ໂຮງງານຂອງຈີນຢູ່ລາວ ສ້າງ ມົລພິດ

ຈໍາປາທອງ
2018.05.22
f-cement ໂຮງງານຜລິດຊິເມັນ ຢູ່ບ້ານໂພວາ ແຂວງຄຳມ່ວນ
RFA/PN

ການລົງທຶນຂອງຈີນຢູ່ ສປປລາວ ນັບຕັ້ງແຕ່ໂຮງງານອຸດສາຫະກັມ, ໂຮງງານກະສິກັມ ຮວມທັງການປູກພືດອຸດສາຫະກັມ ຮວມທັງການ ປູກກ້ວຍ ທີ່ໃຊ້ສານພິດເຄມີຮ້າຍແຮງ ແລະແບບຊະຊາຍ ເຮັດໃຫ້ເກີດມົລພິດ ສົ່ງຜົລກະທົບອັນບໍ່ດີຕໍ່ສຸຂພາບ ແລະຊີວິດຂອງປະຊາຊົນ ລາວ ແລະເປັນພັຍຕໍ່ສິ່ງແວດລ້ອມ.

ປະຊາຊົນຖືກບັງຄັບໃຫ້ຍ້າຍຖິ່ນຖານ, ບ້ານເຮືອນ, ໄຮ່ນາ, ຮົ້ວສວນ ແລະພື້ນທີ່ທໍາມາຫາກິນ ຂອງພວກເຂົາເຈົ້າ ຖືກມ້າງ ແລະເອົາໃຫ້ ຕ່າງປະເທສຍຶດຄອງ ໂດຍໃຫ້ຄ່າຊົດເຊີຍຄວາມເສັຍຫາຍ ຕາມອໍາເພີໃຈ ແບບບໍ່ຍຸຕິທັມ ຈົນມີການຮ້ອງຂໍຕໍ່ວ່າ ທັກທ້ວງເພື່ອຄວາມເປັນທັມ ເຖິງຈະຖືກນາບຂູ່ ປາບປາມດ້ວຍການຈັບກຸມຂຸມຂັງ ແລະທໍຣະມານຢູ່ໃນຄຸກ ຈົນເສັຍຊີວິດແລ້ວກໍມີ. ແຕ່ກໍຍັງບໍ່ຍອມຈຳນົນ ເພື່ອກຽດສັກສີ ເພື່ອສິດ ແລະຜົລປໂຍດອັນຊອບທັມຂອງຕົນ.

ໂຮງງານປຸງແຕ່ງກະສິກັມຂອງຈີນ ຢູ່ລາວ ຮວມທັງເຕົາອົບເຄື່ຶອງປ່າຂອງດົງ, ເຕົາເຜົາຖ່ານຫິນ ຢູ່ເມືອງພູຄູນ ແຂວງຫຼວງພະບາງ ແລະ ໂຮງງານຜລິດປຸຍອິນຊີ ຢູ່ນິຄົມອຸດສາຫະກັມຫຼັກ 21 ເມືອງໄຊທານີ ນະຄອນຫຼວງວຽງຈັນທີ່ດຳເນີນກິຈການ ຢູ່ໃນຂນະນີ້ ກໍເປັນຕົວຢ່າງ ທີ່ຊີ້ບອກໃຫ້ຮູ້ເຖິງບໍ່ເກີດ ຂອງຜົລກະທົບອັນບໍ່ດີ ຕໍ່ປະຊາຊົນລາວ ແລະສິ່ງແວດລ້ອມ.

