ການຕາຍຂອງແມ່ ໃນຍາມຄອດລູກຫຼຸດລົງ

ການເສັຽຊີວິດ ຂອງຜູ້ເປັນແມ່ ໃນປະເທດ ຕ່າງໆ ທົ່ວໂລກ ຫລຸດລົງ 1 ສ່ວນສາມ. ໃນລະຍະ 10 ປີ ພາຍຫລັງ ມີໂຄງການ ພັທນາ ສະຫັດສວັດ ຂອງ ສະຫະ ປະຊາຊາດ. ຕາມຣາຍງານ ຫ້ອງການຂ່າວ ທະນາຄານໂລກ. ກ່ຽວກັບເຣື້ອງ ດັ່ງກ່າວ ມະນີຈັນ ມີຣາຍລະອຽດ ມາສເນີ. ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ມະນີຈັນ
2010.09.17

ຜູ້ຍິງທີ່ ເສັຽຊີວິດ ໃນຣະຫວ່າງ ຖືພາມານ ແລະອອກລູກ ມີຈໍານວນ ຫລຸດລົງ 34 ສ່ວນຮ້ອຍ ຈາກປີ 1990 ທີ່ປະເມີນ ກັນວ່າ ມີ 546 ພັນຄົນ ມາມີ 358 ພັນຄົນ ໃນປີ 2008. ຕາມຣາຍງານ ສະບັບໃໝ່ ທີ່ອອກໂດຍ ອົງການ ອະນາມັຍໂລກ WHO ອົງການ ແມ່ແລະເດັກ ສະຫະປະຊາຊາດ UNICEF ກອງທຶນ ສະຫະປະຊາຊາດ ເພື່ອປະຊາກອນ UNFPA ແລະ ທະນາຄານໂລກ ໃນວັນທີ 15 ກັນຍາ ປີ 2010 ນີ້ນັ້ນ ເປັນຄວາມກ້າວໜ້າ ຢ່າງໃຫຍ່ຫລວງ ແຕ່ຫາກເປັນ ອັຕຣາການ ຫລຸດລົງ ໃນແຕ່ລະປີ ທີ່ບໍ່ຮອດ ເຄິ່ງນຶ່ງ ຂອງເປົ້າໝາຍ ການພັທນາ ສະຫັດສວັດ ທີ່ໄດ້ຕັ້ງເປົ້າ ເອົາໄວ້ວ່າ ຈະໃຫ້ອັຕຣາ ການເສັຽຊີວິດ ຂອງແມ່ຫລຸດລົງ 75 ສ່ວນຮ້ອຍ ໃນຣະຫວ່າງ ປີ 1990 ຫາປີ 2015.  ໝາຍຄວາມວ່າ ໃນແຕ່ລະປີ ອັຕຣາການຕາຍ ຂອງຜູ້ເປັນແມ່ ຕ້ອງຫລຸດລົງ ຢູ່ທີ່ 5 ຈຸດ 5 ສ່ວນຮ້ອຍ. ການຫລຸດລົງ 34 ສ່ວນຮ້ອຍ ແຕ່ປີ 1990 ມານັ້ນ ເປັນການຫລຸດລົງ ໂດຍສະເລັ່ຽ ໃນແຕ່ລະປີ ພຽງ 2 ຈຸດ 3 ສ່ວນຮ້ອຍ ເທົ່ານັ້ນ.

