ເຣື້ອງທີ່ເກັບບັນທຶກໄວ້
2024-06-30
ມີຊາວມຸດສະລິມໂຣຮິງຢາ ອົບພະຍົບໜີການສູ້ຮົບກັນເປັນຈໍານວນຫຼາຍ ກໍາລັງຕ້ອງການຄວາມຊ່ວຍເຫຼືອ.
2024-06-30
ຄະດີສວນພູຄໍາ ຍັງເປັນບັນຫາທ້າທາຍ ຕໍ່ກັບການປະຕິບັດກົດໝາຍ ເພາະຜ່ານມາຫຼາຍປີຄະດີສວນພູຄຳດຳເນີນຊັກຊ້າ ແລະ ຍັງບໍ່ເປັນທຳຕໍ່ການຄະດີສວນພູຄຳ. ຕິດຕາມການສຳພາດ ຄວາມຄືບໜ້າ ໄດ້ກັບ ທ່ານ ພູຄຳ ອ້ວນນວນສາ.
2024-06-30
ຄະນະ ຜູ້ຕາງໜ້າ ອົງການໂຮມລາວ ເພື່ອສັນຕິພາບ ແລະ ປະຊາທິປະໄຕ ໃນລາວ ປະຈຳສະຫະຣັດ ອາເມຣິກາ ເຂົ້າຮ່ວມ ພິທີ ລະນຶກເຖິງ ຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກການປົກຄອງ ຂອງຄອມມູນິດ ທີ່ນະຄອນຫລວງ ວໍຊິງຕັນ ດີຊີ ສະຫະຣັດ ອາເມຣິກາ.
2024-06-30
ຊາວບ້ານ ບໍ່ເຕ່ນ 380 ຄອບຄົວ ຕ້ອງການ ລະບົບນໍ້າປະປາ, ຍຶດຢາບ້າໄດ້ ຈຳນວນ 5,800,000 ເມັດ ແລະ ເຮໂຣອິນ ອີກ 225 ກິໂລກະລ້າມ, ອ່າງເກັບນໍ້າຂອງໂຄງການ ເຂື່ອນໄຟຟ້ານໍ້າທາ 1 ໃນເມືອງນາແລ ແຂວງຫຼວງນໍ້າທາ ກາຍເປັນສີຂຽວເຂັ້ມ ແລະ ອື່ນໆ ພາຍຫຼັງ ທີ່ຖືກຍົກຍ້າຍ ອອກຈາກ ພື້ນທີ່ຂອງເຂົາເຈົ້າ.
2024-06-29
MISS UNIVERSE LAOS 2024 ນາງ ພິຣັນຍາ ທິບພົມວົງ ທີ່ໄດ້ຮັບຕໍາແໜ່ງ ວ່າງຕົ້ນເດືອນ ມິຖຸນາ ຜ່ານມານີ້. ເຊີນທ່ານຕິດຕາມຄົ້ນຫາ ຈຸດໂດດເດັ່ນ ຂອງນາງງາມ ຄົນນີ້ ວ່າມີແນວໃດແດ່ ນາງ ຈຶ່ງໄດ້ຮັບຕໍາແໜ່ງ ອັນຊົງກຽດນີ້.
2024-06-28
ຍ້ອນການແກ້ໄຂບັນຫາ ການຄ້າມະນຸດໃນລາວ ທີ່ຍັງບໍ່ໄດ້ມາຕຖານຂັ້ນຕ່ຳ, ກະຊວງການຕ່າງປະເທດ ສະຫະລັດອາເມຣິກາ ຈຶ່ງໄດ້ຫຼຸດ ສະຖານະປະເທດລາວ ໃຫ້ຢູ່ຂັ້ນທີ 2 ທີ່ຕ້ອງສິ້ງຊອມເບິ່ງ ດ້ານການຄ້າມະນຸດ, ອີງຕາມບົດລາຍງານ ດ້ານການຄ້າມະນຸດ ປະຈຳປີ 2024.
2024-06-28
ຕໍາຫຼວດກວດຄົນເຂົ້າເມືອງ ແຂວງຊົນບຸຣີ ຂອງໄທ ໄດ້ກວດບັນດາຮ້ານອາຫານ ແລະຮ້ານຄາຣາໂອເກະ ຢູ່ເຂດແຫຼມສະບັງ ເມືອງສີຣາຊາ ແຂວງຊົນບຸຣີ ໃນມື້ວັນທີ 27 ມິຖຸນານີ້ ແລະໄດ້ຈັບແມ່ຍິງລາວ 17 ຄົນ ທີ່ລັກເຂົ້າເມືອງ ແລະເຮັດວຽກ ແບບບໍ່ມີໃບອະນຸຍາດ ແລະທັງຈັບນາຍຈ້າງໄທ 2 ຄົນ.
2024-06-28
ໂຮງຮຽນຈີນຈຸງເຕັກ ເຊິ່ງເປັນໂຮງຮຽນເອກະຊົນ ຂອງຈີນ ທີ່ຕັ້ງຢູ່ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຮັບຄວາມນິຍົມຈາກບັນດາຜູ້ປົກຄອງ ທັງຢູ່ໃນ ແຂວງສະຫວັນນະເຂດ ແລະ ແຂວງໃກ້ຄຽງ ໃນການສົ່ງລູກມາຮຽນພາສາຈີນ ແລະ ວິຊາອື່ນໆ ຢູ່ໂຮງຮຽນແຫ່ງນີ້.
