ລາວ ຮຽກຮ້ອງຮ່ວມມືຕ້ານ ໂຄວິດ ຮອບສອງ

ມະນີຈັນ
2020.06.30
F-36th-Asean-Summit ທ່ານ ນາຍົກ ຣັຖມົນຕຣີ ວຽດນາມ ຫງວຽນ ຊວນ ຟຸກ ກ່າວຄຳປາໄສ ໃນພິທີເປີດກອງປະຊຸມ ສຸດຍອດ ສະມາຄົມ ປະຊາຊາດ ອາຊຽນ ຕາເວັນອອກສ່ຽງໃຕ້, ເຊິ່ງຈັດຂຶ້ນ ທາງອິນເຕີເນັດ ຍ້ອນການຣະບາດ ຂອງພຍາດໂຄວິດ-19, ໃນວັນທີ 26 ມິຖຸນາ 2020.
Nhac NGUYEN / AFP

ກອງປະຊຸມ ສຸດຍອດສມັຍພິເສດ ຂອງຜູ້ນໍາອາຊຽນ ຄັ້ງທີ 36 ແລະອາຊຽນ ບວກ 3 ກ່ຽວກັບ ໂຄວິດ-19 ຜ່ານວິດິໂອທາງໄກ ພາຍໃຕ້ ຄໍາຂັວນ “ອາຊຽນທີ່ ໜຽວແໜ້ນ ແລະຕອບສນອງຕໍ່ສະ ພາບການ” ຖືກຈັດຂຶ້ນ ແຕ່ວັນທີ 22 ຫາ 26 ມິຖຸນາ 2020 ນີ້.

ຕໍ່ກອງປະຊຸມ ສຸດຍອດສມັຍພິເສດ ຂອງຜູ້ນໍາອາຊຽນ ໃນມື້ວັນທີ 26 ມິຖຸນາ ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ເນັ້ນຍໍ້າ ໃຫ້ບັນດາປະເທດອາຊຽນ ສືບຕໍ່ເພີ່ມທະວີຮ່ວມມືກັນ ເພື່ອປ້ອງກັນບໍ່ໃຫ້ ເຊື້ອໄວຣັສໂຄວິດ-19 ກັບມາຣະບາດຮອບໃໝ່, ມີການແລກປ່ຽນ ຂໍ້ມູລຂ່າວສານ ແລະບົດຮຽນໃນການສະກັດກັ້ນ ປິ່ນປົວຄົ້ນຄວ້າ ແລະພັທນາວັກຊີນໃຫ້ໄດ້ໂດຍໄວ ເພື່ອສ້າງຄວາມເຂັ້ມແຂງຮອບດ້ານ ແກ້ໄຂບັນຫາຄົນວ່າງງານ ແລະການປັບໂຕຂອງສັງຄົມ ໃຫ້ເຂົ້າກັບສະພາບວິຖີຊີວິດໃໝ່ ຫລື New Normal.

ໃນກອງປະຊຸມ ສຸດຍອດຜູ້ນໍາອາຊຽນຄັ້ງນີ້ ດຣ. ກິແກ້ວ ໄຂຄໍາພິທູນ ຣັຖມົນຕຣີກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ທີ່ໄດ້ເຂົ້າ ຮ່ວມນໍານັ້ນ ກໍໄດ້ຮຽກຮ້ອງໃຫ້ບັນດາ ປະເທດອາຊຽນ ຮ່ວມມືກັນແລກປ່ຽນແນວທາງ ແລະປະສົບການໃນການແກ້ໄຂ ຜົລກະທົບຈາກການ ຣະບາດຂອງເຊື້ອໄວຣັສໂຄວິດ-19, ດັ່ງທີ່ທ່ານໄດ້ກ່າວ ໃນຕອນນຶ່ງວ່າ:

“ອາຊຽນ ຈະຕ້ອງໄດ້ມາຮ່ວມກັນ ເພື່ອແລກປ່ຽນແນວທາງ ແລະປະສົບການໃນການແກ້ໄຂ ບັນຫາສໍາຄັນ, ເຖິງວ່າຈະປະສົບຜົລສໍາເຣັດ ດັ່ງກ່າວ ແຕ່ຣັຖບານລາວ ແລະປະຊາຊົນລາວ ບັນດາເຜົ່າ ບໍ່ໄດ້ພໍໃຈ ແລະວາງໃຈແຕ່ປະການໃດ.”

