ພົບຜູ້ຕິດເຊື້ອໂຄວິດ-19 ອີກ 2 ຄົນ

ສຸພັດຕາ
2020.08.14
f-covid-19 ຄະນະສະເພາະກິຈ ເພື່ອປ້ອງກັນຄວບຄຸມ ແລະແກ້ໄຂ ການຣະບາດຂອງເຊື້ອໄວຣັສໂຄວິດ-19 ອອກຖແລງຂ່າວ ໃນວັນທີ 14 ສິງຫາ 2020 ກ່ຽວກັບການພົບ ຜູ້ຕິດເຊື້ອໂຄວິດ-19 ອີກ 2 ຄົນ
ສູນປະຕິບັດງານ ຄະນະສະເພາະກິຈ ຄວບຄຸມ ໂຄວິດ-19

ທາງການລາວຢືນຢັນ ພົບຜູ້ຕິດເຊື້ອໄວຣັສໂຄວິດ-19 ເພີ່ມອີກ 2 ຄົນຣະຫວ່າງທີ່ກັກໂຕຢູ່ໂຮງແຮມ Landmark Mekong Riverside, ປັດຈຸບັນ ທັງສອງຄົນ ຖືກສົ່ງໂຕໄປປິ່ນປົວຢູ່ ໂຮງໝໍມິຕພາບ ນະຄອນຫຼວງວຽງຈັນແລ້ວ, ດັ່ງ ທ່ານຮອງສາສດາຈານ ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ແລະ ຫົວໜ້າຄະນະສະເພາະກິຈ ເພື່ອປ້ອງກັນຄວບຄຸມ ແລະແກ້ໄຂ ການຣະບາດ ຂອງເຊື້ອໄວຣັສໂຄວິດ-19 ກ່າວໃນວັນຖແລງຂ່າວ ໃນວັນທີ 14 ສິງຫາ ນີ້ວ່າ:

“ເຊິ່ງມາຮອດປັດຈຸບັນນີ້ ມີ 3 ຄົນແລ້ວ ທີ່ຕິດເຊື້ອພຍາດໂຄວິດ-19, ກໍຣະນີເຮົາພົບໃໝ່ນີ້ ມາຈາກປະເທດເກົາຫຼີ ເປັນຄົນທີ 21 ເປັນເພດ ຊາຍ ອາຍຸ 30 ປີ ແມ່ນຄົນລາວເຮົາ ເຊິ່ງເປັນ ພະນັກງານ ທີ່ໄປຝຶກງານ, ແລ້ວຂີ່ຍົນລໍາດຽວກັນນີ້ ແມ່ນມີຜູ້ນຶ່ງ ຕິດເຊື້ອອີກ ເປັນທີ່ 22 ເປັນເພດຍິງ ອາຍຸ 25 ປີ ກະແມ່ນສັນຊາດລາວ ເຊິ່ງເປັນນັກສຶກສາເຮົາ ໄປຮຽນຢູ່ ປະເທດ ສະຫະຣັຖ ອະເມຣິກາ.”

ທ່ານເວົ້າວ່າ ຜູ້ຕິດເຊື້ອໄວຣັສໂຄວິດ-19 ທັງສອງຄົນ ໄດ້ຂີ່ຍົນຖ້ຽວບິນ QV922A ມີຜູ້ໂດຍສານ 115 ຄົນ ອອກຈາກປະເທດເກົາຫຼີໃຕ້ ໃນມື້ວັນທີ່ 12 ສິງຫາ ເຊິ່ງຍົນລໍາດັ່ງກ່າວ ເປັນຍົນເໝົາລໍາ ຂອງ ທາງການລາວ ເພື່ອນໍາຄົນລາວໃນຕ່າງປະເທດ ກັບຄືນປະເທດ.

ສໍາລັບຣາຍຣະອຽດ ຜູ້ຕິດເຊື້ອໄວຣັສໂຄວິດ-19 ຄົນທີ່ 21 ແມ່ນເປັນເພດຊາຍ, ອາຍຸ 30 ປີ, ສັນຊາດລາວ ອາຊີບພະນັກງານ ເຊິ່ງໃນ ວັນທີ 11 ສິງຫາ 2020, ລາວ ໄດ້ເດີນທາງ ຈາກ ປະເທດໃຕ້ຫວັນ ມາຜ່ານເກົາຫຼີໃຕ້ ແລ້ວມາປະເທດແລ້ວ ຜ່ານສນາມສາກົລວັດໄຕ ໂດຍໄດ້ຮັບການວັດແທກ ອຸນຫະພູມ ແລະກວດເລືອດຕາມຂັ້ນຕອນ ກ່ອນທີ່ຈະເຂົ້າກັກໂຕ ຢູ່ ໂຮງແຮມ Landmark Mekong Riverside.

