ນັກວິຊາການຊີ້ແນະ ມາຕການ ຕໍ່ຜູ້ສ້າງ ເຂື່ອນ
2019.02.11
ເຫດການເຂື່ອນແຕກ ຢູ່ປະເທດບຣາຊິວ ໃນວັນທີ 27 ມົກກະຣາ ທີ່ຜ່ານມາ, ເຮັດໃຫ້ມີຜູ້ເສັຽຊີວິດຫລາຍ 10 ຄົນ ແລະ ຫາຍສາບສູນ ຫຼາຍຮ້ອຍຄົນ ໃນຂນະທີ່ຣັຖບານບຣາຊິວ ໄດ້ປະກາດ ອາຍັດຊັບສິນຂອງບໍຣິສັດ ເຈົ້າຂອງໂຄງການເຂື່ອນດັ່ງກ່າວ, ແຕ່ຣັຖບານບຣາຊິວ, ໄດ້ໃຊ້ມາຕການອາຍັດຊັບສິນບໍຣິສັດ, ທີ່ເປັນຕົ້ນເຫດເຮັດໃຫ້ເຂື່ອນແຕກ ມູນຄ່າປະມານ 2 ຕື້ ໂດລາ ສະຫະຣັຖ.
ໃນເດືອນ ກໍຣະກະດາ ປີ 2018 ທີ່ຜ່ານມາ ເກີດເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ເຮັດໃຫ້ມີຜູ້ເສັຽຊີວິດ ແລະຫາຍສາບສູນ 71 ຄົນ ແລະປະຊາຊົນ ບໍ່ມີທີ່ຢູ່ອາໃສປະມານ 7 ພັນຄົນ. ແຕ່ ຣັຖບານ ບໍ່ໄດ້ສັ່ງອາຍັດຊັບສິນ ບໍຣິສັດທີ່ຮັບຜິດຊອບໂຄງການ ເຂື່ອນເຊປຽນ -ເຊນ້ຳນ້ອຍ, ພຽງແຕ່ສັ່ງໃຫ້ມີການກວດກາສາເຫດ ຂອງ ເຂື່ອນແຕກເທົ່ານັ້ນ.
ນັກວິຊາການລາວ ກໍຕ້ອງການໃຫ້ຣັຖບານ ໃຊ້ມາຕການຄືກັນກັບ ຣັຖບານບຣາຊິວ ເມື່ອເກີດເຫດການແບບນີ້, ໂດຍໃຫ້ຣັຖບານລາວ ອາຍັດຊັບສິນບໍຣິສັດໄວ້ກ່ອນ, ດັ່ງທ່ານກ່າວຕໍ່ ເອເຊັຽເສຣີ ວ່າ:
"ມັນກະຄວນເປັນແບບລັກສນະ ຄືກັບບຣາຊິວຫັ້ນແຫຼະເນາະ, ເພາະວ່າ ຜູ້ລົງທຶນແມ່ນບໍຣິສັດເອກກະຊົນເນາະ, ແຕ່ວ່າ ໂດຍທີ່ຣັຖບານເປັນ ຜູ້ອະນຸມັດໃຫ້, ຖ້າວ່າປຽບທຽບກໍຣະນີ ສປປລາວ ກໍຄວນຈະເຮັດໃນຮູບແບບນັ້ນ, ໃນຖານະມະຫາພາກ ຖ້າຫາກວ່າຂະເຈົ້າເຮັດຜົນເສັຽຫາຍ ຂຶ້ນມາ, ກໍຄວນຍຶດໄວ້ກ່ອນ ຍຶດຊັບໄວ້ກ່ອນ."
