ເຂື່ອນແຕກລອດຕາຍ ສິດທິ ຂອງມະນຸດ ຖືກຣະເມີດ
2020.04.29

ກຸ່ມຜູ້ຊ່ຽວຊານ ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ບັນດາຣັຖບານ ແລະພາກສ່ວນ ທຸຣະກິດ ທີ່ກ່ຽວຂ້ອງ ດໍາເນີນການຢ່າງຮີບດ່ວນ ໃນການແກ້ໄຂບັນຫາ ການຣະເມີດສິດທິມະນຸດ ຂອງປະຊາຊົນຜູ້ລອດ ຊີວິດ ຈາກພັຍພິບັດ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກຢູ່ ເມືອງສນາມໄຊ ແຂວງອັດຕະປື ຂອງລາວ ເມື່ອເກືອບ 2 ປີກ່ອນ ຊຶ່ງ ເຖິງປັດຈຸບັນ ກໍຍັງຖືກຣະເມີດຢູ່, ອີງຕາມຖແລງຂ່າວ ຂອງກຸ່ມ ຜູ້ຊ່ຽວຊານ ຂອງອົງການສະຫະປະຊາຊາດ ຈາກນະຄອນ Geneva ແລະບາງກອກ ໃນມື້ວັນທີ 29 ເມສາ 2020 ນີ້.
ບັນດາຜູ້ຊ່ຽວຊານ ເວົ້າວ່າ: “ຜູ້ລອດຊີວີວິດຈໍານວນຫລາຍພັນຄົນ ທີ່ໄດ້ສູນເສັຽ ທຸກສິ່ງທຸກຢ່າງນັ້ນ ຍັງສືບຕໍ່ປະເຊີນກັບຄວາມ ບໍ່ແນ່ນອນ ແລະການລະເລີຍຢູ່. ຣັຖບານ ຮວມທັງບໍຣິສັດ ແລະທະນາຄານ ທີ່ກ່ຽວຂ້ອງ ຈະໄດ້ຮັບຜົລກໍາໄຣ ຢ່າງງາມ ໃນຂນະທີ່ຊຸມຊົນ ຜູ້ສູນເສັຽ ທຸກສິ່ງທຸກຢ່າງ ໄດ້ຮັບພຽງແຕ່ຄໍາໝັ້ນສັນຍາ ທີ່ບໍ່ຖືກໄດ້ຮັບການຈັດຕັ້ງປະຕິບັດ ໃນພາກຕົວຈິງ.”
ການສ້າງສັນເຂື່ອນ ທີ່ບໍ່ເປັນໄປຕາມຫລັກການ ຂອງໂຄງການເຂື່ອນ ເຊປຽນ-ເຊນໍ້ານ້ອຍ ນັ້ນເຮັດໃຫ້ສັນເຂື່ອນແຕກ ແລະນໍາໄປສູ່ການ ເກີດນໍ້າຖ້ວມທີ່ເຮັດໃຫ້ຜູ້ຄົນເສັຽຊີວິດຢ່າງໜ້ອຍ 71 ຄົນ ແລະ ຊາວເມືອງສນາມໄຊ ຂາດທີ່ຢູ່ອາສັຍຈໍານວນຫລາຍພັນຄົນ ເມື່ອເດືອນ ກໍຣະກະດາ ປີ 2018, ຖແລງຂ່າວຣະບຸ.
ບັນດາຜູ້ຊ່ຽວຊານກ່າວວ່າ: “ສະມາຊິກຊຸມຊົນ ອັນມີຮວມທັງຊົນເຜົ່າດັ້ງເດີມ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ຢ່າງສົມເຫດສົມຜົລ ແລະກໍຍັງອາສັຍ ຢູ່ເຮືອນພັກຊົ່ວຄາວ ທີ່ບໍ່ໄດ້ ມາຕຖານ, ມີຄວາມເປັນສ່ວນຕົວໜ້ອຍ ແລະຍັງຂາດເຂີນອາຫານ ການກິນ, ຂາດເຂີນນໍ້າ ແລະຢາປົວພຍາດ ຮວມເຖິງບັນຫາການອະນາມັຍ ແລະບໍ່ມີທີີ່ດິນໃໝ່, ພ້ອມກັນນັ້ນກໍຍັງມີຣາຍງານວ່າ “ບໍ່ມີການຂໍຄໍາເຫັນຈາກປະຊາຊົນ ທີ່ໄດ້ຮັບຜົລກະທົບ ກ່ຽວກັບການໂຍກຍ້າຍ ແລະກໍານົດວັນເວລາ ໃຫ້ພວກເຂົາເຈົ້າ.”