Dr. Margaret Chan ຜູ້ອໍານວຍການ ໃຫຍ່ WHO ເວົ້າວ່າ ການຫລຸດລົງ ຂອງອັຕຣາ ການຕາຍ ຂອງຜູ້ເປັນແມ່ ໃນທົ່ວໂລກ ເປັນຂ່າວທີ່ດີ. ບັນດາປະເທດ ຊຶ່ງພວກຜູ້ຍິງ ປະເຊີນກັບ ຄວາມສ່ຽງທີ່ສູງ ໃນເລື່ອງ ຂອງການເສັຽ ຊີວິດ ໃນຣະຫວ່າງ ການຖືພາມານ ຫລືອອກລູກນັ້ນ ຂນະນີ້ພວມ ປະຕິບັດ ມາຕການທີ່ມີ ປະສິດທິພາບ ມີການຝຶກ ອົບຮົມ ນາງປະດູງຄັນ ຫລືຜູ້ຊ່ວຍ ເອົາຄົນອອກລູກ ຫລາຍຂຶ້ນ ມີການຂຍາຍ ໂຮງໝໍ ແລະ ສູນສຸຂພາບ ຕ່າງໆ ເພື່ອຊ່ວຍເຫລືອ ຜູ້ຍິງຖືພາມານ. ດຣ. Chan ວ່າ ບໍ່ມີຜູ້ຍິງ ຄົນໃດເລີຍ ທີ່ວ່າຄວນຕາຍ ໃນຣະຫວ່າງການ ເຂົ້າເຖິງ ໂຄງການວາງແຜນ ລູກຫ່າງ ການຖືພາມານ ແລະ ການບໍຣິການ ຕອນອອກ ລູກອອກເຕົ້າ.

ຜູ້ຍິງຖືພາມານ ຍັງເສັຽຊີວິດ ຢູ່ຕໍ່ໄປ ຍ້ອນ4 ສາເຫດຕົ້ນຕໍ ຄື: ການຕົກເລືອດຫລາຍ ຫລັງຄອດ ການຕິດເຊື້ອ ຄວາມດັນເລືອດສູງ ແລະ ການເອົາລູກອອກ ຫລືທໍາແທ້ງ ແບບບໍ່ປອດພັຍ. ໃນປີ 2008 ມີຜູ້ຍິງ ເສັຽຊີວິດ ປະມານ 1 ພັນຄົນ ໃນແຕ່ລະມື້ ຍ້ອນສາເຫດທີ່ ກ່າວມານັ້ນ. ເວົ້າສະເພາະ ຢູ່ Africa ເຂດທະເລຊາຍ ຕອນລຸ່ມ ຜູ້ຍິງຖື ພາມານ ໃນແຕ່ລະ 1 ພັນຄົນໃດ ເສັຽຊີວິດເຖິງ 570 ຄົນ 300 ຄົນ ໃນເອເຊັຽໃຕ້ ແລະ 5 ຄົນ ໃນບັນດາ ປະເທດ ທີ່ມີ ຣາຍໄດ້ສູງ. ຢູ່ປະເທດ ກໍາລັງພັທນາ ຄວາມສ່ຽງ ໃນການຕາຍ ຂອງຜູ້ຍິງ ຍ້ອນສາເຫດ ທີ່ກ່ຽວພັນ ກັບການ ຖືພາມານ ມີສູງກວ່າ ຜູ້ຍິງ ໃນປະເທດ ທີ່ພັທນາແລ້ວ ປະມານ 36 ເທົ່າ.

ກ່ອນຮອດວັນ ເປີດກອງປະຊຸມ ສຸດຍອດ ເພື່ອທົບທວນ ເບິ່ງແຜນພັທນາ ສະຫັດສວັດ ຂອງ ສະຫະປະຊາຊາດ ວັນທີ 20 ຫາ 22 ກັນຍານີ້ ທ່ານ Jimmy Carter ປະທານາທິບໍດີ ສະຫະຣັຖ ອະເມຣິກາ ຄົນທີ 39 ກ່າວທົບທວນ ຕອນນຶ່ງວ່າ:

"Ten years ago leaders of 189 countries met in the UN to sign the millennium declaration and unprecedented global agreement to take a concrete step to lift human beings above the object dehumanizing conditions of extreme poverty"