ຜູ້ຕິດເຊື້ອຄົນທີ່ 22 ແມ່ນເປັນເພດຍິງ ອາຍຸ 25 ປີ, ສັນຊາດລາວ ອາຊີບ ນັກສຶກສາ, ເດີນທາງມາຈາກ ປະເທດສະຫະຣັຖ ອະເມຣິກາ ມາຜ່ານ ເກົາຫຼີໃຕ້ ແລະນອນຢູ່ສນາມບິນ ອິນຊອນ 1 ຄືນ, ໃນວັນທີ 12 ສິງຫາ, ນາງໄດ້ເດີນທາງອອກຈາກ ປະເທດເກົາຫຼີໃຕ້ ມາ ປະເທດລາວ ຜ່ານສນາມບິນສາກົລວັດໄຕ ໂດຍໄດ້ຮັບການວັດແທກ ອຸນຫະພູມ ແລະ ກວດເລືອດຕາມຂັ້ນຕອນ ກ່ອນທີ່ຈະເຂົ້າກັກໂຕ ຢູ່ໂຮງແຮມ Landmark Mekong Riverside  ໃນມື້ດຽວກັນ.

ຈົນກະທັ້ງ ມາຮອດມື້ວັນທີ່ 13 ສິງຫາ ຜົລກວດອອກມາ ພົບເຊື້ອໄວຣັສໂຄວິດ-19 ເຈົ້າໜ້າທີ່ກ່ຽວຂ້ອງ ກໍໄດ້ນໍາສົ່ງຄົນເຈັບທັງສອງຄັນ ດັ່ງກ່າວ ໄປປິ່ນປົວຢູ່ໂຮງໝໍມິຕພາບ ຕາມຂັ້ນຕອນ. ສ່ວນຜູ້ໂດຍສານອີກ 113 ຄົນ ທີ່ມາພ້ອມຖ້ຽວບິນດຽວກັນນີ້ ຍັງຢູ່ຣະຫວ່າງການ ກັກໂຕ ຕາມມາຕການຂອງທາງການ ເພື່ອເຝົ້າຣະວັງ ເບິ່ງອາການຢ່າງໃກ້ຊິດ.

ເຈົ້າໜ້າທີ່ ຄະນະສະເພາະກິຈ ເພື່ອປ້ອງກັນ ແລະແກ້ໄຂການຣະບາດ ຂອງ ເຊື້ອໄວຣັສໂຄວິດ-19 ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຖ້າຢັ້ງຢືນວ່າພົບຜູ້ຕິດເຊື້ອ ໄວຣັສໂຄວິດ-19 ແລ້ວ, ແຕ່ຜູ້ຕິດເຊື້ອໄດ້ໃກ້ຊິດ ຫຼື ສັມຜັດກັບບຸກຄົນອື່ນ ໃນຣະຫວ່າງ ການເດີນທາງນັ້ນ ເຈົ້າໜ້າທີ່ຈະແຍກໂຕ ອອກມາກັກໂຕ ຢູ່ໂຮງໝໍ ຫຼື ຕາມສະຖານທີ່ ທີ່ທາງການ ຈັດສັນໃຫ້ ເພື່ອເຝົ້າເບິ່ງອາການ ຢ່າງໃກ້ຊິດ.

ໂຕຢ່າງກໍຣະນີ ຂອງຜູ້ຕິດເຊືິ້ອ ຄົນທີ່ 21 ແລະ 22 ກໍຄືກັນ ເຈົ້າໜ້າທີ່ໄດ້ແຍກບຸກຄົນທີ່ຄາດວ່າ ໃກ້ຊິດແລະສັມຜັດທັງໝົດ 37 ຄົນ ກໍໄດ້ແຍກອອກມາກັກໂຕ ແລະເຝົ້າເບິ່ງອາການ ຢ່າງໃກ້ຊິດຕລອດ 14 ມື້, ດັ່ງທ່ານກ່າວວ່າ:

“ເຮົາເກັບໝົດທຸກຄົນທີ່ພົວພັນ ສັມຜັດກັນ ປັດຈຸບັນ ເຄັ່ງຄັດໄປກວ່ານັ້ນ ຜູ້ທີ່ໃກ້ຊິດສັມຜັດ ເຮົາບໍ່ໃຫ້ຢູ່ບ້ານເລີຍ ເຮົາເອົາໄວ້ໂຮງໝໍ ແລ້ວຂັງດ່ຽວໝົດ ຕິດຕາມອາການ ກວດທຸກ 2-3 ວັນ ບໍ່ມີອາການ ກະຍ່າ ເຮົາກະກວດ ຈົນຄົບ 14 ວັນ.”

