ຍັງເຫລືອອີກບໍ່ ພໍເທົ່າໃດວັນ ບູນປີໃໝ່ລາວ ກໍຈະມາເຖິງ. ຢູ່ເຂດແຂວງ ຕ່າງໆທົ່ວ ປະເທດລາວ ຂະນະນີ້ຕ່າງກໍ ຢູ່ໃນຣະຫວ່າງ ການຫ້າງຫາ ກະກຽມ ກິຈກັມຕ່າງໆ ຢ່າງຂຸ້ນຂ້ຽວ ເພື່ອສເລີມສລອງ. ເວົ້າສະເພາະ ຫລວງພຣະບາງ ຊຶ່ງເປັນເມືອງ ມໍຣະດົກ ໂລກແຫ່ງທໍາອິດ ຂອງລາວ ຕາມຄໍາເວົ້າຂອງ ທ່ານບຸນຄົງ ຄຸດທ້າວ ຫົວໜ້າຜແນກ ວັທນະທັມ ແຂວງ ຫລວງພຣະບາງ, ຮັບຜິດຊອບ ທາງດ້ານ ວັທນະທັມ ແລ້ວແມ່ນວ່າ ທາງແຂວງ ຫລວງພຣະບາງ ກໍາລັງເຮັດຮູປ ໝູ ຈໍາລອງແລະກໍ ໄກ້ຈະແລ້ວໆ.
ຂະບວນການ ເຮັດຮູປຈໍາລອງ ມາຮອດດຽວນີ້ ກໍຖືວ່າ ສໍາເຣັດແລ້ວ 90 ເປີເຊັນ. ປີນີ້ ພຣະຍາສັງຂານ ເພິ່ນຂີ່ໝູ ເປັນພາຫານະ ເພາະວ່າການ ຄິດໄລ່ຂອງ ໂຫຣາສາດ ໄດ້ບອກວ່າ ພຣະຍາສັງຂານ ໄປມື້ວັນ ອັງຄານ ແລະຕ້ອງໄດ້ໄຊ້ ພາຫານະນີ້ ເປັນໝູ.
ນອກຈາກນັ້ນ ແລ້ວກໍມີ ການກະກຽມເລືອກ ນາງສັງຂານ ຊຶ່ງມາຮອດ ເວລານີ້ມີ ນາງສາວທັງໝົດ 45 ຄົນໄດ້ຂຶ້ນ ທະບຽນແລະຈະ ຂຶ້ນເວທີ ປະກວດໂດຍ ຈະເລືອກເອົາ 7 ຄົນຕາມຈໍານວນ ລູກສາວ ຂອງກະບີລພົມ ຕາມຕໍານານ ທີ່ເລົ່າຂານ ກັນມາແລະກໍ ເປັນສ່ວນນຶ່ງຂອງ ທີ່ມາຂອງ ບູນຫົດນໍ້າຫລື ບູນປີໃໝ່ລາວ. ໃນຂະນະນີ້ ນາງສາວທັງ 45 ຄົນນັ້ນ ກໍາລັງຝຶກແອບ ລີລາສີລປະ ການຢ່າງ ການປາກົດຕົວ ຢູ່ເທິງເວທີ ໂດຍຈະຝຶກແອບ ແຕ່ເວລາ 2 ໂມງເຖິງ 4 ໂມງແລງທຸກມື້ ເພື່ອກຽມຂຶ້ນ ເວທີແຂ່ງຂັນ ປະກວດ.
