ນາຍົກວ່າຫຼາຍໂຄງການ ມີໜີ້ ຄຸມເຄືອ

ສິດນີ
2020.06.30
ເສັ້ນທາງ ຕານມີໄຊ-ສີເກີດ ນະຄອນຫຼວງວຽງຈັນ
RFA

ຣັຖບານລາວ ຍອມຮັບວ່າ ຫລາຍໂຄງການ ທີ່ຣັດອະມຸມັດການລົງທຶນໄປແລ້ວ ກວດພົບເຫັນ ບໍ່ປະຕິບັດຕາມກົດມໝາຍ ທັງດ້ານມູນຄ່າ ການລົງທຶນ ຄ່າສຳປະທານ ແລະ ການເກັບພາສີ-ອາກອນ ສົ່ງຜົລກະທົບ ຕໍ່ການເກັບຣາຍຮັບ ຂອງປະເທດ ເຮັດໃຫ້ປະເທດຊາດເປັນ ໜີ້ສິນເພີ້ມຂຶ້ນ, ທາງການໃຫ້ພາກສ່ວນກ່ຽວຂ້ອງ ສືບຕໍ່ກວດກາບັນດາ ໂຄງການລົງທຶນ ເຫຼົ່ານັ້ນຄືນໝົດ. ດັ່ງ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ກ່າວຕໍ່ກອງປະຊຸມສມັຍສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 8 ໃນມື້ວັນທີ 24 ມິຖຸນາ ປີ 2020 ໃນ ຕອນນື່ງວ່າ:

"ສືບສວນກວດກາຄືນບັນດາ ໂຄງການຂອງຣັດ ໂດຍສະເພາະແມ່ນ ໂຄງການທີ່ມີການລົງທຶນສຸງ, ສືບຕໍ່ກວດກາປັບປຸງ ຣັຖວິສາຫະກິດທີ່ ເຄືອນໄຫວບໍ່ມີປະສິດທິຜົລ ແລະມີໜີ້ສິນຄຸມເຄືອຫຼາຍ ຫຼຸບທຶນຕໍ່ເນື່ືອງເພື່ອປັບການບໍຣິການ ຈັດການໃຫ້ເປັນຣະບົບ ແລະມີປະສິດທິພາບ."

ທ່ານກ່າວຕື່ມວ່າ ໂຄງການລົງທຶນໃດ ແລະ ຮັດວິສາຫະກິດໃດກໍຕາມ ທີ່ຣັຖບານຮ່ວມລົງທຶນ ຫາກບໍ່ມີການດຳເນີນການເປັນຣະບົບ ແລະ ມີມາຕການ ຫລືມີຫນີ້ສິນຄຸມເຄືອ ຕ້ອງໄດ້ປັບປຸງຄືນໃຫມ່ ທັງຫມົດ ຕ້ອງບໍ່ເປັນພາຣະ ແລະ ຂໍ້ຫຍຸ້ງຍາກຕໍ່ຣັຖບານ.

ສ່ວນໂຄງການລົງທຶນຂນາດໃຫຍ່ ເປັນຕົ້ນ ການກໍ່ສ້າງເຂື່ອນໄຟຟ້າ ໂຄງການທາງດ່ວນ ໂຄງການຣົດໄຟຄວາມໄວສຸງ ແລະ ໂຄງການ ໄຟຟ້ານ້ຳຮ້ອນ ຫລືຖ່ານຫິນ ຕ້ອງໄດ້ຕິດຕາມກວດກາ ເພື່ອສ້າງໃຫ້ສຳເຣັດຕາມແຜນ.

ທ່ານ ທອງລຸນ ກ່າວວ່າ ຣັຖບານ ຈະສືບຕໍ່ແກ້ໄຂໜີ້ສິນ ສາທາຣະນະ ຢ່າງມີຍຸທສາດ ເປັນຕົ້ນ ຫຼຸດການຂາດດູນງົບປະມານ, ຫັນໜີ້ສິນ ເປັນທືນ ເປີດຂາຍພັນທະບັດກາງ ໂຄງການໃດທີ່ຈຳເປັນ ຕ້ອງໄດ້ກູ້ເງິນຈາກຕ່າງປະເທດຕ້ອງປະເມີນຜົລ ແລະຣາຍງານທາງດ້ານເສຖກິດ ນຳອີກ.