ກ່ຽວກັບມາຕການຄວບຄຸມ ແລະປ້ອງກັນ ການຣະບາດຂອງເຊື້ອໄວຣັສໂຄວິດ-19 ພາຍໃນປະເທດລາວ, ເຈົ້າໜ້າທີ່ ກະຊວງສາທາ ຣະນະສຸຂ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ ດຽວກັນນີ້ວ່າ ສໍາລັບຄົນທີ່ເດີນທາງ ມາຈາກຕ່າງປະເທດ ຈະຖືກວັດແທກອຸນຫະພູມ ແລະກວດເລືອດ ຫາກບໍ່ພົບເຊື້ອ ຈະສົ່ງໄປສູນກັກໂຕ ຕາມທີ່ທາງການຈັດສັນໃຫ້ ເພື່ອເຝົ້າເບິ່ງ ອາການ 14 ມື້, ແຕ່ຖ້າຫາກພົບເຊື້ອ ຫຼືມີໄຂ້ ກໍຈະຖືກສົ່ງເຂົ້າໂຮງໝໍມິຕພາບທັນທີ:

“ເບື້ອງລາວກະກວດເຊັກອຸນຫະພູມ ແລ້ວຈະເອົາເຂົ້າໄປກັກຂັງ, ແຕ່ລະມື້ ຕອນເຊົ້າຕອນແລງ ຊິໄດ້ກວດເລືອດທຸກມື້ ຈົນຄົບກໍານົດ 14 ມື້ ລະຈັ່ງສູນຢັ້ງຢືນໃຫ້ ລະຈັ່ງສາມາດ ອອກໄດ້.”

ໃນມື້ວັນທີ 14 ສິງຫານີ້ ຄະນະສະເພາະກິຈ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການຣະບາດ ຂອງເຊື້ອໄວຣັສໂຄວິດ-19 ກ່າວໃນວັນ ຖແລງຂ່າວ ຣະບຸວ່າ ມາຮອດປັດຈຸບັນ ປະເທດລາວ ມີຜູ້ຕິດເຊື້ອໄວຣັສໂຄວິດ-19 ຈໍານວນ 22 ຄົນ, ປິ່ນປົວເຊົາແລ້ວ 19 ຄົນ ແລະ ພວມປິ່ນປົວຢູ່ໂຮງໝໍ ມິຕພາບ 3 ຄົນ ແລະ ຍັງສືບຕໍ່ປະຕິບັດ ມາຕການ ຄວບຄຸມ ແລະ ປ້ອງກັນ ການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ຢ່າງເຂັ້ມງວດ ໂດຍສະເພາະບໍຣິເວນ ດ່ານຊາຍໃນທົ່ວປະເທດ.

ຕໍ່ກັບສະພາບການທັງໃນ ແລະຕ່າງປະເທດ ທີ່ຍັງເຫັນວ່າມີຄວາມສ່ຽງ ທີ່ອາຈເກີດ ມີການຣະບາດຂອງເຊື້ອໄວຣັສໂຄວິດ-19 ຂຶ້ນຮອບໃໝ່. ຍ້ອນສະພາບ ການຣະບາດ ຢູ່ໃນພາກພື້ນ ອາຊີ ແລະໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ, ສະນັ້ນ ຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີ ໄດ້ ແຈ້ງການ ໃນມື້ວັນທີ 7 ສິງຫາ 2020 ຣະບຸວ່າ ຂັ້ນແຂວງ ຕ້ອງເພີ້ມທະວີ ການກວດກາ ຄົນເຂົ້າ-ອອກເມືອງ ຢ່າງເຂັ້ມງວດ ກໍຣະນີ ພົບເຫັນຜູ້ລັກລອບ ເຂົ້າມາລາວ ແບບບໍ່ຖືກກົດໝາຍ ແມ່ນໃຫ້ນໍາໂຕໄປກວດຫາເຊື້ອ ແລ້ວກັກບໍຣິເວນ 14 ມື້.

ຫ້າມ ຮ້ານອາຫານສະຖານບັນເທີງ, ຮ້ານກິນດື່ມ ແລະ ຄາຣາໂອເກະ ເປີດບໍຣິການຢ່າງເດັດຂາດ ຫາກຣະເມີດ ຈະປັບໃໝ ແລະ ຖອນໃບອະນຸຍາດ ຮວມເຖິງ ໃຫ້ຂັ້ນເມືອງ ແລະແຂວງ ເຜີຍແຜ່ຄວາມອັນຕະລາຍ ແລະຄວາມສ່ຽງ ກ່ຽວກັບເຊື້ອໄວຣັສໂຄວິດ-19  ໃຫ້ແກ່ຊາວບ້ານ  ໃນທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.