ເມື່ອ 10 ປີກ່ອນ ບັນດາ ຜູ້ນໍາຈາກ 189 ປະເທດໃນໂລກ ໄດ້ພົບປະກັນ ຢູ່ ສະຫະປະຊາຊາດ ເພື່ອລົງນາມ ໃນຖແລງການ ສະຫັດສວັດ ແລະຂໍ້ຕົກລົງ ຣະດັບໂລກ ທີ່ບໍ່ເຄີຍມີ ຂຶ້ນມາກ່ອນ ເພື່ອໃຫ້ມວນ ມະນຸດ ບໍ່ຕົກຢູ່ ໃນສະພາບ ທີ່ທຸກຍາກ ທີ່ສຸດນັ້ນ ຕໍ່ໄປ. ແລະນັ້ນ ກໍຄືທີ່ມາ ຂອງເປົ້າໝາຍ ການພັທນາ ສະຫັດສວັດ ໂດຍຫວັງຫລຸດຜ່ອນ ແລະກໍາຈັດ ຄວາມອຶດຫິວ ຄວາມທຸກຍາກ ແລະພຍາດໂລຄາ ຕ່າງໆ. ພ້ອມດຽວກັນ ກໍສົ່ງເສີມ ການສຶກສາ ຂັ້ນປະຖົມ ສົມບູນ ແລະ ຄວາມຍຸຕິທັມ ສໍາລັບຜູ້ຍິງ ແລະເດັກນ້ອຍ ນໍາດ້ວຍ:

"And diseases while encouraging universal primary education and fairness for women and girls".

ທ່ານ Antony Lake ຜູ້ອໍານວຍການ ຝ່າຍບໍຣິຫານ ອົງການ UNICEF ເວົ້າວ່າ ເພື່ອບັນລຸ ເປົ້າໝາຍ ການມີສຸຂພາບ ທີ່ດີຂຶ້ນ ຂອງແມ່ ແລະ ກອບກູ້ຊີວິດ ຂອງແມ່ຍິງ ໃນປະເທດ ຕ່າງໆ ທົ່ວໂລກໄດ້ນັ້ນ ຈໍາເປັນຕ້ອງ ໄດ້ເຄື່ອນໄຫວ ຫລາຍຂຶ້ນ ເພື່ອເຂົ້າເຖິງ ພວກຜູ້ຍິງ ທີ່ຢູ່ໃນ ສະພາບທີ່ສ່ຽງ ທີ່ສຸດນັ້ນ ໃຫ້ໄດ້ ອັນໝາຍເຖິງ ຜູ້ຍິງ ໃນເຂດ ຊົນນະບົດ ໃນຄອບຄົວ ທີ່ທຸກຍາກ ຜູ້ຍິງຈາກ ຊົນເຜົ່າ ສ່ວນນ້ອຍ ກຸ່ມຄົນດັ່ງເດີມ ແລະ ຜູ້ຍິງ ທີ່ຕິດເຊື້ອ HIV ແລະໃນເຂດ ທີ່ເກີດການ ຂັດແຍ່ງຕ່າງໆ.

ຣາຍງານໃໝ່ ບົ່ງບອກວ່າ ມີຄວາມເປັນ ໄປໄດ້ ໃນການ ສະກັດກັ້ນ ການເສັຽ ຊີວິດຂອງ ຜູ້ຍິງຈໍານວນ ບໍ່ໜ້ອຍ ໂດຍຕ້ອງມີ ການລົງທຶນ ເຂົ້າໃນຣະບົບ ການຮັກສາ ສຸຂພາບ ຂອງຜູ້ຍິງ ແລະເພື່ອຄຸນນະພາບ ຂອງການ ບໍຣິການ ປີ່ນປົວ.

