ຕັກແຕນອອກຣະບາດຢູ່ ພາກເໜືອ

ໜ່ວຍງານທີ່ອອກໄປ ຕາມເຂດທີ່ມີຝຸງຕັກແຕນຣະບາດ ເພື່ອສີດຢາຂ້າ ແຕ່ກໍຍັງຂາດເຂີນ ອຸປກອນຫຼາຍຢ່າງ ທີ່ຈະເຮັດໃຫ້ວຽກງານ ໄດ້ຜົນຕາມທີ່ຕ້ອງການ
ໜ່ວຍງານທີ່ອອກໄປ ຕາມເຂດທີ່ມີຝຸງຕັກແຕນຣະບາດ ເພື່ອສີດຢາຂ້າ ແຕ່ກໍຍັງຂາດເຂີນ ອຸປກອນຫຼາຍຢ່າງ ທີ່ຈະເຮັດໃຫ້ວຽກງານ ໄດ້ຜົນຕາມທີ່ຕ້ອງການ (RFA/PN)

0:00 / 0:00

ເຈົ້າໜ້າທີ່ຫ້ອງການ ກະສິກັມແລະປ່າໄມ້ ເມືອງວຽງໄຊ ແຂວງຫົວພັນ ກໍາລັງສະກັດກັ້ນ ການແຜ່ຣະບາດ ຂອງ ຕັກແຕນຝູງ ໄມ້ປ່ອງ ດ້ວຍການສິດ ສານເຄມີຂ້າ ກ່ອນທີ່ຈະແຜ່ລາມ ໄປກັດກິນ ຜົນຜລິດ ຂອງປະຊາຊົນ ຊຶ່ງຈະເຮັດໃຫ້ ເກີດຜົນເສັຍຫາຍ ຢ່າງຫລວງຫລາຍ ຕາມມາ. ດັ່ງ ເຈົ້າໜ້າທີ່ ຫ້ອງການກະສິກັມ ເມືອງວຽງໄຊ ທ່ານນຶ່ງ ກ່າວໃນວັນທີ 12 ມິຖຸນາ ນີ້ວ່າ:

“ມີຫລາຍຢູ່ດຽວນີ້ ຕັກແຕນຝູງໄມ້ປ່ອງ ກໍາລັງຣະບາດ ຢູ່ເມືອງວຽງໄຊ ປັຈຈຸບັນນີ້ ມັນຍັງກິນ ໃບໄມ້ປ່ອງ ໃບໄມ້ປ່ອງ ຫັ້ນໝົດແລ້ວ ມັັັັນກໍ ສິເລີ້ມກິນ ຜົນຜລິດ ຂອງປະຊາຊົນ ໄປປາບໄປສີດ ໄປຜົ່ນຢາຂ້າ ຫັ້ນແຫລະ ແຕ່ລະມື້ນະ”.

ທ່ານກ່າວຕື່ມວ່າ ປັຈຈຸບັນ ຝູງຕັກແຕນກໍາລັງຣະບາດ ຢູ່ຫລາຍບ້ານ ຫລາຍທີ່ສຸດ ກໍແມ່ນ ບ້ານນາປຸງ ແຕ່ຍັງບໍ່ຮູ້ວ່າ ຣະບາດຢູ່ໃນເນື້ອທີ່ ຈັກເຮັກຕ້າ, ແຕ່ຍັງບໍ່ທັນ ເຂົ້າມາຮອດ ເນື້ອທີ່ປູກຝັງ ຂອງຊາວບ້ານເທື່ອ, ແຕ່ກໍມີຫລາຍບ້ານ ທີ່ເຈົ້າໜ້າທີ່ ບໍ່ສາມາດ ເຂົ້າໄປປາບ ຝຸງຕັກ ແຕນນັ້ນໄດ້ ຍ້ອນມີຂໍ້ ຈໍາກັດຫລາຍຢ່າງ.

ເຈົ້າໜ້າທີີ່ຜູ້ດຽວກັນນີ້ ອະທິບາຍຕຶ່ມວ່າ ທຸກມື້ນີ້ ຫ້ອງການກະສິກັມ ແລະປ່າໄມ້ ເມືອງວຽງໄຊ ໄດ້ຮັບ ງົບປະມານ ຊ່ວຍເຫລືອ ສ່ວນນຶ່ງ ຈາກທາງການຈີນ ສໍາລັບກໍາຈັດ ຝູງຕັກແຕນ ແຕ່ກໍຍັງບໍ່ ພຽງພໍ ທາງຫ້ອງການ ຍັງຕ້ອງການ ການຊ່ວຍເຫລືອ ຈາກພາກສ່ວນອື່ນໆ ຕື່ມອີກ ເພື່ອຊື້ຢາຂ້າ ຕັກແຕນ ແລະ ຊື້ ພາຫະນະ ສໍາລັບໃຊ້ໃນ ວຽກງານດ້ ານນີ້.

ຫລ້າສຸດ ຝູງຕັກແຕນ ໄດ້ຣະບາດຢູ່ 5 ແຂວງໃນພາກເໜືອຂອງລາວ ຄື: ແຂວງຫົວພັນ, ຊຽງຂວາງ, ຫລວງພຣະບາງ, ອຸດົມໄຊ ແລະ ຜົ້ງສາລີ ຊຶ່ງກວມເອົາທັງໝົດ 24 ເມືອງ ໃນຈໍານວນ 640 ຈຸດ. ຝູງຕັກແຕນ ໄດ້ກັບມາຣະບາດ ເມື່ອປີຜ່ານມາ ຈົນເຖິງ ປັຈຈຸບັນຍັງບໍ່ ສາມາດປາບປາມໄດ້.