ເຣື້ອງທີ່ເກັບບັນທຶກໄວ້
2020-06-30
ທາງການລາວ ຮຽກຮ້ອງໃຫ້ ປະເທດອາຊຽນ ຊ່ອຍກັນ ປ້ອງກັນ ການຣະບາດ ຂອງ ໂຄວິດ-19 ບໍ່ກັບມາ ອີກຮອບໃໝ່ ແລະ ແກ້ໄຂບັນຫາ ຄົນວ່າງງານ.
2020-06-30
ປະຊາຊົນ ຍັງບໍ່ເຫັນວ່າ ເງິນ ແລະ ຊັບສິນ ທີ່ເຈົ້າໜ້າທີ່ ຢຶດໄດ້ຈາກ ພວກ ຄ້າຢາເສບຕິດ ເອົາໄປເຮັດຫຍັງ ແດ່ແລ້ວ ແລະ ຄວາມຄືບໜ້າ ການດຳເນີນ ຄະດີ ພວກຄ້າຢາເສບຕິດ ຣາຍໃຫຍ່ ເປັນແນວໃດ.
2020-06-30
ບັນຫານໍ້າເສັຽ ຈາກ ເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ໄຫຼລົງໃສ່ ແມ່ນໍ້າຂອງ ໄດ້ຮັບການ ແກ້ໄຂແລ້ວ ບາງສ່ວນ.
2020-06-30
ຣັຖບານລາວ ຍອມຮັບວ່າ ຫຼາຍໂຄງການ ພັທນາ ທີ່ລົງທຶນໄປ ບໍ່ໄດ້ມາຕຖານ ແລະ ກັບເປັນໜີ້ສິນ ແບບບໍ່ຈຳເປັນ.
2020-06-30
ຣັຖບານລາວ ອອກແຈ້ງການ ຜ່ອນຜັນ ມາຕການ ສະກັດກັ້ນ ການແຜ່ຣະບາດ ຂອງ ເຊື້ອໂຄວິດ-19 ສະບັບໃຫມ່.
2020-06-29
ຄົນລາວ 6 ຄົນ ຖືກຈັບຢູ່ ແຂວງມຸກດາຫານ ຂອງໄທຍ ຍ້ອນ ລັກລອບ ເຂົ້າເມືອງ ແບບຜິດກົດໝາຍ.
2020-06-29
ຊາວລາວ ສ່ວນຫຼາຍ ຍັງບໍ່ໝັ້ນໃຈ ວ່າຄ່າໄຟຟ້າ ຈະຫລຸດລົງ.
2020-06-29
ທ່ານ ນາຍົກ ຣັຖມົນຕຼີ ໄດ້ຣາຍງານ ຕໍ່ ກອງປະຊຸມ ສໄມ ສາມັນ ເທື່ອ 9 ຂອງ ສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 24 ມິຖຸນາ ວ່າ ເສຖກິດລາວ ຈະຂຍາຍໂຕ ແຕ່ 3.3 ຫາ 3.6 ເປີເຊັນ ເທົ່ານັ້ນ.
2020-06-29
ຊາວໄຮ່ຊາວສວນ ຢູ່ເມືອງໃໝ່ ແຂວງຜົ້ງສາລີ ອຸກໃຈ ຍ້ອນ ຝຸງຕັກແຕນ ໄມ້ປ່ອງ ທໍາລາຍ ເຂົ້າໄຮ່ ຂອງ ພວກຂະເຈົ້າ ເສັຽຫາຍໜັກ.
2020-06-28
ຄົນໄທດໍາ ໃນ ບ້ານປ່າໝາດ ປັດຈຸບັນ ກໍປະສົບ ບັນຫາ ໜັກໜ່ວງ ເຊັ່ນດຽວກັບ ຊາວລາວ ອົພຍົບ ທົ່ວໄປ ທີ່ ໜີຈາກ ປະເທດເດີມ ໄປອາສັຍຢູ່ ປະເທດອື່ນ.
2020-06-28
ຣາຍການ ມາຟັງນຳກັນ ເຊິ່ງ ສັປດາ ນີ້ ໄຊຍາ ແລະ ໄມໂຊລີ ຈະນຳເອົາ ເຣື້ອງ ພັຍ ທັມມະຊາດ ສອງປີຜ່ານມາ ເຮັດໃຫ້ ການທໍາມາ ຫາກິນ ຂອງຊາວລາວ ຍີ່ງລຳບາກ.
2020-06-27
ຣາຍການ ຈົດໝາຍ ຈາກ ຜູ້ຟັງ ປະຈຳ ສັປດາ ຈັດມາ ສເນີທ່ານ ໂດຍ: ໄມຊຸລີ
2020-06-27
ຄົນງານລາວ ທີ່ເຮັດວຽກ ໃນໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ ແຂວງອຸດົມໄຊ ໄດ້ເງິນເດືອນຊ້າ ແລະ ບໍ່ມີ ສວັດດີການ ສັງຄົມ.
2020-06-26
ທຸຣະກິດ ທ່ອງທ່ຽວ ໃນລາວ ຍັງບໍ່ທັນຟື້ນໂຕ ເຖິງຈະມີ ການຜ່ອນຜັນ ມາຕການ ຕ້ານການຣະບາດ ຂອງ ໂຄວິດ-19 ແລ້ວກໍຕາມ ໃນຂະນະທີ່ ຍັງບໍ່ມີນັກທ່ອງທ່ຽວຫຼາຍ ໃຊ້ບໍຣິການ ພາກສ່ວນໂຮງແຮມ, ຮ້ານອາຫານ ແລະ ສະຖານທີ່ ທ່ອງທ່ຽວ.
2020-06-26
ເນື່ອງໃນວັນ ຕ້ານຢາເສບຕິດ ໂລກ ຊາວລາວ ກໍມີຄວາມກັງວົນ ໃນບັນຫາ ຊາວໜຸ່ມ ວັຍລຸ້ນ ຕິດ ຢາເສບຕິດ ແລະ ທັງຖືກໃຊ້ເປັນ ຜູ້ສົ່ງຢາ.