ສາກົລຮຽກຮ້ອງຣັຖບານລາວ ຢຸດຈຳກັດ ພາກປະຊາສັງຄົມ

ອະວາຣີ
2020.01.17
F-Padect ສູນອົບຮົມຮ່ວມພັທນາ ປາແດກ ຈັດພິທີລຳລຶກ ເຖິງ ທ່ານ ສົມບັດ ສົມພອນ ໃນວັນຄົບຮອບ 3 ປີ ທີ່ທ່ານຫາຍສາບສູນ.
RFA/LX

ອົງການຈັດຕັ້ງສາກົລ ຂຽນໜັງສືເປີດຊອງເຖິງ ປະເທດສມາຊິກ ອົງການສະຫະປະຊາຊາຕຕ່າງໆ ເພື່ອຮຽກຮ້ອງໃຫ້ພາກັນເລັ່ງທວງ ທາງການລາວ ໃຫ້ຍຸຕິ ການຈຳກັດຮັດແຄບ ການດຳເນີນງານ ຂອງອົງການຈັດຕັ້ງສາກົລ, ອົງການຈັດຕັ້ງທີ່ບໍ່ຂຶ້ນ ກັບຣັຖບານ ແລະ ອົງການຈັດຕັ້ງພາກປະຊາສັງຄົມ ເນື່ອງໃນໂອກາດ ມີກອງປະຊຸມທົບທວນ ການປະຕິບັດ ສິທທິມະນຸດ ຢູ່ໃນລາວ ທີ່ກຳນົດຈະຈັດຂຶ້ນ ທີ່ນະຄອນເຈນິວາ, ປະເທດສະວິສເຊີແລນດ໌ ໃນວັນທີ 21 ມົກຣາ 2020 ນີ້. ທ່ານ ໂຈເຊັຟ ເບນາດິຄ, ນັກຄົ້ນຄວ້າ ດ້ານອົງການ ຈັດຕັ້ງພາກປະຊາສັງຄົມ ໄດ້ໃຫ້ສັມພາດ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 17 ມົກຣາ ນີ້ວ່າ:

“ພວກເຮົາໄດ້ລົມກັບຫຼາຍຄົນ ທັງໃນ ແລະ ນອກປະເທດລາວ ຕໍ່ກັບບົດຣາຍງານຂອງເຮົາ ແລະ ສະຖານະການໃນລາວ. ເປັນທີ່ໜ້າເສົ້າໃຈ ຫຼາຍ ທີ່ສະຖານະການພື້ນທີ່ ຂອງອົງການຈັດຕັ້ງພາກປະຊາສັງຄົມໃນລາວ ທີ່ເຮົາໄດ້ຮູ້ມາ ສະຖານະການ ແມ່ນ ຖືກປິດກັ້ນ. ໂດຍພື້ນຖານ ແລ້ວ, ປະຊາຊົນ ມີພື້ນທີ່ມີໜ້ອຍທີ່ສຸດ ທີ່ຈະສະທ້ອນບັນຫາຕ່າງໆ ແລະ ສື່ມວນຊົນ ກໍຖືກຣັຖບານຄວບຄຸມຢ່າງແໜ້ນໜາ ແລະ ນັກຂ່າວ ເອກະຣາດ ກໍມີພື້ນທີ່ໜ້ອຍທີ່ສຸດ.”

ອົງການຈັດຕັ້ງສາກົລຂອງທ່ານ ຍັງຮຽກຮ້ອງໃຫ້ທາງການລາວ ຕັ້ງຄນະກັມມະການໃໝ່ ທີ່ເປັນເອກະຣາດ ເພື່ອສືບສວນສອບສວນ ກໍຣະນີ ການບັງຄັບໃຫ້ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ.

