ດໍາຣັຖ ຈໍາກັດສິດທິ ການຊຸມນຸມ
2018.07.17

ຊາວຄຣິສຕຽນ ເວົ້າວ່າ ສິດທິໃນການໃຫວ້ພາວະນາ ຂອງຊາວຄຣິສຕຽນລາວ ຢູ່ໃນໂບດ ຫລືໃນຊຸມຊົນ ຈະຖືກຄຸກຄາມ ຕົກຢູ່ໃນ ຄວາມສ່ຽງ ຍ້ອນການບັງ ຄັບໃຊ້ດໍາຣັຖ ສະບັບໃໝ່ ວ່າດ້ວຍການຄຸ້ມຄອງ ແລະປົກປ້ອງ ການເຄື່ອນໄຫວ ສາສນາ ຢູ່ ສປປລາວ ລົງວັນທີ 16 ເດືອນ ສິງຫາ 2016 ທີ່ໄດ້ກໍານົດ ວ່າກ່ອນຈະເຕົ້າໂຮມກັນ ທາງສາສນາ ຕ້ອງໄດ້ຂໍອະນຸຍາດ ຈາກຫລາຍຜແນກການ ຂອງທາງການສປປລາວ ກ່ອນ. ຕາມຣາຍງານຂອງ Voice of Martyrs ຫຼື VOM ສຽງຂອງວິຣະບຸຣຸດ ອອນລາຍຂອງອົງການ ຄຣິສຕຽນ ໃນມື້ວັນທີ 6 ກໍ ຣະກະດາ 2018 ນີ້.
ຣາຍງານນັ້ນ ເວົ້າວ່າ ການລົງນາມ ຂອງນາຍົກຣັຖມົນຕຣີລາວ ໃນດໍາຣັຖ ທີ່ວ່ານັ້ນ ຈະເຮັດໃຫ້ຊາວຄຣິສຕຽນ ຕົກສູ່ຄວາມສ່ຽງ ຕໍ່ການທີ່ຈະຖືກລົງໂທດ ເປັນຕົ້ນໃນເຣື່ອງການຊຸມນຸມ ທາງສາສນາຂອງຊາວຄຣີສຕຽນ ຢູ່ລາວ ຍ້ອນ ດໍາຣັຖສະບັບໃໝ່ ກໍານົດວ່າ ການເຕົ້າໂຮມກັນ ເພື່ອໄຫ້ວ ສວດພາວະນາ ໃນແຕ່ລະຄັ້ງ ຕ້ອງໄດ້ຮັບອະນຸຍາດ ຈາກຫລາຍຫ້ອງການ ກ່ອນ.
ທ່ານ Todd Nettleton ເຈົ້າໜ້າທີ່ປະຈໍາ VOM ເວົ້າວ່າດໍາຣັຖສະບັບດັ່ງກ່າວ ມີຈຸດປະສົງເລັ່ງໃສ່ການຊຸມນຸມເປັນຫຫຼັກ ບໍ່ວ່າຈະເປັນ ການຊຸມນຸມ ທາງດ້ານສາສນາ ຫລືວ່າທາງດ້ານການເມືອງ ຫລືບໍ່ກໍແມ່ນການຊຸມນຸມ ຂອງກຳມະກອນ ຊຶ່ງຣັຖບານລາວ ຕ້ອງຄວບຄຸມ ການຊຸມນຸມທີ່ມີຄົນຫລາຍ ເຂົ້າຮ່ວມແລະຕ້ອງການຮູ້ວ່າ ມີໃຜແດ່ເຂົ້າຮ່ວມ ແລະເວົ້າກັນເຣື້ອງຫຍັງ ເພື່ອຈຸດປະສົງອັນໃດ.