ກ່ຽວກັບບັນຫາດັ່ງກ່າວ ເຈົ້າຫນ້າທີ່ກະຊວງແຜນການ ແລະການລົງທຶນ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 30 ມິຖຸນາ ປີ 2020 ວ່າ ມີຫຼາຍໂຄງການລົງທຶນ ທີ່ຣັຖບານ ບໍ່ສາມາດເກັບຄ່າ ສຳປະທານ ທີ່ດິນ ແລະເກັບພາສີ-ອາກອນ ໄດ້ຕາມເປົົ້າຫມາຍ ເປັນຕົ້ນໂຄງການ ຂຸດຄົ້ນແຮ່ທາດ ໂຄງການເຂື່ອນໄຟຟ້າ ແລະ ໂຄງການກະສິກັມ ຈຳນວນນື່ງ, ຈະໄດ້ກວດຄືນທັງຫມົດໃນປີ 2020 ນີ້ ຊຶ່ງພາກຣັດ ຈຳເປັນຕ້ອງໄດ້ໃຊ້ມາຕການ ທວງຫນີ້ ແລະ ເກັບພາສີ-ອາກອນ ເຂັ້ມງວດກວ່ານີ້:

“ການລົງທຶນທີ່ຜ່ານມາ ມັນມີຫຼາຍໂຄງການສຳປະທານ ມັນບໍ່ໄດ້ຄຸນນະພາບ ໂຕຢ່າງເຊັ່ນ ໂຄງການບໍ່ແຮ່ ຫຼືວ່າໄຟຟ້າກະສິກັມຈຳນວນ ນື່ງເພິ່ນໃຫ້ປະເມີນຄືນ ເນື່ອງຈາກວ່າບໍ່ມີການເຄື່ອນໄຫວ ການປະຕິບັດພັນທະບໍ່ໄດ້ດີ,ໂຕໃດມີຄຸນນະພາບແທ້ ຈຶ່ງຄ່ອຍເອົາໄວ້ ໂຕໃດບໍ່ມີ ຄຸນນະພາບ ເພິ່ນກໍໃຫ້ມາຕການເດັດຂາດ."

ທ່ານວ່າ ການກວດກາບັນດາໂຄງການລົງທຶນຂອງຣັຖ ບາງໂຄງການມີຄວາມຫຍຸ້ງຍາກສັບສົນ ໂຕຢ່າງໂຄງການ ເຂື່ອນໄຟຟ້າ ໂຄງການ ໄຟຟ້າ ພະລັງງານຄວາມຮ້ອນ ຫລື ຖ່ານຫິນ ຊື່ງກະຊວງ ພະລັງງານແລະບໍແຮ່ ຮ່ວມລົງທຶນ ແລະ ຜູ້ຮັບຜິດໂດຍກົງ ຈະຕ່າງຈາກ ໂຄງການ ຂອງເອກກະຊົນລົງທຶນ ທີ່ຣັດສາມາດກວດກາໄດ້ງ່າຍ.

ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ແລະ ຣັຖມົນຕຣີກະຊວງແຜນການ ແລະການລົງທຶນ ກ່າວຕໍ່ກອງປະຊຸມສະພາໃນມື້ວັນ ທີ 25 ມິຖຸນາ ປີ 2020 ວ່າ:

“ໃນ 6 ເດືອນ ທຳອິດ ຂອງປີ 2020 ນີ້ ໄດ້ກວດກາບັນດາ ໂຄງການລົງທຶນ ທັງຫມົດ 672 ໂຄງການ ມູນຄ່າ 43 ພັນ 538 ຕື້ກີບ ຫຼື ປະມານ 4,800 ລ້ານໂດລາ ແລະ ມີຫລາຍໂຄງການມີການ ຄິດໄລ່ ເງິນລົງທຶນເກີນ ຄວາມເປັນຈິງ ພົບເຫັນໂຕເລກ 1,213 ຕື້ປາຍກີບ ຫລື ປະມານ 100 ປາຍລ້ານ ໂດລາ ແລະ 15 ພັນ 491ໂດລາ ນອກຈາກນີ້ຍັງກວດພົບເຫັນ ບໍຣິສັດເອກກະຊົນຈຳນວນ ນື່ງຄ້່າງພາສີ -ອາກອນ ໃຫ້ແກ່ຣັດ ຮ່ວມມູນຄ່າ 89 ຕື້ປາຍກີບ ຫລື 9 ລ້ານ 8 ແສນປາຍໂດລາ.”

