ເຣື້ອງທີ່ເກັບບັນທຶກໄວ້
2011-12-13
ການໄດ້ຮັບ ລາງວັນ ທີນຶ່ງ ໃນການ ເຂົ້າແຂ່ງຂັນ ຮູບແຕ້ມ ຂອງ Jimmy ຫລື ອະພິສິດ ຊຶ່ງ ທາງ ສູນແຕ້ມຮູບ ຂອງ ສະຖານທູດ ຝຣັ່ງເສສ ໃນ ນະຄອນຫລວງ ວຽງຈັນ ໄດ້ຈັດຂຶ້ນ ເມື່ອໄວໆ ມານີ້ ເຮັດໃຫ້ ຜູ້ເປັນ ພໍ່ແມ່ ດີໃຈນໍາ ເປັນຢ່າງຍິ່ງ. ໂດຍ: ມະນີຈັນ
2011-10-14
ມີຄົນ ຈໍານວນ ບໍ່ໜ້ອຍ ຊື່ນຊົມ ຍິນດີ ນໍາການ ປະກາດ ລາງວັນ ໂນແບວ ຂແນງ ສັນຕິພາບ ປະຈໍາ ປີ 2011 ໃຫ້ແກ່ ບຸກຄົນ ດີເດັ່ນ ອີກຕື່ມ 3 ທ່ານ ກ່ຽວກັບ ວ່າ ເປັນໃຜ ມາຈາກ ໃສ ມີຜົລງານ ເດັ່ນ ແນວໃດນັ້ນ ມະນີຈັນ ຈະນຳມາ ສເນີທ່ານ ໃນ ຣາຍການ ແມ່ຍິງ ແລະ ເດກັກນ້ອຍ ປະຈຳ ສັປດາ ...
2011-08-19
ການຄ້າມະນຸດ ບໍ່ວ່າຢູ່ ສປປລາວ ຫລື ໃນຕ່າງ ປະເທດ ຍັງເປັນ ບັນຫາ ທີ່ຫຍຸ້ງຍາກ ສັບສົນ. ກ່ຽວກັບ ເຣື້ອງນີ້ ມະນີຈັນ ມີລາຍງານ ມາສເນີ ທ່ານ.
2011-08-15
ຂ່າວຄາວ ກ່ຽວກັບ ຜູ້ຍິງລາວ ຖືກ ຫລອກລວງ ໃຫ້ ຄ້າ ປະເວນີ ຢູ່ໄທ ແລະ ຖືກຊ່ວຍ ອອກມາ ໄດ້ນັ້ນ ມີຂຶ້ນ ຢູ່ເລື້ອຍໆ ເຮັດໃຫ້ ມີການ ຕັ້ງ ຄໍາຖາມວ່າ ມີໂອກາດ ບໍ່? ທີ່ຈະ ເຮັດໃຫ້ ໜ້ອຍລົງ. ມະນີຈັນ ມີ ຣາຍງານ ກ່ຽວກັບ ເລື້ອງນີ້ ມາສເນີ ທ່ານ ໃນ ຣາຍການ ຜູ້ຍິງ ແລະ ເດັກນ້ອຍ ປະຈໍາ ສັປດາ ນີ້.
2011-07-29
ເປັນທີ່ ຣັບຣູ້ ກັນວ່າ ຍິງ-ຊາຍ ເປັນຂອງ ຄູ່ກັນ, ການມີຄວາມ ສົມດູລ ຣະຫວ່າງກັນ ເປັນເລື່ອງ ທີ່ສໍາຄັນ, ຖ້າບໍ່ມີ ສີ່ງນັ້ນແລ້ວ ແມ່ນຫຍັງ ຈະເກີດຂຶ້ນ. ມະນີຈັນ ມີຣາຍງານ ກ່ຽວກັບ ເລື່ອງນີ້ ມາສເນີ ທ່ານ.
