຕາ ໂອໂຣບາຕໍຣ  ນີ້ກໍຍັງ ບໍ່ເປັນທີ່ ບໍ່ຈະແຈ້ງເທື່ອ ມາຮອດເວລາ ນີ້ວ່າ ນາງຖືກຂົ່ມຂືນ ໃນຣະຫວ່າງທີ່ ຖືກັກຂັງ ຢູ່ຄຸກ ໂພນຕ້ອງ ນະຄອນຫລວງ ວຽງຈັນ ຕາມທີ່ມີຄົນ ຈໍານວນນຶ່ງ ເຊື່ອນັ້ນຫລືບໍ່. ຕາມຂ່າວວ່າ  ນາງ ສະແມນຕາ ໂອໂຣບາຕໍຣ  ຖືກຈັບຂັງຄຸກ ໃນຕົ້ນເດືອນ ສິງຫາ ແລະເຈົ້າໜ້າທີ່ ພົບວ່າ ນາງມີທ້ອງ ໃນເດືອນ ທັນວາ ໝາຍຄວາມວ່າ ນາງຕັ້ງທ້ອງ ພາຍຫລັງທີ່ນາງ ຖືກຂັງຄຸກ ມາໄດ້ 3-4 ເດືອນ ທັ້ງໆທີ່ນາງຖືກ ຂັງລວມ ໃນຫ້ອງນັກໂທດ ຍີງດ້ວຍກັນ ຕລອດເວລາ. ກ່ຽວກັບການມີ ລູກຂອງ ນາງ ໂອໂຣບາຕໍຣ ນີ້ ທາງໜັງສືພິມ The Gardian ໃນປະເທດ ອັງກິດ ຣາຍງານວ່າຍັງ ບໍ່ເປັນທີ່ ຈະແຈ້ງວ່າ ນາງ ໂອໂຣບາຕໍຣ ມີລູກດ້ວຍຄວາມ ສມັກໃຈຫລືບໍ່ ຂະນະທີ່ຂ່າວ ສະຖານີ ໂທຣະທັດ ຊ່ອງນຶ່ງ ຣາຍງານວ່າ ເປັນໄປໄດ້ຍາກ ທີ່ນາງຈະຖືກ ຂົ່ມຂືນ ແລະກໍບໍ່ ຈະແຈ້ງຄືກັນວ່າ ກົດໝາຍຂອງລາວ ລະເວັ້ນໂທດ ປະຫານຊີວິດ ໃຫ້ແກ່ນັກໂທດ ທີ່ກໍລັງ ຖືພາມານ ຫລືບໍ່. ສ່ວນວ່າ ໂຄສົກ ກະຊວງການ ຕ່າງປະເທດລາວ ນັ້ນພັດໄດ້ກ່າວ ໂດຍຕັ້ງເປັນ ຂໍ້ສັງ ເກດວ່າ ການມີລູກຂອງ ນາງ ສະແມນຕາ ນີ້ອາດມີ ເບື້ອງໜ້າເບື້ອງຫລັງ. ຢູ່ຄຸກໂພນຕ້ອງ ນັກໂທດຍີງ ນັກໂທດຊາຍ ແມ່ນຂັງຢູ່ ຄົນລະບ່ອນ ຢູ່ຄົນລະຫ້ອງ ມີການກວດກາ ກັນລະອຽດ:

