ດໍາຣັດໃໝ່ວ່າດ້ວຍ ສະມາຄົມ ສ້າງຄວາມ ກັງວົນ

ຈໍາປາທອງ
2018.01.19
f-gov ສໍານັກງານ ນາຍົກຣັຖມົນຕຣີ ທີ່ ນະຄອນຫຼວງວຽງຈັນ
screen captured

ດຳຣັຖວ່າດ້ວຍສະມາຄົມ ສະບັບໃໝ່ຂອງ ສປປລາວ ແຮງຈໍາກັດການເຮັດວຽກຂອງສະມາຄົມ ແລະອົງການ ຈັດຕັ້ງທາງສັງຄົມຕ່າງໆ ຫລາຍຂຶ້ນ ເພາະວ່າດໍາຣັຖ ສະບັບນີ້ ເຮັດໃຫ້ການ ຂໍຂຶ້ນທະບຽນຍາກຂຶ້ນ, ຕ້ອງຜ່ານຫຼາຍຂັ້ນຕອນ ທີ່ພົວພັນກັບຫຼາຍ ກະຊວງ, ໃຊ້ ເວລາດົນນານໃນການຂໍທຶນ ແລະຈະຖືກສິ້ງຊອມຕິດຕາມ ຈາກເຈົ້າໜ້າທີ່ທາງການຢ່າງໃກ້ຊິດ, ດັ່ງເຈົ້າໜ້າທີ່ ທີ່ເເຮັດວຽກ ກັບອົງການ ພາກປະຊາສັງຄົມ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ:

“ເພິ່ນວ່າຖ້າຂໍນຳຕ່າງປະເທດ ຕ້ອງຂຽນຄຳຮ້ອງບົດສເນີຜ່ານຣັຖບານກ່ອນ, ຣັຖບານເຫັນດີລະຈັ່ງໄປສເນີຕ່າງປະເທດ ອັນນີ້ກະມີຄວາມ ຫຍຸ້ງຍາກຫັ້ນແຫຼະ. ທີ່ຜ່ານມາກະຫຍຸ້ງຍາກຢູ່ແລ້ວ ຂນາດຕ່າງປະເທດ ອະນຸມັດແລ້ວ ໄປຂໍບົດບັນທຶກຄວາມເຂົ້າໃຈ ກະເກືອບປີຈັ່ງໄດ້ ຖືວ່າມີຄວາມຫຍຸ້ງຍາກຢູ່ແລ້ວ.”

ແລະເຈົ້າໜ້າທີ່ ທີ່ເຮັດວຽກກັບພາກປະຊາສັງຄົມ ນາງນຶ່ງ ຜູ້ຂໍສງວນຊື່ແລະສຽງ ກໍໄດ້ກ່າວໃນທຳນອງດຽວກັນກັບ ເຈົ້າໜ້າທີ່ ທ່ານນີ້ວ່າ:

“ດຳຣັຖວ່າດ້ວຍສະມາຄົມສະບັບໃໝ່ເລຂທີ 238 ໄດ້ເຮັດໃຫ້ສະມາຄົມ ຫຼືອົງການທີ່ບໍ່ຫວັງຜົລກຳໄລໃນລາວ ຫຼາຍອົງການ ໄດ້ປັບໂຕເອງ ອອກຈາກຮູບແບບສະມາຄົມ ຫຼືອົງກອນທີ່ບໍ່ຫວັງຜົລກຳໄລ ໃຫ້ເປັນໄປໃນຮູບແບບອື່ນສ່ວນໃຫຍ່ຈະເປັນ ຮູບແບບວິສະຫະກິຈຂນາດນ້ອຍ ເພື່ອຄວາມຢູ່ລອດ ແລະສາມາດເຄື່ອນໄຫວ ວຽກງານຂອງຕົນໄດ້ຄືເກົ່າ. ໃນຂະນະທີ່ ມີບາງອົງການບໍ່ຂໍຂຶ້ນທະບຽນໃໝ່ ແລະ ປະລະ ອົງການຂອງຕົນໄປເລີຍ ແທນທີ່ຈະທົນກັບ ການຕ້ອງປັບໂຕ ໃຫ້ເຂົ້າກັບຂັ້ນຕອນ ທີ່ຫຍຸ້ງຍາກ ແລະແກ່ຍາວເວລາຕາມດຳຣັຖສະບັບ ໃໝ່ນີ້."