ມາດາມ Thoraya Ahmed Obaid ຜູ້ອໍານວຍການ UNFPA ເວົ້າວ່າ ການອອກລູກ ແຕ່ລະຄົນ ຄວນໃຫ້ມີ ຄວາມປອດພັຍ ແລະ ການຖືພາ ແຕ່ລະເທື່ອ ຄວນໃຫ້ເປັນ ທີ່ຕ້ອງການ. ການຂາດ ການດູແລ ສຸຂພາບ ຂອງແມ່ ເປັນການ ລ່ວງຣະເມີດ ສິດທິ ຂອງຜູ້ຍິງ ໃນການ ມີຊີວິດ ໃນເລື່ອງສຸຂພາບ ເລື່ອງສິດສເມີພາບ ແລະໃນເລື່ອງ ບໍ່ມີການ ຈໍາແນກຜູ້ຄົນ. ເປົ້າໝາຍ ສະຫັດສວັດ MDG ສາມາດ ບັນລຸເຖິງໄດ້ ແຕ່ສິ່ງທີ່ ຕ້ອງເຮັດ ຢ່າງຮີບດ່ວນ ກໍຄື ແກ້ໄຂບັນຫາ ການຂາດເຂີນ ພະນັກງານ ດ້ານສຸຂພາບ ແລະເພີ່ມທະວີ ງົບປະມານ ສໍາລັບ ການບໍຣິການ ສຸຂພາບ ຈະເຣີນພັນ.

ທາງດ້ານ ຮອງປະທານເພື່ອ ການພັທນາ ມະນຸດ ປະຈໍາ ທະນາຄານໂລກ Tamar Manuelyan Atin ບອກວ່າ ການຕາຍຂອງແມ່ ມີສາເຫດ ມາຈາກ ທັງຄວາມທຸກຍາກ ແລະ ທັງຕົ້ນເຫດ ຂອງການຕາຍ.  ຣາຍຈ່າຍ ຄ່າເກີດລູກ ກະທົບກະເທືອນ ຕໍ່ຣາຍໄດ້ ຂອງຄອບຄົວ ຢ່າງທັນໃດ ເຮັດໃຫ້ ປະເຊີນກັບ ຄວາມຍາກລໍາບາກ ທາງການເງິນ ຫລາຍຍິ່ງຂຶ້ນ. ຖ່າມກາງ ຄວາມອ່ອນແອ ຂອງຣະບົບ ຮັກສາສຸຂພາບ ໃນຫລາຍປະເທດ ພວກທ່ານຕ້ອງ ໄດ້ເຮັດວຽກ ຢ່າງໃກ້ຊິດ ກັບ ຣັຖບານ ປະເທດນັ້ນໆ ກັບຜູ້ໃຫ້ ການຊ່ວຍຫລືອ ກັບອົງການ ແລະ ຄູ່ພາຄີອື່ນໆ ເພື່ອເສີມຂຍາຍ ຣະບົບເຫລົ່ານັ້ນ ໃຫ້ຜູ້ຍິງ ສາມາດເຂົ້າເຖິງ ການວາງແຜນ ຄອບຄົວ ທີ່ມີ ຄູນນະພາບ ແລະ ການບໍຣິການ ສຸຂພາບຈະເຣີນພັນ ອື່ນໆ ມີພຍາບານ ປະດຸງຄັນ ທີ່ສໍານິ ສໍານານຊ່ວຍ ຕອນເກີດລູກ ການບໍຣິການ ອອກລູກສຸກເສີນ ການບໍຣິການ ຫລັງຄອດ ສໍາລັບ ແມ່ແລະລູກນ້ອຍ.

ທ່ານ Jimmy Carter ກ່າວຕື່ມຕອນ ນຶ່ງວ່າ: "Since these goals were set we have reduced a portion of the developing role population living in extreme poverty for about half in 1990 to about one quarter today".

