ສາກົນກັງວົນດໍາຣັດ ວ່າດ້ວຍ ສະມາຄົມ ສະບັບໃໝ່

ມະນີຈັນ
2017.12.12
F-Phil ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິດທິມະນຸດ Human Rights Watch ປະຈໍາເອເຊັຽ ກ່າວຕໍ່ກອງປະຊຸມ ຖແລງຂ່າວ ທີ່ ສະໂມສອນ ນັກຂ່າວຕ່າງປະເທດ ບາງກອກ ປະເທດໄທ ເມື່ອວັນທີ 7 ທັນວາ 2017
RFA

ກຸ່ມອົງການຈັດຕັ້ງສາກົລ ທີ່ບໍ່ຂຶ້ນກັບຣັຖບານ ຫລື NGO ນໍາໂດຍອົງການສານສາກົລ ເພື່ອຄວາມຍຸຕິທັມ ຫລື ICJ ຈະສົ່ງຈົດໝາຍ ເຖິງຣັຖບານສປປລາວ ສະແດງຄວາມກັງວົນນໍາດໍາຣັຖ ວ່າດ້ວຍສະມາຄົມ ສະບັບໃໝ່ທີ່ທາງຣັຖບານ ຮັບຜ່ານ ແລະ ນາຍົກຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ ໄດ້ລົງນາມໃນມື້ວັນທີ 11 ສິງຫາ ແລະມີຜົລບັງຄັບໃຊ້ ແຕ່ມື້ວັນທີ 15 ພຶສຈິກາ 2017 ເປັນຕົ້ນມານັ້ນ. ຕາມ ຄໍາເວົ້າຂອງ ທ່ານ Phil Robertson ຮອງຜູ້ອໍານວຍ ການອົງການ ສິດທິມະນຸດ Human Rights Watch ປະຈໍາເອເຊັຽຕໍ່ກອງປະຊຸມ ຖແລງຂ່າວທີ່ສະໂມສອນນັກຂ່າວ ຕ່າງປະເທດ ບາງກອກປະເທດໄທ ເມື່ອວັນທີ 7 ທັນວາ ເນື່ອງໃນວັນຄົບຮອບ 5 ປີທີ່ ທ່ານ ສົມບັດ ສົມພອນ ນັກພັທນາຊຸມຊົນ ດີເດັ່ນຂອງລາວ ຖືກບັງຄັບ ໃຫ້ຫາຍສາບສູນໄປຈາກກາງ ນະຄອນຫລວງ ວຽງຈັນ:

"There’s a group of NGOs led by International Court of Jurists who conducts an analyses the new decree and sending a letter next week to the government of Laos raising concerns about this decree and how’s it going to be implemented."

ທ່ານ Phil ກ່າວວ່າກຸ່ມອົງການ NGOs ນໍາໂດຍອົງການ ICJ ທີ່ດໍາເນີນການວິເຄາະ ກ່ຽວກັບດໍາຣັຖໃໝ່ ທີ່ວ່ານັ້ນ ຈະສົ່ງຈົດໝາຍເຖິງ ຣັຖບານສປປລາວ ໃນອາທິດໜ້າເພື່ອສະແດງ ເຖິງຄວາມວິຕົກກັງວົນ ຂອງພວກຕົນ. ດໍາຣັຖໃໝ່ ທີ່ໃຊ້ປ່ຽນແທນ ດໍາຣັຖ ສະບັບປີ 2009 ນັ້ນມີຂໍ້ຈໍາກັດຫລາຍໆຢ່າງ ຕໍ່ທຸກສະມາຄົມ ພາຍໃນປະເທດລາວ ທີ່ເອີ້ນວ່າສະມາຄົມບໍ່ຫາຜົລກໍາໄຣ ຫຼື NPAs ຊຶ່ງຂ້ອນຂ້າງຈະແຈ້ງ ວ່າ ເປັນການຣະເມີດພັລທະ ພາຍໃຕ້ສົນທິສັນຍາສາກົລ ວ່າດ້ວຍສິດທິ ທາງການເມືອງ ແລະ ສິດທິພົລເຮືອນ ທີ່ສປປລາວ ເປັນພາຄີ, ທ່ານ Phil Robertson ກ່າວຕື່ມໂດຍຍົກຕົວຢ່າງບາງ ຂໍ້ຈໍາກັດ ນັ້ນວ່າ:

"There’s whole set areas under this decree where the NPA would have to have prior approval, so for instance in order to receive fund donations you have to get approval for those funds of donations to be given. you have to have permission to interact or cooperate with the international organizations or foreign entities and you obliged to operate in accordance with the party’s policies."

ຍົກຕົວຢ່າງວ່າ ກ່ອນທີ່ຈະສາມາດຮັບການຊ່ວຍເຫລືອ ທາງການເງິນຈາກອົງການສາກົລນັ້ນ ສະມາຄົມ ບໍ່ຫາຜົລກໍາໄຣ ຂອງລາວ ຫລື NPAs ຈະຕ້ອງໄດ້ຮັບອະນຸຍາດ ຈາກທາງການລາວ ກ່ອນທີ່ຈະຮັບເງິນຊ່ວຍເຫລືອນັ້ນໄດ້ ຈະຕ້ອງໄດ້ຮັບອະນຸຍາດ ກ່ອນທີ່ຈະຕິດຕໍ່ ພົວພັນ ຫລືຮ່ວມມືກັບອົງການສາກົລຕ່າງໆໄດ້ ແລະຈະຕ້ອງດໍາເນີນການ ໃຫ້ສອດຄ່ອງກັບນະໂຍບາຍ ຂອງພັກ ແລະຣັຖບານລາວ.

ເວົ້າເຖິງສະມາຊິກຂອງສະມາຄົມ NPAs ດໍາຣັຖໃໝ່ກໍຣະບຸວ່າ ສງວນໄວ້ສໍາລັບພົລເມືອງລາວ, ຫ້າມຄົນຕ່າງປະເທດເປັນສະມາຊິກ ແລະຫ້າມບໍ່ໃຫ້ຮັບຊ່ຽວຊານ ແລະອາສາສມັກຕ່າງປະເທດ ເປັນສະມາຊິກ. ກ່ອນໜ້ານີ້ ຄືກ່ອນໜ້າ ກອງປະຊຸມ ໂຕະມົນ ຣະຫວ່າງ ຣັຖບານລາວ ແລະບັນດາຄູ່ຮ່ວມພັທນາ ແລະຜູ້ໃຫ້ການຊ່ວຍເຫລືອ ທີ່ເມືອງປາກເຊ ແຂວງຈໍາປາສັກ ເມື່ອເດືອນພຶສຈິກາ ທີ່ຜ່ານມາ ທາງສະຫະພັລ ສິດທິມະນຸດສາກົລ FIDH ແລະຂະບວນການລາວ ເພື່ອສິດທິມະນຸດ LMHR ກໍໄດ້ຮຽກຮ້ອງໃຫ້ນາໆຊາດ ທີ່ໃຫ້ການ ຊ່ວຍເຫຼືອລາວ ເກັ້ຽກ່ອມໃຫ້ຣັຖບານລາວ ຍົກເລີກດໍາຣັຖໃໝ່ ທີ່ມີຂໍ້ຫ້າມຕ່າງໆ ຕໍ່ສະມາຄົມພາກປະຊາຊົນ ຂອງລາວຊຶ່ງບໍ່ສອດຄ່ອງ ກັບມາຖານສາກົລ ທີ່ໃຫ້ເສຣີພາບ ໃນການສະແດງຄວາມຄິດເຫັນ ແລະ ການຈັດຕັ້ງສະມາຄົມນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.