ລາວ-ໄທ ເລັ່ງວຽກງານໝາຍ ເຂດແດນ

ອະວາຣີ
2014.11.30
F-image2 ລາວ-ໄທ ເລັ່ງວຽກງານ ໝາຍເຂດແດນ
RFA

 

ລາວ ແລະ ໄທ ຈະຟ້າວ ໝາຍເຂດ ຊາຍແດນ ໃຫ້ ສຳເຣັດ ພາຍໃນ ປີໜ້າ. ທ່ານ ແສງນວນ ໄຊຍະລາດ ຣັຖມົນຕຣີ ກະ ຊວງ ປ້ອງກັນ ປະເທດ ລາວ ແລະ ນາຍພົນ ປຣະວິດ ວົງສຸວັນ ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດໄທ ປະຊຸມ ຫາລື ກັນ ກ່ຽວກັບ ການຮ່ວມມື ທາງດ້ານ ຄວາມ ປອດໄພ ຕາມເຂດ ຊາຍແດນ ຂອງ ສອງປະເທດ ເມື່ອອາທິດ ແລ້ວ ທີ່ ບາງກອກ ປະເທດໄທ. ທັງສອງຝ່າຍ ໄດ້ຕົກລົງ ຈະຟ້າວ ໝາຍເຂດ ຊາຍແດນ ຣະຫວ່າງ ສອງ ປະເທດ ໃຫ້ສຳເຣັດ ພາຍໃນ ປີ 2015.

ອີງຕາມ ໜັງສືພິມ ບາງກອກ ໂພສຕ໌ ນາຍພົນ ປຣະວິດ ວົງສຸວັນ ກ່າວວ່າ ທັງສອງ ຝ່າຍ ໄດ້ຕົກລົງ ຈະໝາຍ ເຂດ ຊາຍແດນ ໃຫ້ ສຳເຣັດ ໄວເທົ່າທີ່ ຈະໄວໄດ້ ເພື່ອ ເຮັດໃຫ້ ຊາຍແດນ ຕາມລຳ ແມ່ນ້ຳຂອງ ເປັນເຂດ ທີ່ ມີ ສັນຕິພາບ ຄວາມປອດໄພ ແລະ ມິຕພາບ. ຫົວໜ້າ ຄນະຝ່າຍໄທ ຍັງຄາດວ່າ ທັງສອງ ຝ່າຍ ລາວແລະໄທ ອາດຈະ ລົງນາມ ໃນ ຂໍ້ຕົກລົງ ກ່ຽວກັບ ການໝາຍ ເຂດ ຊາຍແດນ ໃນໄວໆນີ້.

ນາຍພົນ ປຣະວິດ ກ່າວອີກວ່າ ກອງປະຊຸມ ຍັງຕົກລົງ ຈະປາບປາມ ການຄ້າ ຢາເສບຕິດ ໃຫ້ ເຂັ້ມງວດຂຶ້ນ ຕາມເຂດ ຊາຍແດນ ໂດຍ ຈະອາໄສ ກຳລັງ ຈາກ ທະຫານ ແລະ ຕຳຣວດ.
ລາວ ແລະ ໄທ ເລີ້ມໝາຍ ເຂດ ຊາຍແດນ ຣະຫວ່າງ ກັນ ນັບແຕ່ ປີ 1996 ເປັນຕົ້ນ ມາ ຈົນຮອດ ປັດຈຸບັນ ໄດ້ໝາຍເຂດ ຊາຍແດນ ສຳເຣັດ ໄປແລ້ວ ເປັນ ສ່ວນຫລາຍ ແຕ່ຍັງບໍ່ ສາມາດ ຕົກລົງ ກັນໄດ້ ໃນບາງຈຸດ ແລະ ບາງເຂດ. ທັງສອງ ປະເທດ ເຄີຍຕົກລົງ ກັນວ່າ ຈະ ໝາຍເຂດ ຊາຍແດນ ທາງບົກ ໃຫ້ ສຳເຣັດ ພາຍໃນ ປີ 2015 ແລະ ທາງນ້ຳ ໃຫ້ສຳເຣັດ ພາຍໃນ ປີ 2017.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.