ນັກໂທດຄະດີຢາເສບຕິດ, ລັກຊັບ ແຂວງຫົວພັນ ຖືກປ່ອຍກ່ອນກໍານົດ 13 ຄົນ

ຈຳປາທອງ
2024.06.28
ນັກໂທດຄະດີຢາເສບຕິດ, ລັກຊັບ ແຂວງຫົວພັນ ຖືກປ່ອຍກ່ອນກໍານົດ 13 ຄົນ ປ່ອຍໂຕນັກໂທດແກ່ອນກຳນົດໂດຍມີເງື່ອນໄຂ 13 ຄົນ.
ຮູບພາບຈາກເພຈຂ່າວ ປກສ ແຂວງຫົວພັນ News

ສານປະຊາຊົນຊັ້ນຕົ້ນ ແຂວງຫົວພັນ ໄດ້ຕັດສິນປ່ອຍນັກໂທດລາວ ກ່ອນກໍານົດ ຢູ່ຄ້າຍຄຸມຂັງ ສູນວັງລົມ ໃນມື້ວັນທີ 5 ມິຖຸນານີ້ ຕາມປະມວນກົດໝາຍອາຍາ ມາດຕາ 104 ຈໍານວນ 13 ຄົນ, ໃນນັ້ນເປັນຍິງ 3 ຄົນ ຍ້ອນຍອມ ຮັບຜິດກິນແໜງ ຕໍ່ການກະທໍາຜິດ ແລະມີການປະພຶດຕົນດີ. ແຕ່ກໍມີເງື່ອນໄຂ ພາຍໃນ 5 ປີ ຖ້າກະທໍາຜິດຕື່ມອີກ ຈະເພີ່ມໂທດຂຶ້ນ. ໃນຈໍານວນນັ້ນ ເປັນຄະດີມີຢາເສບຕິດ ໄວ້ໃນຄອບຄອງ 7 ຄົນ ແລະຄະດີລັກຊັບ 6 ຄົນ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ແຂວງຫົວພັນທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 28 ມິຖຸນານີ້.

1. ແມ່ນຜົນງານເນາະ ການປະຕິບັດຕົນ ອີງຕາມດັດສ້າງ ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຄວາມຜິດນັ້ນ 2. ແມ່ນຊໍາລະຄ່າປັບໄໝ ຫລືຄ່າເສັຽຫາຍຫັ້ນ ໄດ້ຕາມເງື່ອນໄຂທີ່ກໍານົດໄວ້ໃນກົດໝາຍ 3. ປະຕິບັດໂທດໄດ້ 2 ສ່ວນ 3 ຂອງໂທດທີ່ສານວາງໃສ່ ໂຕຢ່າງວ່າ 6 ປີເນາະ 6 ປີມັນຕ້ອງໄດ້ເປັນ 4 ປີ 4 ປີປາຍໄປ  ໂຕຢ່າງແບບງ່າຍໆນີ້ ຕາມມາດຕາ 104 ຂອງປະມວນກົດໝາຍອາຍາ ຖ້າໄດ້ຄົບ 3 ເງື່ອນຫັ້ນ ໄທເຮົາກໍເອົາຄົ້ນຄວ້າ.

ທ່ານກ່າວຕື່ມວ່າ ຫາກນັກໂທດ ທີ່ຖືກປ່ອຍໄປນັ້ນ ບໍ່ກະທໍາຄວາມຜິດຕື່ມອີກ ພາຍໃນ 5 ປີ ໂທດທີ່ເຫລືອນັ້ນ ຈະຕົກໄປ. ແລະວ່າ ໄດ້ມອບຜູ້ທີ່ຖືກປ່ອຍໄປນັ້ນ ໃຫ້ອໍານາດການປົກຄອງທ້ອງຖິ່ນ ແລະຄອບຄົວ ເປັນຜູ້ຕິດຕາມ ພຶດຕິກໍາ ຂອງພວກເຂົາເຈົ້າ.