2011-07-01
ຣາຍງານ ຂອງ ກະຊວງ ການຕ່າງປະເທດ ສະຫະຣັຖ ປະຈໍາປີ 2011 ແນະນໍາ ໃຫ້ ສປປລາວ ພຍາຍາມ ສືບສວນ ແລະ ດໍາເນີນ ຄະດີ ຜູ້ກະທໍາ ຄວາມຜິດ ຄ້າຜູ້ຍິງ ແລະ ເດັກນ້ອຍ ບີບບັງຄັບ ທາງເພດ ແລະ ໃຊ້ແຮງງານ ແບບ ບັງຄັບ.
2011-06-17
ຜູ້ຍິງລາວ ຈໍານວນ ບໍ່ໜ້ອຍ ມີບັນຫາ ທາງສຸຂພາບ ຍ້ອນ ຣາຍໄດ້ ບໍ່ສົມ ຣາຍຈ່າຍ ເຮັດໃຫ້ ຄິດຫລາຍ ບໍ່ສະບາຍໃຈ ເປັນໂຣກ ຄວາມດັນ ສູງ ເປັນຕົ້ນ.
2011-06-10
ຜູ້ຍິງລາວ ບໍ່ວ່າ ຢູ່ໃນ ຫລືນອກ ປະເທດ ມີຄວາມຮູ້ ຄວາມສາມາດ ນັບມື້ ຫລາຍຂຶ້ນ ເຖິງຈະ ປະເຊີນກັບ ບັນຫາຕ່າງໆ ໃນຊີວິດ ຜ່ານມາ. ໃນຈໍານວນ ນັ້ນ ກໍມີ ຜູ້ຍິງລາວ ອະເມຣິກັນ ທີ່ຊື່ວ່າ ມາລີ ພອນປະດິດ ຮວມຢູ່ດ້ວຍ. ກ່ຽວກັບ ວ່າ ນາງມີຄວາມ ຄວາມຮູ້ ຄວາມສາມາດ ເຂັ້ມແຂງ ແນວໃດນັ້ນ ເຊີນທ່ານ ຕິດຕາມ ຣາຍການ ຜູ້ຍິງ ແລະ ເດັກນ້ອຍ ປະຈໍາ ສັປດາ ຂອງ ພວກເຮົາໄດ້.
2011-06-03
ການສເລີມ ສລອງ ວັນ ເດັກນ້ອຍ ສາກົລ ວັນທີ 1 ມີຖຸນາ ທີ່ ທາງການລາວ ຈັດຂຶ້ນ ທຸກໆປີ ນັ້ນ ມີຄວາມ ສໍາຄັນ ແນວໃດ ຕໍ່ເດັກນ້ອຍ ລາວ ແລະ ຜູ້ເປັນແມ່ ໃນຂນະ ທີ່ ພວກ ເຂົາເຈົ້າ ຍັງມີ ຊີວິດ ການເປັນຢູ່ ທີ່ຍາກ ລໍາບາກ.
2011-05-20
ຈຳນວນ ການເສັຽ ຊີວິດ ຂອງ ແມ່ ແລະ ເດັກ ໃນລາວ ຍັງສູງ ໂດຍສະເພາະ ຢູ່ເຂດ ຊົນບົດ ຫ່າງໄກ ຊຶ່ງ ປັຈຈັຍ ນຶ່ງທີ່ຈະຊ່ອຍ ຫລຸດຜ່ອນໄດ້ ນັ້ນຄື ແພດ-ໝໍ ຄວນໄປ ໃຫ້ເຖິງ ເຂດນັ້ນ ເພື່ອຊ່ອຍ ເບິ່ງແຍງ ໃຫ້ຄຳແນະນຳ ເຣື້ອງ ການຢູ່ ການກີນ ການ ອະນາມັຍ ໂດຍສະເພາະ ແກ່ຜູ້ຍິງ ຖືພາ ແລະ ແມ່ລູກອ່ອນ.