ຕໍ່ບັນຫານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ສອບຖາມໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງໃນການຮ່າງດຳຣັຖວ່າດ້ວຍສະມາຄົມ ທ່ານຢືນຢັນພຽງແຕ່ວ່າ ທາງການລາວ ບໍ່ໄດ້ມີເຈຕນາຮ່າງດຳຣັຖ ສະບັບນີ້ຂຶ້ນມາ ເພື່ອຈຳກັດຮັດແຄບ ພາກສ່ວນ ປະຊາສັງຄົມ ແຕ່ຢ່າງໃດ.

ເມື່ອວັນທີ 13 ທັນວາ 2017 ທີ່ຜ່ານມາອົງການສິທທິມະນຸສສາກົນ ຫຼາຍອົງການສົ່ງຈົດໝາຍເປີດຊອງ ຮຽກຮ້ອງໃຫ້ນາຍົກຣັຖມົນຕຣີລາວ ຍົກເລີກດໍາຣັຖດັ່ງກ່າວ ໂດຍໃຫ້ເຫດຜົລວ່າ ເປັນດໍາຣັຖທີ່ຂັດກັບ ສິດທິພື້ນຖານ ຂອງມະນຸສ ຕາມກົດບັດ ສຫະປະຊາຊາຕ.

ກ່ອນໜ້ານີ້, ສະຫະພາບຢຸໂຣບ ແລະຄູ່ຮ່ວມພັທນາກັບຣັຖບານລາວ ຫຼາຍພາກສ່ວນ ກໍໄດ້ເປັນຫ່ວງນໍາການ ບັງຄັບໃຊ້ ດຳຣັຖ ວ່າດ້ວຍ ສະມາຄົມສບັບ ໃໝ່ ໃນຣະຫວ່າງກອງປະຊຸມໂຕະມົນ ທີ່ເມືອງປາກເຊ, ແຂວງຈຳປາສັກ ເມື່ອເດືອນພຶສຈິກາ 2017 ຜ່ານມານັ້ນວ່າ ດຳຣັຖສະບັບດັ່ງກ່າວ ຖືວ່າເປັນການສ້າງຄວາມຫຍຸ້ງຍາກ ໃຫ້ກັບອົງການຈັດຕັ້ງ ພາກປະຊາສັງຄົມຂອງລາວ ທີ່ເປັນສ່ວນສຳຄັນໃນການ ປະກອບສ່ວນ ຊຸກຍູ້ແຜນພັທນາ ເສຖກິຈ-ສັງຄົມ ແຫ່ງຊາຕ ຂອງຣັຖບານລາວ ແລະຖືເປັນການສ້າງ ສະພາບແວດລ້ອມ ທີ່ບໍ່ເອື້ອອຳນວຍ ໃຫ້ອົງການຈັດຕັ້ງ ພາກປະຊາສັງຄົມໃນລາວ ໃຫ້ມີສ່ວນຮ່ວມ ເຂົ້າໃນການປະຕິບັດ ແຜນພັທນາເສຖກິຈ-ສັງຄົມນັ້ນ.

ຕລອດຣະຍະເວລາ 5 ປີທີ່ຜ່ານມາ ບໍ່ມີການຈົດທບຽນອົງການຈັດຕັ້ງ ພາກປະຊາສັງຄົມໃໝ່ເລີຍ ແລະອົງການເກົ່າ ກໍຢຸດການເຄື່ອນໄຫວ ຂອງຕົນໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.