ຜ່ອນຜັນໃຫ້ຈີນກັບວຽດ ເຂົ້າລາວ ໄດ້ແລ້ວ

ມະນີຈັນ
2020.10.01
f-border ດ່ານ​ສາ​ກົນ​ບໍ່​ເຕັນ ແຂວງຫຼວງ​ນ້ຳ​ທາ, ເປັນ​ເຂດຊາຍ​ແດນ ​ລາວ-ຈີນ (ຖ່າຍ​ເມື່ອ​ເດືອນພຶ​ສ​ພາ ປີ 2019)
RFA

ໃນມື້ວັນທີ 30 ກັນຍາ 2020 ຣັຖບານລາວ ໄດ້ອອກແຈ້ງການກ່ຽວກັບ ມາຕການປ້ອງກັນໂຄວິດ-19 ແຕ່ມື້ວັນທີ 1 ຫາວັນທີ 31 ຕຸລານີ້, ເປີດຖ້ຽວບິນເໝົາລໍາ ແລະ ຈະໃຫ້ຜູ້ເດີນທາງ ແລະນັກທ່ອງທ່ຽວ ຈາກປະເທດ ທີ່ບໍ່ມີໂຄວິດ-19 ເຂົ້າມາເປັນກຸ່ມ, ໃຫ້ຄົນຈີນ ແລະຄົນວຽດ ທີ່ເຄີຍເຮັດວຽກຢູ່ລາວ ເຂົ້າມາໄດ້ຫລັງກວດໂຄວິດ-19 ແລ້ວ. ແຕ່ເຫລືອນັ້ນຍັງຄືເກົ່າ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ຄະນະ ສະເພາະກິດ ຄວບຄຸມ ແລະ ປ້ອງກັນໂຄວິດ-19 ທ່ານນຶ່ງ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ຕໍ່ RFA ໃນມື້ວັນທີ 1 ຕຸລາ ນີ້:

“ມາຕການຍັງຄືເກົ່າ ຄືຜ່ານມາຫັ້ນແຫລະ ມີແຕ່ເປີດກັບຈີນກັບວຽດນາມ ຫັ້ນ ມີມາຕການຜ່ອນຜັນ ຄືວ່າເປັນພື້ນທີ່ສີຂຽວຫັ້ນນະ ຄັນມາ ແຕ່ຈີນແຕ່ຫຍັງ ເພິ່ນຈະມີສິດທິພິເສດ ໜ້ອຍນຶ່ງ ຫລັງຈາກມາກວດ ຄັນບໍາພົບເຊື້ອໂຄວິດ ແລ້ວ ເພິ່ນໃຫ້ກັບຄືນໄປເຮັດວຽກ ບ່ອນເພິ່ນ ເຮັດວຽກ ຫັ້ນແລ້ວ ໄປຈໍາກັດບໍຣິເວນ ຢູ່ໃນຫັ້ນເລີຍ.”

ດຣ. ພູທອນ ເມືອງປາກ ຮອງຣັຖມົນຕຣີກະຊວງ ສາທາຣະນະສຸກ ໄດ້ຖແລງໃນວັນທີ 1 ຕຸລາ ນີ້ວ່າ ອີງຕາມການແຈ້ງການຂອງຫ້ອງວ່າ ການສໍານັກງານນາຍົກຣັຖມົນຕຣີ ເລກທີ 1049 ລົງວັນທີ 30 ກັນຍາ 2020 ກ່ຽວກັບການສືບຕໍ່ ປະຕິບັດມາຕການ ປ້ອງກັນໂຄວິດ-19 ໃນເດືອນ ຕຸລານີ້, ທາງການເຫັນດີໃຫ້ຄົນຈີນ ແລະ ຄົນວຽດນາມ ເຂົ້າມາ ຫລັງກວດໂຄວິດ-19 ແລ້ວ, ເປີດຖ້ຽວບິນ ເໝົາລໍາ ສໍາລັບ ປະເທດທີ່ບໍ່ມີການຣະບາດ ຂອງໂຄວິດ-19 ເພື່ອກະຕຸ້ນເສຖກິດ, ຜ່ອນຜັນການຈໍາກັດ ບໍຣິເວນ ສໍາລັບຜູ້ເດີນທາງມາຈາກ ປະເທດທີ່ບໍ່ມີ ການຣະບາດ ຂອງໂຄວິດ ໂດຍໃຫ້ລໍຟັງຜົນ ຂອງການກວດ ພາຍໃນ 48 ຊົ່ວໂມງ, ຫາກບໍ່ພົບ ເຊື້ອພຍາດ ກໍໄປກັກບໍຣິເວນຢູ່ທີ່ພັກ ຫຼື ເຮືອນ ຂອງຕົນໄດ້ ດັ່ງທີ່ທ່ານກ່າວວ່າ:

“ມາຕການທີ່ເຫັນດີ ປຶກສາຫາຣືກັບສສວຽດນາມ ແລະ ສປຈີນ ກ່ຽວກັບມາຕການ ໃນການປະຕິບັດ ຊ່ອງທາງສີຂຽວ ຫລືວ່າ Fast Track ເຫັນດີໃຫ້ເປີດຖ້ຽວບິນ ເໝົາລໍາ ສໍາລັບປະເທດ ທີ່ບໍ່ມີການຣະບາດ-19 ສໍາລັບຜູ້ທີ່ເດີນທາງມາຈາກ ປະເທດທີ່ມີການຣະບາດ ຫາກບໍາພົບ ເຊື້ອສາມາດໄປກັກບໍຣິເວນຕໍ່ ໃນທີ່ພັກ ຫລື ເຮືອນ ຂອງຕົນເອງ.”

ແຕ່ຣາຍລະອຽດກ່ຽວກັບວ່າ ຈະໃຫ້ຄົນຈີນ ແລະຄົນວຽດນາມ ທີ່ວ່ານັ້ນ ເຂົ້າມາລາວໄດ້ຄືແນວໃດນັ້ນ ຍັງບໍ່ທັນມີເທື່ອ, ພາກສ່ວນທີ່ກ່ຽວ ຂ້ອງຕ້ອງໄດ້ປະຊຸມປຶກສາຫາລືກັນກ່ອນ ທັງເຣື່ອງເປີດ ໃຫ້ນັກທ່ອງທ່ຽວ ຕ່າງປະເທດເຂົ້າມາ ເປັນກຸ່ມນັ້ນກໍເຊັ່ນດຽວກັນ, ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸກ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ວັນທີ 1 ຕຸລາ ນີ້ວ່າ:

“ເພິ່ນຈະເຮັດແນວໃດ ກໍຍັງບໍາທັນໄດ້ເຫັນວ່າ ອອກມາລະອຽດເທື່ອ ທັງໝົດທັງປວງ ເພິ່ນກໍເວົ້າພາບລວມຊື່ໆ ໃນນາມຣັຖບານ ເພິ່ນຕ້ອງໄດ້ ເຈຣະຈາກັນຕື່ມ ເພາະວ່າຫລັງຈາກມາຕການລວມ ອອກມາແລ້ວ ຣາຍລະອຽດ ເຮົາຕ້ອງໄດ້ລົມກັນ ກັບສະຖານທູດ ເຈົ້າໜ້າທີ່ກ່ຽວຂ້ອງ ກໍຕ້ອງໄປລົມກັນ ແລະເຮັດຂໍ້ແນະນໍາ.”

ເຖິງມາຕການປ້ອງກັນ ໂຄວິດ-19 ຜ່ອນຜັນລົງແດ່ ແຕ່ຮ້ານຄາຣາໂອເກ໋ ຮ້ານບັນເທີງ ກໍຍັງໄດ້ຮັບຜົລກະທົບ ບໍ່ມີຣາຍໄດ້, ພະນັກງານ ໃນຮ້ານ ຕົກງານຫລາຍ ເຮັດໃຫ້ເຈົ້າຂອງຮ້ານ ແລະພະນັກງານ ຫລາຍຄົນບໍ່ດີໃຈບໍ່ພໍໃຈ ແຕ່ກໍຕ້ອງໄດ້ປະຕິບັດຕາມ ດັ່ງເຈົ້າຂອງຮ້ານ ບັນເທີງ ທ່ານນຶ່ງ ຜູ້ຂໍສງວນຊື່ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ:

“ດີໃຈບໍ່ກະບໍ່ດີໃຈ ເຣື່ອງໃຫ້ພໍໃຈກະບໍາພໍໃຈ ແຕ່ກໍຕ້ອງໄດ້ປະຕິບັດຕາມນັ້ນ ຄໍາສັ່ງມາຕາມນັ້ນເດ໋ ຣາຍໄດ້ຈາກຮ້ານກະບໍ່ມີເລີຍ ແລ້ວກະອ້າຍນ້ອງ ພະນັກງານທັງໝົົດໃນຮ້ານແຫລະ ໄດ້ຮັບຜົລໝົດ ຕົກງານ ຫລັກໆກະນັກດົນຕຣີ ພະນັກງານສິ ແມ່ບ້ານແມ່ຄົວ ໄປໝົເແຫລະ.”

