ຣັຖບານລາວ ຂາດງົບ ອະນຸຮັກ ສັດປ່າ ຫາຍາກ

ໄຊຍາ
2023.03.13
ຣັຖບານລາວ ຂາດງົບ ອະນຸຮັກ ສັດປ່າ ຫາຍາກ ທາງການລາວ ແລະ ອົງການສາກົລ ດ້ານການອະນຸຮັກສັດປ່າ ໃນລາວ ຮ່ວມຈັດງານວັນສັດປ່າສາກົລ ຫຼື ວັນອະນຸຮັກສັດປ່າ ແລະ ພືດປ່າໂລກ 3 ມີນາ ຄົບຮອບ 10 ປີ (TS), ວັນທີ່ 3 ເດືອນມີນາ ປີ 2023.
RFA

ອົງການ ອະນຸຮັກທັມມະຊາຕສາກົລ ຫລື IUCN ລະບຸວ່າທົ່ວໂລກ ມີສັດປ່າ ແລະ ພືດປ່າ ຫລາຍກ່ວາ 8,400 ສາຍພັນ ທີ່ໃກ້ສູນພັນ ແລະ ອີກເກືອບ 30,000 ສາຍພັນ ທີ່ມີຄວາມ ສ່ຽງສູນພັນ. ການຄາດການຂອງ IUCN ລະບຸວ່າ ມີສິ່ງມີຊີວິດຫລາຍກ່ວາ 1 ລ້ານຊະນິດ ທີ່ຖືກໄພຂົ່ມຂູ່ ມີຄວາມສ່ຽງຕໍ່ການສູນພັນ. ການສູນເສັຽແຫລ່ງທີ່ຢູ່ ອາສັຍ ແລະລະບົບນິເວດ ຢ່າງຕໍ່ເນື່ອງ.

ສະເພາະໃນປະເທດລາວ ມີສັດປ່າຫລາຍກ່ວາ 1,000 ຊະນິດ ແລະ ຫລາຍຊະນິດກໍຢູ່ໃນສະຖານະການຫນ້າເປັນຫ່ວງ ຍ້ອນມີຈຳນວນຫລຸດລົງເປັນຕົ້ນ ໂຕທິງ ທີ່ແຕ່ກ່ອນຈະຢູ່ເປັນຝູງ ແຕ່ມາຮອດປັດຈຸບັນຈະເຫັນເປັນໂຕດຽວ ກໍຍາກແລ້ວ. ໂຕແຮດ ທີ່ມີຣາຍງານວ່າ ມີຄວາມສ່ຽງໃກ້ສູນພັນ ແລະບໍ່ຄ່ອຍເຫັນໃນທັມມະຊາຕ ຂອງປະເທດລາວປານໃດ. ສ່ວນເສົາລາ ຊຶ່ງຖືເປັນສັດປ່າຫາຍາກ ອີກຊະນິດນຶ່ງ ບໍ່ມີໃໃຜຮູ້ຄັກແນ່ວ່າ ຢູ່ຖິ່ນໃດ ຍິ່ງເສົາລາ ມີການຂຍາຍພັນຫນ້ອຍ 2-3 ປີ ຈິ່ງຈະມີລູກ ຈຶ່ງກາຍເປັນສັດປ່າ ທີ່ມິດໄປ.

ສັດປ່າຫາຍາກຫລາຍຊະນິດ ຢູ່ໃນພື້ນທີ່ທຸລະກັນດານຫ່າງໄກ ແລະເຂົ້າເຖິງຍາກ ການກວດກາ ແລະ ເກັບກຳຂໍ້ມູນສັດປ່າ ເພື່ອເຮັດເປັນບົດຣາຍງານ ຂອງຫນ່ວຍງານທີ່ກ່ຽວຂ້ອງ ຈຶ່ງບໍ່ຄ່ອຍຄວບຄຸມເຖິງພື້ນທີ່ປ່າ ໃນລາວ ດັ່ງນັກອະນຸຮັກສັດປ່າ ໃນປະເທດລາວ ທ່ານນຶ່ງກ່າວຕໍ່ວິທຍຸຸ ເອເຊັຽເສຣີ ໃນວັນທີ 13 ມີນານີ້ວ່າ:

“ມັນກໍມີສັດປ່າ ຫລາຍຊະນິດ ຢູ່ດອກ ຍົກໂຕຢ່າງສັດທີ່ຫາຍາກ ພວກເຮົາກໍເປັນຫ່ວງ ໂດຍສະເພາະໂຕທິງ, ໂຕເຫມີຍ ບໍລິເວນທີ່ມັນຢູ່ ກໍກ້ວາງໃຫຍ່ໄພສານ ແລ້ວວັນນີ້ຣັຖບານລາວ ກໍມີເງິນຫນ້ອຍ ທີ່ຈະໄປເບິ່ງຕິດຕາມມັນ ກໍບໍ່ໄດ້ທົ່ວເຖິງຈັ່ງຊິນ່າ ແລ້ວຖິ່ນທີ່ມັນຢູ່ກໍທຸລະກັນດານ ມັນມີແຕ່ພູເຂົາເຫລົ່າກາ ແລ້ວໄປຍາກມາຍາກ ສັດຈຳນວນນີ້ ນີ້ແຫລະທີ່ວ່າເປັນຫ່ວງທີ່ສຸດ.

ທ່ານກ່າວຕື່ມວ່າ ແນວທາງອະນຸຮັກ ຢ່າງທີ່ໃຊ້ຢູ່ ໃຊ້ບໍ່ໄດ້ກັບພື້ນທີ່ປ່າ ຫລາຍແສນເຮັກຕ້າຣ໌ ໃນປະເທດຍ້ອນພື້ນທີ່ ພູມສັນຖານປະເທດ ທີ່ເຂົ້າເຖິງຍາກແທ້ ແລະຣັຖບານບໍ່ມີງົບປະມານ ເຄື່ອງມື ແລະກຳລັງຄົນພຽງພໍ ເຮັດໃຫ້ຄວາມສ່ຽງ ທີ່ສັດປ່າຈະສູນພັນມີຫລາຍຂຶ້ນ.

ທ່ານສເນີວ່າ ໃນວຽກງານອະນຸຮັກປ່າໄມ້ ແລະສັດປ່າ ຕ້ອງໃຊ້ການຮ່ວມມື ກັບຊາວບ້ານ ຊົນເຜົ່າ ແລະປະຊາຊົນທີ່ອາສັຍ ໃນພື້ນທີ່ປ່າ ເປັນອີກນຶ່ງກຳລັງທີ່ຊ່ອຍເບິ່ງແຍງ ພື້ນທີ່ປ່າໄມ້ ແລະສັດປ່າຍ້ອນເຂົ້າເຈົ້າເປັນກຸ່ມທີ່ຄຸ້ນເຄີຍ ກັບພື້ນທີ່ແລະເສັ້ນທາງ ໃນປ່າແລະພູເຂົາເປັນຢ່າງດີ. ເຖິງວ່າຄວາມເຂົ້າໃຈ ຂອງປະຊາຊົນ ເຣື່ອງສັດປ່ານັ້ນ ມີຫລາຍຂຶ້ນທຽບກັບ 2-3 ປີກ່ອນ ແຕ່ຄວາມທ້າທາຍ ໃນການອະນຸຮັກສັດປ່າ ຢູ່ລາວກໍຍັງມີຢູ່ຫລາຍ ຍ້ອນພື້ນທີ່ປ່າຊຸດໂຊມ ແລະຫລຸດລົງຈາກການບຸກເບີກ ພື້ນທີ່ເພື່ອນຳໃຊ້ໃນໂຄງການ ພັທນາຂນາດໃຫຍ່ ເປັນຕົ້ນເຂື່ອນໄຟຟ້າ ການຂຸດເຫມືອງແຮ່.