ສາເຫດທີ່ບໍ່ມີການໃຊ້ມາຕການຢ່າງເຄັ່ງຄັດກໍຄື, ເຈົ້າຂອງໂຄງການ ແລະຜູ້ອະນຸມັດໂຄງການ ຄືໜ່ວຍງານຂອງຣັຖ, ມີເຄືອຂ່າຍກັນ ຫລື ຖ້ອຍທີ ຖ້ອຍອາໃສກັນ, ດັ່ງນັກວິຊາການທ່ານນີ້ກ່າວຕື່ມ ອີກວ່າ:
"ບ້ານເຮົາໂດຍລວມແລ້ວ, ຢາກວ່າເປັນແນວນັ້ນສ່ວນຫລາຍຜູ້ລົງທຶນເຂົ້າເຖິງຜູ້ອະນຸມັດເດ້, ບໍ່ວ່າຈະເປັນໃນອອບຟີສ ຫຼື ນອກອອບຟີສ, ມັນຄ້າຍໆຄືກັບເປັນເຄືອຍາດກັນ, ເປັນເນັດເວິກກັນ ແລ້ວ, ມັນລະລັກສນະວ່າ, ບໍ່ມີຄວາມເປັນກາງ ລະຫວ່າງ ຜູ້ອະນຸມັດ ກັບຜູ້ສະເໜີ ຂໍອະນຸມັດ, ບ້ານເຮົາມັນເປັນແນວນັ້ນ, ມັນເຮັດໃຫ້ມີຈຸດອ່ອນ ໃນລະບົບການຕິດຕາມ ກວດສອບ."
ຫລ້າສຸດ ເມື່ອວັນທີ 26 ມົກກະຣາ ທີ່ຜ່ານມາ, ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ແລະບໍຣິສັດ SK ຂອງເກົາຫຼີໃຕ້ພ້ອມດ້ວຍບໍຣິສັດປະກັນພັຍ ໄດ້ຈ່າຍຄ່າຫົວໃຫ້ແກ່ຍາດພີ່ນ້ອງຜູ້ເສັຽຊີວິດ ແລະ ຫາຍສາຍສູນ ຈາກເຫດການ ເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ.
ບັນດາຍາດພີ່ນ້ອງຂອງຜູ້ເສັຽຊີວິດ ແລະຫາຍສາບສູນ 71 ຄົນ, ໄດ້ຮັບເງິນຄ່າຫົວ ຫລື ຄ່າປົວແປງຈິດໃຈ ໃນວັນທີ 26 ມົກກະຣາ, ໃນ ມູນຄ່າ 10 ພັນໂດລາ ຕໍ່ຄົນ, ດັ່ງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຍເສຣີ ວ່າ:
"ສຳລັບຄ່າປົວແປງຈິດໃຈນີ້, ມັນບໍ່ມີງວດສຸດທ້າຍ ມັນບໍ່ມີງວດນີ້ ອັນນີ້, ສະເພາະຄ່າຜູ້ເສັຽຊີວິດ ຕາມກົດໝາຍແລ້ວ ເຂົາເອີ້ນຄ່າປົວແປງ ຈິດໃຈ ມັນບໍ່ມີຫຼາຍງວດ ໄທເຮົາໄດ້ຈ່າຍບາດດຽວໂລດ ແຕ່ວ່າ ຄ່າຊົດເຊີຍຕ່າງໄດ໋, ອັນນີ້ ເອີ້ນຄ່າປົວແປງຈິດໃຈ, ໃຫ້ຜູ້ເສັຽຊີວິດ ແລະ ໃຫ້ຄອບຄົວຜູ້ເສັຽຊີວິດ ແຕ່ວ່າ ໄລ່ເປັນຄົນ."
ທີ່ຜ່ານມາ, ຣັຖບານໄດ້ຈ່າຍໃຫ້ເງິນກິນທານຈຳນວນ 1 ລ້ານ 5 ແສນກີບ ໃຫ້ແກ່ຍາດພີ່ນ້ອງຂອງຜູ້ເສັຽຊີວິດ ແລະ ຫາຍສາບສູນ. ທ່ານກ່າວຕື່ມອີກວ່າ, ບໍຣິສັດ ເຈົ້າຂອງໂຄງການ ເຂື່ອນໄຟຟ້າ ເຊປ່ຽນ-ເຊນ້ຳນ້ອຍ ໄດ້ເຮັດປະກັນ ກັບບໍຣິສັດ ປະກັນພັຍເອົາໄວ້ ໃນມູນຄ່າວົງເງິນ 50 ລ້ານໂດລາ, ຊຶ່ງບໍຣິສັດ ກໍໄດ້ແຈ້ງໃຫ້ທາງການລາວ ໄດ້ຮັບຮູ້. ແລະຜົນຂອງການວິຈັຍສາເຫດ ຂອງເຂື່ອນ ແຕກໃນຄັ້ງນີ້, ຍັງບໍ່ທັນໄດ້ສະຫລຸບອອກມາ ຢ່າງເປັນທາງການ.