ຕາມຊາບ ມີຊ່ວງນຶ່ງ ຜູ້ກ່ຽວ ອອກມາກ່າວວ່າ ຜູ້ກ່ຽວລົງຂາວ ລະຂໍພົບ ດອກເຕີຣ ບໍ່ຊາບວ່າ ດອກເຕຣ ມາແຕ່ໃສ ກະຊິແມ່ນ ທາງເບື້ອງ ປະເທດທີ່ມີ ສ່ວນພົວພັນ ຫັ້ນລະ ໃຫ້ເຂົ້າໄປພົບ ໄປກວດ ລະກະມີການ ບົ່ງຢາໃຫ້ ປາກົດ ວ່າແມ່ນຢາ ຢັດເຂົ້າໃນ ຊ່ອງຄອດຍີງ ຫລັງຈາກນັ້ນ ຈຶ່ງວ່າມີລູກ ລະເວລາຈັບປຶບ ໃນເດືອນ 8 ລາວກໍວ່າ ມີລູກ ລະເອົາໄປກວດ ຢູ່ໂຮງໝໍ ຫລາຍໂຮງໝໍ ກໍຢັ້ງຢືນວ່າ ລາວບໍ່ມີລູກ ພາຍຫລັງມີ ປາກົດການ ພົວພັນກັບ ແພດໝໍ ອອກມາ ຈຶ່ງຄ່ອຍວ່າ ຕໍ່ມາ 3-4 ເດືອນ ລາວກໍວ່າ ລາວມີລູກ ໄປກວດເບີ່ງ ປາກົດວ່າລາວ ມີລູກແທ້  ລະກະເລີຍ ຜູ້ຊິຕີຣາຄາ ໄປລວງ ໃດກໍມີ.

ນັ້ນກໍເປັນ ຄໍາຊີ້ແຊງຂອງ ທ່ານ ເຄນທອງ ນວນທະສິງ ຜ່ານທາງ ໂທຣະສັບ ຈາກນະຄອນຫລວງ ວຽງຈັນ ເມື່ອວັນທີ 4 ພຶສພາ ນີ້. ແຕ່ເຖິງແນວໃດ ທ່ານ ເຄນທອງ ກໍບອກວ່າ ອັນລະອຽດ ຕົວຈິງກໍຕ້ອງ ໄດ້ຜ່ານການ ສອບສວນສືບສວນ ຂອງເຈົ້າໜ້າທີ່ ໂດຍຈະມີການ ອອກຣາຍງານ ແລະກໍລໍຟັງ ຄໍາຕັດສີນ ຂອງສານ ຈຶ່ງຈະຮູ້.

ນາງ ສະແມນຕາ ໂອໂຣບາຕໍຣ ເບື້ອງຕົ້ນມີ ກໍານົດນໍາຕົວ ຂຶ້ນສານ ໃນປີໜ້າ ແຕ່ຫາກມີການ ເລື່ອນມາໃສ່ໃນ ອາທິດນີ້ ແລະຈາກອາທິດ ນີ້ເລື່ອນໄປໃສ່ ອາທິດໜ້າ ຊຶ່ງການເລື່ອນນັ້ນ ທາງການລາວ ໃຫ້ເຫດຜົນວ່າ ກ່ອນອື່ນໝົດ ກໍແມ່ນເລື່ອງ ມະນຸສທັມ  ນາງຖືພາ ຄາທ້ອງ ຕ້ອງມີການ ພິຈາຣະນາ ຄະດີ ນາງໄວຂຶ້ນ. ແຕ່ການເລື່ອນ ຫລືການປ່ຽນແປງ ກໍານົດເວລາ ໄຕ່ສວນຄະດີ ນາງ ສະແມນຕານີ້  ທ່ານ Stafford Smith ນັກກົດໝາຍ ຊາວອະເມຣິກັນ ຈາກກຸ່ມ Reprieve ທີ່ເຂື່ອນໃຫວ ເພື່ອຊ່ວຍ ເຫລືອ ນາງ ສະແມນຕາ ນັ້ນກ່າວຫາວ່າ ທາງການລາວ ເລື່ອນການໄຕ່ສວນ ໃຫ້ໄວຂຶ້ນ 1 ປີ ເພື່ອບໍ່ໃຫ້ ນາງ ສະແມນຕາ ມີໂອກາດ ພົບກັບ ທະນາຍຄວາມ ຊຶ່ງເປັນເລື້ອງທີ່ ບໍ່ຄັກບໍ່ແນ່. ພ້ອມກັນນັ້ນ ກໍຮຽກຮ້ອງໃຫ້ ຣັຖບານ ອັງກິດ ທໍາທຸກສີ່ງ ທຸກຢ່າງ ເພື່ອໃຫ້ມີການ ເລື່ອນກໍານົດການ ໄຕ່ສວນກັບໄປ ເປັນປີໜ້າ ຄືເກົ່າແລະໃຫ້ ສອບສວນວ່າ ສະແມນຕາ ຊຶ່ງຈະອອກລູກ ໃນເດືອນ ກັນຍາປີນີ້ ຖືພາຢູ່ໃນ ຄຸກຂອງລາວ ໄດ້ແນວໃດ.