ຕາມມາດຕາ 104 ຫັ້ນເດ້ ຂອງປະມວນກົດໝາຍອາຍາຫັ້ນ ມັນກໍມີຄົບຫັ້ນແຫລະ  ຫລັກການມີແຕ່ວ່າ ພາຍໃນ  5 ປີ ຖ້າວ່າເຂົາບໍ່ກະທໍາຜິດໃໝ່ ຖືວ່າໂທດທີ່ເຮົາຝາກໄວ້ ຖືວ່າໝົດເນາະ ຖ້າວ່າກະທໍາຜິດໃໝ່ແລ້ວ ຖືວ່າມາບວກເຂົ້າກັນອີກ ໂທດໂຕໃໝ່ໂຕເກົ່າຫັ້ນ ພ້ອມທັງເພີ້ມໂທດອີກ ຖ້າວ່າພາຍໃນ 5 ປີຫັ້ນ ເຂົາເຈົ້າບໍ່ກະທໍາຜິດໃໝ່ ຖືວ່າໂທດທີ່ເຫລືອຫັ້ນຖືວ່າຕົກໄປ ຖ້າຫາກວ່າພາຍໃນ 5 ປີເຂົາເຈົເາກະທໍາຜິດໃໝ່ ກໍມາບວກເຂົ້າກັນອີກ ຫລັງຈາກອອກເມືອແລ້ວ ໄທເຮົາມອບໃຫ້ການປົກຄອງບ້ານຫັ້ນນ່າ ທາງເຈົ້າໜ້າທີ່ກຸ່ມທາງຄອບຄົວ ເປັນຜູ້ຕິດຕາມ ກວດກາພຶດຕິກໍາຂອງຜູ້ກ່ຽວຫັ້ນນ່າ.

ແລະເຈົ້າໜ້າທີ່ແຂວງຫົວພັນອີກທ່ານນຶ່ງ ກໍເວົ້າວ່າ ການພິຈາລະນາ ຫຼຸດຜ່ອນໂທດ ແລະປ່ອຍໂຕພວກນັກໂທດທີ່ວ່ານີ້ ແມ່ນປະຕິບັດຕາມກົດໝາຍ ແລະອີງໃສ່ ນິຕິກໍາຂອງປະທານປະເທດ.

ທາງເຈົ້າໜ້າທີ່ສະເໜີມາໃຫ້ເນາະ ຜູ້ທີ່ບໍ່ຟັງ ຜູ້ນັ້ນ ຄືບໍ່ຟັງ ຈັ່ງຊີ້ນ່າ ກໍສິວ່າໄປແນວນຶ່ງ ທາງເຮົາເອົາຫລັກໆ ເຮົາຕາມກົດໝາຍເຮົາ ເຮົາຫລຸດຜ່ອນໂທດນີ້ ເຮົາມີນິຕິກໍາຂອງເຮົາຫລຸດຜ່ອນໂທດນີ້ ເຮົາມີນິຕິກໍາຂອງອັນນ່າ ຂອງປະທານປະເທດບໍ່ ເຮົາເອົາຕົວນັ້ນມາອີງໃສ່ນ່າ.

ທ່ານກ່າວຕື່ມວ່າ ຄ້າຍຄຸມຂັງນັກໂທດ ສູນວັງລົມ ນີ້ ເປັນສູນດັດສ້າງ ນັກໂທດ ທີ່ມີໂທດເບົາ, ສົມມຸດວ່າ ມີໂທດ 4 ປີ, ເມື່ອໄດ້ຮັບໂທດມາແລ້ວ 2 ປີ ຜູ້ກ່ຽວ ຫຼືຍາດພີ່ນ້ອງ ກໍສາມາດຂຽນຄໍາຮ້ອງ ຂໍຜ່ອນໂທດ ປ່ອຍໂຕໄດ້.

ສູງວັງລົມນີ້ ມັນສິມາ ອັນນ່າ ຄືລັກສະນະແບບກັບ ໂທດເບົາໂທດຫຍັງ ແລ້ວເຮົາໂຍກຍ້າຍໄປ ເພາະວ່າມັນເປັນສູນດັດສ້າງ ເນາະເພາະວ່າລາວ ຢູ່ໄດ້ຄົບແທ້ໆ ຮູ້ສຶກວ່າໂຕເອງນີ້ ຢູ່ຄົບ ສົມມຸດວ່າ 4 ປີເນາະ ຄົບ 2 ປີຈັ່ງຊີ້ນ່າ ກໍສະເໜີໄດ້ ສົມມຸດວ່າ ເຮົາຍັງຢູ່ສູນສາເນາະ ແລ້ວໃຫ້ພີ່ນ້ອງເຮົາ ຂຽນໃບຄໍາຮ້ອງສະເໜີໃຫ້.