ທ່ານກ່າວຕື່ມວ່າ ເຖິງແມ່ນວ່າປະເທດລາວ ຈະປະສົບຜົລສໍາເຣັດ ໃນການຄວບຄຸມ ປ້ອງກັນການແພ່ຣະບາດຂອງເຊື້ອໄວຣັສໂຄວິດ-19 ຢູ່ພາຍໃນປະເທດ ໄດ້ຢ່າງມີປະສິດທິຜົລສູງສຸດ ກໍຕາມ ແຕ່ຣັຖບານລາວ ແລະ ປະຊາຊົນລາວ ກໍບໍ່ໄດ້ພໍໃຈ ແລະ ວາງໃຈປານໃດ ຍ້ອນ ສະພາບເສຖກິດ ໃນລາວ ຕົກຕໍ່າຢ່າງໜັກໜ່ວງ ແບບຫລີກເວັ້ນບໍ່ໄດ້, ໃນຂນະທີ່ປະເທດອາຊຽນ ກໍຍັງມີການ ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ຕໍ່ເນຶ່ອງຢູ່ ຊຶ່ງກະທົບຕໍ່ການຂົນສົ່ງ, ການລົງທຶນ ແລະການເປີດດ່ານສາກົນ ນໍາດ້ວຍ.

ໃນມື້ວັນທີ 26 ມິຖຸນາ ນີ້ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ຣາຍງານວ່າ ການຣະບາດຂອງເຊື້ອ ພຍາດໂຄວິດ-19 ເຮັດໃຫ້ ຫົວໜ່ວຍທຸຣະກິດ ການທ່ອງທ່ຽວ ທົ່ວປະເທດລາວ ໄດ້ຮັບຜົລກະທົບ ໜັກໜ່ວງທີ່ສຸດ ຊຶ່ງສ່ວນໃຫຍ່ຖືກປິດການ ໃຫ້ບໍຣິການ ຈົນມາຮອດ ປະຈຸບັນ ກໍຍັງບໍ່ສາມາດ ເປີດຄືນໄດ້ເທື່ອ. ທຸຣະກິດທີ່ວ່ານີ້ ມີໂຮງແຮມ 539 ແຫ່ງ, ບໍຣິສັດທ່ອງທ່ຽວ 809 ແຫ່ງ ແລະມີພະນັກງານນໍາ ທ່ຽວຢ່າງໜ້ອຍ 2 ພັນຄົນ ວ່າງງານ ແລະຕາໜ່າງການທ່ອງທ່ຽວຕ່າງໆ ກໍໄດ້ຮັບຜົລກະທົບ ໄປຕາມໆກັນ.

ຜ່ານມາເກືອບ 2 ເດືອນ ທີ່ຣັຖບານລາວ ປະກາດຜ່ອນຜັນມາຕການ ຄວບຄຸມ ປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ຢູ່ ພາຍໃນປະເທດແຕ່ຊາວລາວ ແລະຜູ້ປະກອບການສ່ວນຫຼາຍ ຍັງບໍ່ສາມາດປັບໂຕໃຫ້ເຂົ້າກັບ ສະພາບການໃນປັດຈຸບັນໄດ້. ໂຮງແຮມ ບາງແຫ່ງ ຕ້ອງປະກາດປິດກິຈການຖາວອນ ຍ້ອນສູ້ບັນຫາ ແລະຄ່າໃຊ້ຈ່າຍບໍ່ໄຫວ, ດັ່ງຜູ້ປະກອບການ ໂຮງແຮມຂນາດກາງ ທ່ານນຶ່ງຢູ່ ນະຄອນຫລວງວຽງຈັນ ກ່າວຕໍ່ RFA ໃນມື້ວັນທີ 29 ມິຖຸນາ ນີ້ວ່າ:

“ແຕ່ວ່າຊ່ວງນີ້ປິດໂຕ ແລະປິດກິຈການແລ້ວເດີ ເຈົ້າ ເພາະວ່າ ອັນຈາກໂຄວິດ ຫັ້ນນ່າເນາະ ມັນກະເລີຍວ່າເປີດອີກບໍ່ໄດ້ ເຈົ້າ, ເພາະວ່າ ແຂກເຮົາ ສ່ວນຫລາຍ ແມ່ນແຂກຕ່າງປະເທດ ຫັ້ນນ່າ ເຈົ້າ.”

ເຈົ້າຂອງບ້ານພັກ ແລະຮ້ານອາຫານ ຢູ່ເມືອງໂຂງ ແຂວງຈໍາປາສັກ ກ່າວຕໍ່ RFA ໃນມື້ດຽວກັນວ່າ ດຽວນີ້ ຍັງບໍ່ສາມາດເປີດກິຈການໄດ້ ເທື່ອ, ເຖິງຣັຖບານຈະໃຫ້ເປີດບໍຣິການ ແຕ່ກໍບໍ່ມີລູກຄ້າມາ ຊຶ່ງເກືອບ 100% ແມ່ນເປັນແຂກ ຕ່າງປະເທດ ທີ່ເຄີຍມາ, ລໍຖ້າຟັງເບິ່ງທ້າຍ ປີນີ້ວ່າຣັຖບານ ເພິ່ນຈະເປີດປະເທດໄດ້ຫຼືບໍ່, ແຕ່ມາເຖິງປັດຈຸບັນ ກໍຍັງບໍ່ທັນໄດ້ຮັບການຊ່ອຍເຫຼືອໃດໆ ຈາກພາກຣັຖເທື່ອ ດັ່ງທີ່ທ່ານ ກ່າວວ່າ:

“ໂຕນີ້ກະຍັງບໍ່ຮູ້ເທື່ອວ່າ ຣັຖບານສິເຮັດຈັ່ງໃດ ຄັນວ່າຣັຖບານເປີດດ່ານ ກະເອື້ອຍ ກະຄິດວ່າ ແຂກກະສິມີມາບໍ່ ຖ້າຟັງຮອດເດືອນ 11-12 ຈັ່ງຊີ້ນີ໋ແຫລະ. ເພາະວ່າປະເທດລາວ ກະຮູ້ວ່າປອດພັຍ ຢູ່ແລ້ວ ຫັ້ນນະ. ກະບໍ່ຮູ້ວ່າຣັຖບານລາວ ສິຮັບເອົາບໍ່ ຄັນຂະເຈົ້າຢາກເຂົ້າມາ ແຕ່ກະຟັງເບິ່ງວ່າ ປະເທດອື່ນ ເຂົາເປັນຈັ່ງໃດ ກ່ອນ ຫັ້ນນ່າ.”

ແລະເຈົ້າຂອງຮ້ານອາຫານແຫ່ງນຶ່ງ ໃນນະຄອນຫຼວງວຽງຈັນກໍກ່າວຕໍ່ RFA ໃນມື້ວັນທີ 29 ມິຖຸນາ 2020 ນີ້ວ່າຍັງບໍ່ສາມາດຄ້າ-ຂາຍ ໄດ້ຢ່າງເປັນປົກຕິ ແລະກໍາລັງປັບໂຕຢູ່ຄືກັນ ແຕ່ກໍຍາກ. ທ່ານສັງເກດເຫັນວ່າ ເມື່ອຍັງມີຄວາມສ່ຽງຢູ່, ຊາວລາວສ່ວນຫຼາຍ ເລີ່ມປະຢັດ ເງິນ ບໍ່ອອກມາຊື້ເກິນ ແລະພະນັກງານຣັຖຈໍານວນນຶ່ງ ອອກໄປເຮັດວຽກ ຫໍ່ເຂົ້າໄປກິນນໍາ:

“ກະມີຄົນຢູ່ຫັ້ນແລ້ວ ມັນຫັກບໍ່ມີຄົນຊື້ປານໃດ. ເຮັດວຽກເຮັດການ ເຂົາເຮັດໝົດແລ້ວ ຄ້າຂາຍກະເຍາະໆແຍະໆແຫລະ. ຄົນຫັ້ນຫລາຍຢູ່ ຫາກບໍ່ມີຄົນຊື້ ເຂົາບໍ່ມີເງິນ. ເຮັດການເຮັດງານ ຫາກະເຂົ້າ ເຮັດພໍໃຜພໍມັນ ກະຍັງບໍ່ທັນໄດ້ເງິນໄດ້ຄໍາ.”

ກອງປະຊຸມ ສຸດຍອດສມັຍພິເສດ ຂອງຜູ້ນໍາອາຊຽນ ຄັ້ງທີ 36 ແລະ ອາຊຽນ ບວກ 3 ກ່ຽວກັບໂຄວິດ-19 ທີ່ຖືກຈັດຂຶ້ນ ແຕ່ວັນທີ 22 ຫາວັນທີ 26 ມິຖຸນານີ້, ຈຸດປະສົງສໍາຄັນ ກໍເພື່ອພ້ອມກັນ ປຶກສາ ຫາຣືແລະ ແລກປ່ຽນຄວາມຄຶດຄວາມເຫັນ ກ່ຽວກັບຄວາມພຍາຍາມ ໃນການສືບຕໍ່ສ້າງ ປະຊາຄົມອາຊຽນ ໃຫ້ເຂັ້ມແຂງ ໂດຍຜ່ານການຮ່ວມມື ທັງໃນຂອບອາຊຽນ ແລະ ຣະຫວ່າງອາຊຽນ ກັບຄູ່ ເຈຣະຈາ ແລະຄູ່ຮ່ວມມືອື່ນໆ.

ກອງປະຊຸມມີຂຶ້ນ ຖ່າມກາງສະພາບ ໃນພາກພື້ນແລະໃນໂລກ ຕ່າງກໍປະສົບກັບບັນຫາ ທ້າທາຍຫລາຍຢ່າງ ເປັນຕົ້ນບັນຫາເສຖກິດທີ່ ເກີດຈາກ ການຣະບາດຂອງເຊື້ອວັຍຣັສ ໂຄວິດ-19 ນີ້ ພາຍໃຕ້ຄໍາຂັວນ “ອາຊຽນທີ່ ໜຽວແໜ້ນ ແລະຕອບສນອງ ຕໍ່ສະພາບການ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.