ທາງການລາວຫາລືຄວາມ ປອດພັຍ ເຣື່ອງເຂື່ອນ

ສິດນີ
2020.08.10
F-Xayaburi-dam ເຂື່ອນໄຟຟ້າພະລັງນໍ້າ ຢູ່ ແຂວງໄຊຍະບູຣີ ທີ່ ສ້າງສໍາເຣັດຮຽບຮ້ອຍ ໃນປີ 2019 ຊຶ່ງຖືວ່າເປັນເຂື່ອນ ທີ່ອອກແບບໄດ້ຕາມມາຕຖານ ສາກົນ ( ຮູບຖ່າຍ ເດືອນ ກໍຣະກະດາ ປີ 2019)
RFA

ປະເທດລາວ ມີເຂື່ອນໄຟຟ້າທັງຫມົດ 78 ແຫ່ງແລະຍັງຢູ່ໃນການກໍ່ສ້າງອີກ 27 ເຂື່ອນ ດັ່ງນັ້ນ ເພື່ອຄ້ຳປະກັນມາຕຖານຄວາມປອດພັຍ ໃນຣະດູຝົນປີນີ້ ກະຊວງພະລັງງານ ແລະ ບໍ່ແຮ່ ສປປລາວ ຈື່ງໄດ້ເຊື້ອເຊີນ ບໍຣິສັດສ້າງເຂື່ອນໄຟຟ້າ ແລະ ໂຕແທນຈາກອົງການສາກົນ ໃນລາວ ປະມານ 150 ຄົນເຂົ້າຮ່ວມຖອດຖອນບົດຮຽນ ກ່ຽວກັບ ການບໍຣິຫານຈັດການນ້ຳ ການຜລິດໄຟຟ້າຂອງເຂື່ອນ ແລະແຜນຮັບມື ໃນພາວະສຸກເສີນ ໃນຣະດູຝົນປີນີ້, ດັ່ງເຈົ້າຫນ້າທີ່່ ກະຊວງພະລັງງານ ແລະບໍ່ແຮ່ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 10 ສິງຫາ ນີ້ວ່າ:

“ໃຫ້ມັນໄປຕາມຣະບຽບ ໄປຕາມຂັ້ນຕອນສາກົນຫັ້ນແຫລ້ວ ທີ່ເພິ່ນກຳນົດ ມີຫຍັງຂ້າພະເຈົ້າກະບໍ່ສາມາດເວົ້າໄດ້ ແຕ່ວ່າດຽວນີ້ທາງຣັຖບານ ເພິ່ນກະມອບໃຫ້ກະຊວງພະລັງງານ ແລະບໍ່ແຮ່ ເປັນຜູ້ໄປປັບປຸງຄືນຫມົດ, ບັນຫາຕ່າງໆທີ່ເຫັນວ່າມັນບໍ່່ທັນໄດ້ເຮັດ ຫຼືວ່າ ເຮັດບໍ່ທັນຮັດກຸມ ບໍ່ທັນຮອບຄອບ.”

ທ່ານກ່າວຕື່ມວ່າ ໄລຍະຜ່ານມາ ຣັຖບານລາວ ໄດ້ເຫັນຜົລກະທົບຈາກເຂື່ອນໄຟຟ້າຫຼາຍແຫ່ງ ທີ່ສ້າງບໍ່ໄດ້ມາຕຖານ ຍ້ອນບໍ່ມີການກວດກາ ຕິດຕາມດີພໍ ສະນັ້ນ ການປະຊຸມຫາລືເທື່ອນີ້ ທາງການລາວ ຈະເນັ້ນຫນັກໃສ່ບໍຣິສັດເຂື່ອນໄຟຟ້າ ແຕ່ລະແຫ່ງບໍ່ວ່າຈະເປັນເຂື່ອນຂນາດກາງ ຂນາດນ້ອຍ ແລະ ຂນາດໃຫຍ່ ໃຫ້ເອົາໃຈໃສ່ໃນການຕິດຕາມ ກວດກາ ຄວາມປອດພັຍ ຂອງເຂື່ອນເປັນຕົ້ນ ມາຕຖານໂຄງສ້າງແລະການ ວາງແຜນຮັບມື ກັບເຫດສຸກເສີນໃນຣະດູຝົນ ເພື່ອຄ້ຳປະກັນວ່າ ເຂື່ອນທຸກແຫ່ງໃນລາວ ມີມາຕຖານຄວາມປອດພັຍ ໃນຣະດັບສາກົນ.