ອົງການຄຣິສຕຽນເວົ້າວ່າ ຈຸດປະສົງ ຂອງດໍາຣັຖສະບັບໃໝ່ນີ້ ບໍ່ແມ່ນແນເປົ້າໃສ່ ການຊຸມນຸມ ຂອງຊຸມຊົນທົ່ວໄປ ແຕ່ອາດແນ່ເປົ້າໃສ່ ການນັບຖືສາສນາ ຫລາຍກວ່າ ຍ້ອນຊຸມຊົນ ນັບຖືສາສນາ ໂດຍສະເພາະ ສາສນາຄຣີສຕຽນ ທີ່ມີການໄຫວ້-ສູດພາວະນາ ເປັນກຸ່ມນັ້ນ ບໍ່ວ່າຈະຢູ່ໃນໂບດ ຫລືໃນສະຖານທີ່ຊຸມຊົນ. ດັ່ງນັ້ນຈຶ່ງວ່າ ດໍາຣັຖໃໝ່ ຂອງທາງການລາວ ຈະເຮັດໃຫ້ການ ນັບຖືສາສນາຄຣິສຕຽນ ໃນລາວມີຄວາມສ່ຽງຫລາຍຂຶ້ນ. ແລະຄວາມກັງວົນ ຂອງຊາວ ຄຣິສຕຽນໃນລາວ ຄືວ່າມັນຈະເປັນກົດໝາຍ ທີ່ຈະຖືກໃຊ້ເພື່ອບໍ່ໃຫ້ຈັດ ກິຈກັມທາງສາສນາ ແລະການສະແດງອອກ ທາງສາສນາ. ທ່ານ Todd Nettleton ກ່າວວ່າ:
" What this means on the ground in Laos is that people who wanted to do religious activities are people the Voice Martyrs calls Front Line workers carrying Gospel out to the Front Line.. ນີ້ໝາຍຄວາມວ່າຢູ່ລາວ ປະຊາຊົນ ທີ່ຕ້ອງການ ຈັດກິຈກັມທາງສາສນາ ຕ່າງໆ ແມ່ນປະຊາຊົນ ທີ່ Voice Martyrs ເອີ້ນວ່າເປັນຜູ້ ປະຕິບັດງານ ຢູ່ດ່ານໜ້າ ທີ່ນໍາເອົາຄໍາພີ ຫລື Gospel ໄປເຜີຍແຜ່ ໃນເຂດນັ້ນ. ດຽວນີ້ພວກເຂົາເຈົ້າ ປະເຊີນ ກັບອຸປສັກຕ່າງໆ ຫລາຍຂຶ້ນ ເນື່ອງຈາກຕ້ອງໄດ້ ຂໍອະນຸຍາດ ຈາກຫລາຍພາກສ່ວນ ເພີ່ມຕື່ມ ກ່ອນທີ່ຈະດໍາເນີນການ ໃຫ້ຖືກຕ້ອງ ຕາມກົດໝາຍ. ແລະຖ້າຫາກວ່າພວກເຂົາເຈົ້າ ບໍ່ປະຕິບັດຕາມ ກໍຈະຖືກຈັບ ແລະຖືກກ່າວໂທດ."
ຂ່າວອອນລາຍເຄືອຂ່າຍອົງການຄຣິສຕຽນ ຣາຍງານອີກວ່າ ສປປລາວ ເປັນຣັຖພາຄີສົນທິສັນຍາສາກົລ 7 ສະບັບ ກ່ຽວກັບສິດທິມະນຸດ ສາກົລ. ແລະໃນຕົ້ນປີ 2018 ນີ້ ສປປລາວ ກໍໄດ້ເຂົ້າຮ່ວມການເຈຣະຈາ ຄັ້ງທີ 8 ກ່ຽວກັບສິດທິມະນຸດ ແລະ ການປົກຄອງ ກັບ ສະຫະພາບຢູໂຣບ ແລະໄດ້ຕົກລົງ ທີ່ຈະເສີມຂຍາຍ ສິດທິມະນຸດ ນັ້ນ.