“ເປັນເວລາ 7 ປີແລ້ວ ທີ່ທ່ານ ສົມບັດ ສົມພອນ ຫາຍສາບສູນ. ດັ່ງນັ້ນ, ອົງການຈັດຕັ້ງຂອງພວກເຮົາ ແລະ ເຄືອຂ່າຍ ຈຶ່ງຮຽກຮ້ອງໃຫ້ມີ ການຈັດຕັ້ງ ຄນະສືບສວນສອບສວນໃໝ່ ເພື່ອທຳການສືບສວນສອບສວນ ການຫາຍສາບສູນຂອງທ່ານ. ສະຖານະການ ຂອງທ່ານ ສົມບັດ ສົມພອນ ຍັງໄດ້ສ້າງຄວາມຢ້ານກົວ ໃນໝູ່ນັກເຄື່ອນໄຫວ ດ້ານການພັທນາ ເພື່ອຈະສະທ້ອນບັນຫາ ແລະ ຕັ້ງຄຳຖາມ ຕໍ່ຣັຖບານລາວ.”

ຜູ້ທີ່ເຮັດວຽກ ພາກປະຊາສັງຄົມໃນລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ໄດ້ກ່າວຕໍ່ ຜູ້ສື່ຂ່າວເອເຊັຽເສຣີ ເມື່ອບໍ່ດົນ ຜ່ານມານີ້ວ່າ:

“ພາຍຫຼັງທີ່ທາງການຈຳກັດຮັດແຄບ ຕໍ່ອົງການຈັດຕັ້ງພາກປະຊາສັງຄົມ ຫຼາຍຂຶ້ນ ກໍເຮັດໃຫ້ເຮັດອົງການຈັດຕັ້ງ ພາກປະຊາສັງຄົມ ຫຼາຍ ອົງການ ຄ່ອຍໆທະຍອຍຍຸບເລີກໄປ ແລະ ບາງອົງການ ກໍຜັນໂຕເອງ ໄປເປັນວິສາຫະກິຈ ຂນາດນ້ອຍ ທີ່ເຄື່ອນໄຫວດ້ານການກະເສຕ ຫຼື ທຸຣະກິຈ ແລະ ບໍ່ໄດ້ກັບມາສົ່ງເສີມດ້ານສິທທິອີກເລີຍ.”

ຜ່ານມາ ທາງການລາວ ໄດ້ອອກດຳຣັຖ ແລະ ກົດໝາຍ ຈຳກັດຮັດແຄບການເຄື່ອນໄຫວ ແລະ ການດຳເນີນງານ ຂອງອົງການຈັດຕັ້ງ ສາກົລ, ອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ແລະ ອົງການຈັດຕັ້ງພາກປະຊາສັງຄົມ ເຂັ້ມງວດຂຶ້ນ ເປັນຕົ້ນ ໄດ້ອອກດຳຣັຖ ເລຂທີ 238/ລບ ປີ 2017, ດຳຣັຖເລຂທີ 13/ນຍ ປີ 2010, ແລະ ດຳຣັຖເລຂທີ 327/ລບ ປີ 2014, ເຊິ່ງສາກົນເຫັນວ່າ ດຳຣັຖ ແລະ ນິຕິກັມ ບໍ່ສອດຄ່ອງກັບກົດໝາຍ ແລະ ຫຼັກການດ້ານສິທທິມະນຸດສາກົລ.

ດັ່ງນັ້ນ, ອົງການສາກົລ ຈຶ່ງຮຽກຮ້ອງໃຫ້ທາງການລາວ ທົບທວນທ່າທີດັ່ງກ່າວຄືນໃໝ່ ແລະ ສ້າງເງື່ອນໄຂຕ່າງໆ ເປັນຕົ້ນໃຫ້ປັບປຸງດຳຣັຖ ແລະ ກົດໝາຍ ເພື່ອໃຫ້ອົງການຈັດຕັ້ງພາກປະຊາສັງຄົມ ສາມາດເຄື່ອນໄຫວໄດ້ ຢ່າງມີເສຣີພາບ ເພື່ອເປັນສ່ວນສຳຄັນ ຄຽງບ່າຄຽງໄຫຼ່ ກັບຣັຖບານລາວ ໃນການຈັດຕັ້ງປະຕິບັດ ແລະ ບັນລຸ ບັນດາເປົ້າໝາຍ ການພັທນາທີ່ຍືນຍົງ ຂອງອົງການສະຫະປະຊາຊາຕ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.