ແລະເຈົ້າຂອງຮ້ານຄາຣາໂອເກະ ນາງນຶ່ງຜູ້ຂໍສງວນຊື່ ກໍເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ການສືບຕໍ່ປິດປະເທດ ກໍເປັນຜົນດີສໍາລັບ ຄົນລາວ ແຕ່ການສັ່ງປິດຮ້ານ ຄາຣາໂອເກະ ຮ້ານບັນເທີງຕໍ່ ກໍເຮັດໃຫ້ມີຜົນ ກະທົບ ຕໍ່ໄປອີກ ບໍ່ມີຣາຍໄດ້ ມີແຕ່ຣາຍຈ່າຍ ແລະທັງຕ້ອງໄດ້ຈ່າຍໜີ້ ທະນາຄານນໍາ:

“ກໍບໍາຢາກປານໃດແຫລະ ເພາະເຮົາກໍຫາກິນທາງດ້ານນີ້ເນາະ ເພາະວ່າສັ່ງໂຈະ ປິດຕລອດ ເຮົາກະມີຄ່າໃຊ້ຈ່າຍ ທະນາຄານສິເນາະ.”

ກ່ຽວກັບມາຕການຂອງທາງການ ທີ່ວ່ານີ້ ນັກດົນຕຣີຜູ້ນຶ່ງ ທີ່ຂໍສງວນຊື່ ກ່າວຕໍ່ RFA ໃນມື້ວັນທີ 1 ຕຸລານີ້ວ່າ ໄດ້ຮັບຜົນກະທົບ ຕໍ່ໄປອີກ ເຮັດໃຫ້ບໍ່ມີເງິນ ແລະຜູ້ຄົນກໍມີການໃຊ້ຈ່າຍ ແຕ່ລະມື້. ຫາກທາງການ ຈະສືບຕໍ່ມາຕການແບບນີ້ ກໍຢາກໃຫ້ຫລຸດຄ່ານໍ້າ ຄ່າໄຟຕື່ມ ເພື່ອເປັນການຊ່ອຍເຫລືອ:

”ເຮົາກະມີຜົລກະທົບ ໃນດ້ານການຫາເງິນ ອິຫຍັງຫັ້ນແຫລະ ກະລວມໆກັນຫັ້ນແຫລະ ຣາຍຮັບໜ້ອຍລົງ ກະໝົດທຸກຄົນເລີຍຫັ້ນແຫລະ  ຄັນວ່າຮ້ານໃດທີ່ປິດຫັ້ນນະ  ມີລົດຄ່ານໍ້າຄ່າໄຟ ກໍຈະເປັນການດີ ໃຈແທ້ກໍຢາກໃຫ້ຫລຸດຫັ້ນແຫລະເວີ໋ຍ ຣາຍຮັບເຮົາ ມັນໜ້ອຍລົງເດ໋.”

ໃນການແຈ້ງການ ຂອງຫ້ອງວ່າການສໍານັກງານ ນາຍົກຣັຖມົນຕຣີເລກທີ 1049 ລົງວັນທີ 30 ກັນຍາ 2020 ກ່ຽວກັບມາຕການປ້ອງກັນ ໂຄວິດ-19, ນອກຈາກ ມາຕການຫລຸດຜ່ອນ ທີ່ວ່ານັ້ນແລ້ວ ຍັງຣະບຸວ່າ ທາງການໃຫ້ເກັບຄ່າໃຊ້ຈ່າຍ ທີ່ຈໍາເປັນ ໃນການກວດຫາເຊື້ອ ໂຄວິດ-19, ໃຫ້ຄະນະສະເພາະກິດ ທີ່ກ່ຽວຂ້ອງ ກໍານົດອັດຕຣາຄ່າບໍຣິການ ໃນການກວດຫາເຊື້ອພຍາດນັ້ນຢ່າງເໝາະສົມ ແລະອະນຸຍາດ ໃຫ້ຈັດງານບຸນອອກພັນສາ, ບຸນປະເພນີ, ງານດອງ ແຕ່ຕ້ອງປະຕິບັດ ຕາມຄໍາແນະນໍາຂອງ ຄະນະສະເພາະກິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.