ຢ່າງໃດກໍຕາມ ດໍາຣັຖໃໝ່ສະບັບນີ້ ເປັນການບົ່ງບອກເຖິງການຣະເມີດ ສິດທິມະນຸດ ແລະເສຣີພາບ ທາງສາສນາ ຢູ່ສປປລາວ ຢ່າງເຫັນໄດ້ ຈະເແຈ້ງ ແລະໄດ້ມຸ້ງເປົ້າໝາຍ ໃສ່ຊຸມຊົນ ສ່ວນນ້ອຍ ທີ່ນັບຖືສາສນາຕ່າງໆ ໃນລາວ ໂດຍສະເພາະ ຢູ່ເຂດຊົນນະບົດ ຂນະທີ່ສາສນາພຸດ ຊຶ່ງເປັນສາສນາ ທີ່ຊົນສ່ວນໃຫຍ່ ນັບຖືນັ້ນ ມັກຈະຖືກຍົກເວັ້ນຂໍ້ຫ້າມ ທີ່ດໍາຣັຖໃໝ່ກໍານົດ ໃນການປະຕິບັດເຣື່ອງ ການເຕົ້າໂຮມກັນ ຈັດພິທີທາງສາສນານັ້ນ.
ພ້ອມດຽວກັນນີ້ ທ່ານ Todd Tettleton ຍັງໄດ້ກ່າວໂດຍຮຽກຮ້ອງໃຫ້ທາງການ ລາວຍົກເລີກດໍາຣັຖ ສະບັບນີ້ ເນື່ອງຈາກເປັນດໍາຣັຖ ທີ່ຣະເມີດປະກາດ ຖແລງການ ສະຫະປະຊາຊາດ ຊຶ່ງຣັຖບານ ສປປລາວ ໄດ້ລົງນາມເປັນພາຄີນັ້ນນໍາດ້ວຍ:
"We love to see this law overturned. We love to see more freedom of religious in Laos ... ພວກເຮົາຢາກເຫັນກົດໝາຍນີ້ ຖືກຍົກເລີກ. ພວກເຮົາຢາກເຫັນ ເສຣີພາບທາງສາສນາ ຫລາຍຂຶ້ນ ຢູ່ລາວ."
ຣາຍງານປະຈໍາປີ ຂອງກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ທີ່ອອກເຜີຍແຜ່ ໃນເດືອນພຶສພາ 2018 ຣະບຸວ່າເສຣີພາບ ທາງສາສນາຢູ່ ສປປ ລາວ ຍັງຖືກລ່ວງຣະເມີດ ແລະວ່າເສຣີພາບ ທາງສາສນາ ປາກົດວ່າໜ້ອຍລົງ ໃນເຂດຊົນນະບົດ ຂອງລາວ ໂດຍສະເພາະ ສໍາລັບຊົນສ່ວນນ້ອຍ ທີ່ນັບຖືສາສນາຕ່າງໆ ເປັນຕົ້ນສາສນາຄຣິສຕຽນ ແລະສາສນາ ສ່ວນນ້ອຍອຶ່ນໆ.
ອົງການທີ່ບໍ່ຂຶ້ນກັບ ຣັຖບານ ຕ່າງກໍເວົ້າວ່າທາງການລາວ ຍັງຈໍາກັດກຸ່ມສາສນາ ທີ່ຂຶ້ນທະບຽນ ຫລືບໍ່ຂຶ້ນທະບຽນ ໂດຍສະເພາະແລ້ວ ກໍແມ່ນສາສນາ ຄຣິສຕຽນ ນິກາຍ Protestant ແລະກຸ່ມອຶ່ນໆ. ຣາຍງານຂອງກະຊວງ ການຕ່າງປະເທດ ສະຫະຣັຖ ອາເມຣິກາ ຍັງໄດ້ເວົ້າວ່າ ເຈົ້າໜ້າທີ່ທາງການລາວ ຍັງສືບຕໍ່ ຈັບກັກຂັງ ແລະໄລ່ຊົນເຜົ່າສ່ວນນ້ອຍ ຜູ້ເຊື່ອຖືສາສນາຄຣິສຕຽນ ອອກຈາກບ້ານ ຂອງພວກເຂົາເຈົ້າ. ຕົວຢ່າງ ຊາວມົ້ງລາວຄຣິສຕຽນ 26 ຄົນ ຢູ່ແຂວງຫົວພັນ ແລະ 4 ຄອບຄົວຢູ່ແຂວງ ຫລວງພຣະບາງ ທີ່ຖືກ ເຈົ້າໜ້າທີ່ ທາງການລາວ ຂັບໄລ່ອອກຈາກບ້ານ ຍ້ອນນັບຖືສາສນາຄຣິສຕຽນ ແລະແນະນໍາ ໃຫ້ພວກເຂົາເຈົ້າ ປະລະຄວາມເຊື່ອຖື ສາສນານັ້ນ ຫາກຕ້ອງການ ກັບມາຢູ່ບ້ານເດີມ.