ປະມານວ່າ ຢູ່ໃນວັນທີ 12 ຫາວັນທີ 13 ນີ້ຈະເປັນມື້ ປະກວດ ນາງສັງຂານຂອງ ຫລວງພຣະບາງ ຄືທຸກໆປີ ທີ່ຜ່ານມາຫັ້ນ ສະເພາະປີນີ້ ມື້ສັງຂານລ່ວງ ຢູ່ປະເທດລາວ ຂອງພວກເຮົາ ເປັນມື້ວັນທີ 14 ສະນັ້ນພວກເຮົາ ຈະຈັດງານ ປະກວດໃນ ວັນທີ 12- 13 ແລະວັນທີ 15 ຈະເປັນມື້ແຮ່ ນາງສັງຂານ ເພາະວ່າວັນທີ 14 ນີ້ເປັນມື້ລົງ ຕລາດນັດ ກາງເມືອງ ແລະລົງຫາດ ດອນຊາຍມົງຄຸນ ຫລັງຈາກນັ້ນ ມື້ວັນທີ່ 15 ເປັນມື້ເນົາ ພວກເຮົາຈະແຮ່ ຈາກວັດທາດນ້ອຍ ຂຶ້ນໄປສູ່ ຊຽງທອງ ເອີ້ນວ່ານໍາເອົາ ປູ່ເຍີຍ່າເຍີ ຂະບວນແຮ່ ຕ່າງໆທັງໝົດ ໄປຢ້ຽມຫົວເມືອງ ຊື່ງໂບຮານ ເຖົ້າແກ່ເພິ່ນ ເຊື່ອຖືວ່າ ການທີ່ນໍາເອົາ ປູ່ເຍີຍ່າເຍີ ໄປຍ້ຽມ ຫົວເມືອງນີ້ ເປັນການນໍາເອົາ ຄວາມສຸຂຊຸ່ມ ກຸ່ມເຢັນໄປ ໃຫ້ປະຊາຊົນ ຢູ່ໃນເຂດ ຫົວເມືອງ ມື້ວັນທີ 16 ຖືວ່າເປັນ ມື້ສັງຂານຂຶ້ນ ເປັນມື້ຂຶ້ນ ປີໃໝ່ນີ້ ພວກເຮົາຈະ ໄດ້ແຮ່ ນາງສັງຂານ ແຮ່ວໍ່ ແລະກໍແຮ່ ປູ່ເຍີຍ່າເຍີ ຈາກວັດຊຽງທອງ ໄປຫາ ວັດທາດນ້ອຍ ເພາະວ່ານໍາເອົາ ປູ່ເຍີຍ່າເຍີນີ້ ໄປຍ້ຽມຫາງເມືອງ ນໍາເອົາຄວາມ ອຸດົມສົມບູນ ໄປໃຫ້ແກ່ ປະຊາຊົນ ຢູ່ຫາງເມືອງ.
ນີ້ກໍ່ເປັນ ຄວາມເຊື່ອຖື ເປັນປະເພນີ ຂອງຫລວງພຮະບາງ ທີ່ພາກັນ ປະຕິບັດມາ ຕັ້ງແຕ່ ດຶກດໍາບັນ. ນັບຕັ້ງແຕ່ ປະເທດລາວ ເຮັດບູນປີໃໝ່ ມາຊາວເມືອງ ຫລວງພຮະບາງ ກໍປະຕິບັດ ເຊັ່ນນັ້ນ ບໍ່ໄດ້ຂາດ. ສໍາລັບຜູ້ມີ ສິດສມັກຫລື ຜູ້ທີ່ຖືກສົ່ງ ເຂົ້າປະກວດ ນາງສັງຂານນັ້ນ ທ່ານ ບູນຄົງ ຄູດທ້າວ ບອກໃຫ້ຮູ້ວ່າ ກ່ອນອຶ່ນໝົດ ຕ້ອງເປັນຄົນ ຫລວງພຣະບາງ ແທ້ໆມີອາຍຸ 17 ປີຂຶ້ນໄປຮອດ 25 ປີ. ແຕ່ສ່ວນຫລາຍ ນາງສາວທີ່ ຖືກສົ່ງເຂົ້າ ປະກວດນັ້ນ ອາຍຸສູງສຸດ ກໍມີແຕ່ 20 ປີບໍ່ເຖິງ 25 ປີຈັກຄົນ ແລະຕໍ່າສຸດ 17 ປີ ຕ້ອງເປັນຄົນ ທີ່ມີຄຸນ ສົມບັດດີເປັນ ຜູ້ບໍຣິສຸດ ຜຸດຜ່ອງແທ້ໆ.
ເອີ້ນວ່າ ຮູ້ຮັກແຂກ ແພງຄົນ ນິດໃສໃຈຄໍ ມາຣະຍາດ ອ່ອນຫວານ ນີ້ແມ່ນນາງ ສັງຂານ ທີ່ພວກເຮົາ ເອົາເຂົ້າມາແຕ່ ເຮົາບໍ່ໄດ້ ໃຈ້ແຍກວ່າ ນີ້ແມ່ນລາວເທິງ ນີ້ແມ່ນລາວສູງ ບໍ່ແມ່ນແຕ່ວ່າ ຂໍໃຫ້ເປັນຄົນ ຫລວງພະບາງ ເປັນລາວສູງກໍ ປະກວດໄດ້ ເງື່ອນໃຂຂອງ ໄທເຮົາ ເປັນຈັ່ງຊັ້ນ.