ດັ່ງເຈົ້າຫນ້າທີ່ ອົງການພາກປະຊາສັງຄົມ ທີ່ເຮັດວຽກພົວພັນເຣື່ອງສິ່ງແວດລ້ອມ ທ່ານນຶ່ງກ່າວວ່າ:

“ດຽວນີ້ພື້ນທີ່ ປ່າມັນກໍເຣີ່ມຊຸດໂຊມ ມັນກໍເຣີ້ມຫນ້ອຍລົງຫັ້ນນ່າ ກໍແນ່ນອນວ່າມັນມີຜົນກະທົບ ຕໍ່ສັດປ່າເນາະ ແລ້ວກໍມັນມີກໍມີໂຄງການ ຕ່າງໆ ເພື່ອອະນຸມັດອອກມາ ເຂົາເຈົ້າເຣີ້ມປະຕິບັດ ໂຄງການເຂົ້າມາປັບມັນກໍແນ່ນອນວ່າ ມັນມີການບຸກເບີກເນາະ ກໍເຮັດໃຫ້ທີ່ຢູ່ອາສັຍ ຂອງສັດປ່າຫນ້ອຍລົງເນາະ.”

ນອກຈາກ ການອະນຸມັດໂຄງການ ຈາກຣັຖບານແລ້ວພື້ນທີ່ປ່າ ໃນລາວຍັງຫລຸດລົງ ຍ້ອນປະຊາຊົນມີການຍ້າຍຖິ່ນຖານ ແລະບຸກລຸກພື້ນທີ່ປ່າ ເພື່ອສ້າງບ່ອນທຳມາຫາກິນ ຫລາຍເຮັດໃຫ້ພື້ນທີ່ ຢູ່ອາສັຍຂອງສັດຫລຸດລົງ ແລະດ້ວຍງົບປະມານ ແລະຈຳນວນເຈົ້າຫນ້າທີ່ ກໍຈຳກັດ ເຮັດໃຫ້ການສະກັດກັ້ນ ເຮັດໄດ້ຍາກ.

ດັ່ງເຈົ້າຫນ້າທີ່ ຜແນກກະສິກັມ ແລະປ່າໄມ້ ຢູ່ເມືອງນອງ ແຂວງສວັນນະເຂດ ນາງນຶ່ງກ່າວວ່າ:

“ທາງການວ່າ ເອົາໃຈໃສ່ຢູ່ແຕ່ວ່າ ເຈົ້າຫນ້າທີ່ເຮົາຢູ່ຕາມເຂດ ມັນບໍ່ແມ່ນວ່າຊີ້ ຈະຫລວງຫລາຍ ເຈົ້າຫນ້າທີ່ ເຮົາກໍບໍ່ພຽງພໍ ກັບຄວາມຕ້ອງການ ອັນສອງມາກໍອີງໃສ່ງົບປະມານ ເຮົາຊິອອກຕິດຕາມ ຕລອດດ້ານງົບປະມານ ກໍບໍ່ພຽງພໍ ສະກັດກັ້ນກໍຍາກຢູ່ຫັ້ນນ່າ.”

ຍານາງກ່າວຕື່ມວ່າ ການສື່ສານທີ່ບໍ່ເຂົ້າໃຈ ກັນກັບກຸ່ມຊົນເຜົ່າຊຶ່ງມີວິຖີຊີວິດ ຕິດພັນກັບທັມມະຊາຕ ມາດົນເຮັດໃຫ້ການ ສ້າງຄວາມເຂົ້າໃຈ ເຣື່ອງການອະນຸຮັກປ່າໄມ້ ແລະສັດປ່າ ເປັນອີກຂໍ້ ທ້າທາຍນຶ່ງໃຫ້ວຽກງານອະນຸຮັກ.