ທ່ານວ່າ ນັບແຕ່ມີ ການກໍານົດ ເປົ້າໝາຍ ສະຫັດສະວັດ ນັ້ນ ອອກມາ ພວກທ່ານກໍໄດ້ ຊ່ວຍຫລຸດຜ່ອນ ພົລເມືອງ ທີ່ທຸກຍາກ ທີ່ສຸດ ມີຈໍານວນຫລຸດລົງ ສ່ວນນຶ່ງ ໃນປະເທດ ກໍາລັງພັທນາ ແຕ່ປີ 1990 ເປັນຕົ້ນມາ.
ຣາຍງານ ກ່ຽວກັບ ອັຕຣາການ ເສັຽຊີວິດ ຂອງແມ່ຍິງ ແຕ່ປີ 1990 ຫາປີ 2008 ທີ່ໃຫ້ຊື່ວ່າ “ແນວໂນ້ມໃນ ອັຕຣາການຕາຍ ຂອງແມ່”  ຣະບຸວ່າ:

ໃນຈໍານວນ 87 ປະເທດ ທີ່ມີອັຕຣາ ການຕາຍຂອງແມ່ 100 ກວ່າຄົນ ໃນປີ 1990 ນັ້ນ ມີ 10 ປະເທດ ທີ່ປະຕິບັດໄດ້ ຕາມເປົ້າໝາຍ ຄືຫລຸດລົງ 5 ຈຸດ 5 ເປີເຊັນ ໃນແຕ່ລະປີ ແຕ່ປີ 1990 ຫາປີ 2008.  ແຕ່ກໍມີ 30 ປະເທດ ທີ່ບໍ່ມີຄວາມ ຄືບໜ້າໃດໆ ນັບແຕ່ປີ 1990 ມາ.

ໃນປະເທດ ເຂດເອເຊັຽ ການຕາຍຂອງແມ່ ປະເມີນວ່າ ຫລຸດລົງຈາກ 315 ພັນ ມາມີ 139 ພັນຄົນ ຮະຫວ່າງ ປີ 1990 ຫາປີ 2008 ຄືຫລຸດລົງ ຫລາຍກວ່າເຄິ່ງ ທີ່ມີປະມານ 52 ສ່ວນຮ້ອຍ. 99 ສ່ວນຮ້ອຍ ຂອງການ ຕາຍຂອງແມ່ ໃນປີ 2008 ນັ້ນ ເກີດຂຶ້ນຢູ່ ໃນບັນດາ ປະເທດ ກໍາລັງພັທນາ. ໃນນັ້ນ 57 ເປີເຊັນຢູ່ Africa ເຂດທະເລຊາຍ ຕອນລຸ່ມ ແລະ 30 ເປີເຊັນ ຢູ່ເອເຊັຽໃຕ້.

Dr. Chan ກ່າວວ່າ ການສົ່ງເສີມ ການພັທນາ ຣະບົບ ການຂຶ້ນ ທະບຽນ ແບບສົມບູນ ແລະແນ່ນອນ ຮວມທັງ ການເກີດ ການຕາຍ ແລະສາເຫດ ຂອງການຕາຍ ເປັນສິ່ງທີ່ ສໍາຄັນຍິ່ງ  ແລະວ່າ ການເກັບກໍາ ກ່ຽວກັບ ຂໍ້ມູນການຕາຍ ຂອງແມ່ ໃນທຸກ ກໍຣະນີ ມີຄວາມ ສໍາຄັນຫລາຍ.

