ຄົນລາວຖືກຈັບຖານ ລັກລອບ ເຂົ້າໄທຍ

ຈໍາປາທອງ
2020.06.29
F-workers ຄົນງານລາວ ທີ່ພາກັນກັບມາຈາກ ປະເທດໄທຍ ທີ່ວ່າທຸຣະກິດຮ້ານຄ້າປິດ ບໍ່ຈ້າງຄົນງານ, ແຕ່ຄົນງານລາວ ທີ່ລັກລອບກັບໄປໄທຍ ດ້ວຍຄວາມຫວັງອັນໃດ ກໍຍັງສັບສົນຢູ່
ນັກຂ່າວພົລເມືອງ

ຄົນລາວເປັນຊາຍ 3 ຄົນ ແລະ ຍິງ 3 ຄົນ ຈາກແຂວງສວັນນະເຂດ ທີ່ຂີ່ເຮືອນ້ອຍຂ້າມນໍ້າຂອງ, ບໍ່ມີເອກກະສານຖືກຕ້ອງ ເພື່ອຫວັງຈະ ໄປເຮັດວຽກ ຖືກເຈົ້າໜ້າທີ່ໄທຍ ຈັບ ຢູ່ແຂວງມຸກດາຫານ ປະເທດໄທຍ ໃນມື້ວັນທີ 24 ມິຖຸນາ ນີ້ ໃນຂໍ້ຫາລັກລອບເຂົ້າເມືອງແບບຜິດ ກົດໝາຍ.

ຜູ້ຕ້ອງຫາທັງ 6 ຄົນ ທີ່ວ່ານັ້ນຖືກເຈົ້າໜ້າໄທຍ ຈັບຢູ່ເທິງຣົດໂດຍສານປະຈຳທາງ ໃນຂນະທີ່ພວກເຂົາເຈົ້າ ກຳລັງຈະເດີນທາງໄປເຮັດ ວຽກຢູ່ບາງກອກ, ອິງຕາມຄໍາເວົ້າຂອງເຈົ້າໜ້າຕຳຣວດ ແຂວງມຸກດາຫານ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ມິຖຸນານີ້ ວ່າ:

"ມີຜູ້ຍິງ 3 ຊາຍ 3 ຈາກແຂວງສວັນະເຂດ. 6 ຄົນ ຈະເຂົ້າໄປເຮັດວຽກ ທີ່ບາງກອກ ພວກເຂົາເຈົ້າຫລົບໜີເຂົ້າມາ ເຂົ້າມາຕອນກາງຄືນ ລັກລອບຂ້າມເຮືອນ້ອຍ. ຕ້ອງມີຄົນມາສົ່ງເຂົາ ນາຍໜ້າ ທີ່ສຳພາດເຂົາບໍ່ໃຫ້ການ."

ແລະເຈົ້າໜ້າທີ່ໄທຍ ອີກທ່ານນຶ່ງ ກໍເວົ້າວ່າ ຊາວລາວທັງໝົດ 6 ຄົນ ທີ່ຖືກຈັບນັ້ນ ແມ່ນຖືກຕັ້ງຂໍ້ຫາຫລົບໜີເຂົ້າເມືອງ ແລະເຈົ້າໜ້າທີ່ໄທຍ ໄດ້ສົ່ງພວກເຂົາເຈົ້າ ກັບຄືນໃຫ້ທາງການ ແຂວງສວັນນະເຂດ, ແລະໄດ້ມີການຕົກລົງກັນ ໃຫ້ຄົນທັງໝົດນັ້ນໄປກວດເຊື້ອພຍາດ ໂຄວິດ-19 ເພື່ອປ້ອງກັນໃຫ້ທັນເວລາ ດັ່ງທີ່ທ່ານກ່າວວ່າ:

"ຈັບທັງໝົດ 6 ຄົນ ແຈ້ງຂໍ້ຫາແລ້ວ ເຮົາກໍຜັກດັນອອກ. ປົກກະຕິທາງລາວ ເຂົາກໍຮັບຊາບຕລອດວ່າ ມີການລັກລອບ. ດ່ານປິດ ຄືເຮົາຮັບ ບໍ່ໄດ້ຢູ່ແລ້ວ ແຕ່ວ່າເຂົາຕ້ອງການ ຫາວຽກເຮັດ ເຂົາກໍຫຼົບໜີ ເຂົ້າມາກ່ອນ."