ແລະອີກເລື້ອງນຶ່ງ ທີ່ຂ່າວຕ່າງ ປະເທດ ເນັ້ນໜັກໃສ່ນັ້ນ ກໍແມ່ນເລື້ອງໂທດ ປະຫານຊີວິດ ດ້ວຍການຍີງເປົ້າ ຊຶ່ງມີຄວາມ ເປັນໄປໄດ້ສູງ ໃນກໍຣະນີ ຂອງນາງ ສະແມນຕາ ຖ້າຫາກວ່າມີ ຢາເສບຕິດ ເຮໂຣອີນ ໄວ້ໃນຄອບຄອງ 680 gramm ແທ້ຊຶ່ງຖືເປັນ ຈໍານວນທີ່ຫລາຍ ເກີນພໍທີ່ຈະ ເຮັດໃຫ້ນາງຖືກ ຕັດສີນໂທດ ປະຫານຊີວິດ ດ້ວຍການຍິງເປົ້າ. ຕາມກົດໝາຍ ຂອງລາວ ແລ້ວແມ່ນວ່າ ຜູ້ໃດມີ ຢາເສບຕິດ ເຮໂຣອີນ ໄວ້ໃນຄອບຄອງ 500 gram ຜູ້ນັ້ນແມ່ນຕ້ອງ ຖືກລົງໂທດ ປະຫານຊີວິດ. ດັ່ງນັ້ນຈຶ່ງມີ ການວິຕົກ ກັງວົນກັນຫລາຍ ເພາະຢ້ານ ສະແມນຕາ ຜູ້ຖືພາຄາທ້ອງ ຈະຖືກຕັດ ສີນໂທດ ປະຫານຊີວິດ ຕາມກົດໝາຍ ຂອງລາວ. ແຕ່ເຖິງແນວໃດ ກໍປາກົດວ່າ ມີຂໍ້ຍົກເວັ້ນ ໂທດປະຫານ ຊີວິດ ສໍາລັບແມ່ຍີງ ຖືພາມານ. ໂຄສົກກະຊວງ ການຕ່າງ ປະເທດ ລາວ ກ່າວກ່ຽວກັບ ເລື່ອງນີ້ວ່າ:

ຕາມກົດໝາຍ ຂອງລາວ  ຄັນຖ້າມີຢາ ເສບຕິດ ຄອບຄອງຮອດ 500 ກຣາມ ກໍຕ້ອງໂທດ ປະຫານຊີວິດ ຄັນຖ້າວ່າ ເປັນແມ່ຍີງ ຖືພາ ໂທດປະຫານ ຊີວິດ ຈະບໍ່ໄດ້ລົງ ໃສ່ແມ່ຍີງ ທີ່ຖືພາ ມີຂໍ້ຍົກເວັ້ນ ຢູ່ໃນກົດໝາຍ.