ເມື່ອປີ 2000 ຊຶ່ງເປັນປີ ເລີ່ມ ສະຫັດສະວັດໃໝ່ ຫລືເລີ່ມພັນປີ ຮອບໃໝ່ນັ້ນ ອົງການ ສະຫະປະຊາຊາດ ໄດ້ກໍານົດ ແຜນພັທນາ ແລະ ເປົ້າໝາຍ ສໍາລັບ ປະເທດທີ່ ທຸກຍາກ ໃນໂລກ ຮວມທັງ ສປປລາວ ນໍາດ້ວຍ.  ເປົ້າໝາຍ ທີ່ສໍາຄັນ ກໍຄື ຕ້ອງຫລຸດຜ່ອນ ຄວາມທຸກຍາກ ລົງໃຫ້ໄດ້ ເຄິ່ງນຶ່ງ ພາຍໃນປີ 2015 ຕ້ອງໃຫ້ເດັກນ້ອຍ ທຸກຄົນໄດ້ເຂົ້າ ໂຮງຮຽນປະຖົມ ແລະ ຫລຸດການ ເສັຽຊີວິດ ຂອງເດັກນ້ອຍ ຂອງແມ່ຍິງ ຖືພາມານ ແລະ ອອກລູກໃໝ່ ໃຫ້ຍັງເຫລືອ ເຄິ່ງນຶ່ງ ໃນປີ 2015.

ການປະຕິບັດ ເປົ້າໝາຍ ສະຫັດສະວັດ ຂອງ ສະຫະປະຊາຊາດ ດໍາເນີນມາໄດ້ 10 ປີແລ້ວ ແລະ ຍັງເຫລືອອີກ 5 ປີເທົ່ານັ້ນ ທີ່ຈະໄດ້ ປະຕິບັດ ໃຫ້ໄດ້ຕາມ ເປົ້າໝາຍ ດັ່ງກ່າວ ຊຶ່ງຫລາຍປະເທດ ເຫັນວ່າອາຈຈະ ປະຕິບັດ ບໍ່ໄດ້. 

ໃນກອງປະຊຸມ ທີ່ ອິນໂດເນເຊັຽ ເມື່ອເດືອນ ສິງຫາ ຜ່ານມາ ຊຶ່ງມີ 25 ປະເທດເຂົ້າຮ່ວມ ຮວມທັງ ສປປລາວນັ້ນ ບັນດາ ຣັຖມົນຕຣີ ຈາກປະເທດ ໃນເຂດເອເຊັຽ ຕ່າງກໍສະແດງ ຄວາມກັງວົນວ່າ ຣະດັບການ ເສັຽຊີວິດ ຂອງຜູ້ເປັນແມ່ ແລະເດັກນ້ອຍ ຍັງສູງຢູ່ ໃນເຂດເອເຊັຽ ແລະ ທັງໃຫ້ສັນຍາ ວ່າຈະພຍາຍາມ ຕື່ມ ເພື່ອບັນລຸ ເປົ້າໝາຍທັທນາ ຂອງ ສະຫະປະຊາຊາດ.

ຖແລງການຂອງ ຫ້ອງການຂ່າວ ທະນາຄານໂລກ ຈາກນະຄອນ Geneva ປະເທດ Switzerland  ທີ່ໃຫ້ສື່ວ່າ “ແນວໂນ້ມ ໃນອັຕຣາ ການຕາຍຂອງແມ່” ໃນວັນທີ 15 ກັນຍາ ນີ້ມີຂຶ້ນກ່ອນໜ້າ ສະຫະປະຊາຊາດ ຈະເປີດ ກອງປະຊຸມ ສຸດຍອດ ກ່ຽວກັບການ ພັທນາ ສະຫັດສວັດ ຮອບໃໝ່ ຣະຫວ່າງ ວັນທີ 20 ຫາທີ 22 ກັນຍານີ້. ໃນນັ້ນ ເລຂາທິການໃຫຍ່ ບານກິມູນ ແລະ ບັນດາ ຜູ້ນໍາໂລກ ຈະຊຸກຍູ້ ໃຫ້ມີການ ເອົາໃຈໃສ່ ເລື່ອງສຸຂພາບ ຂອງແມ່ຍິງ ແລະເດັກນ້ອຍ ເພື່ອເລັ່ງລັດ ຄວາມກ້າວໜ້າ ໃນບັນຫາ ສຸຂພາບ ຂອງເດັກນ້ອຍ ແລະ ຜູ້ເປັນແມ່ ອີກເທື່ອນຶ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.