ຊາວບ້ານເສັຽພື້ນທີ່ໃຫ້ເຂື່ອນ ນ້ຳລິກ 1
2014.12.02

ຊາວບ້ານ ທີ່ ອາສັຍ ຢູ່ ບໍຣິເວນ ສ້າງ ເຂື່ອນ ນ້ຳລິກ 1 ຢາກໃຫ້ ໂຄງການ ສຳປະທານ ຈ່າຍ ຊົດເຊີຍ ຄ່າທີ່ດິນ ຂອງ ຂະເຈົ້າ ທີ່ ຖືກໃຊ້ ເປັນພື້ນທີ່ ກໍ່ສ້າງ ເຂື່ອນ. ດັ່ງ ທ່ານ ກ່າວວ່າ:
"ທັມມະດາ ກໍອິງຕາມ ຍຸກສມັຍ ຂອງ ການພັທນາ ເພີ່ນ ມາສ້າງ ສາ ກໍ ຊີ່ແມ່ນ ທຳຄວາມ ຈະເຣີນ ກ້າວຫນ້າ ຂອງ ປະເທດຊາດ ຫຼື ປະຊາຊົນ ລາວເຮົານີ້ ແຫລະ ແຕ່ວ່າ ຖ້າມັນ ຖືກໄປ ຮູບການ ນັ້ນ ແລ້ວ ຊາວບ້ານ ກໍຢາກໄດ້ ຄ່າ ຊົດເຊີຍ ທີ່ ປະຊາຊົນ ເປັນ ຜູ້ ປົກປັກ ຮັກສາ ນັ້ນນະ".
ທ່ານກ່າວ ຕື່ມວ່າ ໂຄງການ ເຂື່ອນ ນ້ຳລິກ 1 ໃຊ້ພື້ນທີ່ ປະມານ 500 ເຮັກຕາ ໃນນັ້ນ ມີດິນລວມ ຂອງ ຊາວບ້ານ ປະມານ 12 ເຮັກຕາ ປາຍ ຊື່ງເປັນດິນ ທີ່ຊາວບ້ານ ໃຊ້ ຫາຢູ່ຫາກິນ, ເກັບ ເຄື່ອງປ່າ ຂອງດົງ ຕ່າງໆ ມາເປັນອາຫານ ໃນ ປັດຈຸບັນ ພື້ນທີ່ ນັ້ນ ຖືກຫ້າມໃຊ້ ຫ້າມຜ່ານ ຊາວບ້ານ ຈຶ່ງ ຢາກໃຫ້ ໂຄງການ ຈ່າຍ ຄ່າຊົດເຊີຍ ຫລື ຫາດິນບ່ອນ ໃຫມ່ໃຫ້.
ທ່ານວ່າ ທຳອິດ ເຈົ້າຫນ້າທີ່ ໄດ້ມາ ໂອ້ລົມ ກັບ ຊາວບ້ານ ໂດຍ ໄດ້ສັນຍາ ວ່າ ຈະຈ່າຍ ຄ່າຊົດເຊີຍ ໃຫ້ຢ່າງ ເຫມາະສົມ ແຕ່ມາຮອດ ປັດຈຸບັນ ໂຄງການ ກໍ ດຳເນີນງານ ມາໄດ້ ຣະຍະ ນຶ່ງແລ້ວ ຊາວບ້ານ ກໍຍັງບໍ່ໄດ້ ຮັບຄ່າ ຊົດເຊີຍເລີຍ ແລະ ຣາຍຣະອຽດ ຂອງ ໂຄງການ ຊາວບ້ານ ກໍບໍ່ຮູ້.
ເຂື່ອນ ນ້ຳລິກ 1 ຈະສ້າງ ໃນເຂດ ບ້ານຂາມ ເມືອງ ໂພນໂຮງ ແຂວງ ວຽງຈັນ ຈະ ມີກຳລັງ ຜລິດໄຟຟ້າ 64 ເມກາວັດ ຈະ ໃຊ້ງົປມານ ໃນ ການກໍ່ສ້າງ 124 ລ້ານ ໂດລາ ຜູ້ຖືຫຸ້ນ ຣາຍໃຫຍ່ ແມ່ນ ບໍຣິສັດ ປຕທ ຂອງໄທ ແລະ EDL ຂອງລາວ ໂຄງການນີ້ ໄດ້ເລີ້ມ ການ ສ້າງສາ ມາແຕ່ກາງ ປີ 2014 ຈະໃຊ້ ເວລາ ກໍ່ສ້າງ 3 ປີ.