ຊາວບ້ານຍັງບໍ່ແນ່ໃຈ ເປີດດ່ານ ລາວ-ວຽດນາມ

ອຸ່ນແກ້ວ ສຸກສະຫວັນ
2020.07.17
f-Lao-Bao ດ່ານສາກົນ ແດນສວັນ-ລາວບາວ ຣະຫວ່າງ ສສ ວຽດນາມ ແລະ ສປປ ລາວ
RFA/NY

ຊາວບ້ານຢູ່ແຂວງຊຽງຂວາງ ຍັງບໍ່ຢາກໃຫ້ຣັຖບານ ເປີດດ່ານສາກົນ ລາວ-ວຽດນາມ ເຖີງວ່າທາງການລາວ ກຳລັງພິຈາຣະນາ ເປີດດ່ານ ຊາຍແດນລາວ-ວຽດນາມ ໃນໄວໆນີ້ ເພື່ອໃຫ້ ປະຊາຊົນທັງ 2 ປະເທດ ສາມາດຂ້າມໄປ-ຂ້າມມາ ໂດຍບໍ່ຈຳເປັນຕ້ອງກັກໂຕ ຫລັງຈາກທີ່ ຣັຖບານທັງ 2 ປະເທດ ໄດ້ປະຊຸມກັນຕົ້ນເດືອນ ກໍຣະກະດາ 2020. ປະຊາຊົນບ້ານໂພນສະຫວັດ ເມືອງແປກ ແຂວງຊຽງຂວາງ ໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 16 ກໍຣະກະດາ ວ່າ:

"ເອີ ຕາມຟັງຂ່າວກະຍັງບ້ານຢູ່ແລ້ວເນາະ, ບໍ່ເຂົາປິດໂຄວິດ ຍັງບໍ່ໄດ້ເປີດປະເທດເດ້ ຍັງບໍ່ໄດ້ຍິນຂ່າວວ່າ ຊິເປີດ ຣັຖບານກະຊິມີວິທີການ ຢູ່ເບາະ ເຂົ້າມາແລ້ວກັກໂຕ 14 ມື້."

ຊາວບ້ານທ່ານນີ້ ກ່າວວ່າ ກະຍັງຢ້ານເຊື້ອໄວຣັສ ໂຄວິດ-19 ກັບມາຣະບາດຊ້ຳ ຈຶ່ງບໍ່ຢາກໃຫ້ທາງການ ຮີບດ່ວນເປີດດ່ານຊາຍແດນຖ້າ ທາງການລາວ ອະນຸຍາດໃຫ້ ຄົນວຽດນາມ ເຂົ້າລາວ ກໍຂໍໃຫ້ທາງການກັກໂຕ 14 ມື້ ເຝົ້າເບິ່ງອາການກ່ອນ.

ມີຄົນວຽດນາມຈຳນວນນຶ່ງເຂົ້າມາເຄື່ອນໄຫວ ທຸຣະກິດ ຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ເຖິງວ່າທາງການລາວ ຈະມີການກວດສຸຂພາບ ແຕ່ປະຊາຊົນ ກໍຍັງຢ້ານຢູ່, ຊາວບ້ານຫຼັກຊາວ ເມືອງຄຳເກີດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ກະສະພາບອັນດຽວເກົ່າຫັ້ນແຫຼະ, ຢ້ານພຍາດຢູ່, ເອີ ເຂົາຈະແກ້ໃຫ້ສະເພາະ ແຕ່ຄົນທີ່ວ່າກັກໂຕແລ້ວ ມີໃບກວດສຸຂພາບແລ້ວ ຫລືວ່າ ເປັນທາງການມີວຽກຈຳເປັນເຂົາຈະແກ້ ກະລະວັງຢູ່ໃນໂຮງແຮມກະດີ."

ຊາວລາວອີກທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ບໍ່ເຫັນດີນຳ ຣັຖບານ ທີ່ຈະເປີດດ່ານສາກົນ ໃຫ້ຄົນວຽດນາມ ເຂົ້າມາ ໃນຕອນນີ້:

"ໄວຣັສໂຄວິດ ນີ້ມັນກະບໍ່ມີບັນຫາໃຫຍ່ຫຼວງ ແລະ ສໍາຄັນດອກ ແຕ່ມັນສຳຄັນຢູ່ບ່ອນວ່າ ເຮົາເປີດດ່ານກັບວຽດນາມ ເຮົາຈະໄດ້ຫຍັງມີແຕ່ ວຽດນາມ ໃດ໋ມາຫາກິນນຳເຮົາ ຄືໄທຍນີ້ ແມ່ນແທ້ ເຮົາກະໄປຫາກິນຢູ່ໄທຍ, ໄທຍກະມາກິນຢູ່ລາວ ນີ້ມີການແລກປ່ຽນກັນ ແມ່ນອັນນີ້."

