ຕັກແຕນທໍາລາຍເຂົ້າໄຮ່ ມ.ໃໝ່ ຂ.ຜົ້ງສາລີ
2020.06.29

ຊາວໄຮ່ຢູ່ບ້ານ ເພັຽລໍໃໝ່ ເມືອງໃໝ່ ແຂວງຜົ້ງສາລີ ທີ່ປູກເຂົ້າໄຮ່ ໃນເນື້ອທີ່ປະມານເຄິ່ງ ເຮັກຕາ ເພື່ອກິນປີໜ້າ ຮູ້ສຶກອຸກໃຈ ຢ້ານຈະອຶດ ເຂົ້າກິນພາຍຫຼັງຕັກແຕນໄມ້ປ່ອງ ທໍາລາຍເຂົ້າໄຮ່ກັດກິນ ໃບເຂົ້າຮອດຮາກ ໃນຕອນບ່າຍຂອງມື້ວັນທີ 26 ມິຖຸນາ ນີ້ເສັຽຫາຍທັງໝົດເປັນ ມູນຄ່າ 2 ລ້ານ ປາຍກີບ. ດັ່ງນັ້ນ ຈຶ່ງຢາກໃຫ້ພາກສ່ວນກ່ຽວຂ້ອງ ຊ່ອຍເຂົ້າສານພໍໄດ້ກິນປີໜ້າ, ອີງຕາມ ຄໍາເວົ້າຂອງຊາວບ້ານ ທີ່ໄດ້ຮັບ ຄວາມເສັຍຫາຍ ຫຼາຍກວ່າໝູ່ ຕໍ່ RFA ໃນມື້ວັນທີ 29 ມິຖຸນາ ນີ້:
“ກໍຮູ້ສຶກວ່າໂຕເອງ ນີ້ຫັ້ນຄືສິອຶດເຂົ້າ ບໍ່ໄດ້ກິນເຂົ້າມັນກິນນີ໊ ມັນກິນລົງທັງໃບ ຈົນຮອດຮາກເຂົ້າໝົດເລີຍ ມັນມີອິສັງກໍກິນໄປໝົດກໍຢາກໃຫ້ ເຂົາຊ່ວຍ ພໍ່ແມ່ປະຊາຊົນທີ່ວ່າ ບໍ່ມີເຂົ້ານໍ້າກິນ ແລະ ກໍຢາກໄດ້ເຂົ້າ ນໍ້າມິຫຍັງຕ່າງໆ.”
ແລະຊາວໄຮ່ຢູ່ບ້ານເພັຽລໍໃຫມ່ ອີກຜູ້ນຶ່ງທີ່ມີເນື້ອທີ່ປູກເຂົ້າໄຮ່ 1 ເຮັກຕາເຄິ່ງ ເພື່ອກິນປີໜ້າຄືກັນນັ້ນ ກໍຮູ້ສຶກອຸກໃຈຄືກັນ ທີ່ຈະບໍ່ໄດ້ເຂົ້າ ໄຮ່ເຕັມເມັດເຕັມໜ່ວຍ ຍ້ອນວ່າພາຍຫລັງສັກເຂົ້າໄດ້ ເດືອນປາຍ ຕົ້ນເຂົ້າກໍສູງ 20 ປາຍ ເຊັນແລ້ວ ກໍຖືກຕັກແຕນໄມ້ປ່ອງ ມາກັດກິນ ເສັຽຫາຍເກືອບເຄິ່ງເຮັກຕາ ຄິດເປັນມູນຄ່າ 1 ລ້ານປາຍກີບ. ດັ່ງນັ້ນ ຈຶ່ງຢາກໃຫ້ພາກ ສ່ວນກ່ຽວຂ້ອງ ເອົາຢາມາ ຂ້າຕັກແຕນໄມ້ປ່ອງ ນີ້ໄວໆກ່ອນມັນຈະທໍາຣາຍເຂົ້າໄຮ່ ທີ່ຍັງເຫລືອນັ້ນ, ດັ່ງທີ່ທ່ານກ່າວວ່າ:
“ເຂົ້າຫັ້ນ ກໍ໋ມັນສິປົ່ງຢູ່ ເພາະວ່າມັນຍັງບໍ່ຂຶ້ນສູງປານໃດເດ໋ ແຕ່ປາລິມານຮວງທີ່ອອກຫັ້ນນະ ປາລິມານມັນສິບໍ່ໄດ້ ກໍຄືມັນບໍ່ເຕັມຫັ້ນແຫລະ ກໍອຸກ ໃຈຫັ້ນແຫລະ ກໍຄືສິເຮັດແນວໃດ ກໍຂໍໃຫ້ຂັ້ນເທິງ ແກ້ໄຂໄວໆຫັ້ນແຫລະ.”