ນອກຈາກນີ້ ໃນແຕ່ລະປີເຂືຶ່່ອນແຕ່ລະເຂື່ອນ ຍັງຕ້ອງໄດ້ຣາຍງານຣະດັບນ້ຳ, ປະຣິມານນ້ຳເຫນືອເຂື່ືອນ ແລະ ທ້າຍເຂື່ອນ, ການປ່ອຍນ້ຳ ແຈ້ງໃຫ້ຣັຖບານລາວຮັບຮູ້ ໄປພ້ອມໆກັນ ບໍ່ແມ່ນຈະໃຫ້ບໍຣິສັດສ້າງເຂື່ອນ ບໍຣິຫານຈັດການເອງ ພຽງຝ່າຍດຽວ.

ເຈົ້າຫນ້າທີ່ປະສານງານເຂື່ອນເຊລະນອງ 1 ແຂວງສວັນນະເຂດ ທ່ານນຶ່ງກ່າວຕໍ່ເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ເຂື່ອນເຊລະນອງ 1 ຖືວ່າ ຍັງຢູ່ໃນຣະຫວ່າງການກໍ່ສ້າງ ແຕ່ໄດ້ຕັນນ້ຳ ໄປແລ້່ວໃນທ້າຍປີ 2019 ສ່ວນເຣື້ອງມາຕຖານດ້ານໂຄງສ້າງ ຄວາມປອດພັຍ ກໍເປັນໄປຕາມ ມາຕຖານສາກົນ ຊຶ່ງທາງການລາວກໍໄດ້ລົງມາກວດກາ ຕິດຕາມ ເປັນປົກກະຕິ.

“ຣາຍງານປົກກະຕິ ໃນຊ່ວງຣະດູຝົນ ເຮັດບົດຣາຍງານສົ່ງກົມໄຟຟ້າຫັ້ນແຫຼະ ແຕ່ວ່າ ແຜນເຂົາກະມີລົງຢູ່ດອກ ຊ່ວງມັນແຫ້ງໆຫັ້ນແຫຼະ ເຂົາຈັ່ງລົງ ຫັ້ນຫນ່າ ແຜນກວດ ແຜນຕິດຕາມ ປົກກະຕິຢູ່ດອກອັນນັ້ນຫນ່າ.”

ທ່ານວ່າ ສ່ວນເຣື້ອງການຝຶກຊ້ອມຮັບມື ກັບເຫດສຸກເສີນ ໃນຣະດູຝົນນັ້ນ ຍັງບໍ່ທັນມີເທື່ອ ເນື່ອງຈາກໂຕເຂື່ອນ ຍັງສ້າງບໍ່ທັນແລ້ວ, ຫາກ ເຂື່ອນສ້າງແລ້ວ ກໍຈະໄດ້ປະຕິບັດຕາມ ມາຕຖານຄວາມປອດພັຍ ທີ່ທາງການລາວກຳນົດໃຫ້ເຊັ່ນກັນ.