ແລະໃນປີ 2016 ຣັຖບານລາວ ກໍໄດ້ອອກດໍາຣັຖ ວ່າສາສນາຕ່າງໆ ຕ້ອງຂຶ້ນທະບຽນ ກັບກະຊວງຮັກສາຄວາມສງົບ ຂອງລາວ ກ່ອນທີ່ຈະສາມາດ ເຄື່ອນໄຫວທາງສາສນາ ຢູ່ສປປລາວໄດ້ ຊຶ່ງໝວດທີ 3 ມາຕຣາ 11 ກໍານົດເຖິງການເຄື່ອນໄຫວ ທາງດ້ານສາສນາ ອັນມີທັງວ່າການເຄື່ອນໄຫວ ວຽກງານສາສນາ ນັກບວດ ນັກສອນສາສນາ ແລະ ສະນິກະຊົນ ຂອງອົງການຈັດຕັ້ງ ສາສນາ ສາມາດ ເຄື່ອນໄຫວວຽກງານສາສນາ ຊຶ່ງມີທັງເຣື່ອງການຈັດຕັ້ງ ພິທີກັມ ເຜີຍແຜ່ເນື້ອໃນຫລັກທັມ ຄໍາສັ່ງສອນ ຂອງສາສນາ ຢູ່ໃນສະຖານທີ່ ທີ່ໄດ້ຮັບ ການສ້າງຕັ້ງ ຢ່າງຖືກຕ້ອງ ຕາມກົດໝາຍ ແລະຣະບຽບການ.
ໃນກໍຣະນີເຄື່ອນໄຫວ ຢູ່ນອກສາສນະສະຖານ ຕ້ອງໄດ້ຮັບອະນຸຍາດ ຈາກອົງການປົກຄອງບ້ານນັ້ນ. ໃນກໍຣະນີ ເຄື່ອນໄຫວ ຢູ່ເມືອງອື່ນ ຕ້ອງໄດຮັບອະນຸຍາດ ຈາກເຈົ້າແຂວງ. ເຈົ້າຄອງນະຄອນ ບ່ອນທີ່ຈະໄປເຄື່ອນໄຫວ. ໃນກໍຣະນີເຄື່ອນໄຫວ ຢູ່ແຂວງອື່ນຕ້ອງໄດ້ຮັບ ອະນຸຍາດຈາກກະຊວງພາຍໃນ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ຕໍາຣວດ ປ້ອງກັນຄວາມສງົບ ຂອງລາວ ກໍກ່າວຕໍ່ RFA ໃນມື້ວັນທີ 12 ກໍຣະກະດາ 2018 ນີ້ວ່າ ເຈົ້າໜ້າທີ່ລາວ ໃນຫລາຍທ້ອງຖິ່ນ ຍັງຈໍາກັດ ການເຜີຍແຜ່ ສາສນາຄຣິສຕຽນຢູ່ ແຕ່ບໍ່ໄດ້ຈໍາກັດສິດທິ ຂອງປະຊາຊົນ ໃນການນັບຖື ສາສນາດັ່ງກ່າວ
"ພວກເຜີຍແຜ່ນີ້ ໄທເຮົານີ້ຈໍາກັດ ສ່ວນຫລາຍນີ້ ເຂົາໄປຝຶກຢູ່ສູນໃຫຍ່ ເຂົາພຸ້ນມານະ ເປັນຕົ້ນແມ່ນພວກ ໂຄງການ NGO ຫັ້ນເນາະ ເຂົາມັກໄປເຜີຍແຜ່ ໄທເຮົາກະໄດ້ແຕ່ແຕ່ງ ພະນັກງານ ລົງໄປຕິດຕາມ ຢ້ານມັນເຮັດໃບສົນເທ້ບໍ໊ ເຮັດອີ່ຫຍັງໄປ ຫັ້ນເນາະ ແບບບໍ່ຖືກ ຕາມແນວທາງ ຂອງພັກ-ຣັຖເຮົານະ."