ອີງຕາມຄໍາເວົ້າຂອງ ປະຊາຊົນຢູ່ບ້ານພັກຊົ່ວຄາວ ທີ່ເມືອງສນາມໄຊ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 29 ເມສາ ນີ້ແລ້ວແມ່ນວ່າ ປະຊາຊົນ ຈໍາຕ້ອງໄດ້ ຢູ່ທີ່ນັ້ນ ຍ້ອນບໍ່ມີທາງໄປ ແລະປະຊາຊົນເວົ້າຫຍັງ ກໍບໍ່ໄດ້:
"ສິເຮັດເຮືອນ ຖ້າເພິ່ນເຮັດໃຫ້ ມັນກະບໍ່ທັນໄດ້ຄໍາຕອບ ຍັງແບບເຢັນໆ ກະເລີຍເຮັດເອງສະ ຊີວິດການເປັນຢູ່ ໃນສູນຖືວ່າຍາກຄືເກົ່າຫັ້ນ ລະ. ແຕ່ເປັນຫຍັງຈຶ່ງຢູ່ ຢູ່ລະມັນບໍ່ມີບ່ອນໄປເດ໊ ແບບຕາຍເອງນະ. ຄັນມີບ່ອນໄປ ໂອ໋ຍ ບໍ່ຢູ່ລະກະບໍ່ຈັກສິເວົ້ານະ ປະຊາຊົນກະດາຍ ເວົ້າກະເວົ້າບໍ່ໄດ້."
ຖແລງຂ່າວເວົ້າຕື່ມວ່າ ແຕ່ເຖິງຢ່າງໃດ ຣັຖບານລາວກໍອ້າງວ່າ ຈະເຮັດທຸກຢ່າງເທົ່າທີ່ຈະເຮັດໄດ້ ເພື່ອຊ່ອຍເຫລືອປະຊາຊົນຜູ້ໄດ້ຮັບຜົລ ກະທົບ, ແຕ່ໃນພາກປະຕິບັດ ແມ່ນກົງກັນຂ້າມ ກັບຣາຍງານຕ່່າງໆ ທີ່ເວົ້າວ່າຊຸມຊົນທີ່ຖືກໂຍກຍ້າຍ ສາມາດຕົກຢູ່ໃນສະພາບອັນຕຣາຍ ໄດ້ທຸກເມື່ອ.
ເວົ້າເຖິງເຣຶ່ອງອາຫານການກິນ ເປັນຕົ້ນເຂົ້າສານທີ່ທາງການເບີກຈ່າຍ ໃຫ້ນັ້ນຕາມຄໍາເວົ້າຂອງປະຊາຊົນ ບ້ານມິດສໍາພັນ ເມືອງສນາມໄຊ ຜູ້ໄດ້ຮັບຜົລກະທົບ ຕໍ່ RFA ກ່ຽວກັບທາງການຕັດເຂົ້າ ແຕ່ມື້ເບີກມາຈົນຮອດປັດຈຸບັນ.
"ຈ່າຍເຂົ້າຈ່າຍນໍ້ານີ້ ເພິ່ນກໍຫັກ ເຂົາໄລ້ໃຫ້ຕໍ່ຫົວຄົນຄົນນຶ່ງ 2 ກິໂລ ກໍຫັກເອົາອີກ ລະເປັນງວດແຕ່ລະຄົນນະ ລະຄອບຄົວນີ້ ມີ 5 ຄົນ ຄົນນຶ່ງຫັ້ນ ເຂົາຕັດລະຫົວຄົນ ຄົນນຶ່ງຫັ້ນ 2 ໂລ ຄືຄົນໃນເຮືອນ ເກືອບບໍ່ມີ ອັນກິນໝົດເລີຍ ບໍ່ມີອັນກິນຫັ້ນລະ ແນວຕັດເອົາຕັດເອົາ ແຕ່ມື້ເລີ່ມຈ່າຍ."
ຖແລງຂ່າວຈາກນະຄອນ Geneva ແລະບາງກອກເວົ້າຕໍ່ໄປວ່າ ໃນຣະຫວ່າງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການເມື່ອປີ 2019, ທ່ານ Philip Alston ຜູ້ຣາຍງານພິເສດ ຂອງສະຫະປະຊາຊາດ ໄດ້ພົບກັບຊຸມຊົນ ທີ່ໄດ້ຮັບຜົລກະທົບ ຈາກເຫດເຂື່ອນແຕກ ແລະຊຸມຊົນ ໄດ້ເວົ້າເຖິງຄວາມຄັບແຄ້ນແໜ້ນໃຈ ຄວາມທຸກທໍຣະມານ ຈາກເຫດທີ່ໄດ້ເກີດຂຶ້ນ ແລະບັນຫາການສ້າງຊີວິດໃໝ່ ຢູ່ໃນທີ່ພັກແອອັດຊົ່ວຄາວ ແລະໄດ້ຮັບການຊ່ອຍເຫລືອຢ່າງຈໍາກັດ, ມີໜີ້ສິນເພິ່ມຂຶ້ນ ແລະບໍ່ມີທີ່ດິນທໍາກິນຢ່າງແທ້ຈິງ ຊຶ່ງບັນດາຜູ້ຊ່ຽວຊານ ດ້ານສິດທິມະນຸດ ສລຸບວ່າ ນັ້ນເປັນເຣຶ່ອງ ທີ່ບໍ່ໜ້າເຊື່ອເລີຍ ທີ່ວ່າໄດ້ມີການດໍາເນີນການພຽງໜ້ອຍດຽວ ທັ້ງໆທີ່ທາງຣັຖບານໄດ້ໃຫ້ຄໍາໝັ້ນໃຈ ແລະພວກນັກລົງທຶນທີ່ ກ່ຽວຂ້ອງ ມີເງິນຈໍານວນຫລວງຫລາຍ.