ອົງການບໍ່ຂຶ້ນກັບຣັຖບານ ປະຊຸມ ວັນຄົບ 1 ປີ ເຂື່ອນແຕກ
2019.07.24

ໃນວັນຄົບຮອບ 1 ປີ ຂອງເຫດການເຂື່ອນ ເຊປຽນ ເຊນ້ຳນ້ອຍແຕກ ເຄືອຂ່າຍແມ່ນ້ຳສາກົລ ຮ່ວມກັບອົງການ ພາກປະຊາສັງຄົມ ແລະ ອົົງການ ທີ່ບໍ່ຂຶ້ນກັບຣັຖບານ ຫຼື NGO ຫຼາຍອົງການໄດ້ຈັດກອງປະຊຸມ ເພື່ອລະລຶກເຖິງຜູ້ເສັຽຊິວິດ ແລະ ຫາຍສາບສູນ ໃນວັນດັ່ງກ່າວ ຂຶ້ນທີ່ບາງກອກ ປະເທດໄທ.
ເຂົ້າຮ່ວມກອງປະຊຸມ ກໍມີນັກວິຊາການ ແລະນັກຊ່ຽວຊານ ຈາກຫຼາຍພາກສ່ວນ ເປັນຕົ້ນ ກຸ່ມອະນຸຮັກທັມມະຊາດ ສິ່ງແວດລ້ອມ ແລະ ວິຖີຊີວິດ ຂອງ ປະຊາຊົນທ້ອງຖິ່ນ ຮວມທັງນັກຊ່ຽວຊານ ການສ້າງ ເຂື່ອນ ແລະ ນັກວິຊາການ ດ້ານອື່ນໆ.
ກຸ່ມດັ່ງກ່າວ ຮຽກຮ້ອງໃຫ້ຜູ້ຢູ່ເບື້ອງຫຼັງ ໃນໂຄງການເຂື່ອນ ເຊປຽນ-ເຊນ້ຳນ້ອຍ ສະແດງຄວາມ ຮັບຜິດຊອບ ຕໍ່ສິ່ງທີ່ເກີດຂຶ້ນ. ນຶ່ງໃນນັ້ນ ກໍແມ່ນ ຍານາງ ເປຣມຣຶດີ ດາວເຣືຶອງ ຜູ້ຈັດການອົງການສິ້ງຊອມ ດ້ານການສ້າງເຂື່ຶຶອນໃນລາວ ດ່ັງນາງ ກ່າວ ຕໍ່ເອເຊັຽເສຣີ ໃນຕອນ ນຶ່ງວ່າ:
"ເວລາ ນຶ່ງ ປີກໍຜ່ານໄປຢ່າງໄວວາ ພວກເຮົາກໍເຮັດວຽກມາຕັ້ງແຕ່ເຣີ້ມຕົ້ນ ຫຼັງຈາກເຂື່ອນແຕກ ກໍໄດ້ຮຽນຮູ້ຫຼາຍເຣື້ອງ ກ່ຽວກັບຂະບວນ ການ ທັງຫຼາຍ ຄວາມຍາກລໍາບາກ ໃນການຮຽກຮ້ອງ ແລະກໍສິ່ງທີ່ຍັງ ບໍ່ໄດ້ເກີດຂຶ້ນ ໂດຍສະເພາະ ຄວາມຮັບຜິດຊອບ ຂອງບໍຣິສັດ, ຄືຕາມທີ່ເຮົາຕິດຕາມ ຈາກກຸ່ມຕ່າງໆ ໄດ້ມີໂອກາດໄປຢ້ຽມຢາມ ຊາວບ້ານ ຮວມທັງກຸ່ມໝູ່ຄູ່ ຂອງພວກເຮົາທີ່ເຮັດວຽກ ຢູ່ນໍາກັນນີ້ ກໍພົບວ່າ ຊາວບ້ານເອງກໍສະແດງຄວາມບໍ່ພໍໃຈ ກັບສິ່ງທີ່ໄດ້ຮັບໃນຂນະນີ້ ແນ່ນອນ.”
ນັກວິຊາການອີກທ່ານນຶ່ງ ກໍຕື ຍານາງ Maureen Harris ຜູ້ຈັດການອົງການເຄືືອຄ່າຍ ແມ່ນ້ຳສາກົນ ປະຈຳພູມິພາກ ເອເຊັຽຕາເວັນອອກ ສຽງໃຕ້ ກ່າວໃນຕອນນື່ງວ່າ:
“ຍານາງເວົ້າວ່າ ຖແລງການຮ່ວມ ໄດ້ເປີດເຜີຍໃນມື້ນີ້ ຈາກອົງການເຄືອຂ່າຍແມ່ນໍ້າສາກົລ ໄດ້ຣາຍງານກ່ຽວກັບສະພາບການເຂື່ອນແຕກ ຄົບຮອບນຶ່ງປີ ບົດຣາຍງານຍັງໄດ້ເປີດເຜີຍ ກ່ຽວກັບຜູ້ລົງທຶນ ແລະພາກສ່ວນຕ່າງໆ ທີ່ຢູ່ເບື້ອງຫຼັງ ໃນການສ້າງເຂື່ອນ.”
ນອກຈາກນັ້ນກໍມີ ທ່ານ Craig Bradshaw ຜູ້ຈັດການອົງການ Inclusive Development International ປະຈຳພາກພື້ນເອເຊັຽຕາເວັນ ອອກສ່ຽງໃຕ້ ກ່າວໃນຕອນນຶ່ງວ່າ:
"ບົດຣາຍງານໃນມື້ນີ້ໄດ້ບົ່ງບອກ ເຖິງຜູ້ຢູ່ເບື້ອງຫຼັງ ໃນການລົງທຶນ ສ້າງເຂື່ອນ ຢູ່ເບື້ອງຫຼັງໃນເຫດການເຂື່ອນແຕກ ຜູ້ໄດ້ຜົນປໂຍດຈາກ ໂຄງການນີ້.”
ເຖິງຢ່າງໃດກໍຕາມ ເຫດການເຂື່ອນ ເຊປຽນ-ເຊນ້ຳນ້ອຍ ແຕກ ເກີດຂຶ້ນໃນ ມື້ວັນທີ 23 ກໍຮະກະດາ ປີ 2018 ຫຼັງຈາກຝົນຕົກໜັກ ເປັນເວລາ ຫຼາຍວັນ ເຮັດໃຫ້ປະຊາຊົນ ເສັຽຊິີວິດກວ່າ 40 ຄົນ, ຫຼາຍຄົນ ຫາຍສາບສູນ ຊາວບ້ານກວ່າ 4 ພັນຄົນ ຖືກໂຍກຍ້າຍ ຈາກບ່ອນຢູ່ອາສັຍ ເທົ່າເຖິງປັດຈຸບັນ ຍັງບໍ່ມ່ບ່ອນຢູ່ອາສັຍ ແບບຖາວອນເທື່ອ ຍັງຕ້ອງການຄວາມຊ່ອຍເຫຼືອຈາກຣັຖບານຢູ່.
ກຸ່ມ ດັ່ງກ່າວ ໄດ້ຮຽກຮ້ອງຄວາມເປັນທັມ ຈາກກຸ່ມລົງທຶນສ້າງເຂື່ອນ ໃນການຊ່ອຍເຫຼືອ ແລະບຳບັດຊີວິດການເປັນຢູ່ ຂອງປະຊາຊົນ ຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກເຫດການນີ້.