ໃນໄລຍະ 2-3 ເດືອນ ຜ່ານມານີ້ ໃນຂນະທີ່ດ່ານສາກົນ ລາວ-ໄທ ຍັງປິດເພື່ອປ້ອງກັນ ໄວຣັສໂຄວິດ-19, ເຈົ້າໜ້າທີ່ໄທຍ ໄດ້ຈັບຄົນລາວ ທີ່ລັກລອບເຂົ້າເມືອງໄດ້ 2 ຄັ້ງ. ຈັບໄດ້ຢູ່ແຄມຂອງ ແຂວງມຸກດາຫານ ທັງໝົດ 4 ຄົນ ທີ່ບໍ່ມີເອກກະສານຖືກຕ້ອງ. ພວກເຂົາເຈົ້າມີຈຸດ ປະສົງເຂົ້າມາເຮັດວຽກ, ດັ່ງເຈົ້າໜ້າຕໍາຣວດໄທຍ ທ່ານດຽວກັນນີ້ ກ່າວຕື່ມອີກວ່າ:

"ຜູ້ຍິງຄົນທຳອິດ ເຂົ້າມາຫາສາມີ ຄັ້ງທີສອງນີ້ຢູ່ແຄມຂອງ ຢູ່ນາໂປກາງ 4 ຄົນເປັນຜູ້ຊາຍ ເຂົ້າໄປເພື່ອເຮັດວຽກແຕ່ສ່ວນໃຫຍ່ເຈົ້າໜ້າທີ່ ກວດພົບ ຢູ່ແຄມຂອງ ສາມາດຄວບຄຸມຕົວ ແລະສົ່ງໃຫ້ ແຂວງສວັນນະເຂດ."

ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ກ່າວວ່າ ທີ່ຜ່ານມາ ໃນໄລຍະໂຄວິດ-19 ນີ້ ກໍມີຄົນລາວລັກລອບຂ້າມ ໄປໄທຍຢູ່. ເຈົ້າໜ້າທີ່ລາວ ແລະໄທກໍຮ່ວມມືກັນ ສະກັດກັ້ນ. ຖ້າເຈົ້າໜ້າທີ່ໄທຍ ພົບເຫັນ ກໍໃຫ້ສົ່ງໂຕກັບຄືນມາກັກໂຕ ແລະດຳເນີນຄະດີ ຕາມລະບຽບກົດໝາຍ ຢູ່ລາວ, ດັ່ງທີ່ທ່ານກ່າວວ່າ:

"ເລື້ອງລັກເຂົ້າມາຫ້າມບໍ່ໄດ້ ແຕ່ວ່າ ມີແຕ່ເຮົາສະກັດ ເຈົ້າໜ້າທີ່ທາງການຢູ່ທາງເບື້ອງພຸ້ນກັ້ນ ກັກໂຕເນາະ ແລະ ກໍສົ່ງທາງການມານີ້. ທາງການຢູ່ນີ້ ເຂົາກໍມາດຳເນີນຄະດີ ຢູ່ຝັ່ງລາວ ເລື່ອງກັກໂຕ ມັນຕ້ອງໄດ້ກັກ."

ປັດຈຸບັນ, ດ່ານສາກົນລາວ-ໄທ ຍັງບໍ່ທັນເປີດ ໃຫ້ຄົນຕ່າງປະເທດ ເດີນທາງຜ່ານ ຍ້ອນວ່າ ຍັງປະຕິບັດມາຕການ ຄວບຄຸມ ແລະປ້ອງກັນ ໂຄວິດ19 ຢູ່. ສ່ວນວ່າ ຈະໃຫ້ຄົນງານລາວ ທີ່ມີ MOU ຫລື ມີນາຍຈ້າງ ຮັບເອົາເຂົ້າເຮັດວຽກຢູ່ໄທຍ ແລ້ວນັ້ນກໍເປັນພຽງການປຶກສາຫາລື ກັນເທົ່ານັ້ນ, ຍັງບໍ່ທັນມີນະໂຍບາຍ ຈະແຈ້ງເທື່ອ, ຕ້ອງໄດ້ລໍຖ້າແຈ້ງການ ຂອງຣັຖບານອອກມາກ່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.