ທາງການລາວຈະວາງເຂດ ຄວບຄຸມ ໂຄວິດ-19

ຈໍາປາທອງ
2020.04.27
F-VT ເຈົ້າໜ້າທີ່ຈະຣາຈອນ ພວມປະຕິບັດໜ້າທີ່ ກວດກາ ການສັນຈອນ ໃນໄລຍະປ້ອງກັນ ການແຜ່ຣະບາດ ເຊື້ອໄວຣັສໂຄວິດ-19 ເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
RFA/TS/ຖ່າຍເມື່ອ: ວັນທີ 09 ເດືອນເມສາ 2020

ພາຍຫລັງກອງປະຊຸມປະຈໍາເດືອນ ເມສາ 2020 ຂອງຣັຖບານລາວ ໃນມື້ວັນທີ 23 ເມສາ ນີ້ ທ່ານ ຈະເລີນ ເຢັຽປາວເຮີ ຣັຖມົນຕຣີປະຈໍາ ສໍານັກງານນາຍົກຣັຖມົນຕຣີ ຣາຍງານວ່າ ໃຫ້ຄະນະສະເພາະກິດ ຄວບຄຸມໂຄວິດ-19 ຄົ້ນຄວ້າ ແລະກໍານົດເຂດ ແລະມາຕການປ້ອງກັນ ແລະຄວບຄຸມເຊື້ອພຍາດດັ່ງກ່າວ ໃນແຕ່ລະເຂດ ຄືເຂດສີແດງ -ເຂດທີ່ມີຄວາມສ່ຽງສູງ, ເຂດສີ ເຫລືອງ-ເຂດທີ່ມີຄວາມສ່ຽງໜ້ອຍ ແລະ ເຂດສີຂຽວ -ເຂດທີ່ບໍ່ມີຄວາມສ່ຽງ ດັ່ງທີ່ທ່ານໄດ້ກ່າວຕອນນຶ່ງວ່າ:

“ໃຫ້ຄະນະສະເພາະກິດ ຄົ້ນຄວ້າກໍານົດເວລາ ກໍານົດວ່າເຂດໃດ ເປັນເຂດທີ່ມີຄວາມສ່ຽງສູງ ເຂດໃດເປັນເຂດທີ່ມີຄວາມສ່ຽງໜ້ອຍ ເຂດໃດ ບໍ່ມີຄວາມສ່ຽງ ພ້ອມທັງກໍານົດແຈ້ງວ່າ ມາຕການປ້ອງກັນ ແລະ ຄວບຄຸມໃນແຕ່ລະເຂດນັ້ນ ຕ້ອງເຮັດແນວໃດແນ່.”

ທ່ານກ່າວຕື່ມວ່າ ການກໍານົດເຂດຄວບຄຸມໄວຣັສໂຄວິດ-19 ໃນລັກສນະນີ້ຈະເຮັດໃຫ້ຫຼຸດຜ່ອນ ຜົລກະທົບຕໍ່ປະຊາຊົນໄດ້ ໂດຍສະເພາະ ເຂດບໍ່ມີຄວາມສ່ຽງຕໍ່ການຣະບາດ ກໍສາມາດເປີດກິຈການ ພໍ່ຄ້າແມ່ຄ້າ ອອກໄປຄ້າຂາຍອາຫານ ໄດ້ຢ່າງປົກກະຕິ, ຫາກເຂັ້ມງວດເກີນໄປ ໂດຍບໍ່ໃຫ້ປະຊາຊົນ ອອກໄປທໍາມາຫາກິນ ກໍຈະຍິ່ງເຮັດໃຫ້ເກີດຜົລກະທົບໜັກຂຶ້ນຕື່ມ.

ສ່ວນເຂດໃດທີ່ມີຄວາມສ່ຽງສູງ ຕໍ່ການຣະບາດຂອງໂຄວິດ-19 ຕົວຢ່າງ ເຂດພູເບັ້ຍມາຍນິງ ແຂວງໄຊສົມບູນ ກໍໃຫ້ປະຕິບັດມາຕການ ເຂັ້ມງວດຄືເກົ່າ ຄືຫ້າມບໍ່ໃຫ້ປະຊາຊົນອອກຈາກບ້ານເຮືອນ ໃນໄລຍະນີ້.

