ຊາວລາວແລະການສລອງວັນຊາດ

ສິດນີ
2014.12.02
F-dec-2 ພິທີສລອງວັນຊາດ ສປປ ລາວ ໃນປີ 2013
Citizen Journalist

 

ເຈົ້າຫນ້າທີ່ ລາວ ເວົ້າວ່າ ປັດຈຸບັນ ຫຼາຍແຂວງ ໃນລາວ ທັງ ພາກຣັດ ແລະ ພາກ ເອກຊົນ ຕຽມພ້ອມ ໃນການ ສລອງ ວັນຊາດ ວັນທີ 2 ທັນວາ ຢ່າງຄຶກຄື້ນ. ເຈົ້າຫນ້າທີ່ ໃນ ແຂວງ ຊຽງຂວາງ ເວົ້າວ່າ ທາງການ ແຂວງ ກຳລັງ ຕຣຽມງານ ເພື່ອ ສລອງ ວັນຊາດ ຫລັງ ຈາກ ນັ້ນ ກໍຈະມີ ການທົບທວນ ຜົລສຳເຣັດ ປະຈຳປີ ຂອງ ແຂວງ ໃນແຕ່ລະ ຂແນງ ແລະ ແຂວງ ອື່ນໆ ຫລາຍແຂວງ ກໍມີການ ກະຕຣຽມ ເຫມືອນ ກັນກ ທ່ານ ກ່າວວ່າ:

"ພິທີນີ້ ຂະເຈົ້າ ຈະລວມ ຊຸມນຸມ ເວົ້າເຣື້ອງ ມູນເຊື້ອ ກ່ຽວກັບ ວັນສະຖາປະນາ ສປປລາວ ເນາະ ເວົ້າລວມ ມັນຈະເວົ້າ ເຣື້ອງການ ພັທນາ ຂຍາຍໂຕ ທາງດ້ານ ເສຖກິດ ສັງຄົມ ຢູ່ລາວ".

ທ່ານກ່າວ ຕື່ມວ່າ ພ້ອມ ດຽວກັນນັ້ນ ໃນພິທີ ດັ່ງກ່າວ ກໍຈະມີການ ເຊື້ອເຊີນ ຜູ້ແທນ ຂອງ ປະຊາຊົນ ຈາກ ແຕ່ລະບ້ານ ລວມທັງ ບັນດາ ຊົນເຜົ່າ ແລະ ປະຊາຊົນ ຜູ້ສົນໃຈ ເຂົ້າຮ່ວມ ເພື່ອ ສ້າງຄວາມ ສາມັກຄີ ປອງດອງ ເປັນອັນນື່ງ ອັນ ດຽວກັນ ຄາດວ່າ ໃນປີນີ້ ຈະມີ ປະຊາຊົນ ເຂົ້າຮ່ວມງານ ຢ່າງ ຫລວງຫລາຍ.

ໃນຂນະ ດຽວກັນ ຊາວບ້ານ ອີກ ກຸ່ມນື່ງ ພັດ ເວົ້າວ່າ ພວກຕົນ ບໍ່ໄດ້ເຂົ້າ ຮ່ວມ ໃນງານສລອງ ວັນຊາດ ເທື່ອນີ້ ເຖິງແມ່ນວ່າ ຈະໄດ້ຮັບ ການເຊື້ອເຊີນ ຈາກ ຣັຖບານ ກໍຕາມ ເພາະ ຢູ່ຫ່າງໄກ ການເດີນທາງ ລຳບາກ ມີພາຣະອື່ນ ຈະເຮັດ. ດັ່ງ ຊາວບ້ານ ເວົ້າວ່າ:

"ບໍ່ໄດ້ເຮັດ ບໍ່ຢູ່ພີ້ ແຕ່ວ່າໄປ ຮ່ວມຢູ່ ເມືອງ ກໍຖືວ່າ ໄປບໍ່ໄດ້ ກໍບໍ່ມີ ໃຜໄປເດ ລວມງານ ເດີ".

ເຖິງຢ່າງໃດ ກໍຕາມ ເຈົ້າຫນ້າທີ່ ລາວ ເວົ້າວ່າ ຢູ່ບາງເມືອງ ໃນລາວ ບໍ່ໄດ້ ສລອງ ວັນຊາດ ຍ້ອນ ຂາດ ງົປມານ ແລະ ໃຫ້ ໂອກາດ ພນັກງານ ຣັດ ພັກຜ່ອນ ກັບຄອບຄົວ ໃນວັນຢຸດ ຫລາຍກວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.