ແລະຊາວບ້ານເພັຽລໍໃໝ່ ອີກຜູ້ນຶ່ງ ທີ່ປູກເຂົ້າໄຮ່ ໃນເນື້ອທີ່ເກືອບ 1 ເຮັກຕາ ເພື່ອກິນປີໜ້າຄືກັນນັ້ນ ກໍຮູ້ສຶກອຸກໃຈຍ້ອນຕ້ອງໄດ້ຊື້ແນວພັນ ເຂົ້າພື້ນບ້ານ ປູກຄືນອີກ ຫລັງຈາກຕັກແຕນ ໄມ້ປ່ອງ ກັດກິນເຂົ້າໄຮ່ຂອງຕົນ ເສັຽຫາຍເກືອບເຄິ່ງເຮັກຕາ ເປັນມູນຄ່າ 1 ລ້ານ ປາຍກີບ ນັ້ນກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ຂອງທາງການ ມາຕິດຕາມ ແລະເອົາສານເຄມີ ມາຂ້າຕັກແຕນມາຊ່ອຍ, ຊຶ່ງປັດຈຸບັນ ຊາວບ້ານຍັງເອົາ ມືຈັບແລະເອົາໄມ້ຟາດ ເພື່ອບໍ່ໃຫ້ມັນໄປກັດກິນເຂົ້າ ບ່ອນອື່ນ, ດັ່ງທີ່ທ່ານກ່າວວ່າ:
“ກໍອຸກໃຈເສັຽໃຈ ມີແຕ່ວ່າເຂົ້າກໍໃຫຍ່ຂຶ້ນລະເນາະ ຈໍາເປັນກໍຕ້ອງໄດ້ເຮັດໃໝ່ຫັ້ນແຫລະເນາະ ແນວພັນກໍໄດ້ຊື້ໃໝ່ ເຂົ້າກໍບໍ່ອອກແລ້ວເດ໋ ມັນກັດໄປຢູ່ດິນພຸ້ນແຫລະ ມັນກິນໝົດເລີຍ ກິນໝົດ ກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ລົງໃກ້ຊິດລົງຕິດຕາມແດ່.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງໃໝ່ ກ່າວວ່າ ອີງຕາມຂໍ້ມູນກ່ຽວກັບ ຕັກແຕນໄມ້ປ່ອງ ທໍາຣາຍເຂົ້າໄຮ່ ຊາວບ້ານທີ່ໄດ້ຮັບໃນ ມື້ວັນທີ 28 ມິຖຸນາ ນີ້, ມີຊາວບ້ານທີ່ເຮັດໄຮ່ 20 ຄອບຄົວ ໄດ້ຮັບຜົລກະທົບ ຍ້ອນຕັກແຕນໄມ້ປ່ອງ ທໍາຣາຍຕົ້ນເຂົ້າໃນເນື້ອທີ່ ທັງໝົດ ເກືອບ 5 ເຮັກຕາ ທີ່ຈະຜລິດເຂົ້າໄດ້ເກືອບ 9 ຕັນ ຄິດເປັນມູນຄ່າຄວາມເສັຽຫາຍ 24 ລ້ານ ປາຍກີບ.