ເມື່ອເປັນຄື ແນວນັ້ນ ກໍໝາຍຄວາມວ່າ ນາງ ສະແມນຕາ ຈະພົ້ນຈາກໂທດ ປະຫານຊີວິດ ຢູ່ລາວ ຍ້ອນລູກໃນທ້ອງ. ຂ່າວຣາຍງານວ່າ ທາງການອັງກິດ ຮູ້ເລື້ອງວ່ານາງ ສະແມນຕາ ໂອໂຣບາຕໍຣ ຖືກທາງການລາວ ຈັບມາໄດ້ ຫລາຍເດືອນແລ້ວ ແລະກໍໃຫ້ ຄວາມສົນໃຈ ຕິດຕາມຢ່າງ ໄກ້ຊິດ ແລະ ເຈົ້າໜ້າທີ່ ສະຖານທູດ ອັງກິດ ປະຈໍາໄທ ກໍໄດ້ໄປຢ້ຽມ ນາງຢູ່ຄຸກ 6 ຄັ້ງ ສ່ວນເຈົ້າໜ້າທີ່ ສະຖານທູດ ອອສເຕຣເລັຽ ໃນນະຄອນຫລວງ ວຽງຈັນ ກໍໄດ້ໄປຢ້ຽມ ເຊັ່ນກັນ. ແລະເມື່ອຖາມເຖິງ ວ່ານາງໄດ້ຮັບ ຄວາມເອົາໃຈ ໃສ່ແນວໃດແດ່ ທາງດ້ານສຸຂພາບ ຂອງແມ່ແລະເດັກ ຢູ່ໃນທ້ອງຊຶ່ງ ປົກກະຕິແລ້ວ ກໍແມ່ນຕ້ອງໄດ້ ຝາກທ້ອງກັບ ແພດໝໍ ຫລືໄປຫາໝໍ ຢ່າງເປັນປະຈໍາ ນັ້ນ ທ່ານ ເຄນທອງ ນວນທະສິງ ບອກວ່າ:

ໃນເບື້ອງນີ້ ຈະແມ່ນປະເທດ ທີ່ມີສ່ວນ ຮັບຜິດຊອບ ເຊັ່ນວ່າ ສະຖານທູດ ອອສເຕຣເລັຽ ລະກະກົງສູນ ຂອງອະຊິດຢູ່ ບາງກອກ ໄດ້ເປັນຜູ້ ດູແລນາງ ເປັນປະຈໍາ ລະກະມີທ່ານ ໝໍຊຶ່ງເປັນຄົນ ອອສເຕຣເລັຽ ລະກະ ສະຖານທູດ ອອສເຕຣເລັຽ ໄດ້ຈັດໄປຮັກສາ ເປັນປະຈໍາ.

ແລະຕາມຄໍາເວົ້າ ຂອງໂຄສົກ ສະຖານທູດ ອັງກິດ ໃນບາງກອກ ວ່າເມື່ອໄປຢ້ຽມ ນາງ ສະແມນຕາ ຢູ່ໃນຄຸກ ໂພນຕ້ອງ ທຸກຄັ້ງກໍມີ ທ່ານໝໍ ໄປນໍາດ້ວຍ ເພື່ອກວດສຸຂພາບ ຂອງນາງແຕ່ຫາກ ບໍ່ມີການ ເປີດເຜີຍເຖິງ ລາຍລະອຽດ ກ່ຽວກັບສຸຂພາບ ຫລືການ ກວດຂອງແພດໝໍ ເພາະຖືເປັນເລື້ອງ ສ່ວນຕົວ ຕ້ອງມີການ ປິດລັບໃຫ້ນາງ.

ສໍາລັບເລື້ອງ ທະນາຍຄວາມ ສູ້ຄະດີໃຫ້ ນາງ ສແມນຕາ ໂອໂຣບາຕໍຣ ນັ້ນຊຶ່ງທາງການ ລາວ ເປັນຝ່າຍຈັດຫາ ໃຫ້ຊຶ່ງມາຮອດ ວັນທີ 7 ພຶສພາ ນີ້ກໍແມ່ນວ່າ ຊອກທະນາຍຄວາມ ໃຫ້ນາງໄດ້ແລ້ວ ຄືທ່ານ ສັກ ພົມມະລາດ ຈາກສະພາ ທະນາຍຄວາມ ໃນນະ ຄອນຫລວງ ວຽງຈັນ ແລະກໍໄດ້ສເນີ ໃຫ້ທາງກົງສູນ ອັງກິດ ຮູ້ແລະທາງ ກົງສູນ ໄດ້ບອກວ່າຕ້ອງ ໄດ້ນໍາໄປຜ່ານ ທາງປະເທດ ອັງກິດກ່ອນ. ສ່ວນກໍານົດວັນ ເວລາເລີ້ມ ພິຈາຣະນາ ຄະດີ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຂັ້ນສູງ ກະຊວງການ ຕ່າງປະເທດ ຂອງລາວ ລ່າສຸດນີ້ແມ່ນ ຈະມີການເລື່ອນ ໄປຕື່ມເພື່ອ ໃຫ້ທາງ ທະນາຍຄວາມ ມີເວລາຢ່າງ ເຕັມທີ່ ເພື່ອເກັບກໍາ ຮວບຮວມຂໍ້ມູນ ແລະພົບພໍ້ກັບ ຜູ້ຕ້ອງຫາຫລື ລູກຄວາມຂອງທ່ານ.

