ຊາວດອນສະໂຮງຝຶກອາຊີບ ໃຫມ່
2014.11.30
ປັດຈຸບັນ ໂຄງການ ເຂື່ອນ ດອນສະໂຮງ ເລີ້ມ ເອົາ ປະຊາຊົນ ໃນເຂດບ້ານ ທີ່ໄດ້ຮັບ ຜົລກະທົບ ໄປຝຶກ ອາຊີບ ໃຫມ່ ແທນ ການ ປະໂມງ. ດັ່ງ ຊາວບ້ານ ເວົ້າວ່າ:
"ຄົນຢູ່ໃນ ບ້ານ ທີ່ໄດ້ຮັບ ຜົລກະທົບ ໃນ 6 ບ້ານ ໄປ ຝຶກອົບຮົມ ໄປຮຽນ ຂັບຣົຖ ຊ່າງເຄື່ອງ ຊ່າງຫຍັງ ເຂົາ ກໍໄປຮຽນ ຫມົດ ເຂົາ ເອົາຂຶ້ນ ມາເດ ຖືກ ຜົລກະທົບ ທົ່ວໄປ ຫມົດ 6 ບ້ານ 40 ກວ່າຄົນ ຂັບຣົຖ ສ້ອມແປງ".
ທ່ານກ່າວ ຕື່ມວ່າ ເຈົ້າຫນ້າທີ່ ທາງການ ເຂົ້າມາ ຮັບສມັກ ເອົາກຸ່ມ ໄວລຸ້ນ ຈາກ 6 ບ້ານ ໃນເຂດ ພື້ນທີ່ ກໍ່ສ້າງ ເຂື່ອນ ດອນສະໂຮງ ແລະ ເຂດໃກ້ຄຽງ ປະມານ 40 ຄົນ ເພຶ່ອໄປ ຝຶກຂັບຣົຖ ແລະ ສ້ອມແປງ ເຄື່ອງຈັກ. ໂດຍ ໃຫ້ເຫດຜົລ ວ່າເປັນ ການສ້າງ ອາຊີບ ທົດແທນ ການ ປະໂມງ ຊື່ງ ເປັນອາຊີບ ດັ້ງເດີມ ຂອງ ປະຊາຊົນ ໃນເຂດ ນີ້. ຊາວບ້ານ ຢູ່ ໃນພື້ນທີ່ ຮູສະໂຮງ ຫາງສະດຳ ແລະ ຮູ ຊ້າງເຜືອກ ບ່ອນທີ່ຈະ ສ້າງ ເຂື່ອນ ດອນສະໂຮງ ຖືກຫ້າມ ບໍ່ໃຫ້ ຫາປາ ເລີ້ມຕັ້ງແຕ່ ຊ່ວງຣະດູ ແລ້ງ ປີ 2013 ເປັນຕົ້ນມາ ຫລັງຈາກ ໂຄງການ ເຂື່ອນ ດອນ ສະໂຮງ ໄດ້ປັບ ສະພາບ ຮ່ອງນ້ຳ ບໍຣິເວນ ດັ່ງກ່າວ ເພື່ອ ຕຽມພ້ອມ ສຳລັບ ການ ກໍ່ສ້າງ ເຂຶ່ອນ.
ເຂື່ອນ ດອນສະໂຮງ ຈະສ້າງໃສ່ ຮູສະໂຮງ ເຂດ ສີ່ ພັນດອນ ເມືອງໂຂງ ແຂວງ ຈຳປາສັກ ຈະມີກຳລັງ ຜລິດ ໄຟຟ້າ 260 ເມກາວັດ ມູນຄ່າ ໃນການ ກໍ່ສ້າງ 720 ລ້ານ ໂດລາ ໂດຍ ບໍຣິສັດ ເມກາເຟີສ ຂອງ ມາເລເຊັຽ ລົງທືນ ສ້າງ 90% ສ່ວນເຫລືອ 10% ແມ່ນ ຣັດ ວິສາຫະກິດ ໄຟຟ້າ ລາວ. ກຸ່ມ ອະນຸຮັກ ສີ່ງ ແວດລ້ອມ ເຊື່ອວ່າ ເຂື່ອນ ດັ່ງກ່າວ ຈະສົ່ງ ຜົລກະທົບ ຕໍ່ ສິ່ງ ແວດລ້ອມ ວິຖິ ຊິວິດ ຂອງ ປະຊາຊົນ ທ້ອງຖິ່ນ ແລະ ການປະໂມງ ໃນເຂດ ດັ່ງກ່າວ.