ແລະວ່າເບື້ອງຕົ້ນຫ້ອງການກະສິກັມ ແລະປ່າໄມ້ ເມືອງ ຈະເອົາຢາເຄມີຂ້າຕັກແຕນໄມ້ປ່ອງ ທີີ່ກົມປູກຝັງສົ່ງມາໃຫ້ເມືອງ ໄປປະສົມກັບນໍ້າ ທີ່ຊາວ ບ້ານຕຽມໄວ້ນັ້ນ ສີດຂ້າຕັກແຕນ. ສ່ວນການຊ່ອຍ ເຂົ້າສານ ໃຫ້ປະຊາຊົນ ຜູ້ທີ່ໄດ້ຮັບຄວາມເສັຽຫາຍນັ້ນ ແມ່ນຈະໃຫ້ໃນປີໜ້າ, ດັ່ງທີ່ທ່ານກ່າວວ່າ:
”ດຽວນີ້ທາງກົມເຂົາເຈົ້າ ກໍສົ່ງຢາໃຫ້ແລ້ວກໍກໍາລັງ ອອກໄປສີດຢາຫັ້ນແຫຼະ ມັນສີດຕອນສວຍບໍ່ໄດ້ມັນຕ້ອງ 5-6 ໂມງມັນຈັ່ງສີດໄດ້ຢານະ ສີດຕອນຮ້ອນໆນີ໋ບໍ່ໄດ້ ຢາມັນ ປັດຈຸບັນນີ້ກໍຊ່ວຍ ເຣື່ອງຢາເຄມີນີ້ກ່ອນ ແຕ່ວ່າຜົລເສັຽຫາຍນີ້ ເຮົາສເນີໄປຕາມຫຼັງ ປີໜ້າພຸ້ນແຫຼະ ຜົລເສັຽ ຫາຍນະເຂົາເຈົ້າຈັ່ງຊົດເຊີຍ.”
ທ່ານກ່າວຕື່ມວ່າ ຕັກແຕນທັງໝົດ ທີ່ຖືກສານເຄມີນັ້ນ ກອງກັນຕາຍ ແລະຈະຖືກນໍາໄປຝັງທັງໝົດ, ຈະບໍ່ໃຫ້ຜູ້ໃດໄດ້ນໍາໄປກິນ. ສ່ວນວ່າຈະ ເອົາໄປເຮັດຫົວອາຫານ ໃຫ້ປານັ້ນ ແມ່ນຍັງຢູ່ໃນຂັ້ນ ສຶກສາ ຄວາມເປັນໄປໄດ້ຢູ່.
ທ່ານບອກໃຫ້ຮູ້ວ່າ ຕັກແຕນໄມ້ປ່ອງຝຸງ ທີ່ມາກັດກິນເຂົ້າໄຮ່ນີ້ ມີຖີ່ນກໍາເນີດ ຢູ່ປະເທດຈີນ, ພວກມັນ ບິນເຂົ້າມາວາງໄຂ່ ຢູ່ເຂດ ໄມ້ປ່ອງ ບ້ານເພັຽລໍໃໝ່ ຕັ້ງແຕ່ ປີ 2014. ປັດຈຸບັນ ຊາວບ້ານໄປ ຖາງໄມ້ປ່ອງ ເຮັດໃຫ້ພວກມັນ ບໍ່ມີອາຫານກິນ ແລ້ວຈຶ່ງພາກັນບິນລົງມາກັດກິນ ເຂົ້າໄຮ່ ຂອງຊາວບ້ານ ຍ້ອນຕົ້ນເຂົ້າຍັງອ່ອນ ແລະສູງໄດ້ພຽງ 15 ຫາ 20 ເຊັນ.