ຂ.ຊຽງຂວາງຕ້ອງການງົປເພີ້ມ ເພື່ອ ກູ້ຣະເບີດ

ອະວາຣີ
2014.12.01
F-UXO ຂ.ຊຽງຂວາງ ມີເສດເຫຼືອ ຂອງຣະເບີດ ຢ່າງຫຼວງຫຼາຍ ຊາວບ້ານນໍາມາ ໝຸນໃຊ້ເປັນປໂຍດ
Citizen Journalist

 

ປີນີ້ ແຂວງ ຊຽງຂວາງ ເກັບກູ້ ຣະເບີດ ທີ່ ຍັງບໍ່ແຕກ ໄດ້ ຫຼາຍຂຶ້ນ ຈຳນວນ ຜູ້ ເສັຍຊີວິດ ກໍໜ້ອຍລົງ ແຕ່ ກໍຍັງ ຕ້ອງການ ງົບປະມານ ເພີ້ມຢູ່. ດັ່ງ ເຈົ້າໜ້ທີ່ ຫ້ອງການ ເກັບ ກູ້ຣະເບີດ ແຂວງ ຊຽງຂວາງ ເວົ້າວ່າ:

“550 ເຮັກຕາ ຣະເບີດ ທຳລາຍຖິ້ມ ໄດ້ 9,694 ໜ່ວຍ ສຳລັບ ອຸປຕິເຫດ ປີນີ້ ມັນຈະມີ ການ ຫລຸດລົງ ເນາະ ແມ່ນມີ ຢູ່ 14 ບາດເຈັບ 10 ເສັຍ ຊີວິດ 4.”

ເຈົ້າໜ້າທີ່ ອະທິບາຍ ວ່າ ເມື່ອ ປີກາຍ ແຂວງ ຊຽງຂວາງ ເກັບ ກູ້ຣະເບີດ ໄດ້ປະມານ 500 ເຮັກຕາ ແຕ່ປີນີ້ ໄດ້ຫລາຍຂຶ້ນ ເພາະ ໄດ້ ຮັບ ອຸປກອນ ທີ່ ທັນສມັຍ. ແຕ່ ເຖິງຢ່າງໃດ ກໍຕາມ ໜ່ວຍເກັບກູ້ ຣະເບີດ ຢູ່ ແຂວງ ຊຽງຂວາງ ກໍຄືຢູ່ ແຂວງ ອື່ນໆ ຂອງລາວ ຍັງປະ ສົບ ກັບຄວາມ ທ້າທາຍ ຫລາຍຢ່າງ ເປັນຕົ້ນ ຍັງຂາດ ຄົນງານ ແລະ ງົບປະມານ. ອີກຢ່າງນຶ່ງ ການຊອກຫາ ຣະເບີດ ໜ່ວຍໃຫຍ່ ກໍ ຍາກ ລຳບາກ ເພາະມັນຝັງ ຢູ່ເລີກ ເລີກ ກວ່າ 5 ແມັດ. ຊຽງຂວາງ ເປັນ ແຂວງນຶ່ງ ທີ່ ມີຣະເບີດ ຍັງບໍ່ແຕກ ຫລາຍທີ່ສຸດ ແຕ່ລະປີ ໄດ້ຮັບເງິນ ຊ່ວຍເຫລືອ ເພື່ອ ເກັບ ກູ້ຣະເບີດ ປະມານ 10 ລ້ານ ດອນລ່າ ສະຫະຣັຖ ແຕ່ຍັງບໍ່ ພຽງພໍ.

ທ່ານ ບຸນເຮືອງ ດວງພະຈັນ ຫົວໜ້າ ໂຄງການ ເກັບ ກູ້ຣະເບີດ ແຫ່ງຊາດ ລາວ ກ່າວຢູ່ ກອງ ປະຊຸມ ຣະຫວ່າງ ຊາດ ເມື່ອ ບໍ່ດົນ ຜ່ານມາວ່າ ແຂວງ ຫລວງພຣະບາງ ຊຽງຂວາງ ຫົວພັນ ແລະ ຄຳມ່ວນ ຂາດ ງົບປະມານ ເພື່ອເກັບ ກູ້ຣະເບີດ ຢ່າງໜັກ ຖ້າບໍ່ໄດ້ ຮັບເງິນ ຊ່ວຍເຫລືອ ເພີ້ມຂຶ້ນ ພະນັກງານ ເກັບ ກູ້ຣະເບີດ ອາຈຖືກ ຢຸດງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.