ແມ່ ແລະ ເດັກ: ວັນທີ 5 ມິຖຸນາ 2009

ການຂຶ້ນເງິນເດືອນ ຂັ້ນຕໍ່າໃຫ້ ຄົນງານລາວ ໃນພາກ ອຸດສາຫະກັມ ຕັດຫຍິບ 20ເປີເຊັນ ຈະຊ່ວຍແກ້ໃຂ ຊີວິດ ການເປັນຢູ່ຂອງ ພວກເຂົາເຈົ້າ ໄດ້ແນວໃດແດ່ ແລະໜ້ອຍຫລາຍ ປານໃດ ຖ້າມກາງທີ່ລາວ ໄດ້ຮັບຜົລ ກະທົບຈາກ ສະພາບການ ຝືດເຄືອງທາງ ດ້ານເສຖກິດ ການເງິນໂລກ.
ມະນີຈັນ
2009.06.08

ພາກອຸສຫະກັມ ຕັດຍິບຂອງລາວ ປະຕິບັດ ການຂຶ້ນເງິນເດືອນ ໃຫ້ຜູ້ອອກ ແຮງງານລາວ ຊຶ່ງໄດ້ເລີ່ມມາ ແຕ່ວັນທີ 1ພຶສພາ ປີ2009 ຕາມການແຈ້ງການ ຂອງກະຊວງ ແຮງງານແລະ ສວັດດີການ ສັງຄົມຂອງລາວ ເພື່ອເປັນການ ແກ້ໃຂຊີວິດ ການເປັນຢູ່ ຂອງພວກເຂົາເຈົ້າ. ການຂຶ້ນເງິນເດືອນ 20ເປີເຊັນ ຂອງເງິນ ເດືອນພື້ນຖານ ສໍາລັບຄົນງານ ທີ່ໄດ້ເງິນເດືອນ ຂັ້ນຕໍ່າສຸດ ສະເລັ່ຽແລ້ວ ແມ່ນຂຶ້ນຈາກ 290ພັນກີບ ຕໍ່ເດືອນມາເປັນ 348ພັນກີບ ຕໍ່ເດືອນ ຄືກັນກັບ ຣັຖກອນ ຫລືພະນັກງານ ທົ່ວໄປຂອງ ຣັຖບານ.

ນອກຈາກນັ້ນແລ້ວ ທາງບໍຣິສັດ ຊຶ່ງເປັນນາຍຈ້າງ ເປັນຕົ້ນ ບໍຣິສັດ ຕັດຫຍິບ ຍັງຈະຕ້ອງ ໄດ້ຈ່າຍເງິນ ອຸດໜູນ ເປັນຄ່າເຂົ້າ ປາອາຫານ ໃຫ້ຄົນງານ ທຸກຄົນມື້ນຶ່ງ ບໍ່ຕໍ່າກວ່າ 8500ກີບ. ໝາຍຄວາມວ່າ ຄົນງານຫລື ກັມມະກອນ ຜູ້ນຶ່ງຈະຕ້ອງ ໄດ້ຮັບເງິນເດືອນ ບໍ່ຕໍ່າກວ່າ 569ພັນກີບ  ຖ້າຫາກເຮັດວຽກ 26ມື້ ໃນເດືອນນຶ່ງ.

ການຂຶ້ນເງິນເດືອນ ຂັ້ນຕໍ່າສຸດ ເທື່ອນີ້ ຕາມຄໍາເວົ້າຂອງ ຜູ້ຕາງໜ້າພາກ ອຸສຫະກັມ ຕັດຫຍິບຂອງລາວ ແລ້ວແມ່ນວ່າ ເປັນທີ່ ສົມເຫດສົມຜົນ ແລະຮັບໄດ້ໃນ ລະຍະເກີດມີ ວິກິດການ ເສຖກິດນີ້ ຍ້ອນວ່າຕ້ອງໄດ້ ຄໍານຶງເຖິງ ຄວາມສາມາດ ແຂ່ງຂັນໄດ້ໃນ ຕລາດສາກົນ ໃນນັ້ນຕ້ອງໄດ້ ປຽບທຽບໃສ່ ປະເທດBangladesh ຄູ່ແຂ່ງທີ່ ສໍາຄັນ ດ້ານຜລິຕພັນ ຕັດຍິບຂອງລາວ ຊຶ່ງກັມມະກອນ ຂອງເຂົາໄດ້ເງິນ ຄ່າແຮງງານ ຊົ່ວໂມງລະ 22ເຊັນ ສະຫະຣັດ ເທົ່ານັ້ນຢູ່ ອິນໂດເນເຊັຽ ເງິນ ເດືອນຕໍ່າສຸດກໍ 45ໂດລາ ກໍາພູຊາ ກໍ55ໂດລາ. ທ່ານເວົ້າວ່າ:

" ປະເທດ ທີ່ບໍ່ມີທາງ ອອກສູ່ທະເລ ນີ້ເຮົາຈະແຂ່ງ ເພິ່ນໄດ້ຈັ່ງໃດ ແລະ ວິສຫະກິດເຮົາ ຈະຍືນຍົງໄດ້ ແນວໃດ ນີ້ຄືກັນກັບ ບັນທັດທີ່ ຈໍາກັດ ໃຫ້ພວກເຮົາ ຢູ່ໃນ ຂອບເຂດນີ້ ໃນເວລານີ້."

ແລະນັ້ນກໍຄື ເຫດຜົລນຶ່ງ ທີ່ຈະຊ່ວຍ ໃຫ້ທາງໂຮງງານ ຫລືບໍຣິສັດ ຕັດຫຍິບ ພົ້ນຈາກການ ຖືກປິດລົງໄດ້ ຂະນະທີ່ ບໍ່ສາມາດທີ່ ຈະຂຶ້ນ ຣາຄາສີນຄ້າ ສົ່ງອອກໃຫ້ແພງ ກວ່າບັນດາ ປະເທດຄູ່ແຂ່ງ. ພ້ອມດຽວກັນ ທາງພາກ ອຸສຫະກັມ ຕັດຫຍິບຂອງລາວ ກໍພະຍາຍາມ ທີ່ສຸດທີ່ຈະ ໃຫ້ກັມມະກອນ ເຮັດວຽກເກີນ ເວລາ overtime ຫລືເຮັດ OTໜ້ອຍລົງ ໂດຍໃຫ້ເຮັດ ວຽກຕາມກໍານົດ ທີ່ຣະບຸໄວ້ ຢູ່ໃນກົດໝາຍ ແຮງງານ  ຄືບໍ່ລຸດ8 ຊົ່ວໂມງຕໍ່ມື້ ແລະເຮັດວຽກ 6ມື້ຕໍ່ອາທິດ ຊຶ່ງມາຮອດ ເວລານີ້ກໍຍັງ ບໍ່ມີການປົດ ກັມມະກອນອອກ.

ທາງພາກສ່ວນ ອຸສຫະກັມ ຕັດຫຍິບຂອງລາວ ຊຶ່ງມີໂຣງງານ ທັງໝົດ113ແຫ່ງ ຜລິດເຄື່ອງນຸ່ງຮົ່ມ ເພື່ອສົ່ງອອກແລະ ມີກັມມະກອນ ປະມານ 27ພັນຄົນ ໃນເວລາ ນີ້ຊຶ່ງ ກັມມະກອນ ສ່ວນໃຫຍ່ ເປັນແມ່ຍີງນັ້ນ  ທ່ານອ່ອນສີ ບຸດສີວົງສັກ ຜູ້ຕາງໜ້າພາກ ອຸສຫະກັມ ຕັດຫິຍບ ຂອງລາວບອກ ໃຫ້ຮູ້ວ່າຍັງ ຈະຕ້ອງການ  ກັມມະກອນ ເພີ່ມອີກ 11ພັນ 800ຄົນ.

ນອກນັ້ນກໍຈະ ມີໂຮງງານທີ່ ເປີດໃໝ່ຕື່ມອີກ ຊຶ່ງຕ້ອງການ ຄົນງານບໍ່ໜ້ອຍ ຄືກັນແລະຄາດ ວ່າການສົ່ງອອກ ເສື້ອຜ້າ ເຄື່ອງນຸ່ງຫົ່ມ ໄປຍັງຕລາດໃນ ສະຫະພາບ ຢູໂຣບ ແລະສະຫະຣັດ ອະເມຣິກາ ຈະເພິ່ມຂຶ້ນ 10ເປີເຊັນ ກວ່າໃນປີ 2009ນີ້. ການຂຶ້ນເງີນເດືອນ ຂັ້ນຕໍ່າ ໃຫ້ແກ່ຄົນງານ ຫລື ກັມມະກອນລາວ 20ເປີເຊັນ ໂດຍສະເລັ່ຽ ດັ່ງກ່າວແມ່ນ ຕໍ່າກວ່າຄໍາສເນີ ຂໍປັບຂຶ້ນ ເງິນເດືອນ ໃນເບື້ອງຕົ້ນຂອງ ສະຫະພັນ ກັມບານລາວ ເຖິງ50ເປີເຊັນ  ຄືສເນີໃຫ້ ປັບຂຶ້ນຈາກ 290ພັນກີບ ຂຶ້ນເປັນ 700ພັນກີບ  ເພື່ອໃຫ້ສອດຄ່ອງ ກັບຄ່າຄອງຊີບ ທີ່ນັບມື້ນັບ ແພງຂຶ້ນ ນັບຕັ້ງແຕ່ປີ 1997-98 ເປັນຕົ້ນມາ.