ເຈົ້າຫນ້າທີ່ຜແນກພະລັງງານ ແລະບໍ່ແຮ່ ແຂວງບໍຣິຄຳໄຊ ທ່ານນຶ່ງກ່າວວ່າ, ປັດຈຸບັນ ເຂື່ອນໄຟຟ້າພາຍໃນແຂວງບໍຣິຄຳໄຊ ມີຢູ່ 5 ເຂື່ອນ ແຕ່ລະເຂື່ອນກໍບໍ່ມີແຜນຮັບມືເຫດສຸກເສີນ ຕາມມາຕຖານສາກົນ ເປັນຕົ້ນການຝຶກຊ້ອມພັຍນ້ຳຖ້ວມ ຣະຫວ່າງ ເຂື່ືອນໄຟຟ້າ ກັບຊາວບ້ານ ທ້າຍເຂື່ອນ ຫລື ບົດຣາຍງານເຣື້ອງການຈັດການບໍຣິຫານນ້ຳ.

ທ່ານວ່າ ຜ່ານມາມີແຕ່ການຣາຍງານ ການກໍ່ສ້າງເຂື່ອນ, ຣະດັບນ້ຳເຫນືອ-ທ້າຍເຂື່ອນ ແລະແຈ້ງການ ການປ່ອຍນ້ຳເມື່ອປະຣິມານນ້ຳຫຼາຍ ເກີນໄປ:

“ບໍ່ທັນເຫັນເພິ່ນແຈ້ງໃດ໋ ເຫັນແຕ່ວ່າເພິ່ນຣາຍງານ ເພິ່ນຣາຍງານປົກກະຕິຢູ່ ວຽກຣາຍງານການກໍ່ສ້າງອີ່ຫຍັງຕ່າງໆ ແຕ່ວ່າເຣື້ອງຝຶກຊ້ອມ ອີຫຍັງ ຄືບໍ່ທັນໄດ້ແຈ້ງມາ.”

ຊາວບ້ານ ທ່າລາດ ເມືອງໂພນໂຮງ ແຂວງວຽງຈັນ ທີ່ເປີດຮ້ານອາຫານ ຢູ່ທ້າຍເຂື່ອນນ້ຳງື່ມ 1 ກ່າວວ່າ ນັບຕັ້ງແຕ່ເຂື່ອນນ້ຳເງື່ມ 1 ຖືກ ສ້າງມາຮອດປັດຈຸບັນ ກໍຍັງບໍ່ເຄີຍມີການຝຶກຊ້ອມ ຣັບມືເຫດພາວະສຸກເສີນຈັກເທື່ອ ແຕ່ກໍໝັ້ນໃຈວ່າເຂື່ອນນ້ຳງື່ມ 1 ມີຄວາມປອດພັຍດີ.

“ບໍ່ເຄີຍມີ ເພິ່ນປະກາດເດ້ ຖ້ວມຮົ້ວ ຖ້ວມສວນເປັນທັມມະດາ ແລະໂຕນີ້ ມັນເຂື່ອນແຕ່ສມັຍໃດເນາະ ມັນຄື່ວ່າ ແຫນ້ນຫນາຢູ່ ຂະເຈົ້າ ກະຕື່ມ ຂະເຈົ້າກະແປງ ເຮັດແບບຫນາແຫນ້ນ ຂຶ້ນອີກ.”

ເມື່ອບໍ່ດົນມານີ້ ທ່ານ ສີນາວາ ສຸພານະວົງ ຮອງຣັຖມົນຕຣີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມທັງພາກສ່ວນກ່ຽວຂ້ອງ ໄດ້ເຄື່ອນໄຫວ ຕິດຕາມ ກວດສອບການກໍ່ສ້າງ ແລະ ການດຳເນີນງານ ຂອງບັນດາເຂື່ອນຕ່າງໆ ໃນລາວເປັນຕົ້ນ ເຂື່ອນ້ຳງຽບ 1, ເຂື່ອນນ້ຳເທີນ 1, ເຂື່ອນນ້່ຳຫີນບູນຕອນລຸ່ມ, ເຂື່ອນເຊລະນອງ 1 ແລະ ເຂື່ອນ ນໍ້າອີມູນ ຢູ່ ແຂວງເຊກອງ ເພື່ອກວດກາ ຄວາມປອດພັຍ ຂອງເຂືື່ອນ ການກໍ່ສ້າງແລະການບໍຣຸງຮັກສາໂຄງສ້າງເຂື່ອນ.