ອີງຕາມການຢືນຢັນຂອງທ່ານ ເຈົ້າແຂວງອັດຕະປື, ການຟື້ນຟູຊີວິດການເປັນຢູ່ຂອງຜູ້ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຕ້ອງໃຊ້ເວລາປະມານ 3 - 4 ປີ.
ການເຮັດບຸນເຮັດທານ ຫາ ຜູ້ເສັຽຊີວິດ ໄດ້ຈັດຂຶ້ນ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 25 ມົກກະຣາ ໃນຕອນເຊົ້າຂອງວັນທີ 26 ມົກກະຣາ ກໍມີການຕັກບາດ. ອີງຕາມຣາຍງານຂອງ ເຈົ້າໜ້າທີ່ ເມືອງສະໜາມໄຊ.
ນອກຈາກນີ້ ໃນວັນທີ 23 ມົກກະຣາ ທີ່ຜ່ານມາ, ສຳນັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ວ່າດ້ວຍການຮັບເອົາຄ່າຊົດເຊີຍ ແກ່ຜູ້ ເສັຽຊີວິດ, ແລະຜູ້ຫາຍສາບສູນ ຈາກເຫດການເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ.
ເນື້ອໃນຂອງແຈ້ງການ ໄດ້ລະບຸວ່າ:
1.ເຫັນດີຮັບຮອງເອົາຄ່າຊົດເຊີຍ ໃຫ້ແກ່ຜູເສັຽຊີວິດ, ແລະຜູ້ຫາຍສາບສູນ ຈາກເຫດການ ສັນເຂື່ອນເຊປຽນ-ເຊນ້ຳນ້ອຍ ແຕກ ຢູ່ເມືອງ ສະໜາມໄຊ ແຂວງອັດຕະປື, ໃນມູນຄ່າ 10 ພັນໂດລາ ສະຫະຣັຖຕໍ່ຫົວຄົນ, ຕາມຈຳນວນຜູ້ເສັຽຊີວິດ ແລະຜູ້ຫາຍສາບສູນທີ່ຣັຖບານ ໄດ້ຮັບຮອງເອົາ 71 ຄົນ. ໃນຕໍ່ໜ້າ, ຖ້າຫາກພົບເຫັນຜູ້ເສັຽຊີວິດເພີ້ມຕື່ມ, ບໍຣິສັດ ຕ້ອງສືບຕໍ່ຮັບຜິດຊອບ ຈ່າຍຄ່າ ຊົດເຊີຍຕື່ມອີກ.
2.ມອບໃຫ້ ແຂວງອັດຕະປື, ບໍຣິສັດ ເຊປຽນ-ເຊນ້ຳນ້ອຍ ແລະ ບໍຣິສັດ SK ພ້ອມດ້ວຍ ບໍຣິສັດ ປະກັນພັຍ ດຳເນີນການມອບຮັບເງິນ ຄ່າຊົດເຊີຍດັ່ງກ່າວ ໃຫ້ແກ່ຄອບຄົວ, ຍາດພີ່ນ້ອງຜູ້ທີ່ເສັຽ ຊີວິດ ແລະຫາຍສາບສູນ ຕາມກົດໝາຍ, ລະບຽບການ ແລະ ເງື່ອນໄຂການ ປະກັນພັຍ.
ປັດຈຸບັນ ທາງການລາວກຳລັງ ກວດກາສາເຫດ, ຂອງເຫດການເຂື່ອນເຊປຽນ-ເຊນ້ຳນ້ອຍແຕກໃນຄັ້ງນີ້, ຊຶ່ງໃນເບື້ອງຕົ້ນ, ເຈົ້າໜ້າທີ່ ທາງການ ມີກຳນົດທີ່ຈະປະກາດຜົນ ຂອງການກວດສອບ ເດືອນມົກກະຣາ, ແຕ່ປັດຈຸບັນ ຕົ້ນເດືອນກຸມພາ ເຈົ້າໜ້າທີ່ທາງການກໍຍັງ ບໍທັນໄດ້ມີການເປີດເຜີຍ ແຕ່ຢ່າງໃດ.