ແຕ່ເຖິງແນວໃດ ກໍດີ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ລາວ ແລ້ວແມ່ນວ່າ ເງິນເດືອນຂັ້ນຕໍ່າ 569ພັນກີບ ຫລືເທົ່າກັບລາວໆ 90ໂດລາ ສະຫະຣັດ ພາຍຫລັງທີ່ຂຶ້ນ ເທື່ອລ້າສຸດເມື່ອ ບໍ່ນານມານີ້ ຖ້າເຮັດວຽກ ທັງຜົວທັງເມັຽ ກໍຄິດວ່າ ພໍຢູ່ພໍກິນ. ຖ້າເຮັດວຽກ ຜູ້ດຽວ ເຊັ່ນຜູ້ເປັນແມ່ ເຮັດຜູ້ດຽວ ແລະມີລູກ ກະທັງລູກ ຜູ້ດຽວທີ່ຈະ ຕ້ອງລ້ຽງອີກ ກໍຢາກຍາກ ແດ່ຈັກນ່ອຍ  ດັ່ງຍານາງ ຈັນສມອນ ແພງໄຂ່ ເຈົ້າໜ້າທີ່ ອົງການ ສະຫະ ປະຊາຊາດ UNIFEM ຊຶ່ງເປັນອົງການ ກອງທຶນເພື່ອການ ພັທນາສັຕຣີ  ທີ່ຕັ້ງຢູ່ໃນ ນະຄອນ ຫລວງວຽງຈັນ ກ່າວໃຫ້ຄໍາເຫັນ ຕອນນຶ່ງວ່າ:

"ຢູ່ໃນຄອບຄົວ ນຶ່ງຖ້າໄດ້ ເຮັດວຽກສອງຄົນ ຄິດວ່າຈະພໍກິນ ຢ່າງໜ້ອຍຄອບຄົວ ນຶ່ງຕ້ອງບໍ່ຫລຸດ 100ຫລຽນ ຈຶ່ງພໍກິນຖ້າ ວ່າມີຜູ້ດຽວ ມີແຕ່ແມ່ຍີງ ເຮັດວຽກກະບໍ່ ສາມາດ ຍົກຕົວຢ່າງ ລະຕ້ອງໄດ້ ດູແລຄອບຄົວ ລໍາບາກແດ່ ນ້ອຍນຶ່ງ ລໍາບາກ ຖ້າສົ່ງລູກຮຽນ."

ການຂຶ້ນເງິນເດືອນ ເທື່ອນີ້ ຈຸດປະສົງ ສ່ວນນຶ່ງກໍເພື່ອ ປັບປຸງຊີວິດ ການເປັນຢູ່ຂອງ ຜູ້ອອກແຮງງານ ໃຫ້ດີຂຶ້ນແລະ ພ້ອມກັນນັ້ນກໍ ເພື່ອຫລຸດຜ່ອນ ການລັກລອບ ຂ້າມໄປຊອກ ວຽກເຮັດງານທໍາ ແບບຜິດກົດໝາຍ ຢູ່ປະເທດໄທ ຂອງ ຊາຍຫນຸ່ມຍິງສາວ ແລະເດັກນ້ອຍລາວ ຊຶ່ງມາຮອດ ເວລານີ້ ປາກົດວ່າຍັງ ບໍ່ມີແນວໂນ້ມ ທີ່ ຈະຫລຸດລົງໄດ້ ຢ່າງງ່າຍດາຍ ເຖິງແມ່ນວ່າ ທາງການຂອງທັງ ສອງຝ່າຍ ລາວ-ໄທ ຈະໄດ້ມີການ ຮ່ວມມືກັນ ພະຍາຍາມ ແກ້ໃຂຢ່າງ ເອົາຈິງເອົາຈັງ ຕລອດມາກໍດີ.