ກ່ຽວກັບການ ດໍາເນີນຄະດີ ນາງສະແມນຕາ ໂອໂຣບາຕໍຣ ໃນຄະດີ ຢາເສບຕິດ ຢູ່ລາວນີ້ມີ ຫລາຍຄົນເຊື່ອວ່າ ຈະເປັນໄປແບບ ຮູບການຫລືທີ່ ເອີ້ນກັນວ່າ showcase ຜູ້ຕ້ອງຫາໄດ້ ຮັບອະນຸຍາດ ໃຫ້ພົບກັບ ທະນາຍຄວາມ ຂອງຕົນ ນຶ່ງອາທິດກ່ອນ ເລີ້ມດໍາເນີນ ຄະດີ ຫລືກະທັງພົບ ກັນໃນວັນນັ້ນ ເອງເລີຍ ສໍາລັບບາງ ກໍຣະນີ. ແຕ່ເຖິງຢ່າງໃດ ທ່ານ ເຄນທອງ ນວນທະສິງ ໂຄສົກການ ຕ່າງປະເທດ ລາວກໍກ່າວໃຫ້ ຄໍາໝັ້ນໃຈວ່າ ຄະດີ ຈະຕ້ອງດໍາເນີນ ໄປຕາມກົດໝາຍ ຂອງລາວ ແລະຕັດສິນແບບ ຍຸຕິທັມ ເພື່ອບໍ່ໃຫ້ມີ ຫາງສຽງໂຈມຕີ ລາວວ່າບໍ່ ປະຕິບັດຕາມ ຕົວບົດກົດໝາຍ:

ຫລື ສປປລາວ ບໍ່ຍຸຕິທັມ ຊັ້ນຕ້ອງ ພະຍາຍາມໃຫ້ ເຮັດດີທີ່ສຸດ ໃຫ້ປອດຂາວ ສະອາດ ເວລາດຽວກັນ ກໍຕ້ອງ້ໄດ້ ຄໍານຶງເຖິງ ມະນຸສທັມຂອງຄົນ ຄັນຖ້າວ່າ ຜູ້ກ່ຽວມີທ້ອງ ກໍຕ້ອງເບິ່ງໃນ ແງ່ມະນຸສທັມ ວ່າເຮົາຊິຕັດສິນ ຈັ່ງໃດໆ ນັ້ນກໍແມ່ນ ສານພຸ້ນເປັນຜູ້ ພິຈາຣະນາ ແຕ່ວ່າໃນ ຮູບການ ພິຈາຣະນາ ຕ້ອງເຮັດແນວໃດ ໃຫ້ມີຄວາມ ໂປ່ງໃສ ຍຸຕິທັມ ທີ່ສຸດສໍາລັບ ຜູ້ຕ້ອງຫາ. 

ແຕ່ເຖິງແນວໃດ ຫລາຍຄົນກໍເຊື່ອ ວ່າຣະບົບ ທະນາຍຄວາມ ຢູ່ລາວ ກໍຢູ່ພາຍໄຕ້ ການຊື້ນໍາຂອງ ທາງການ ພັກ-ຣັດ ຢູ່ສເມີ. ແລະຜູ້ຄົນ ກໍບໍ່ວາຍ ທີ່ຈະກັງວົນ ໂດຍສະເພາະຜູ້ ຄົນທີ່ໄກ້ຊິດ ແລະເຄື່ອນໃຫວເພື່ອ ເປັນກໍາລັງໃຈ ໃຫ້ນາງ ໂອໂຣບາຕໍຣ  ຊຶ່ງກໍມີຜູ້ ເປັນແມ່ ຮວມຢູ່ດ້ວຍ.

