ເຣື້ອງທີ່ເກັບບັນທຶກໄວ້
2014-12-02
ພັກ ປະຊາຊົນ ປະຕິວັດ ລາວ ມີຄໍາສັ່ງ ໃຫ້ຕັ້ງ ໜ່ວຍງານ ສະເພາະກິຈ ເພື່ອ ກຳຈັດ ກຸ່ມຄົນ ທີ່ ທາງການ ເຫັນວ່າ ຕໍ່ຕ້ານ ຣັຖບານ ແລະ ຖືວ່າ ເປັນ ປະກົດການ ທີ່ ຫຍໍ້ທໍ້ ທາງ ສັງຄົມ.
2014-12-02
ອົງການ ສິ່ງ ແວດລ້ອມ ໃນ ວຽດນາມ ສຳຣວດ ຄຳຄິດເຫັນ ຂອງ ຊາວ ວຽດນາມ ໃນ ພາກໃຕ້ ເມື່ອ ອາທິດ ທີ່ແລ້ວ, ປະກົດວ່າ 758 ຄົນ ທີ່ ຖືກຖາມ ຕອບວ່າ ບໍ່ເຫັນດີ ໃຫ້ສ້າງ.
2014-12-02
ເນື່ອງ ໃນໂອກາດ ວັນຊາດ ທີ 2 ທັນວາ ຄົບຮອບ 39 ໃນການ ສ້າງ ຕັ້ງ ສປປ ລາວ ບັນດາ ໜ່ວຍງານ ຣັຖບານ ມີການ ຈັດງານ ເພື່ອ ສລອງ ວັນ ດັ່ງກ່າວ, ແຕ່ ໃນເວລາ ດຽວກັນ ກໍມີສຽງ ຂອງ ປະຊາຊົນ ລາວ ຊາວໜຸ່ມ ອອກມາ ວິພາກ ວິຈານ ຜົນງານ ຂອງ ຣັຖບານ ລາວ ຜ່ານ ທາງ ສື່ສັງຄົມອອນລາຍ.
2014-12-02
ຊາວບ້ານ ໃນເຂດ ເຂື່ອນ ນ້ຳລິກ 1 ຢາກໄດ້ ຄ່າ ຊົດເຊີຍ ຈາກ ໂຄງການ ສຳປະທານ ສໍາລັບ ທີ່ດິນ ບ່ອນ ທໍາມາ ຫາກິນ ຂອງ ເຂົາເຈົ້າ.
2014-12-02
ເຈົ້າຫນ້າທີ່ ລາວ ໃນ ຫລາຍ ແຂວງ ມີຄວາມ ກະຕື ລືລົ້ນ ໃນການ ສລອງ ວັນຊາດ 2 ທັນວາ ແຕ່ ປະຊາຊົນ ບໍ່ສົນໃຈ ພໍເທົ່າໃດ.
2014-12-01
ປີນີ້ ແຂວງ ຊຽງຂວາງ ເກັບກູ້ ຣະເບີດ ທີ່ ຍັງບໍ່ແຕກ ໄດ້ ຫຼາຍຂຶ້ນ ຈຳນວນ ຜູ້ ເສັຍຊີວິດ ກໍໜ້ອຍລົງ ແຕ່ ກໍຍັງ ຕ້ອງການ ງົບປະມານ ເພີ້ມຢູ່.
2014-12-01
ຣັຖບານ ລາວ ຄວນຂຶ້ນ ຄ່າ ແຮງງານ ຂັ້ນຕ່ຳ ສຸດ ເພາະ ປັຈຈຸບັນ ຍັງເຫັນວ່າ ຕ່ຳ ຫຼາຍ ແລະ ຄ່າ ຄອງຊີພ ກໍ ແພງຂຶ້ນ ນັບມື້.
2014-11-30
ສາເຫດ ເຮືອບິນ ຂອງ ການບິນ ລາວ ຕົກໃກ້ ເມືອງ ປາກເຊ ວັນທີ 16 ຕຸລາ 2013 ນັ້ນ ເປັນຍ້ອນ ສະພາບ ອາກາດ ປັ່ນປ່ວນ ກະທັນ ຫັນ ແລະ ຄວາມ ຜິດພາດ ຂອງ ຄົນຂັບ.
2014-11-30
ໂຄງການ ສ້າງ ເຂື່ອນ ເຊປຽນ ເຊນ້ຳນ້ອຍ ເລີ້ມ ຍົກຍ້າຍ ຊາວບ້ານ ແລ້ວ ແຕ່ ຍັງບໍ່ທັນ ໃຫ້ ຄ່າ ຊົດເຊີຍ.
2014-11-30
ຊາວບ້ານ ຜູ້ທີ່ໄດ້ຮັບ ຜົລ ກະທົບ ຈາກ ໂຄງການ ເຂື່ອນ ດອນ ສະໂຮງ ໄດ້ຮັບການ ຝຶກ ອົບໂຮມ ອາຊີບ ໃຫມ່ ແທນ ການ ປະໂມງ.
2014-11-30
ລາວ ແລະ ໄທ ຈະຟ້າວ ໝາຍເຂດ ຊາຍແດນ ໃຫ້ ສຳເຣັດ ພາຍໃນ ປີໜ້າ.
2014-11-30
ໃນ ຮົງກົງ ພວກປະທ້ວງ ແລະ ເຈົ້າໜ້າທີ່ ຕຳຣວດ ເກີດ ປະທະ ກັນອີກ ຢູ່ຕໍ່ໜ້າ ສໍານັກງານ ຫ້ອງການ ຣັຖບານ ວັນຈັນ ທີ 1 ທັນວາ 2014 ນີ້.
2014-11-30
ອົງການ ນັກ ວິຊາການ ໜຸ່ມລາວ ຊຶ່ງ ຕັ້ງຂຶ້ນ ເມື່ອ ບໍ່ດົນ ມານີ້ ມີ ເປົ້າໝາຍ ສຶກສາ ບັນຫາ ຕ່າງໆ ໃນ ສປປ ລາວ ເຊັ່ນ ບັນຫາ ການເມືອງ ເສຖກິດ ແລະ ສັງຄົມ.
2014-11-30
ນັກ ເຄື່ອນໄຫວ ເພື່ອ ປະຊາທິປະໄຕ ໃນລາວ ຈາກ ປະເທດ ຝຣັ່ງເສດ ແລະ ຈາກ ສະຫະຣັດ ອະເມຣິກາ ເວົ້າວ່າ ພວກຕົນ ຕັດສີນໃຈ ເຂົ້າຮ່ວມ ຂະບວນ ການຕໍ່ສູ້ ເພື່ອ ປະຊາ ທິປະໄຕ ຍ້ອນ ເຫັນວ່າ ປັດຈຸບັນ ປະຊາຊົນ ຢູ່ລາວ ຂາດສິດ ເສຣີພາບ ທຸກຢ່າງ ແລະ ປະເທດ ຊາຕ ບໍ່ມີ ຄວາມເປັນ ເອກກະຣາດ.
2014-11-30
ຫົວຂໍ້ ທີ່ ພວກເຮົາ ລົມກັນ ໃນມື້ນີ້ ກໍແມ່ນ ກ່ຽວກັບ ການ ປະຕິບັດ ແນວທາງ ສາມສ້າງ ຂອງ ຣັຖບານ ສປປ ລາວ ໂຄງການ ສ້າງສາມ ນັ້ນ ຈະເປັນ ຮູປທັມ ຫລື ຍັງເປັນ ພຽງ ນາມປະທັມ.