ສໍາລັບຄວາມງາມ ນັ້ນແມ່ນເອົາ ຜິວພັນໜ້າຕາ ຕ້ອງສະງ່າ ຊັດສ່ວນກໍຕ້ອງ ໃຫ້ສົມດູນກັນ ກັບໃບໜ້າ. ນີ້ແມ່ນມາຕຖານ ທີ່ພວກເຮົາ ກໍານົດໄວ້. ແຕ່ພວກເຮົາ ກໍບໍ່ໄດ້ ກໍານົດວ່າ ເອີຕ້ອງແມ່ນ ມາຕຖານຂອງ ນາງງາມສາກົນ ບໍ່ໄດ້ກໍານົດ ຈັ່ງຊັ້ນ. ມີແຕ່ວ່ານຶ່ງ ເປັນຄົນທີ່ມີ ຜິວພັນຜ່ອງໃສ ມີຄວາມງາມ ສະງ່າ ມີຄວາມອ່ອນຫວານ ຮັບແຂກຮັບຄົນໄດ້. ເມື່ອຖາມເຖິງ ຄວາມສລາດ ຂອງນາງສັງຂານ ຊື່ງທາງຄນະ ກັມມະການ ໃຫ້ຄວາມສໍາຄັນ ໜ້ອຍຫລາຍປານ ໃດນັ້ນ ທ່ານ ບຸນຄົງ ຄຸດທ້າວ ບອກວ່າ.
ອັນນີ້ພວກເຮົາ ກໍຖືວ່າເປັນ ຄວາມສໍາຄັນ ອັນນຶ່ງ ແຕ່ພວກເຮົາ ກໍບໍ່ໄດ້ ເນັ້ນໜັກວ່າຕ້ອງ ເປັນຄົນທີ່ສລາດ ເກັ່ງກ້າ ມີການສຶກສາສູງ ພວກເຮົາ ບໍ່ໄດ້ກໍານົດ ແນວນັ້ນ ຖ້າໄປກໍານົດ ແນວນັ້ນກໍໝາຍ ຄວາມວ່າ ນາງສາວ ຫລວງພຣະບາງ ພວກເຮົາຈະ ບໍ່ເຖິງເພາະ ວ່າການສຶກສາ ສູງກໍຕ້ອງ ໄປຮຽນຕໍ່ຢູ່ ຕ່າງປະເທດ ບໍ່ຢູ່ພາຍໃນ ສະນັ້ນພວກເຮົາ ກໍເລືອກ ຢູ່ພາຍໃນນີ້ ແຕ່ພວກເຮົາ ຕ້ອງຢູ່ພາຍໃນນີ້ ເພາະພວກເຮົາ ມີມາຕການວ່າ ນຶ່ງປີເຈົ້າຕ້ອງ ຮັບພາລະງານ ຕ່າງໆຂອງ ພິທີກັມຂອງ ແຂວງຂອງເມືອງ ຫລືອຶ່ນໆທີ່ ພົວພັນເຖິງ ສາສນາຕ້ອງ ໄດ້ມາຮັບໄຊ້ ໃນນຶ່ງປີ.
ນັ້ນກໍໝາຍ ຄວາມວ່າ ນາງສັງຂານທັງ 7 ຄົນທີ່ຖືກ ເລືອກໄດ້ນັ້ນ ຈະມີພາຣະ ບົດບາດໜ້າທີ່ ໃນສັງຄົມ ຕໍ່ໄປຕລອດ ໄລຍະນຶ່ງປີ ຫາກຈະບໍ່ ສີ້ນສຸດລົງ ໄປພ້ອມກັບ ການສລອງ ບູນປີໃໝ່ ນັ້ນແຕ່ຢ່າງໃດ. ຫລັງຈາກ ບຸນປີໃໝ່ ແລ້ວຖ້າຫາກ ມີພິທີກັມ ສໍາຄັນ ຕ່າງໆຂັ້ນບ້ານ ຂັ້ນເມືອງ ຂັ້ນແຂວງ ຫລືງານ ມະຫາກັມ ສີລປະວັທນະທັມ ຣະດັບຊາດ ຫລື 6 ແຂວງພາກເໜືອ ຫລືຣະດັບ ສາກົນພວກນາງ 7 ຄົນນີ້ກໍຈະ ໄດ້ປະກອບສ່ວນ ເຊັ່ນວ່າໄປ ຮັບແຂກໄປເປັນ ຜູ້ຕາງໜ້າ ຂອງແມ່ຍີງລາວ ແຂວງ ຫລວງພຣະບາງ.