ກ່ຽວກັບເຣື້ອງນີ້ ທ່ານ ຄຳມະນີ ອິນທິຣາດ ຣັຖມົນຕຣີກະຊວງພະລັງງານ ແລະບໍ່ແຮ່ ໄດ້ກ່າວຕໍ່ກອງປະຊຸມຣັຖບານ ຄັ້ງທີ 1 ປະຈຳປີ 2019 ເນື່ອງໃນໂອກາດຄົບຮອບ 1 ປີ ເຂື່ອນເຊປ່ຽນ-ເຊນຳ້ນ້ອຍແຕກວ່າ ຈະບໍ່ໃຫ້ເກີດເຫດເຂື່ອນແຕກຊ້ຳຮອຍອີກ ແລະ ໄດ້ແຕ່ງຕັ້ງ ຫນ່ວຍງານ ລົງກວດກາ ທາງດ້ານເທັກນິກ ຂອງເຂື່ອນທັງຫມົດ ໃນລາວ, ຖ້າຫາກພົບເຫັນວ່າ ເຂື່ອນໃດ ບໍ່ມີມາຕຖານດີພໍ ກໍຈະສເນີ ໃຫ້ຣັຖບານ ບໍ່ອະນຸຍາດ ໃຫ້ມີການເຄື່ອນໄຫວ ຢ່າງເດັດຂາດ.

ໃນໄລຍະຜ່ານມາ ປະເທດລາວ ເກີດພັຍພິບັດເຂື່ອນໄຟຟ້າແຕກ ມາແລ້ວ 4 ເທື່ອ ຄື:

-ໃນມື້ວັນທີ 16 ທັນວາ ປີ 2016 ເກີດເຫດອຸໂມງໄຟຟ້າ ຂອງ ເຂື່ອນເຊກະຕາມ 3 ຂອງ ບໍຣິສັດວຽດນາມແຕກ ເຮັດໃຫ້ມວນນ້ຳ ມະຫາສານ ໄຫລຖ້ວມ ບ້ານເຮືອນປະຊາຊົນ ຢູ່ເມືອງດາກຈຶງ ແຂວງເຊກອງ.

-ໃນມື້ວັນທີ 11 ກັນຍາ ປີ 2017 ເຂື່ອນນ້ຳອ້າວແຕກ ທີ່ແຂວງຊຽງຂວາງ ຊື່ງຢູ່ໃນໄລຍະກຳລັງກໍ່ສ້າງ ປະຊາຊົນ 8 ບ້ານ ຢູ່ເມືອງ ທ່າໂທມ ແຂວງໄຊສົມບູນ ຖືກນ້ຳຖ້ວມເສັຽຫາຍຫນັກ.

-ໃນວັນທີ 23 ເດືອນ ກໍຣະກະດາ ປີ 2018 ເກີດເຫດສັນເຂື່ອນ D ຂອງເຂືອນເຊປ່ຽນ-ເຊນ້ຳນ້ອຍແຕກ ມວນນ້ຳມະຫາສານໄຫຼຖ້ວມ 19 ບ້ານ ຢູ່ເມືອງສນາມໄຊ ແຂວງອັດຕະປື ແລະ

-ໃນວັນທີ 4 ສິງຫາ ປີ 2019 ເຂື່ອນແກ້ງຄວັນແຕກ ຢູ່ເມືອງແປກ ແຂວງຊຽງຂວາງ ຍ້ອນຝົນຕົກຫນັກ ເປັນເວລາຫລາຍວັນ ເຮັດໃຫ້ ໂຕເຂື່່ອນຮັບປະຣິມານ ນ້ຳຝົນບໍ່ໄຫວເລີຍແຕກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.