ໃນການໃຫ້ ສັມພາດ ຕໍ່ນັກຂ່າວ CNN ຜູ້ເປັນແມ່ກ່າວ ດ້ວຍຄວາມໂສກເສົ້າ ນໍ້າຕາຜ່ານ່ວຍ ໃນຖານະເປັນ ບຸກຄົນທີ່ຮູ້ ຈັກລູກສາວ ຂອງຕົນດີວ່າ ນາງບໍ່ເຊື່ອ ໃນເລື້ອງທີ່ເກີດ ຂຶ້ນກັບຜູ້ເປັນ ລູກສາວແລະວ່າ ໃນໄລຍະທີ່ ຜ່ານມາ ນາງແລະລູສາວ ຕ່າງກໍ ປະເຊີນກັບ ເລື້ອງທີ່ບໍ່ດີມາ ຫລາຍຕໍ່ຫລາຍແລ້ວ. ນາງຈໍາຕ້ອງ ໄດ້ສົ່ງ ສະແມນຕາ ໄປໃຫ້ນ້ອງສາວ ລ້ຽງຢູ່ທີ່ ປະເທດອັງກິດ ຕອນນາງມີ ອາຍຸພຽງ 8 ປີ ເພື່ອໜີສົງຄາມ. ແລະ 3 ປີຕໍ່ມາ ນາງຈຶ່ງ ມີໂອກາດ ໄດ້ໄປຢູ່ປະເທດ ອັງກິດ ກັບລູກ.

ນາງມີຄວາມເປັນ ຫ່ວງລູກສາວຫລາຍ ຖ້າມກາງມີຂ່າວ ກ່ຽວກັບ ສະພາບການ ໃນຄຸກຄຸມຂັງ ຢູ່ລາວ ທີ່ອ້າງອີງໃສ່ ຄໍາເວົ້າຂອງຄົນ ອັງກິດ ອີກຄົນນຶ່ງ ທີ່ເຄີຍເປັນ ນັກໂທດຄຸກ ໂພນຕ້ອງ ແຫ່ງດຽວກັນນັ້ນ. ອາຫານ ສໍາລັບນັກໂທດ ກໍມີພຽງແກງ ຕ່ອນນໍ້າ ມັນໝູ ກັບເຂົ້າໜຽວ ພຽງໜ້ອຍ ໃນແຕ່ລະວັນ. ນັກໂທດສ່ວນໃຫຍ່ ແມ່ນອາໃສ ອາຫານການກິນ ຈາກຄອບຄົວ ທີ່ຢູ່ທາງບ້ານ ສົ່ງໃຫ້. ນັກໂທດ ຖືກລ່ວງເກີນ ຖືກທໍຣະມານ ສເມີ.

ເປັນທີ່ຄາດ ກັນວ່າ ຜູ້ເປັນແມ່ ທີ່ຢູ່ ອັງກິດ ນັ້ນຈະເດີນທາງ ມາຫາລູກສາວ ຢູ່ປະເທດລາວ ມໍ່ໆນີ້. ແລະຂະນະນີ້ ມີການຫວັງກັນ ວ່າຂໍ້ຕົກລົງ ແລກປ່ຽນນັກໂທດ ກັນຣະຫວ່າງ ລາວກັບອັງກິດ ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ຮອງນາຍົກ ຣັຖມົນຕຣີ ຣັຖມົນຕຣີ ກະຊວງ ການ ຕ່າງປະເທດ ສປປລາວ ຢ້ຽມຢາມປະເທດ ອັງກິດ ເມື່ອວັນ ພຣະຫັດຜ່ານມາ ອາດຈະຊ່ວຍ ກໍຣະນີ ຄະດີ ນາງ ສະແມນຕາ ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.