ສົມມຸດຈັ່ງຊີ້ ຈະຕ້ອງແມ່ນ ນາງສັງຂານ ເປັນຜູ້ແຕ່ງຕົວ ອອກໜ້າຈະມີ ພິທີເປີດ ເອີ້ນວ່າເປັນຜູ້ ເອົາຂັນດອກໄມ້ ໄປໃຫ້ທ່ານ ຜູ້ນໍາ ປະທານປະເທດ ນາຍົກຣັຖມົນຕຣີ ຕ້ອງແມ່ນຜູ້ນີ້ ເປັນຜູ້ໂຈມຂັນ ດອກໄມ້ບໍ່ໄປ ໃຫ້ທ່ານຜູ້ນໍາ ປະທານປະເທດ ນາຍົກຣັຖມົນ ຕຣີໄປຕັດ ແຖບຜ້າຕ່າງໆ.
ແລະໃນ ກໍຣະນີທີ່ ມີປຣະມຸກຣັດ ຈາກປະເທດອຶ່ນ ມາຢ້ຽມຢາມ ຫລວງພຣະບາງ ທາງການແຂວງ ກໍຈະໃຫ້ ນາງສັງຂານໄປ ຮ່ວມຕ້ອນຮັບດ້ວຍ. ສຳລັບສະຖານທີ່ ປະກວດ ນາງສັງຂານ ນັ້ນທາງຄນະ ຈັດຕັ້ງງານ ບຸນປີໃໝ່ ແມ່ນເລັ່ງໃສ່ ສະຖາບັນການ ສຶກສາ ເປັນຕົ້ນຕໍ. ແລະເພື່ອເປັນ ການຊຸກຍູ້ ໃຫ້ກໍາລັງໃຈ ບັນດານາງສາວ ທີ່ເຂົ້າປະກວດ ນັ້ນທາງຄນະ ຈັດຕັ້ງກໍໄດ້ ກະກຽມລາງວັນ ຈໍານວນນຶ່ງ ສໍາລັບທຸກຄົນ ທີ່ເຂົ້າຮ່ວມ ການປະກວດ.
ລາງວັນເຖິງ ບໍ່ຫລາຍກໍເປັນ ນໍ້າໃຈຊຸກຍູ້ ນາງສາວພວກເຮົາ ຜູ້ໄດ້ທີ 1 ພວກເຮົາຈະມີ ຣົດຈັກ ຮອຍດາເວບ ນຶ່ງຄັນ ລະກະມີເງິນ ປະມານ 6 ລ້ານ ລະກະຈາກນັ້ນ ກໍມີເປັນ ຣະດັບທີ 1 ທີ 2 ທີ 3-4 ລະກະຕໍ່າສຸດ ຜູ້ທີ່ບໍ່ໄດ້ ເຂົ້າຮອບກໍ ປະມານລ້ານກີບ ພວກເຮົາໃຫ້ ເປັນລາງວັນ ນໍ້າໃຈ.
ໃນການໃຫ້ ຄະແນນຈັດອັນດັບ ນາງສັງຂານ ນັ້ນນອກຈາກ ຄນະກັມມະການ ໃຫ້ຄະແນນ ຊຶ່ງມີທັງໝົດ 5 ທ່ານ ຈາກ 5 ພາກສ່ວນແລ້ວ, ຫາງສຽງ ສນັບສນູນ ຂອງບັນດາຜູ້ ເຂົ້າຊົມການ ປະກວດກໍມີ ຄວາມສໍາຄັນ ໃນການໃຫ້ ຄະແນນ ເຊັ່ນກັນ.