ເຈົ້າໜ້າທີ່ ອົງການ UNIFEM ກ່າວເຖິງເປົ້າໝາຍ ສ່ວນນຶ່ງຂອງການ ຂຶ້ນເງິນເດືອນ ໃຫ້ຣັຖກອນແລະ ກັມມະກອນໃນ ໂຮງຈັກໂຮງງານ ນັ້ນວ່າເພື່ອ ບໍ່ໃຫ້ຊາວ ລາວລັກລອບ ໄປເຮັດວຽກ ແບບຜິດກົດໝາຍ ຢູ່ໄທອີກຕໍ່ໄປ:

" ຣັຖບານປັບ ເພາະໂຮງງານ ຍັງໃຫ້ບໍ່ສູງ ເພາະເປັນ ນະໂຍບາຍນຶ່ງ ທີ່ບໍ່ຢາກໃຫ້ ແຮງງານລາວ ກັບມາທໍາງານ illegally ຢູ່ທາງໄທ."

ແລະເຈົ້າໜ້າທີ່ ລາວກໍເວົ້າວ່າ ການຂຶ້ນເງິນເດືອນ ຫລືອັຕຣາຄ່າ ແຮງງານຂັ້ນຕໍ່າ 20ເປີເຊັນ ຈາກເງິນເດືອນ ພື້ນຖານນັ້ນ  ບໍ່ໄດ້ແຕະຕ້ອງ ເຖິງຣາຄາ ສີນຄ້າໃນ ທ້ອງຕລາດ ພໍເທົ່າໃດ. ຕາມທັມມະດາ ເມື່ອເງິນກີບ ແຂງຄ່າຂຶ້ນ ຣາຄາສີນຄ້າ ກໍຕ້ອງຖືກລົງ ແຕ່ໃນຕົວຈິງ ມັນຫາກ ກົງກັນຂ້າມ ຣາຄາສີນຄ້າ ຢູ່ທ້ອງຕລາດ ແມ່ນ ແພງຂຶ້ນ ເລື້ອຍໆ. ນັ້ນກໍເປັນ ແນວນີ້ມາ ແຕ່ດົນແລ້ວ. ພ້ອມດຽວກັນ ຍັງມີຜູ້ຄົນ ຈໍານວນນຶ່ງ ເຫັນວ່າການ ຂຶ້ນເງິນເດືອນ ບໍ່ໄດ້ຕາມທີ່ ສະຫະພັນ ກັມບານສເນີໃນ ເບື້ອງຕົ້ນຊຶ່ງເປັນ ຄວາມຮຽກຮ້ອງ ຕ້ອງການຂອງຊາວ ຜູ້ອອກແຮງງານ ນັ້ນອາດເຮັດໃຫ້ ໄວຫນຸ່ມສາວລາວ ຍັງຈະລັກລອບ ເດີນທາງໄປ ເຮັດວຽກຢູ່ ປະເທດ ເພື່ອນບ້ານ ໂດຍສະເພາະຢູ່ ປະເທດໄທ ຕໍ່ໄປ. ແຕ່ເຈົ້າໜ້າທີ່ ລາວ ທົ່ວໄປແລ້ວ ເຫັນວ່າການ ເຮັດວຽກຢູ່ລາວ ຈະດີກວ່າ ເຖິງຈະໄດ້ເງິນ ຫລຸດລື່ນກັນແດ່ ແຕ່ຢູ່ ບ້ານເມືອງ ຂອງຕົນເອງ ຈະມີຄວາມ ອົບອຸ່ນ ໄກ້ຄອບໄກ້ຄົວ ທັງປອດໄພ ແລະບໍ່ສ່ຽງຕໍ່ ການທີ່ຈະຖືກ ຫລອກລວງ ຕົວະຕົ້ມແລະ ຕົກເປັນເຫຍື່ອ ພວກຄ້າມະນຸດ  ດັ່ງທີ່ເປັນຂ່າວ ຊຶ່ງກໍມີ ຫລາຍຄົນ ໄດ້ຖືກຊ່ວຍເຫລືອ ໂດຍເຈົ້າໜ້າທີ່ ໄທ ໃຫ້ລອດພົ້ນ ມາໄດ້ ແລ້ວຖືກສົ່ງກັບ ປະເທດ ລາວນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.