2024-06-28
ສານປະຊາຊົນຊັ້ນຕົ້ນ ແຂວງຫົວພັນ ໄດ້ຕັດສິນປ່ອຍນັກໂທດລາວ ກ່ອນກໍານົດ ຢູ່ຄ້າຍຄຸມຂັງ ສູນວັງລົມ ໃນມື້ວັນທີ 5 ມິຖຸນານີ້ ຕາມປະມວນກົດໝາຍອາຍາ ມາດຕາ 104 ຈໍານວນ 13 ຄົນ, ໃນນັ້ນເປັນຍິງ 3 ຄົນ ຍ້ອນຍອມ ຮັບຜິດກິນແໜງ ຕໍ່ການກະທໍາຜິດ ແລະມີການປະພຶດຕົນດີ.
2024-06-28
ປະຈຸບັນທົ່ວແຂວງສາລະວັນ ມີນັກຮຽນປະລະການຮຽນ ປະມານ 8,000 ກວ່າຄົນ ສາເຫດຕົ້ນຕໍແມ່ນບັນຫາເສດຖະກິດ, ສະຖານການສຶກສາ ບໍ່ມີຄວາມພ້ອມ ໃນການຈັດການຮຽນການສອນ. ຕໍ່ກັບແກ້ໄຂບັນຫານີ້ ລັດຖະບານຄວນຍົກວຽກງານ ດ້ານການສຶກສາເປັນວາລະແຫ່ງຊາດ.
2024-06-27
ການຜະລິດສິນຄ້າ ກະສິກຳຢູ່ລາວຍັງຕ່ຳ ແລະສິນຄ້າກະສິກຳສ່ວນຫຼາຍໜຶ່ງ ເປັນຜົນຜະລິດຂອງນັກລົງທຶນຈີນ ທີ່ມາປູກຢູ່ລາວ ແລ້ວສົ່ງໄປຈີນ.
2024-06-27
ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ກ່າວໃນວັນທີ 26 ມິຖຸນາ ວ່າ ຢາເສບຕິດ ໄດ້ແຜ່ລະບາດ ຢ່າງຕໍ່ເນື່ອງໃນລາວ ທັງຢູ່ໂຕເມືອງ ແລະ ຊົນນະບົດ ຊຶ່ງກໍ່ໃຫ້ເກີດຄວາມຮຸນແຮງ, ອາດສະຍາກໍາ, ຄວາມບໍ່ໝັ້ນຄົງທາງສັງຄົມ ແລະ ເປັນໄພຮ້າຍແຮງຕໍ່ເຍົາວະຊົນ ທີ່ເປັນອະນາຄົດຂອງຊາດ.
2024-06-27
ບໍລິສັດເອກະຊົນຈີນ ແລະລາວ ໄດ້ຮັບອະນຸມັດ ໃຫ້ດູດຊາຍ ແລະຂຸດຄົ້ນ-ຮ່ອນຄໍາ ຢູ່ແຄມແມ່ນໍ້າຂອງ ໃນເຂດບ້ານກ້ອນຄໍາ, ບ້ານຄົກເໝືອດ ແລະບ້ານປາກຈັນ ເມືອງໝື່ນ ແຂວງວຽງຈັນ ແລະບ້ານຫ້ວຍຫາງ ເມືອງສັງທອງ ນະຄອນຫຼວງວຽງຈັນ ເຮັດໃຫ້ເກີດຄວາມວິຕົກກົງວົນ ເຖິງສິ່ງແວດລ້ອມ ແລະລະບົບນິເວດ ຈະໄດ້ຮັບຜົນກະທົບ.
2024-06-27
ລັດຖະບານລາວ ກຽມອອກວີຊ້າແບບບໍ່ເສັຍຄ່າ ຫຼື Free Visa ແກ່ນັກທ່ອງທ່ຽວຈີນ ທີ່ຜ່ານບໍລິສັດທ່ອງທ່ຽວ ເພື່ອສະໜັບສະໜູນ ການທ່ອງທ່ຽວລາວ 2024 ເຊິ່ງໃນການໃຫ້ວີຊ້າແບບບໍ່ເສັຍຄ່າ ຫຼື Free Visa ນັ້ນ ເຈົ້າໜ້າທີ່ຝ່າຍລາວ ຈະມີການກວດສອບກ່ອນ ເພື່ອປ້ອງກັນບຸກຄົນທີ່ໜີຄະດີ ເຂົ້າປະເທດ.
2024-06-27
ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຂອງຈີນ ທີ່ຂຸດຄົ້ນບໍ່ເກືອກາລີ ຢູ່ເມືອງທ່າແຂກ ແລະເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີ ເປີດການຝຶກອົບຮົມພາສາຈີນ ໃຫ້ເດັກນ້ອຍນັກຮຽນ ແລະຊາວໜຸ່ມ ໂດຍມີເປົ້າໝາຍ ຢູ່ 3 ບ້ານ ເພື່ອໃຫ້ພວກເຂົາເຈົ້າຮູ້ພາສາຈີນ, ເຮັດວຽກນໍາບໍລິສັດຈີນ ໃນອະນາຄົດ.