ກ່ຽວກັບເຣຶ່ອງດັ່ງກ່າວ ເຈົ້າໜ້າທີ່ຄະນະສະເພາະກິດ ຕ້ານການຣະບາດ ຂອງເຊື້ອພຍາດໂຄວິດ-19 ກະຊວງສາທາຣະນະສຸຂ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ ວັນທີ 27 ເມສາ ນີ້ວ່າ:

“ດຽວນີ້ ຍັງບໍ່ທັນໄດ້ກໍານົດພື້ນທີ່ໃດ ທີ່ວ່າສ່ຽງໜ້ອຍສ່ຽງຫລາຍເທື່ອ ແລະຍັງຕ້ອງໄດ້ຫາຣືກັບຫລາຍພາກສ່ວນ ທີ່ກ່ຽວຂ້ອງຕື່ມອີກ."

ໃນຂນະດຽວກັນ ປະຊາຊົນຢູ່ເມືອງລ່ອງແຈ້ງ ແຂວງໄຊສົມບູນ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ວ່າຫລັງຈາກທີ່ກວດພົບວ່າ ພະນັກງານບໍຣິສັດ ພູເບັ້ຍ ມາຍນິງ ຕິດເຊື້ອພຍາດໂຄວິດ-19 ແລ້ວທາງບ້ານ ແລະ ເມືອງ ຕ່າງໆໃນແຂວງນີ້ ກໍປະຕິບັດມາຕການ ຕາມຄໍາສັ່ງຂອງນາຍົກ ຣັຖມົນຕຣີ ເຂັ້ມງວດຂຶ້ນ, ມີການສັ່ງປິດບ້ານ, ປິດເມືອງ ຫ້າມບໍ່ໃຫ້ຄົນເຂົ້າ-ອອກ:

“ເພິ່ນບໍ່ໃຫ້ຄົນເຂົ້າມາເລີຍສິນະ. ປິດເລີິຍ ທາງເຂົ້າມາພຸ້ນເລີຍ ເພິ່ນບໍ່ໃຫ້ເຂົ້າບ້ານນີ້ ຫລາຍດ່້ານໃດ໋.”

ຢູ່ນະຄອນຫຼວງວຽງຈັນ ແມ່ຄ້າຂາຍເຄື່ອງຍ່ອຍຜູ້ນຶ່ງ ເວົ້າໃນມື້ດຽວກັນວ່າ ພາຍຫຼັງທີ່ບໍ່ມີ ຣາຍງານກ່ຽວກັບ ຜູ້ຕິດເຊື້ອພຍາດ ໂຄວິດ-19 ເພິ່ມຂຶ້ນຢູ່ລາວ ເປັນ 10 ປາຍມື້ຕິດຕໍ່ກັນແລ້ວ ໃນໄລຍະ 2-3 ມື້ຫລັງມານີ້ ພວກພໍ່ຄ້າ ແມ່ຄ້າ ທັງໃນຕລາດສົດ ແລະຮ້ານຄ້າຍ່ອຍກໍ ພາກັນເລິ້ມເປີດຮ້ານຂາຍເຄຶ່ອງຂອງ ແຕ່ກໍຍັງປ້ອງກັນ ຢ່າງເຂັ້ມງວດຢູ່ ເຊັ່ນຫ້າມຢູ່ໃກ້ກັນ ແລະຕ້ອງໃສ່ ຜ້າອັດປາກອັດດັງຍາມອອກ ໄປທາງນອກ:

“ອັນນີ້ມັນກໍາລັງເລີ່ມມີ 2-3 ມື້ແລ້ວໃດ໋ ຂະເຈົ້າເປີດຮ້ານເລັກຮ້ານນ້ອຍແລ້ວ ເພາະວ່າເມືອງລາວ ມັນບໍ່ໄດ້ເປັນຫລາຍມື້ແລ້ວເດ໋ ເຂົາກໍ ອອກຈາກໂຮງ ພຍາບານໝົດແລ້ວ ກໍຍັງບໍ່ຫລາຍປານໃດ ກໍ່ເຂົາສິເປີດ.”

