ຢູ່ເຂດແຂວງ ຕ່າງໆຂອງລາວ ການເກີດລູກຂອງ ແມ່ຍິງລາວ ແມ່ນມີທັງໄປ ເກີດຢູ່ໂຮງໝໍ ຢູ່ສຸກສາລາ ແລະທັງເກີດ ຕາມ ທັມມະຊາດ ຢູ່ຕາມບ້ານ ຕາມຊ່ອງຂອງ ຕົນເອງ. ການເກີດຢູ່ ແຕ່ລະບ່ອນ ນັ້ນແມ່ນມີຄວາມ ແຕກຕ່າງກັນ. ການເກີດ ຢູ່ໂຮງໝໍ ຢູ່ ສຸກສາລາ ກໍຈະມີຕຽງ ໃຫ້ແມ່ນອນ ເກີດແບບສບາຍ. ສວ່ນການເກີດ ຢູ່ບ້ານ ຂອງຕົນເອງນັ້ນ ກໍພັດມີ ອັນແຕກຕ່າງກັນ ຕື່ມອີກ ຊຶ່ງຈະຂຶ້ນ ຢູ່ກັບຮີດຄອງ ປະເພນີ ຄວາມເຊື່ອຖື ຂອງຕົນນໍາດ້ວຍ. ບາງຊົນເຜົ່າ ຂອງລາວກໍມີ ປະເພນີນັ່ງເກີດ ຈ່ອງເຊືອກເກີດ ເກີດຢູ່ນອກບ້ານ ຢູ່ປ່າຢູ່ດົງ ຫາກບໍ່ໃຫ້ເກີດ ຢູ່ພາຍໃນ ບ້ານເຮືອນ ຂອງຕົນເອງ ເພາະຢ້ານ ຈະຄະລໍາ ຜິດຮີດຜິດຄອງ ເກີດແລ້ວໆ ຕັດສາຍບືເອງ ມ້ຽນມັດ ທັງໝົດແລ້ວ ຈຶ່ງຄ່ອຍກັບ ເຂົ້າມາໃນ ບ້ານໄດ້.
ນັ້ນກໍຖື ເປັນສະພາບ ທີ່ແມ່ສ່ຽງ ສ່ຽງທັງຕອນອອກ ທັງຕອນ ຕັດສາຍບື ໂດຍສະເພາະແລ້ວ ແມ່ນສ່ຽງຕໍ່ ການຕິດເຊື້ອເປັນ Tetanos ບາດທະຍັກ ຕາມຄໍາເວົ້າຂອງ ທ່ານໝໍ ສຸເພັນ ຫົວໜ້າຜແນກ ແມ່ແລະເດັກ ແຂວງບໍ່ແກ້ວ:
ເວລາຕັດ ສາຍບື ຂະເຈົ້າ ຈະເອົາຕິວໄມ້ ປາດເຫລົາໆ ລະກະປາດ ມັນອາດຈະເປັນ tetanus ສາຍບື ໃນໄລຍະກ່ອນ ຫັ້ນນະ.