ຜູ້ໄປຊົມ ໄປເຊັຽກໍ ເປັນສ່ວນນຶ່ງ ເພື່ອການ ສນັບສນູນ ໃຫ້ຄະແນນ ເປັນຫາງສຽງ ທີ່ເຊັຽອັນທີ 2 ຄນະກັມມະການ ຈະເປັນຫລັກໃນ ການເບິ່ງແທ້ໆ ພິຈາຣະນາ ທີ່ສຸດເພື່ອໃຫ້ ສອດຄ່ອງ. ກົງກັນຂ້າມ ຄັນຖ້າວ່າ ຜູ້ນີ້ບໍ່ງາມ ສົມມຸດເບີ 4 ແຕ່ສົ່ງເຂົ້າ ປະກວດ ເປັນບໍຣິສັດ ທີ່ໃຫຍ່ເປັນກຸ່ມ ການສຶກສາ ມີຄົນເຊັຽຫລາຍ ແຕ່ຈະອິງໃສ່ ຂາເຊັຽ ກໍບໍ່ໄດ້ ກໍຈະຕ້ອງເບິ່ງ ຕົວຈິງຂອງ ຄນະກັມມະການ ເພາະມີມາຕຖານ ລະອຽດ ເຮົາຈະເບິ່ງ.
ນັ້ນກໍອາດເວົ້າ ໄດ້ວ່າການຂັດ ເລືອກການໃຫ້ ຄະແນນ ນາງສັງຂານ ແມ່ນເປັນໄປ ແບບຍຸຕິທັມ ແລະໜ້າເຊື່ອຖື. ການເລືອກ ນາງສັງຂານ ເປັນກິຈກັມນຶ່ງ ທີ່ໄດ້ຮັບຄວາມ ສົນໃຈຫລາຍ ຈາກບັນດາ ນັກທ່ອງທ່ຽວ ເທົ່າທີ່ຜ່ານມາ. ນອກຈາກນັ້ນແລ້ວ ກໍຈະມີ ກິຈກັມໂຜດສັດ ຊຶ່ງທາງການ ກ່ຽວຂ້ອງບອກວ່າ ຈະພຍາຍາມ ເອົາສັດຫລາຍ ຊນິດໃຫ້ ປະຊາ ຊົນ ໄດ້ຊື້ໄປໂຜດ.
ນັກທ່ອງທ່ຽວ ມາເບີ່ງວ່າ ເອີນີ້ເປັນສີສັນ ແບບແຜນຂອງ ຫລວງພຣະບາງ ເພາະວ່າພວກເຂົາ ກໍອິງໃສ່ ເງື່ອນໃຂທີ່ວ່າ ຫລວງພຮະບາງ ເຂົ້າເປັນເມືອງ ມໍຣະດົກໂລກ ຫັ້ນນຶ່ງໃນສາມ ນັ້ນແມ່ນ ຫລວງພຮະບາງ ຍັງຮັກສາ ຮີດຄອງ ປະເພນີ ດັ້ງເດີມໄວ້ໄດ້ ນີ້ແມ່ນເພື່ອ ດຶງດູດ ຈິດໃຈແຂກ ທີ່ມາທ່ຽວຊົມ ບໍ່ວ່າຢູ່ພາຍ ໃນຫລື ຕ່າງປະເທດ.
ບຸນປີໃໝ່ລາວ ທີ່ເມືອງ ຫລວງພຣະບາງ ບໍ່ພຽງແຕ່ມີ ຄວາມໝາຍສຳຄັນ ທາງດ້ານ ວັທນະທັມ ຮີດຄອງ ປະເພນີ ອັນດີງາມ ຂອງລາວເທົ່ານັ້ນ ແຕ່ຫາກຍັງ ມີຕໍ່ການ ສົ່ງເສີມໃນ ການຟື້ນຟູ ການພັທນາ ການຜລິດ ສີໄມ້ລາຍມື ຂອງຊາວ ຫລວງພຣະບາງ ແລະເປັນການ ສົ່ງເສີມການ ທ່ອງທ່ຽວນຳດ້ວຍ.
ທ່ານ ບູນຄົງ ຄຸດທ້າວ ບອກໃຫ້ຮູ້ວ່າ ເພື່ອເປັນການ ຕ້ອນຮັບ ປີໃໝ່ລາວ 2552 ທີ່ຈະມາ ເຖິງນີ້ເມືອງ ຫລວງພຮະບາງ ແມ່ນໄດ້ລິເລີ່ມ ກິຈກັມຕ່າງໆ ມາຕັ້ງແຕ່ ວັນທີ 3 ທີ 4 ແລະທີ 5 ເມສາ ຜ່ານມາ ໂດຍເລີ່ມຈາກ ງານວາງສະແດງ ສີນຄ້າຫລື ຕລາດນັດ ຊຶ່ງມີຜູ້ເຂົ້າ ທ່ຽວຊົມໃນ ແຕ່ລະມື້ ຫລາຍສົມຄວນ.