ເຕົາອົບເຄື່ອງປ່າຂອງດົງ ເຕົາເຜົາຖ່ານຫິນຂອງຈີນ ຊຶ່ງຕັ້ງຢູ່ແຄມຖນົນເລກ 7 ໃນເຂດເມືອງພູຄູນ ແຂວງຫລວງພະບາງ ປ່ອຍຄວັນພິດ ແລະກິ່ນຂິວໄປທົ່ວບໍຣິເວນອ້ອມຂ້າງ ທີ່ປະຊາຊົນອາສັຍຢູ່ ເຮັດໃຫ້ເກີດມີບັນຫາຕໍ່ສຸຂພາບ ຈົນເກີດມີການ ວິພາກວິຈານກັນຢ່າງແພ່ຫຼາຍ ແລະເຈົ້າໜ້າທີ່ທາງການ ທີ່ກ່ຽວຂ້ອງ ກໍໄດ້ໄປເວົ້ານໍາ ເຈົ້າຂອງໂຮງງານຈີນ ໃຫ້ຍ້າຍເຕົາເຜົານັ້ນໄປຕັ້ງ ຢູ່ບ່ອນໃໝ່ ແຕ່ກໍຍັງບໍ່ທັນຍ້າຍ ອອກໄປເທື່ອ ດັ່ງເຈົ້າໜ້າທີ່ຫ້ອງການອຸດສາຫະກັມແລະການຄ້າ ເມືອງພູຄູນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 15 ພຶສ ພານີ້ວ່າ:

"ຂະເຈົ້າຈູດຖ່ານຫິນນະ ໃຊ້ແມ່ນຫຍັງ ຫັ້ນນະ ຈູດໂຕນັ້ນ ແລ້ວຄວັນໂພດມັນຂິວໂພດ ກະໄດ້ເວົ້ານໍາເພີ່ນເທື່ອນຶ່ງແລ້ວ ທາງເມືອງເພິ່ນວ່າ ໃຫ້ຊອກບ່ອນໃໝ່ ຫັ້ນເດ ແຕ່ວ່າຍັງຢູ່ບ່ອນເກົ່າຫັ້ນແຫລະ."

ນາງບອກໃຫ້ຮູ້ຕື່ມວ່າ ຄວັນ ແລະກິ່ນຂິວຈາກເຕົາເຜົາແລະເຕົາອົບທີ່ວ່ານັ້ນ ເຮັດໃຫ້ຊາວບ້ານທີ່ຢູ່ອ້ອມຂ້າງຈໍານວນ 7 ຄອບຄົວ ໄດ້ຮັບ ຜົລກະທົບ: ເປັນຕາແດງ, ໄອ, ຫາຍໃຈຝືດ. ພວກເຂົາເຈົ້າຮຽກຮ້ອງ ໃຫ້ທາງການຊ່ວຍແກ້ໄຂ ຂນະທີ່ບໍ່ມີແນວໂນ້ມ ວ່າຜູ້ເປັນເຈົ້າຂອງ ຈະຍ້າຍ ເຕົານັ້ນໄປຕັ້ງຢູ່ບ່ອນໃໝ່ເທື່ອ. ໂຮງງານແຫ່ງນີ້ຕັ້ງຢູ່ຫ່າງຈາກຊຸມຊົນ ແລະໄກຈາກເຂດເທສບານເມືອງພູຄູນພຽງ 500 ແມັດ.

ສ່ວນວ່າຢູ່ນະຄອນຫລວງວຽງຈັນ ມາເຖິງປັດຈຸບັນ ໂຮງງານຜລິດປຸຍອິນຊີຂອງຈີນ ທີ່ນິຄົມອຸດສາຫະກັມຫຼັກ 21 ເມືອງໄຊທານີ ກໍຍັງ ສົ່ງກິ່ນເໝັນແຮງ ຕໍ່ປະຊາຊົນທີ່ຢູ່ອ້ອມຂ້າງ ເປັນຕົ້ນຕໍ່ຊາວບ້ານສະພັງຄະນົງ 200 ປາຍຄອບຄົວ, ດັ່ງຊາວບ້ານ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ເມສາ ທີ່ຫາກໍຜ່ານມານີ້ວ່າ:

"ປະໂທ ມາມື້ລະແຮງຮ້າຍເພາະຝົນຫາກໍ່ຕົກສອງມື້ຫລັງນໍ ລົມພັດໄປທາງໃດທາງນັ້ນເໝັນ ເອີຕາມແບບສເນີນໍ ກໍເດືອນ 12 ພຸ້ນແຫລະປີ 2017 ໄດ້ສີ່ຫ້າເດືອນນີ້ແຫລະ ບໍ່ເຫັນມີຫຍັງປ່ຽນແປງ ໃນບົດບັນທຶກກໍໄດ້ອ່ານຢູ່ວ່າ ໃຫ້ເຂົາປ່ຽນແປງແນວນັ້ນ ແນວນີ້ເຈົ້າຂອງໂຮງງານ ກໍເຊັນ ວ່າສິປ່ຽນແປງ ແຕ່ມາເບິ່ງຮຶດມື້ນີ້ຄືເກົ່າ ບໍ່ໄດ້ມີຫຍັງປ່ຽນ."

ທ່ານກ່າວຕື່ມວ່າ ໄດ້ຣາຍງານຜົລກະທົບທີ່ວ່ານັ້ນ ຕໍ່ຣັຖມົນຕຣີກະຊວງອຸດສາຫະກັມ ແລະການຄ້າ ເມື່ອວັນທີ 8 ມົກກະຣາ 2018 ນີ້ ໂດຍສເນີໃຫ້ ທາງໂຮງງານ ເຊົາຜລິດປຸຍອິນຊີ ຫຼືໃຫ້ຍ້າຍໂຮງງານໄປຕັ້ງຢູ່ບ່ອນອື່ນ ທີ່ຫ່າງຈາກຊຸມຊົນພາຍໃນ 3 ເດືອນ ນັບຕັ້ງແຕ່ມື້ ສເນີນີ້ເປັນຕົ້ນໄປ.ແຕ່ມາເຖິງ ປັດຈຸບັນກໍຍັງບໍ່ທັນຍ້າຍ ອອກໄປເທື່ອ ດັ່ງເຈົ້າໜ້າທີ່ກະຊວງນີ້ກ່າວວ່າ:

"ດຽວນີ້ໄທເຮົາກໍປະສານນໍາກະຊວງ ເພາະວ່າຕົວນີ້ ກະຊວງອະນຸຍາດເດ ທັງປະສານກໍາລັງປະສານຢູ່ເພື່ອໃຫ້ ເພິ່ນລົງມາສົມທົບ ເພາະວ່າໄດ້ເຮັດຜ່ານມາແລ້ວ ຜ່ານມານັ້ນແມ່ນກົມ ອຸດສາຫະກໍາ ໄທເຮົາກໍໄດ້ ຣາຍງານໃຫ້ຫ້ອງວ່າການ ສູນກາງພັກ ແລ້ວເດ."

ກິ່ນເໝັນທີ່ວ່ານີ້ ເກີດຈາກທາງໂຮງງານເອົາຂີ້ໄກ່, ຂີ້ແກບ, ເສດເຫລືອມັນຕົ້ນແລະເຊື້ອລາ ມາປະສົມເຂົ້າກັນ ແລ້ວປະໄວ້ 30-40 ມື້ ຈຶ່ງເອົາອອກຂາຍ ໂດຍທີ່ທາງໂຮງງານ ບໍ່ໄດ້ຕິດຕັ້ງຣະບົບດັບກິ່ນ ທີ່ໄດ້ມາຕຖານ.

ໂຮງງານຜລິດປຸຍອິນຊີຂອງຈີນ ນີ້ ເລີ່ມການຜລິດມາຕັ້ງແຕ່ເດືອນທັນວາປີກາຍ ໂດຍໄດ້ຮັບໃບອະນຸຍາດ ດໍາເນີນ ທຸຣະກິດ ຈາກກະຊວງ ອຸດສາຫະກັມແລະການຄ້າ ໂດຍກົງ.