2011-05-06
ໂຮງຮຽນ ແພດ ປະດຸງຄັນ ໃນລາວ ຈະເປັນການ ປະກອບສ່ວນ ເຮັດໃຫ້ ອັດຕຣາ ການຕາຍ ຂອງແມ່ ແລະ ເດັກນ້ອຍ ທີ່ສູງ ຢູ່ໃນ ເວລານີ້ ຫລຸດຜ່ອນ ລົງ. ໂດຍອີງຕາມ ຄໍາເວົ້າ ຂອງ ທ່ານໝໍ ລາວ ຈາກ ປະເທດ ຝຣັ່ງເສດ.
2011-04-29
ການຄ້າ ມະນຸດ ບໍ່ວ່າ ຈະຢູ່ ສປປລາວ ຫຼື ຕ່າງປະເທດ ເປັນບັນຫາ ທີ່ຫຍຸ້ງຍາກ ສັບສົນ ຢູ່. ກ່ຽວກັບ ເຣື້ອງ ດັ່ງກ່າວ ນີ້ ມະນີຈັນ ມີຣາຍງານ ມາສເນີ ທ່ານ ໃນຣາຍການ ຜູ້ຍິງ ແລະ ເດັກນ້ອຍ ປະຈໍາ ສັປດາ ນີ້.
2011-04-22
ການຕໍ່າຫູກ ເປັນອາຊີບ ນຶ່ງທີ່ ຢູ່ຄູ່ກັບ ແມ່ຍິງລາວ ມາແຕ່ໃດໆ ຕັ້ງແຕ່ ເໜືອ ຮອດໃຕ້. ໃນຣາຍການ ຜູ້ຍິງ ແລະ ເດັກນ້ອຍ ປະຈໍາ ສັປດາ ນີ້ ມະນີຈັນ ຈະແນະນໍາ ທ່ານ ໃຫ້ຮູ້ຈັກ ກັບກິຈການ ຕໍ່າຫູກ ຂອງຍາປ້າ ຄໍາມະນີ ທີ່ນະຄອນຫລວງ ວຽງຈັນ.
2011-04-15
ບຸນປີໃໝ່ ລາວ ຖືເປັນ ອີກບຸນນຶ່ງ ທີ່ສໍາຄັນ ຊຶ່ງຊາວລາວ ບໍ່ວ່າ ຈະຢູ່ ພາຍໃນ ຫລືຕ່າງ ປະເທດ ກໍລ້ວນແຕ່ ພາກັນ ສລອງ ໂດຍທີ່ມີ ອັນແຕກ ຕ່າງກັນ ແດ່ເລັກນ້ອຍ. ດັ່ງ ”ມະນີຈັນ” ຈະນໍາມາ ສເນີທ່ານ ໂດຍອ້າງອີງ ໃສ່ຄໍາເວົ້າ ຂອງ ຍາປ້າ ພູວັນນະມາລີ ພົມມະຈັນ ໃນເຂດ ນະຄອນຫລວງ Washington DC
2011-04-08
ປຶ້ມແຕ່ລະຫົວ ບໍ່ວ່າຈະ ຫົວບາງຫລືໜາ ທີ່ຂຽນຂຶ້ນ ສໍາລັບເດັກນ້ອຍ ຫລືຜູ້ໃຫຍ່ ທົ່ວໄປແລ້ວ ແມ່ນໃຫ້ຄວາມຮູ້ ໃຫ້ບົດຮຽນ ແກ່ຜູ້ອ່ານ ທັງນັ້ນ. ສໍາລັບປຶ້ມ ທີ່ມີິຊື່ວ່າ ”ທ້າວລິງນ້ອຍ ແລະ ແວ່ນວິເສດ” ຊຶ່ງແຕ່ງໂດຍ ຄົນອະເມຣິກັນ ແລະແຕ້ມຮູບປະກອບ ໂດຍຄົນລາວ ມີເນື້ອຫາ ສາຣະ ແລະ ໃຫ້ຄະຕິ ເຕືອນໃຈ.