ແລະປະຊາຊົນຜູ້ນຶ່ງ ຢູ່ແຂວງອັດຕະປື ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 27 ເມສານີ້ວ່າດຽວນີ້ ທາງການແຂວງອັດຕະປື ເລິ້ມຜ່ອນຜັນ ໃຫ້ປະຊາຊົນ ໄປມາຫາສູ່ກັນໄດ້ ຣະຫວ່າງບ້ານຕໍ່ບ້ານ, ແຕ່ອໍານາດ ການປົກຄອງບ້ານ ເພິ່ນກໍກວດກາ ແລະ ຕິດຕາມຢ່າງໃກ້ຊິດ. ສ່ວນວ່າການເດີນທາງຣະຫວ່າງເມືອງຕໍ່ເມືອງ ເພິ່ນຍັງບໍ່ທັນ ອະນຸຍາດ:

.”ດຽວນີ້ລະເປີດແນ່ແລ້ວ ລະໄປຫາກັນ ພີ່ໆນ້ອງໆມາຢາມກັນ ໄປໄດ້ເລັກໆນ້ອຍໆ ແຕ່ຕ້ອງຣະມັດຣະວັງ ເຂົາມີການຄວບຄຸມ ຕິດຕາມ ຕລອດເນາະ.”

ສໍາລັບຢູ່ນະຄອນຫລວງພະບາງ ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ກໍກ່າວໃນມື້ດຽວກັນນັ້ນວ່າ ທີ່ຜ່ານມາ ກໍມີຮ້ານອາຫານຫລາຍແຫ່ງຢາກ ເປີດຮ້ານ ເພາະບໍ່ມີຣາຍໄດ້, ແຕ່ກໍຢ້ານທາງການເພິ່ນ ຕໍານິ. ສ່ວນຮ້ານອາຫານຂອງຕົນ ແມ່ນເປີດຂາຍທາງອອນລາຍ ແລະ ທາງ ໂທຣະສັບ:

“ທາງຫລວງພຣະບາງນີ໊ ຈະພາກັນປິດໝົດທຸກຮ້ານແຫລະ ເຂົາກໍຢາກເປີດ ຣັຖບານກະສິຕໍານິເອົາ ມີແຕ່ຂາຍແບບອອນລາຍ ແຕ່ວ່າອີກ ຈັກປະມານຕົ້ນເດືອນ ກະສິເປີດແລ້ວ ເຈົ້າ."

ທ່ານກ່າວຕື່ມວ່າ ພວກພໍ່ຄ້າ ແມ່ຄ້າຂາຍອາຫານ ແລະຮ້ານຂາຍເຄຶ່ອງຍ່ອຍ ໃນນະຄອນຫລວງພະບາງ ຈະພາກັນເປີດຮ້ານ ນັບຕັ້ງແຕ່ ມື້ວັນທີ 3 ພຶສພາ ເປັນຕົ້ນໄປ ຫາກບໍ່ມີຫຍັງປ່ຽນແປງ  ເນື່ອງຈາກວ່າ ຈະຄົບກໍານົດການຄວບຄຸມ ແລະປ້ອງກັນການແພ່ຣະບາດຂອງ ໄວຣັສ ໂຄວິດ-19 ຕາມຄໍາສັ່ງຂອງຣັຖບານ.

ມາຕການເພື່ອການຜ່ອນຜັນ ແລະການກໍານົດເຂດ ທີ່ມີຄວາມສ່ຽງຄືທີ່ວ່ານັ້ນ ຖືກຍົກຂຶ້ນມາປຶກສາຫາລືກັນ ຢູ່ໃນກອງປະຊຸມຣັຖບານລາວ ເມື່ອສັປດາທີ່ຜ່ານມາ ເພາະມີບາງເມືອງ ແລະບາງແຂວງ ຈໍາກັດ ເຂັ້ມງວດເກີນຄວາມຈໍາເປັນ ແລະບໍ່ເປັນໄປຕາມຄໍາສັ່ງ ຂອງຣັຖບານ ຈົນເຮັດໃຫ້ປະຊາຊົນເດືອດຮ້ອນ, ໄປມາຫາກັນ ແລະຂົນສົ່ງສິນຄ້າທີ່ຈໍາເປັນບໍ່ໄດ້ ເຮັດໃຫ້ມີຜົລກະທົບຕໍ່ເສຖກິດ ທ້ອງຖິ່ນຫຼາຍສົມຄວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.