ທ່ານ ສອນໄຊ ກ່າວວ່າ ເພື່ອຫລຸດຜ່ອນບັນຫາຂາດທຶນ ຈາກການລົງທຶນ ແລະການເກັບພາສີ-ອາກອນ ໃຫ້ໄດ້ຕາມເປົ້າໝາຍໃນແຕ່ລະປີ ຈະຕ້ອງໄດ້ສືບຕໍ່ກວດກາ ແລະເກັບເງິນຄືນ ໃຫ້ແກ່ຣັດ ທັງຫມົດ.

ທ່ານ ພອນເພັດ ຄິວລາວົງ ສະມາຊິກສະພາແຫ່ງຊາດ ເຂດ 16 ແຂວງເຊກອງ ກ່າວຕໍ່ກອງປະຊຸມສະພາ ໃນມື້ວັນທີ 26 ມິຖຸນາ ປີ 2020 ວ່າ ຂໍຮຽກຮ້ອງ ໃຫ້ສະພາແຫ່ງຊາດ ອອກມະຕິໂຈະການ ສຳຣວດຂຸດຄົ້ນແຮ່ທາດ ບໍ່ຄຳ ບໍ່ຖ່ານຫິນ ແລະໂຄງການສ້າງເຂຶ່ອນ ໄຟຟ້າ ພາຍໃນແຂວງເຊກອງ ຖ້າຫາກຣັຖບານ ອະນຸມັດໃຫ້ສ້າງ ຈະເຮັດໃຫ້ໂຄງການລົງທຶນ ດ້ານພະລັງງານກວມເອົາເນື້ອທີ່ 60% ຂອງເນື້ອທີ່ທັງຫມົດ ໃນແຂວງເຊກອງ ເປັນສີ່ງທີ່ຫນ້າເປັນຫ່ວງຫລາຍ.

"ໄລຍະນີ້ພວກເຮົາກະເຫັນວ່າ ບັນຫາຂົງເຂດ ພະລັງງານບໍ່ແຮ່ ນີ້ ແລະວ່າຍັງຄືເກົ່າ ຢາກໃຫ້ຄະນະປະຈຳສະພາອອກມະຕິ ໃຫ້ຣັຖບານ ໂຈະການອະນຸມັດ ການສຳຣວດຊອກຄົ້ນ ຊິແມ່ນຄຳກະດີ ອີ່ຫຍັງກະແລ້ວ ສຳລັບຢູ່ແຂວງເຊກອງ ນີ້ກວມເອົາເປີເຊັນສູງ ການສຳປະທານ ກວມຮອດ 60% ຂອງເນື້ອທີ່ທັງຫມົດ ຖ້າຖືກອະນຸມັດ."

ອິງຕາມຣາຍງານຂອງເວັບໄຊ Trading Economics, ໜີ້ສິນສາທາຣະນະຂອງປະເທດລາວ ໃນປີ 2018 ຕົກຢູ່ປະມານ 9,761 ລ້ານ ໂດລາ ສະຫະຣັດ ແລະມີທ່າອ່ຽງຈະເພີ້ມຂຶ້ນ ຢ່າງຕໍ່ເນື່ອງ.

ຣາຍງານຂອງທະນາຄານໂລກ ໃນມື້ວັນທີ 20 ພຶສພາ ປີ 2020 ຣະບຸວ່າ ຍ້ອນສະພາບເສຖກິດ ທີ່ ຂຍາຍໂຕຊ້າລົງ ຣັຖບານລາວ ບໍ່ ສາມາດເກັບຣາຍຮັບ ໄດ້ເຕັມເມັດເຕັມຫນ່ວຍ ເຮັດໃຫ້ມີການ ຢຶມເງິນເພີ້ມຂຶ້ນ ຈະສົ່ງຜົລເຮັດໃຫ້ຫນີ້ສິນ ສາທາຣະນະເພີ້ມຂຶ້ນເປັນ 65 ຫາ 68 ເປີເຊັນ ຂອງ ຈີດີປີ ໃນປີ 2020 ເພີ້ມຈາກ 59 ເປີເຊັນ ໃນປີ 2019 ແລະ ຄັງສຳຮອງ ເງີນຕຣາຕ່າງປະເທດ ຄາດວ່າ ຈະຫລຸດລົງ ໃນປີ 2020.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.