ກ່ຽວກັບເລື່ອງທີ່ວ່ານີ້ ປະຊາຊົນນາງນຶ່ງເວົ້າວ່າ ຊາວບ້ານຈໍານວນນຶ່ງ ກໍເຫັນດີນໍາການປ່ອຍໂຕ ພວກນັກໂທດນັ້ນ ໃຫ້ມີຊີວິດໃໝ່ ທໍາມາຫາກິນໄດ້ຕາມປົກກະຕິ ແຕ່ພວກເຂົາເຈົ້າ ຕ້ອງໄດ້ປ່ຽນແປງໂຕເອງ ໄປໃນທາງທີ່ດີ.

ສ່ວນຫລາຍ ເຂົາແລ້ວ ລັກສະນະເອົາຄອບຄົວຂອງໃຜຂອງມັນ ໄປລົມເອົາແລ້ວໆ ເຂົາປັບຕົວໄດ້ ເຂົາກໍສາມາດປ່ອຍໄດ້ ກໍເຫັນດີແລ້ວລະເນາະ ຖ້າວ່າເຂົາມີຄວາມກ້າວໜ້າ ມີການປ່ຽນແປງແລ້ວກໍ ເຂົາກໍສາມາດເອົາອອກມາໄດ້ ມີບາງນີ້ກໍເອົາມາແລ້ວ ເຄື່ອນໄຫວຕາມຊີວິດປະຈໍາວັນ ຄອບຄົວຂອງເຂົາ ເຂົາເຮັດໄຮ່ເຮັດນາກໍໄປເຮັດໄຮ່ເຮັດນາ ກັບຄືນມາບາງຄົນກໍດີ ບາງຄົນນີ້ເຂົາກໍປັບໂຕໄດ້ ເດືອນນຶ່ງເດືອນປາຍແລ້ວກໍໄປຕໍ່ ແລ້ວກໍຕິດອີກ ແລ້ວກໍໄປອີກ ກິນຄືນອີກ.

ໃນຂະນະດຽວກັນ ນາງກໍເວົ້າຕື່ມວ່າ ຊາວບ້ານຈໍານວນນຶ່ງ ກໍບໍ່ເຫັນດີ ນໍາທາງການ ທີ່ປ່ອຍນັກໂທດກ່ອນກໍານົດ ຍ້ອນວ່າ ປ່ອຍອອກມາແລ້ວ ພວກເຂົາກໍຍັງຈະເຮັດຄືເກົ່າ ຍ້ອນຄວາມທຸກຍາກ ບໍ່ມີອັນໃດກິນ ກໍໄປລັກ ໄປເສບຢາເສບຕິດຢູ່ຄືເກົ່າ ດັ່ງທີ່ນາງເວົ້າວ່າ:

ບ້ານເຮົານີ້ ເລັກໆນ້ອຍໆ ເປັນລັກເຄື່ອງໄຮ່ເຄື່ອງສວນທໍາມະດານີ້ ຜ່ານມານີ້ ລັກອັນຂອງໃຫຍ່ ເຂົາເຈົ້າບໍ່ທັນໄດ້ຈັບໄດ້ນ່າ ເຂົາລັກເປັນຜັກເປັນໜໍ່ ກໍທໍາມະດາ ໄປງັ້ນແຫລະ ຜ່ານມາເຂົາກໍໄປຂັງດັດສ້າງ ປ່ອຍມາ ປະຊາຊົນກໍບໍ່ເຫັນດີ ປ່ອຍອອກມາ ກໍຍັງເຮັດຄືເກົ່າ ລັກຜັກລັກໜໍ່ ອັນກໍຈຸຕິດຢາເສບຕິດ ຕິດແລ້ວກໍບໍ່ມີອັນໃດກິນ ກໍປານວ່າທຸກຍາກ ອັນກິນກໍບໍ່ມີ ອັນສິຊື້ຢາກໍບໍ່ມີ ກໍເລີຍວ່າໄປລັກ.

ແລະເມື່ອກ່ອນໜ້ານີ້ ຄ້າຍຄຸມຂັງ ສູນວັງລົມ ກໍໄດ້ປ່ອຍນັກໂທດກ່ອນກໍານົດ 19 ຄົນ, ໃນນັ້ນເປັນຍິງ 3 ຄົນ ໃນມື້ວັນທີ 24 ພຶດສະພາ 2022 ຍ້ອນພວກເຂົາເຈົ້າ ປະພຶດຕົນດີ, ມີຄວາມກ້າວໜ້າ ຕະຫຼອດໄລຍະ ທີ່ຖືກດັດສ້າງນັ້ນ, ອີງ ຕາມລາຍງານ ຂອງເວັບໄຊຂ່າວ ໜັງສືພິມລາວພັດທະນາ ວັນທີ 2 ມິຖຸ ນາ 2022 ທີ່ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.