ມາຕການຜ່ອນຄາຍປ້ອງກັນ ໂຄວິດ-19

ສິດນີ
2020.06.30
F-LP ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ຕົກຢູ່ໃນສະພາບງຽບເຫງົາ ຍ້ອນມາຕການປ້ອງກັນ ການແຜ່ຣະບາດ ເຊື້ອພຍາດ ໂຄວິດ-19
RFA

ຣັຖບານລາວໄດ້ອອກແຈ້ງການ ຜ່ອນຜັນ ມາຕການປ້ອງກັນ ແລະ ຄວບຄຸມ ສະກັດກັ້ນ ການແຜ່ຣະບາດ ຂອງໂຣຄໂຄວິດ-19 ສະບັບ ໃຫມ່ ໃນໄລຍະ ວັນທີ 1 ຫາ ວັນທີ 30 ເດືອນ ກໍຣະກະດາ ປີ 2020 ຊື່ງມາຕການ ດັ່ງກ່າວມີດັ່ງນີ້:

1- ໃຫ້ຄະນະສເພາະກິດ ສືບຕໍ່ເຜີຍແຜ່ ໃຫ້ສັງຄົມເຂົ້່າໃຈ ໃຫ້ເລິກຊຶ້ງ ແລະທົ່ວເຖິງ ກ່ຽວກັບອັນຕຣາຍຂອງ ພຍາດໂຄວິດ-19 ພ້ອມທັງ ໃຫ້ສືບຕໍ່ ໂຕ້ຕອບຂ່າວລື, ຂ່າວລວງ ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ ຕໍ່່ສັງຄົມ.

2- ເຫັນດີໃຫ້ສືບຕໍ່ປະຕິບັດມາຕການຜ່ອນຜັນ ທີ່ໄດ້ກຳໜົດໄວ້ໃນແຈ້ງການ ຂອງຫ້ອງການຣັຖບານ ສະບັບເລກທີ 597/ຫສນຍ ລົງວັນທີ 29 ພຶສພາ ປີ 2020.

3- ເຫັນດີໃຫ້ຜ່ອນຜັນ ເພີ້ມມາຕການຈຳນວນນື່ງ ເພື່ອໃຫ້ມີຜົລກະທົບຕໍ່ເສຖກິດ ແລະສັງຄົມ ໜ້ອຍທີ່ສຸດເປັນຕົ້ນ ເຫັນດີໃຫ້ມີິການແຂ່ງຂັນ ກິລາ ທຸກປະເພດ ໂດຍມີຜູ້ຊົມຕາມຄວາມເໝາະສົມ, ເຫັນດີໃຫ້ເປີດກາຊິໂນ ທີ່ໄດ້ຮັບອະນຸຍາດ ຖືກຣະບຽບທາງການ. ເຫັນດີໃຫ້ຈັດງານ ສັງສັນ ງານປະເພນີ ແລະ ງານດອງ ແຕ່ຕ້ອງປະຕິບັດຕາມກົດຣະບຽບ ຂອງໜ່ວຍງານສະເພາະກິດ. ດັ່ງທ່ານ ຈະເຣີນ ເຢັຽປາວເຮີ ຣັຖມົນຕຣີ ປະຈຳສຳນັກງານນາຍົກ ພ້ອມທັງ ເປັນໂຄສົກຣັຖບານ ກ່າວໃນຕອນນື່ງວ່າ:

“ອະນຸຍາດໃຫ້ຈັດກິຈກັມຊຸມນຸມ ງານສັງສັນ ງານປະເພນີ ແລະ ງານແຕ່ງດອງ ທີ່ເປັນປະເພນີອັນດີງາມ ຂອງຊາດເຮົາ ດ້ວຍໃຈປະຢັດ ມັທຍັດ ແຕ່ຕ້ອງປ້ອງກັນ ບໍ່ໃຫ້ເ້ກີດຄວາມສ່ຽງ ໃນການຕິດ ພຍາດ ໂຄວິດ-19.”

4- ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ມາຕການທີໄດ້ກຳໜົດໄວ້ໃນຄຳສັ່ງ ເລກທີ 06/ນຍ ລົງວັນທີ 29 ເດືອນມີນາ ປີ 2020 ດັ່ງນີ້: ສືບຕໍ່ປິດຮ້ານບັນເທີງ ຮ້ານກາຣະໂອເກະ ຮ້ານເກມ, ສືບຕໍ່ ປິດດ່ານປະເພນີ ດ່ານທ້ອງຖີ່ນ ແລະ ດ່ານສາກົນ ສຳລັບບຸກຄົນທົ່ວໄປ ຍົກເວັ້ນ ຄົນຕ່າ່ງຊາດ ແລະ ຄົນລາວ ຜູ້ທີ່ມີພາຣະຮີບດ່ວນ ໃນຫນ້າທີ່ວຽກງານ ໃນການເຂົ້າ-ອອກ, ສຶບຕໍ່ໂຈະການອອກວິຊາ ສຳລັບ ການຢ້ຽມຢາມ ແລະ ທ່ອງທ່ຽວ ແກ່ບຸກຄົນ ທີ່ເດີນທາງມາຈາກ ປະເທດທີ່ມີການຣະບາດ ຂອງ ພຍາດໂຄວິດ-19 ແລະ ມາຕການອື່ນໆ. ທ່ານ ຈະເຣີນ ກ່າວຕື່ມວ່າ:

“ສືບຕໍ່ປິດບັນດາ ຮ້ານບັນເທີງ ຮ້ານ ກາຣາໂອເກະ ແລະ ຮ້ານເກມ ສືບຕໍ່ປິດດ່ານປະເພນີ ແລະດ່ານທ້ອງຖີ່ນ ສຳລັບ ການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ຍົກເວັ້ນແຕ່ດ່ານປະເພນີ ແລະ ດ່ານທ່ອງຖີ່ນ ທີ່ໄດ້ຮັບອະນຸຍາດ ຈາກ ຣັຖບານ.”

ມາຕການໃຫມ່ດັ່ງກ່າວທັງຫມົດນີ້ ເປັນການຊົ່ວຄາວ ຖ້າມີການປ່ຽນແປງ ກໍຣະນີ ມີຜູ້ຕິດເຊື້ອເກີດຂຶ້ນ ຢູ່ໃນແຂວງໃດແຂວງນື່ງ ຈະໄດ້ ຈຳກັດການເຂົ້າ-ອອກ ໃນແຂວງນັ້ນ ໂດຍຄະນະສະເພາະກິດ ໃນແຂວງດັ່ງກ່າວ ຈະເປັນຜູ້ພິຈາຣະນາ ໃນການສືບຕໍ່ມາຕການໃຫມ່ ດັ່ງກ່າວ. ມາຕການໃຫມ່ນີ້ ມີຜົລບັງຄັບໃຊ້ ເລີ້ມແຕ່ວັນທີ 1 ເດຶືອນກໍຣະກະດາ ໄປຮອດ ວັນທີ 30 ເດືອນ ກໍຣະກະດາ ປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.