ໂຮງງານເຈັ້ຍຂອງຈີນ ຊຶ່ງຕັ້ງຢູ່ບ້ານມັນຈິ ເມືອງເຊໂປນ ເປັນໂຮງງານໃຫຍ່ທີ່ຍັງສ້າງບໍ່ແລ້ວ ແຕ່ທາງບໍຣິສັດໄດ້ນຳເອົາສານເຄມີ ເຂົ້າມາ ໃຊ້ກ່ອນແລະໄດ້ປ່ອຍນ້ຳເສັຍລົງໃສ່ຫ້ວຍກີ ທີ່ໄຫລສູ່ເຊບັ້ງໄຟ ໃນຕອນເຊົ້າຂອງມື້ວັນທີ 10 ພຶສພານີ້ ເຮັດໃຫ້ປາ ແລະສັດນ້ຳອື່ນໆ ຕາຍຫລາຍ ແລະງົວຄວາຍກໍຕາຍຫລາຍໂຕ ແລະມີຊາວບ້ານຖອກທ້ອງ ຍ້ອນໃຊ້ນ້ຳຫ້ວຍນັ້ນແລ້ວນຶ່ງຄົນ. ດັ່ງຊາວບ້ານມັນຈິ ໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 12 ພຶສພານີ້ວ່າ:

"ເຂົາປ່ອຍນໍ້າເສຍນີ້ວັນທີ 10 ດຽວນີ້ນໍ້າຫ້ວຍນີ້ ໃຊ້ການບໍ່ໄດ້ເລີຍ ປູປາກົບຄຽດ ຢູ່ໃນນໍ້ານິຕາຍໝົດບໍ່ເຫລືອຫຍັງ ງົວຄວາຍທີ່ກີນນໍ້າຫວຍ ນີ້ກະ ຕາຍຫລາຍໂດແລ້ວເດ ນໍ້າຫ້ວຍນີ້້ໄຫລລົງໃສ່ເຊບັ້ງຫຽງອີກ ຢ້ານຄົນຊິມີຕາຍ ຫລາຍຄົນອີກເດີ.”

ນອກຈາກນັ້ນແລ້ວ ບໍຣິສັດໄຟຟ້າຖ່ານຫີນຈີນ ຢູ່ແຂວງຫົວພັນ ທີ່ຂນະນີ້ກໍາລັງກໍ່ສ້າງໂຮງງານ ແລະແຄ້ມພັກຂອງຄົນງານ ຊຶ່ງວຽກງານ ການສຳຣວດ ໄດ້ເລີ້ມມາຕັ້ງແຕ່ປີ 2012 ແລະຄາດວ່າ ການກໍ່ສ້າງຈະສຳເຣັດໃນປີ 2018 ນີ້ກໍສ້າງຄວາມເສັຽຫາຍ ໃຫ້ປະຊາຊົນສອງ ບ້ານ 100 ຄອບຄົວ ຄືບ້ານຫ້ວຍຄົງ - 80 ຄອບຄົວ ແລະບ້ານຫລັກຊາວ - 20 ຄອບຄົວ ມາຕັ້ງແຕ່ກາງປີ 2017 ແລະຊາວບ້ານ ກໍໄດ້ຮ້ອງຂໍ ໄປຍັງອຳນາດການປົກຄອງເມືອງ ແລະແຂວງ 3 - 4 ເທື່ອແລ້ວ ເພື່ອໃຫ້ຊ່ວຍແກ້ໄຂເຣຶ່ອງ ບໍຣິສັດເຮັດໃຫ້ດິນໄຫລເຂົ້ານາ ຂອງພວກເຂົາເຈົ້າ ຈົນປູກເຂົ້າບໍ່ໄດ້ ແຕ່ເມື່ອເດືອນທີ່ແລ້ວ ທາງບໍຣິສັດກໍຍອມຈ່າຍຄ່າຊົດເຊີຍ ຄວາມເສັຍຫາຍໃຫ້ ພາຍຫຼັງມີການຕົກລົງ ກັນຣະຫວ່າງບໍລິສັດ CCF ຂອງຈີນທີ່ເປັນເຈົ້າຂອງໂຮງງານແລະທາງການ ເມືອງຊຳເໜືອນັ້ນແລ້ວ; ດັ່ງເຈົ້າໜ້າທີ່ຫ້ອງການຊັພຍາກອນ ທຳມະຊາດແລະສີ່ງແວດລ້ອມເມືອງຊຳເໜືອ ໄດ້ກ່າວເມື່ອທ້າຍເດືອນທີ່ແລ້ວວ່າ:

"ໄດ້ຕົກລົງລະອຽດແລ້ວຖືວ່າກະໄດ້ຍອມ ຮັບນຳຮັບຮູ້ນຳເນາະ ຕາມຄຳປະຊາຊົນຫັ້ນສະເໜີ 100 ລ້ານ ກັບ 95 ລ້ານຕໍ່ເຮັກຕ້າ ສະເພາະໜ້ານີ້ນ່າ ຈ່າຍໃຫ້ເມືອງນີ້ເນາະ ເມືອງຈະເອົາລົງໄປຫາ ປະຊາຊົນ."

ແຕ່ມາເຖິງມື້ວັນທີ 19 ເມສາ ຊຶ່ງເປັນມື້ທີ່ທ່ານ ໃຫ້ສໍາພາດນັ້ນ ທາງບໍຣິສັດ ກໍຍັງບໍ່ທັນໄດ້ເລີ້ມຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນເທື່ອ ຍັງລໍ ຖ້າໃຫ້ນັກວິຊາການ ເມືອງໄປສຳຣວດດີນ ທີ່ໄດ້ຮັບຄວາມເສັຍຫາຍ ນັ້ນກ່ອນ. ຫາກສຳຣວດພົບວ່າ ດີນບ່ອນໃດ ບໍ່ສາມາດ ຟື້ນຟູໄດ້ ກໍຈະໃຫ້ເງິນຊົດເຊີຍ ຕາມຂໍ້ຕົກລົງສອງຝ່າຍ ດັ່ງກ່າວ ໃນຂະນະທີ່ປະຊາຊົນ ຜູ້ໄດ້ຮັບຜົນກະທົບ ຮູ້ສຶກບໍ່ພໍໃຈ ກັບການຕົກລົງເຣຶ່ອງເງິນ ຄ່າຊົດເຊີຍນັ້ນຢູ່.

ຢູ່ແຂວງອຸດົມໄຊ ປະຊາຊົນບ້ານນໍ້າເວີນໃຕ້ ບ້ານນາໄຊ ແລະບ້ານນາທົ່ງ ເມືອງນາໝໍ້ ກໍໄດ້ຮັບຜົນກະທົບຈາກການກໍ່ສ້າງໂຮງງານ ຊີມັງ ຂອງກຸ່ມບໍຣິສັດ ຍົງຟູ້ກຸ້ຍ ຂອງຈີນ ທີ່ໃຊ້ຣົດແລ່ນຜ່ານບ້ານບໍ່ຕໍ່າກວ່າ 100 ຖ້ຽວຕໍ່ມື້ເພື່ອເລັ່ງກໍ່ສ້າງ ໃຫ້ສໍາເຣັດພາຍໃນທ້າຍປີ 2018 ນີ້ ເຮັດໃຫ້ມີສຽງດັງລົບກວນ ທັງເວັນແລະຄືນ, ເສັ້ນທາງເປ່ເພ, ມີຂີ້ຝຸ່ນຫຼາຍ ດັ່ງຊາວບ້ານນາທົ່ງ ກ່າວຕໍ່ວິທຍຸເອ ເຊັຍເສຣີ ເມື່ອບໍ່ດົນມານີ້ວ່າ:

"ກາງຄືນເຂົາກະເຮັດວຽກ ບາງມື້ຮອດ 11 ໂມງກາງຄືນເຂົາຈີ່ງຢຸດ ກາງເວັນ ນີ້ແມ່ນລົດບັນທຸກເຂົາ ແລ່ນໄປແລ່ນມາບໍ່ຂາດມີຂີ້ຝຸ່ນຫຼາຍ ເຂົາເຈົ້້າບໍຫົດນໍ້າ ເປັນຕົ້ນແມ່ນ ຍາມກາງຄືນ ເວລາຫລັບເວລານອນສຽງມັນນັນ."