ແລະນັ້ນ ກໍຄືສະພາບ ສ່ຽງຂອງແມ່ ໃນເຂດແຂວງ ບໍ່ແກ້ວ ກ່ອນໜ້າຈະມີ ໂຄງການ ໝໍຕໍາແຍ ຄືກ່ອນປີ 1992-1993 ໂຄງການ ໝໍຕໍາແຍ ເປັນໂຄງການ ຝຶກອົບຮົມ ໝໍຕໍາແຍ ໃຫ້ມີຄວາມຮູ້ ພື້ນຖານເພີ່ມຂຶ້ນ ກ່ຽວກັບການຊ່ວຍ ຄອດລູກຫລື ເອົາລູກອອກ ພ້ອມດຽວກັນ ກໍອົບຮົມໃຫ້ ໝໍຕໍາແຍ ເລື່ອງການ ປະຕິບັດ ຕົນການກິນການ ຢູ່ຂອງແມ່ຍີງ ຖືພາມານ ເພື່ອໃຫ້ຮູ້ຈັກ, ໂຄສນາ ເຜີຍແຜ່ແນະນໍາ ໃຫ້ແມ່ຍີງ ຖືພາມານ ຮູ້ຕໍ່ໄປ. ໂຄງການສ້າງ ໝໍຕໍາແຍ ນີ້ຕົ້ນຕໍແລ້ວ ເລັ່ງໃສ່ເຂດ ຊົນນະບົດ ຫ່າງໃກ ຈາກຕົວ ເມືອງ ບໍ່ມີໂຮງໝໍ ບໍ່ມີ ສຸກສາລາ ປະຊາຊົນ ທຸກຍາກຂາດເຂີນ ຜູ້ຄົນຍັງມີ ການເຊື່ອຖື ງົມງາຍ ຊຶ່ງທາງໂຄງການ ກໍຫວັງວ່າ ຈະຊ່ວຍລຸດຜ່ອນ ຫລືກະທັງ ກໍາຈັດຄວາມ ເຊື່ອທີ່ເປັນໄພ ແກ່ແມ່ແລະ ເດັກນັ້ນ ໃຫ້ໝົດໄປ ຊຶ່ງຈະເປັນການ ຊ່ວຍຫລຸດຜ່ອນການ ຕາຍຂອງ ແມ່ແລະເດັກ ໄດ້ໃນທີ່ສຸດ. ທ່ານໝໍ ສຸເພັນ ກ່າວທົບທວນ ໂດຍຍົກເອົາ ກໍຣະນີ ແມ່ເກີດລູກ ຝາແຝດ ຢູ່ເມືອງເມິງ ເຂດທີ່ມີ ຊົນຊາດຊົນເຜົ່າ ອາໃສຢູ່ ບໍ່ໜ້ອຍ:
ຄັນວ່າເປັນ ຝາແຝດ ມາລະຂະເຈົ້າ ຈະເອົາຂີ້ເຖົ່າ ຮ້ອນຫັ້ນໃສ່ປາກ ລະກະໃຫ້ຕາຍ ເລີຍ ລະກະຖີ້ມ ເພາະມັນຜິດ ຮີດຄອງ ພາຍຫລັງທີ່ ພວກເຮົາໄດ້ ຝຶກອົບຮົມ ທາງການຈັດຕັ້ງ ເບື້ອງພັກຣັດ ກໍເຂົ້າໃຈ ເຈົ້າເມືອງ ກໍເຂົ້າໃຈລະ ເພິ່ນໄດ້ໄປ ປຸກຣະດົມ ຊ່ວຍບໍ່ໃຫ້ ຂ້າຖີ້ມ ທາງເບື້ອງຣັດ ກໍຊ່ວຍແບບວ່າ ນໍ້ານົມບໍ່ພໍ ຊ່ວຍນົມ ຊ່ວຍຫຍັງຫັ້ນ ຂະເຈົ້າວ່າ ຄັນລ້ຽງມາ ລະມັນຈະມີ ກໍຣະນີ ການຕາຍເກີດຂຶ້ນ ໃນບ້ານ ຮີດຄອງຂະເຈົ້າ ຫັ້ນນະມັນຂວາງ ຖ້າມີ ກໍຣະນີ ເກີດຄົນຕາຍ ເມືອງຈະຮັບ ຜິດຊອບ ບໍ່ມີຫຍັງ ເກີດຂຶ້ນ ກໍຖືວ່າ ໂຕນີ້ໄດ້ ລົບລ້າງໄປ.