ເຈົ້າໜ້າທີ່ປະຈຳດ່ານສາກົນ ລາວ-ວຽດນາມ ແຂວງສະຫວັນນະເຂດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າປັດຈຸບັນ ຍັງດ່ານສາກົນ ລາວ-ວຽດນາມ ຍັງປິດໃຫ້ບໍຣິການຢູ່:

"ສ່ວນຫຼາຍຕາມຊາຍແດນ ຖືເປັນທຳນຽມຫັ້ນນ່າ ເຂົາກະໄປ-ມາ ຫາສູ່, ຄ້າ-ຂາຍ ກັນຢູ່ປະຊາຊົນ, ກະຍັງປິດຢູ່ ສະເພາະເລື່ອງຄົນເນາະ ການເຂົ້າ-ອອກ ກະຍັງປິດ ມີຕັ້ງແຕ່ ຣົດສິນຄ້າ ຫັ້ນ ທີ່ວ່າເພິ່ນຍັງບໍຣິການຢູ່ຫັ້ນ."

ຣັຖບານລາວຍັງບໍ່ທັນພິຈາຣະນາ ເຫັນດີໃຫ້ເປີດດ່ານສາກົນ ໃນໄລຍະນີ້ ແລະ ຕ້ອງລໍຖ້າຈົນວ່າ ຈະມີແຈ້ງການຈາກ ຣັຖບານ, ເຈົ້າໜ້າທີ່ ກົມກວດຄົນເຂົ້າເມືອງ ກະຊວງປ້ອງກັນ ຄວາມສງົບ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ເຈົ້າມັນຍັງບໍ່ມີ ແຈ້ງການເປັນທາງການ ວ່າເຮົາຈະໄດ້ເປີດ ກັບວຽດນາມ ເດີ, ໂຕນັ້ນເປັນພຽງແຕ່ ຂໍ້ມູນ ຢູ່ໃນສື່ອອນລາຍ ບໍ່ໄດ້ມີການ ຮັບຮອງຈາກຣັຖບານເດີ ວ່າຊິເປີດບໍ່ ຫລືບໍ່ເປີດ ຕ້ອງຖ້າຟັງຣັຖບານ ພີ້ເດີ ມັນບໍ່ໄດ້ເປັນທາງການເດີ ມັນຕ້ອງຢູ່ເວັບໄຊ ຣັຖບານ."

ແຕ່ ສຳລັບສາຍການບິນລາວ ຣະຫວ່າງ ວຽງຈັນ-ຫ້າໂນ້ຍ ວຽດນາມ ກໍມີແຜນວ່າ ຈະເປີດທ້າຍເດືອນນີ້, ເຈົ້າໜ້າທີ່ສາຍການບິນ Lao Airlines ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ແມ່ນແຫຼະ ແຕ່ວ່າເປັນແຜນໃນອະນາຄົດຊື່ໆ ເຈົ້າ ແຕ່ວ່າຍັງບໍ່ແນ່ໃຈວ່າ ຊິໄດ້ເປີດມື້ໃດ ເພາະວ່າເພິ່ນຖ້າໃຫ້ ເພິ່ນຄາຍລອກດາວຫັ້ນນ່າ ເຈົ້າປະມານ ທ້າຍເດືອນນີ້ ຫລື ວ່າຕົ້ນເດືອນ 9 ອາດຈະໄດ້ເປີດ."

ຣະຫວ່າງ ວັນທີ 5-6 ກໍຣະກະດາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຼີ ໄດ້ເດີນທາງໄປປະເທດ ວຽດນາມ ແລະ ພົບກັບ ທ່ານ ຫງຽນ ຊວນ ຟຸກ ນາຍົກຣັຖມົນຕຼີ ວຽດນາມ ກ່ຽວກັບການຟື້ນຟູສະພາບເສຖກິດ ຫລັງຈາກການຣະບາດ ຂອງໂຄວິດ19 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນການທ່ອງທ່ຽວ ລວມເຖີງການເປີດດ່ານສາກົນ ແລະ ສາຍການບິນ ເພື່ອໃຫ້ປະຊາຊົນ ລາວ ແລະ ວຽດນາມ ໄປມາຫາ ສູ່ກັນໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.