ທ່ານກ່າວອີກວ່າ ຜ່ານມາກໍມີຣາຍງານວ່າບາງທ້ອງຖິ່ນຂອງລາວ ເປັນຕົ້ນຢູ່ແຂວງຊຽງຂວາງ ໄດ້ມີການຈັບຜູ້ທີ່ເຜີຍແຜ່ສາສນາຄຣິສຕຽນ ທີ່ບໍ່ໄດ້ຮັບອະນຸຍາດ ແຕ່ບໍ່ໄດ້ປັບໃໝໃສ່ໂທດ ພຽງແຕ່ເອີ້ນມາສຶກສາອົບຮົມ ຢູ່ຫ້ອງການຕໍາຣວດປ້ອງກັນຄວາມສງົບ ແລະເຮັດບັນທຶກໄວ້ ບໍ່ໃຫ້ເຜີຍແຜ່ ສາສນາຄຣິສຕຽນອີກ ແລ້ວກໍປ່ອຍຕົວກັບບ້ານໄປ.
ແລະ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຣະດັບສູງ ຂອງສູນກາງແນວລາວສ້າງຊາດ ທ່ານ ຕົ້ງເຍີທໍ, ຣັຖບານລາວ ເຄົາຣົບເສຣີພາບ ຂອງທຸກ ສາສນາຕາມທີ່ໄດ້ຣະບຸໄວ້ ຢ່າງຈະແຈ້ງ ໃນຣັຖທັມນູນ ແລະກົດໝາຍ. ແຕ່ທຸກການເຄື່ອນໄຫວ ຂອງສາສນາ ຕ້ອງຢູ່ໃຕ້ກົດໝາຍ ອັນນຶ່ງອັນດຽວ ຂອງຣັຖບານລາວ ອັນນັ້ນແມ່ນແນວທາງ ນະໂຍບາຍ ທີ່ບໍ່ມີການ ປ່ຽນແປງ.
ເວົ້າສະເພາະເຣື່ອງ ການເຕົ້າໂຮມ ຊຸມນຸມກັນທາງສາສນາ ຮວມທັງສາສນາຄຣິສຕຽນ ເຈົ້າໜ້າທີ່ກົມກິຈກັມຊົນເຜົ່າ ແລະສາສນາ ກະຊວງພາຍໃນຂອງລາວ ກໍໄດ້ຊີ້ແຈງຕໍ່ RFA ໃນມື້ວັນທີ 13 ກໍຣະກະດາ 2018 ນີ້ວ່າຕ້ອງໄດ້ປະຕິບັດ ຕາມກົດໝາຍ ຂອງລາວ ຄືປະຕິບັດ ຫລືທໍາພິທີກັມຕ່າງໆ ທາງສາສນາຢູ່ໂບດ ຫລືສະຖານທີ່ ທີ່ໄດ້ຮັບອະນຸຍາດເທົ່ານັ້ນ ຫາກຈະຈັດຢູ່ບ່ອນອື່ນກໍຕ້ອງໄດ້ຂໍ ອະນຸຍາດຈາກທາງການ ທີ່ກ່ຽວຂ້ອງເສັຽກ່ອນ.