ນີ້ເປັນສີ່ງທີ່ ທາງໂຄງການ ແກ້ໃຂໄດ້ ແລະມາໃນ ຂະນະນີ້ ກໍບໍ່ຄ່ອຍ ຈະມີແລ້ວ ກໍຣະນີ ຄືແນວນີ້ ແຕ່ກ່ວາຈະແກ້ ໃຂໄດ້ກໍບໍ່ ເປັນການງ່າຍເລີຍ. ໃນນັ້ນບັນຫາ ນຶ່ງອີກກໍຄື ເລື່ອງພາສາ ແລະ ເລື່ອງຊີວິດ ເສຖກິດ ການເປັນຢູ່ ຂອງເຂົາເຈົ້າ ທີ່ວ່າ ແບບປະຖົມ ປະຖານ ກິນຕາມມີ ຕາມເກີດ ທ່ານໝໍກ່າວ:
ພວກເຮົາກໍໄດ້ ເຮັດຄືແນວນັ້ນ ຜ່ານມາ ແຕ່ຟັງເບິ່ງ ແຂວງອຶ່ນ ຢາກຍັງມີ ຢູ່ໃດ ເກີດລູກຝາແຝດ ລະຢາກຂ້າຖີ້ມ ເຫັນ ປະຊາຊົນ ຢູ່ໃນແຂວງເຮົາ ແພດເຮົາຢູ່ ໂຮງໝໍໄປ ຂໍລູກມາລ້ຽງ ຝາແຝດ ທີ່ວ່າຂະເຈົ້າ ເກີດລູກແຝດ ຢູ່ນໍາໂຮງໝໍ ແຂວງອຶ່ນມາລ້ຽງ ທີ່ຂະເຈົ້າ ບໍ່ລ້ຽງ ຢູ່ແຂວງເຮົາ ນີ້ໂຕນີ້ ເຮົາສາມາດ ຄິດໄດ້.
ແຕ່ເຖິງແນວໃດ ເວົ້າສະເພາະ ແຂວງບໍ່ແກ້ວ ແລ້ວ ເລື່ອງທີ່ວ່ານີ້ ຄ່ອຍໆເປັນອະດີດ ໄປແລ້ວພາຍຫລັງ ຕັ້ງໂຄງການ ໝໍຕໍາແຍ ຣະດັບ ແຂວງຂຶ້ນມາ ຊຶ່ງສ່ວນນຶ່ງກໍ ອາດເວົ້າໄດ້ວ່າ ເປັນຜົນງານ ຂອງ ໝໍຕໍາແຍ ດ້ວຍເຊັ່ນກັນ. ໝໍຕໍາແຍ ນອກຈາກຈະໄດ້ ຮັບການ ຝຶກອົບຮົມ ໃຫ້ມີຄວາມຮູ້ ແນະນໍາແມ່ ໃນການ ປະຕິບັດ ຕົນເລື່ອງ ອາຫານການກິນ ສໍາລັບແມ່ ເວລາ ຖືພາມານແລ້ວ ຍັງມີຄວາມຮູ້ ແນະນໍາໃຫ້ແມ່ ຮູ້ປະຕິບັດ ຕົນເອງ ຫລັງຄອດນໍາອີກ:
ອອກແລ້ວໄດ້ ແນະນໍາ ໝໍຕໍາແຍ ພາຍຫລັງລູກເກີດ ອອກມາແລ້ວ ຈະໃຫ້ແມ່ ອະນາໄມ ຫົວນົມ ພະຍາຍາມ ໃຫ້ລູກໄດ້ ດູດນົມ ເພື່ອໃຫ້ໄດ້ກິນ ນໍ້ານົມເຫລືອງ ລະກະຕຸ້ນ ໃຫ້ໝົດລູກ ປັ່ນດີ ໝົດລູກ ເຂົ້າອູ່ໄວ.
ຫລັງຈາກນັ້ນ ກໍໄດ້ແນະນໍາ ໃຫ້ແມ່ກິນ ອາຫານທີ່ ບໍ່ຜິດຕໍ່ລູກ ເປັນເຫລົ້າ ເປັນຂອງມືນເມົາ ຂອງດອງຕ່າງໆ ເພາະກິນເຫລົ້າ ຈະເຮັດໃຫ້ ໝົດລູກ ລ່ອຍທັງຈະເປັນ ອັນຕະຣາຍ ຕໍ່ເດັກນ້ອຍ ເວລາກິນນົມ ແມ່ແລະອາຫານ ອຶ່ນໆກໍບໍ່ໄດ້ ແນະນໍາໃຫ້ ໝາຍຄວາມວ່າ ກິນອາຫານ ທີ່ແມ່ບໍ່ຂິວ ບໍ່ຜິດລົມ ຊີ້ນປາ ໝາກໄມ້ ຜັກຕ່າງໆ.