ເຖິງແມ່ນວ່າ ເຈົ້າໜ້າທີ່ທາງການທີ່ກ່ຽວຂ້ອງໄດ້ ແຈ້ງເຕືອນໃຫ້ຫົດນໍ້າທາງ ແລະບໍ່ໃຫ້ເຮັດວຽກກາງຄືນ, ແຕ່ທາງບໍຣິສັດກໍບໍ່ໄດ້ ປະຕິບັດ ຕາມໂຮງງານນີ້ ເປັນໂຮງງານຂນາດໃຫຍ່ ທີ່ຕັ້ງຢູ່ບ້ານນາທົ່ງ ເມືອງນາໝໍ້ ໄດ້ເລີ້ມກໍ່ສ້າງມາຕັ້ງແຕ່ ປີ 2016. ປະຈຸບັນ ກໍ່ສ້າງໄດ້ຫຼາຍ ກວ່າ 80% ແລ້ວ.

ເມື່ອເວົ້າເຖິງການປູກພືດອຸດສາຫະກັມ ເວົ້າສະເພາະເຣຶ່ອງການປູກກ້ວຍຂອງຈີນ ຢູ່ເມືອງສິງ ແຂວງຫຼວງນໍ້າທາ ຊຶ່ງຖືກສັ່ງໃຫ້ໂຈະ ຍ້ອນໃຊ້ສານພິດເຄມີ ຫຼາຍຈົນເປັນພັຍຕໍ່ຜູ້ຄົນຜູ້ຄົນ ແລະສິ່ງແວດລ້ອມນັ້ນ ເຮັດໃຫ້ດິນເສັຍຄຸນ ຈົນບໍ່ສາມາດ ປູກພືດ ຊນິດອື່ນໄດ້ ນອກຈາກອ້ອຍ. ເຈົ້າໜ້າທີ່ແຂວງຫຼວງນໍ້າທາ ຜູ້ບໍ່ປະສົງອອກຊື່ ກ່າວໃນທ້າຍເດືອນທີ່ຜ່ານມານີ້ວ່າ ໃນການປູກອ້ອຍນີ້ຈະມີການກວດກາ ເຣື້ອງການໃຊ້ສານເຄມີ ປາບສັດຕຣູພືດ ແລະບໍ່ໃຫ້ໃຊ້ເກີນກໍານົດມາຕຖານ.

ສິ່ງທີ່ເວົ້າມານັ້ນ ຊີ້ໃຫ້ເຫັນເຖິງຜົລກະທົບທັງຕໍ່ຊັພສົມບັດ, ຕໍ່ຮ່າງກາຍ ແລະຈິດໃຈຂອງປະຊາຊົນລາວ ເປັນຕົ້ນຜູ້ທຸກຍາກຂາດເຂີນ ແລະຕໍ່ສິ່ງແວດລ້ອມ ອັນອຸດົມຂອງລາວ ທີ່ເກີດຈາກການລົງທຶນເຮັດທຸຣະກິດຕ່າງໆຂອງຈີນທັງທາງດ້ານອຸດສາຫະກັມ ແລະກະສິກັມ ຢູ່ສປປລາວ ທີ່ຈີນຫວັງແຕ່ຜົລປໂຍດຂອງຕົນຝ່າຍດຽວ ບໍ່ຄໍານຶງເຖິງຄວາມເສັຽຫາຍ ອັນໜັກໜ່ວງຂອງປະເທສ ແລະປະຊາຊົນລາວ ທີ່ເກີດຈາກການກະທໍາ ເພື່ອຫວັງຫາແຕ່ກໍາໄລ ຂອງຈີນນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.