ຄົນງານທາງຣົດໄຟ ເງິນເດືອນຊ້າ
2020.06.27

ຄົນງານລາວສ່ວນນຶ່ງ ທີ່ເຮັດວຽກໃນໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ໄດ້ຮັບເງິນເດືອນຊ້າ ແລະ ບໍ່ມີສວັດດີການ ສັງຄົມ ຈາກບໍຣິສັດຜູ້ຮັບເໝົາສ້າງ ທາງຣົດໄຟ, ຄົນງານລາວ ທ່ານນຶ່ງໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ມິຖຸນາ ວ່າ:
"ບໍ່ມີເລີຍແຫຼະ ຖືວ່າ ບໍ່ມີສວັດດີການຫຍັງເດ້ ແຕ່ວ່າເງິນ ມັນເວົ້າເລື່ອງເງິນເດືອນສູງສຸດແດ່ ໄດ້ຫຼາຍແດ່ ແຕ່ວ່າ ສວັດດີການຂະເຈົ້າເຈັບ ເປັນເອັນປ່ວຍ ເຈົ້າຕ້ອງກຸ້ມໂຕເອງ ຢູ່ນຳໂຄງການເຂົາ ຫັ້ນນະ, ແຕ່ວ່າ ວຽກມັນກະຍາກ ໝັກແດ່ຈັ່ງຊີ້ນ່າ ໜ່ວຍງານຂັບຣົດດ້າມແດ່ ຣົດຫຍັງແດ່ຊີ້ນ່າ."
ທ່ານເວົ້າຕື່ມວ່າ ສຳລັບບັນຫາທີ່ຕົນ ແລະ ຄົນງານອີກຫຼາຍຄົນ ໄດ້ຮັບເງິນເດືອນລ່າຊ້າ ປະມານ 3-4 ເດືອນນັ້ນ ຫລ້າສຸດ ກໍໄດ້ຮັບການ ສະສາງແລ້ວ ຫລັງຈາກທາງຝ່າຍຜູ້ບໍຣິຫານ ໄດ້ກັບມາເຮັດ ວຽກຢູ່ແຂວງອຸດົມໄຊ ຕາມປົກກະຕິ ແຕ່ກໍເຊື່ອວ່າ ບັນຫາໄດ້ເງິນເດືອນຊ້າ ຈະບໍ່ເກີດຂຶ້ນອີກ ເນື່ອງຈາກທີ່ຜ່ານມາ ມີການສັ່ງປິດດ່ານ ຍ້ອນການລະບາດຂອງໂຄວິດ19.
ສ່ວນຄົນງານຄົນນຶ່ງ ທີ່ລາອອກຈາກການຂັບຣົດຢູ່ໂຄງການທາງຣົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ບໍ່ໄປແລ້ວຕິ ແລ້ວລະກະພັກແລ້ວນີ້ ມີແຕ່ໄປຕາມສາຍປາກແບງ. ຈຸຂ້ອຍມີແຕ່ເຮັດແລ້ວ ກະບໍ່ເຮັດເລີຍ. ຂ້ອຍກະບໍ່ໄດ້ກ່ຽວເລື່ອງນີ້ຂ້ອຍ ມີແຕ່ຢາກເຮັດໄປເຮັດ ລະກະແລ້ວ."
ເຈົ້າໜ້າທີ່ແຂວງອຸດົມໄຊ ໄດ້ກ່າວວ່າ ການຈ່າຍເງິນເດືອນ ບາງຄັ້ງກໍຊັກຊ້າ:
"ພວກຢູ່ທາງຣົດໄຟໄດ້ເງິນ ແຕ່ບາງອັນກະຊ້າ ບາງຄັ້ງກະຊ້າ ແຕ່ວ່າ ໄດ້ຫັ້ນຕ້ອງໄດ້ ບໍ່ປະ ແລະ ສວັດດີການຕ່າງໆ ຂະເຈົ້າກະເບິ່ງດີຢູ່. ມີອົງການປະກັນພັຍ ສັງຄົມ ເຂົາກວດຢູ່."
ເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອຸດົມໄຊ ແລະ ເຈົ້າໜ້າທີ່ຄຸ້ມຄອງແຮງງານ ກະຊວງ ແຮງງານ ແລະສວັດດີການສັງຄົມ ແຕ່ເຈົ້າໜ້າທີ່ ບໍ່ສະດວກ ໃຫ້ສຳພາດ.
ແຕ່ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ມີຄຳສັ່ງເນັ້ນໃຫ້ແຕ່ລະ ບໍຣິສັດຜູ້ຮັບເໝົາ ກໍ່ສ້າງທາງຣົດໄຟ ລາວ-ຈີນ ເອົາໃຈໃສ່ ປະຕິບັດ ນະໂຍບາຍ ແລະ ກົດໝາຍແຮງງານຂອງລາວ ຢ່າງເຂັ້ມງວດ ພ້ອມທັງມອບໃຫ້ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອຸດົມໄຊ ສືບຕໍ່ຕິດຕາມກວດກາ ແລະ ຣາຍງານສະພາບ ຕໍ່ກະຊວງ ແຮງງານ ແລະ ສວັດດີການສັງຄົມ ອີງຕາມການຣາຍງານ ຂອງໜັງສືພິມທາງກນາລາວ ໃນວັນທີ 25 ມິຖຸນາ.
ໃນເດືອນເມສາ ທີ່ຜ່ານມາ, ຄົນງານລາວປະມານ 30 ຄົນ ທີ່ເຮັດວຽກ ໃນໂຄງການ ສ້າງທາງຣົດໄຟລາວ-ຈີນ ຢູ່ເມືອງໄຊ ແລະ ເມືອງ ນາໝໍ້ແຂວງອຸດົມໄຊ ບໍ່ໄດ້ຮັບເງິນເດືອນ 3-4 ເດືອນຍ້ອນວ່າ ຜູ້ເບີກຈ່າຍເງິນເດືອນ ໄດ້ກັບໄປປະເທດຈີນ ໃນໄລຍະໂຄວິດ19 ຣະບາດ, ແຕ່ ບໍຣິສັດກໍໄດ້ຈ່າຍເງິນເດືອນ ໃຫ້ຄົນງານເຫລົ່ານັ້ນແລ້ ວໃນ ເດືອນພືສພາ.
ອີງຕາມການຂໍ້ມູນຈາກກະຊວງແຮງງານ ແລະ ສວັດດີການສັງຄົມ, ມີຄົນງານລາວທັງໝົດ 4,500 ຄົນ ຈາກຈຳນວນຄົນງານທີ່ເຮັດວຽກ ຢູ່ໂຄງການທາງຣົດທັງໝົດ 16,000 ຄົນ. ປັດຈຸບັນ ໂຄງການກໍ່ສ້າງທາງຣົດໄຟລາວ-ຈີນ ມີຄວາມຄືບໜ້າ 89 ເປີເຊັນ ແລະມີກຳໜົດ ສຳເຣັດ ການກໍ່ສ້າງ ແລະ ເປີດໃຊ້ຢ່າງເປັນທາງການ ໃນທ້າຍປີ 2021.