ໂຄງການກໍ່ສ້າງ ຝຶກອົບຮົມ ໝໍຕໍາແຍ ຊຶ່ງໃນເບື້ອງຕົ້ນ ບໍ່ມີໂຄງການ ຕ່າງປະເທດ ເຂົ້າຊ່ວຍເຫລືອ ແລະພົບກັບຄວາມ ຫຍູ້ງຍາກ ຫລາຍປະການ ໃນການເຂົ້າເຖິງ ປະຊາຊົນ ນັ້ນເປັນຄວາມ ພາກພູມໃຈ ແນວນຶ່ງຂອງ ທາງຜແນກ ແມ່ແລະເດັກ ແຂວງ ບໍ່ແກ້ວ ໃນຖານະທີ່ ເປັນໂຄງການທີ່ ຊ່ວຍຫລຸດຜ່ອນ ອັຕຣາການຕາຍ ຂອງແມ່ແລະເດັກ ໂດຍສະເພາະ ໃນເຂດ ຊົນນະບົດ ຫ່າງໄກ ປະຊາຊົນ ຮວມທັງ ແມ່ແລະເດັກ ນັ້ນແລະ ກໍມີຜູ້ແທນ ໄດ້ນໍາສເນີ ຕໍ່ກອງປະຊຸມ ສະພາແຫ່ງຊາດ ເມື່ອປີກາຍ ເພື່ອໃຫ້ ເອົາເປັນຕົວຢ່າງ.
ດຣ. ສຸເພັນ ກ່າວກ່ຽວກັບ ເລື່ອງນີ້ໂດຍມີ ເນື້ອໃນໃຈຄວາມ ສໍາຄັນ ຕອນນຶ່ງວ່າ ຈໍານວນການ ເສັຽຊີວິດ ແມ່ແລະເດັກ ຣະຫວ່າງ ຖືພາມານ ເວລາເກີດແລະ ຫລັງເກີດຫລຸດລົງ ຢ່າງສັງເກດໄດ້:
ເຮົາມາເບິ່ງ ຊ່ວງຫລັງໆມາ ກໍຣະນີ ແມ່ຕາຍກໍເກືອບ ວ່າບໍ່ມີ ແມ່ອອກລູກຕາຍ ລູກໃນທ້ອງ ອອກມາຕາຍ 6 ເດືອນຕົ້ນປີ ອັນນີ້ຂໍ້ມູນ ຂອງພວກເຮົາ ຢູ່ໃນທົ່ວແຂວງ ນີ້ແມ່ມາກວດ ກໍມີ 400 ກວ່າຄົນ ກະພັນປາຍ ທັງໝົດທົ່ວ ແຂວງ ແມ່ມາກວດ ໃໝ່ມີ 460 ຄົນທົ່ວແຂວງ ໂຮງໝໍແຂວງ ສຸກສາລາ ທັງເມືອງ ລະພົບແມ່ ຊ່ຽງໄພຂັ້ນ 2 ຂັ້ນ 3 ມີ 15 ຄົນ ຈໍານວນແມ່ ເສັຽຊີວິດ ຍ້ອນການສ່ຽງໄພ ບໍ່ມີຈັກ ກໍຣະນີ ໂຕນີ້ແມ່ນ ບົດສລຸບ ຕົ້ນປີ 2008-2009
ແຕ່ເດືອນ10 2008 ຫາເດືອນ 3 2009. ແຕ່ກ່ຽວກັບວ່າ ຫລຸດລົງນ້ອຍ ຫລາຍປານໃດ ທຽບໃສ່ປີໃດ ຢູ່ເຂົດ ຊົນນະບົດ ຫ່າງໃກມີໜ້ອຍ ຫລາຍປານໃດ ປາກົດວ່າ ເວົ້າໄດ້ຍາກ ໂດຍສະເພາະ ແລ້ວຄືດັ່ງທີ່ ໄດ້ເວົ້າມາ ການຕິດຕາມ ສົ່ງຣາຍງານ ຂອງ ໝໍຕໍາແຍ ກໍບໍ່ຄ່ອຍ ສະດວກ. ທ່ານໝໍ ກ່າວກ່ຽວກັບ ເລື່ອງນີ້ວ່າ:
ພາຍຫລັງ ໂຄງການອອກແລ້ວ ເຮົາກໍບໍ່ມີ ເງື່ອນໃຂ ລົງໄປຕິດຕາມ ຊຸກຍູ້ ໝໍຕໍາແຍ ແຕ່ວ່າ ໝໍຕໍາແຍ ຫລາຍບ້ານ ຂະເຈົ້າກໍໄດ້ ເຂື່ອນໃຫວຢູ່ ແຕ່ວ່າຣາຍງານ ໃຫ້ເຮົາກໍບໍ່ ປົກກະຕິ ຍ້ອນວ່າບໍ່ມີ ເງິນເດືອນກິນ ນັ້ນເປັນອັນນຶ່ງ ທີ່ວ່າເຮັດໃຫ້ ການຊື່ສານ ຣະຫວ່າງເຮົາ ກັບຂະເຈົ້າ ຂາດຫາຍໄປ. … ເປົ້າໝາຍໃຫ້ມີ ໝົດທຸກບ້ານ ທົ່ວແຂວງ ນັ້ນແມ່ນເປົ້າໝາຍ ຢາກໄດ້ຂອງ ພວກເຮົາ ແຕ່ວ່າເງື່ອນໃຂ ກໍເປັນໄປ ບໍ່ໄດ້ … ໝໍຕໍາແຍ ພວກເຮົາມີ ທັງໝົດ 438 ຄົນ ກວມເອົາ 218 ບ້ານ ລະບັດນີ້ ໄດ້ປະກອບ ເຄື່ອງໃຫ້ມີແຕ່ 187 ເຮົາກໍບໍ່ມີ ເງື່ອນໃຂ ໃຫ້ຂະເຈົ້າໝົດ ກວມເອົາແຕ່ 108 ບ້ານ ຍັງອີກຫລາຍ ເຮົາກະວ່າ ພະຍາຍາມ ໃຫ້ມັນເພິ່ມຂຶ້ນ ແຕ່ລະປີ.
ນັ້ນກໍເປັນ ເລື່ອງລາວສ່ວນນຶ່ງ ຂອງສະພາບ ສຸຂອະນາໄມ ແມ່ແລະເດັກ ແລະໂຄງການ ໝໍຕໍາແຍ ໃນເຂດແຂວງ ບໍ່ແກ້ວ ທາງພາກເໜືອ ຂອງລາວ. ຕາມຣາຍງານຂອງ ຄະນະ ກັມມະການ ເສຖກິດສັງຄົມ ສະຫະ ປະຊາຊາດ ເຂດເອເຊັຽ ແລະປາຊີຟິກ ທີ່ອອກເມື່ອ ວັນທີ 21 ເມສາ ປີ 2009 ນີ້ -ສປປລາວ ເປັນ 1 ໃນ 10 ປະເທດເຂດເອເຊັຽ ປາຊີຟິກ ທີ່ການເກີດ ແລະການຕາຍ ຂອງເດັກນ້ອຍ ຍັງຢູ່ໃນ ອັຕຣາທີ່ສູງ. ການສໍາຣວດ ພົລເມືອງລາວ ປີ 2005 ໃຫ້ຮູ້ວ່າ ອັຕຣາການ ເກີດໃນ ປະເທດລາວ ສູງເຖິງ 3.4 ຄົນ ຕໍ່ແມ່ຍິງ ຄົນນຶ່ງ. ສ່ວນອັຕຣາ ການເສັຽຊີວິດ ນັ້ນແມ່ນຍັງ ສູງເຖິງ 59 ຄົນ ໃນແຕ່ລະ 1 ພັນຄົນ ຊຶ່ງຖືເປັນ ອັຕຣາການ ເສັຽຊີວິດ ທີ່ສູງ ເມື່ອປຽບທຽບໃສ່ ປະເທດ ທີ່ກໍາລັງ ພັທນາອື່ນໆ ໃນຂົງເຂດ.