ໃນຕອນທ້າຍຂອງ ການສັມພາດ ທ່ານບູນຄົງ ຄຸດທ້າວ ຮອງຜແນກ ມໍຣະດົກ ໂລກຍັງໄດ້ ເຊີນຊວນ ຜູ້ຄົນທັງຫລາຍ ພຍາຍາມຫາ ໂອກາດເດີນທາງ ເຂົ້າໄປຮ່ວມ ສລອງ ບູນປີໃໝ່ລາວ ທີ່ຫລວງພຣະບາງ.
ຂໍເຊີນບັນດາ ທ່ານຜູ້ຟັງ ທັງຫລາຍ ພຍາຍາມ ລະກະຂໍຝາກ ຄວາມຫວັງໄວ້ນໍາ ທຸກທ່ານຂໍໃຫ້ ຄໍາຕິຊົມ ເຖິງພວກເຮົາ ພວກເຮົາໃນນາມ ເຈົ້າໜ້າທີ່ ມໍຣະດົກ ທາງວັທນະທັມ ພ້ອມທີ່ຈະຮັບ ຄໍາຕິຊົມ.
ບູນປີໃໝ່ລາວ ປີນີ້ມີຂຶ້ນ ຖ້າມກາງທີ່ ສະພາບເສຖກິດ ການເງິນໃນ ປະເທດຕ່າງໆ ທົ່ວໂລກ ຮວມທັງຢູ່ ສ.ປ.ປ.ລາວ ເກີດມີຄວາມ ຫຍຸ້ງຍາກຝືດເຄືອງ. ແຕ່ເຖິງແນວໃດ ກໍຄາດຫວັງກັນ ວ່າຊາວລາວ ເປັນຕົ້ນຄົນ ໄວນຸ່ມນ້ອຍ ຜູ້ເປັນລູກ ເປັນຫລານ ຄົງຈະພາ ກັນສລອງດ້ວຍ ຄວາມເບີກບານ ມ່ວນຊື່ນລື້ນເລີງ ບໍ່ປະໝາດ ສເລີມສລອງ ໃຫ້ຖືກຕ້ອງ ຕາມປະເພນີ ອັນດີງາມເພື່ອ ເປັນການເຜີຍແຜ່ ວັທນະທັມທີ່ ສືບທອດກັນມາ ຕັ້ງແຕ່ ໂບຮານນະການ. ຊຶ່ງສໍາລັບຢູ່ ນະຄອນຫລວງ ວຽງຈັນນັ້ນທາງເຈົ້າ ຄອງນະຄອນ ກໍໄດ້ອອກ ຄໍາສັ່ງໂດຍ ມີຂໍ້ຫ້າມ 7 ຂໍ້ເພື່ອເຮັດໃຫ້ ການສເລີມສລອງ ປີໃໝ່ເປັນໄປ ຢ່າງມີຣະບຽບ ຮຽບຮ້ອຍດີ ໃນນັ້ນມີທັງ ການເວົ້າເຖິງ ຫ້າມບໍ່ໃຫ້ ແມ່ຍີງໃສ່ຊຸດ ທີ່ຍົວະຍວນ ເຂົ້າວັດສົງ ນໍ້າພຣະແລະ ສະຖານທີ່ ຊຸມນຸມຕ່າງໆ. ສໍາລັບຜູ້ຊາຍ ກໍຫ້າມບໍ່ໃຫ້ ກະທໍາການ ລ່ວງເກີນສິດທິ ຂອງເພດຍີງ ໃນທາງລາມົກ ອະນາຈານ ຢ່າງເດັດຂາດ. ຈັ່ງຊັ້ນລະເນາະ ທ່ານຜູ້ຟັງໃນ ການສລອງບຸນ ປີໃໝ່ປີນີ້ ກໍຈົ່ງຢ່າລືມ ໄປສົງພຣະ, ໄປອ່ວຍໄຊ ໃຫ້ພອນ, ຂໍຂມາຄາຣະວະ ພໍ່ແມ່ລຸງປ້າ ອາວອາ ແລະຜູ້ມີ ພຣະຄຸນທຸກໆຄົນ ນຳດ້ວຍ.