ສ່ວນປັນຫາເຣື່ອງຂອງຊາວບ້ານ ລັກລອບລ່າສັດນັ້ນ ນັກອະນຸຮັກສັດປ່າ ຄົນກ່າວວ່າ ການທີ່ຊາວບ້ານຕ້ອງເຂົ້າປ່າລ່າສັດ ຍ້ອນເຂົາເຈົ້າບໍ່ມີກິນ ຫາກເຂົາເຈົ້າກິນອີ່ມ ກໍບໍ່ມີຄວາມຈຳເປັນ ຕ້ອງເຂົ້າປ່າ ໄປລ່າຂອງປ່າຂອງດົງ. ການແກ້ໄຂບັນຫາເຣື່ອງນີ້ ຈຶ່ງຕ້ອງແກ້ທີ່ຕົ້ນບັນຫາ ກໍຄືຄວາມທຸກຍາກ ຂອງປະຊາຊົນແລະຈະເຮັດແນວໃດ ໃຫ້ໄວຫນຸ່ມທີ່ຢູ່ໃນຊົນນະບົດ ເລືອກຈະຢູ່ບ້ານແທນ ການໄປຫາວຽກ ໃນເມືອງຊຶ່ງນີ້ຍັງເປັນບັນຫາ ສຳຄັນໃນສັງຄົມລາວ ໃນຫລາຍພື້ນທີ່ ໂດຍສະເພາະໃນເຂດຫ່າງໄກ ທີ່ປະຊາຊົນຍັງບໍ່ຫລຸດຜ່ອນ ຈາກຄວາມທຸກຍາກ.

ປັດຈຸບັນວຽກງານ ອະນຸຮັກສັດປ່າ ມີ 2 ຂແນງຫລັກຄື ການບັງຄັບໃຊ້ກົດຫມາຽ ເປັນຕົ້ນການກວດກາລາດຕະເວນ ໃນເຂດພື້ນທີ່ຫວງຫ້າມ ພື້ນທີ່ປ່າໄມ້ ແລະກວດກາສາຍ ທາງຫລວງ ແລະຕິດຕາມຂ່າວທີ່ໄດ້ຮັບແຈ້ງ ແລະ ການສົ່ງເສີມສນັບສນູນ ປະຊາຊົນ ຜ່ານການສ້າງອາຊີບ ໃນຊຸມຊົນດ້ານການປູກການລ້ຽງສັດ ແລະການທ່ອງທ່ຽວ ເຊິ່ງອະນຸຮັກ ຊຶ່ງສາມາດນຳຄວາມຮູ້ດ້ານປ່າໄມ້ ແລະສັດປ່າ ຂອງປະຊາຊົນ ໃນພື້ນທີ່ມາໃຊ້ໄດ້ເປັນຕົ້ນ ໃກ້ນຳທ່ຽວຍ່າງປ່າ ແລະລ່ອງເຮືອ.

ໂດຍການຈະດຶງໃຫ້ປະຊາຊົນ ມາມີສ່ວນຮ່ວມ ໃນການອະນຸຮັກປ່າໄມ້ ແລະສັດປ່ານັ້ນ ຕ້ອງທຳໃຫ້ເຂົາເຈົ້າເຫັນປໂຍດ ທີ່ຈະໄດ້ຮັບຈາກການອະນຸຮັກປ່າກ່ອນ.

ດັ່ງເຈົ້າຫນ້າທີ່ເຂດປ່າສງວນແຫ່ງຊາຕ ນໍ້າແອດ-ພູເລີຍ ຢູ່ແຂວງຫົວພັນກ່າວວ່າ:

“ສິ່ງສຳຄັນ ກໍຄືເຮົາຮູ້ອັ້ນເຈົ້າຫນ້າທີ່ ຂອງເຮົາຈຳນວນ ມັນຫນ້ອຍຢູ່ແລ້ວຫັ້ນນ່າເນາະ ເພາະສະນັ້ນສິ່ງສຳຄັນທີ່ສຸດ ເຮົາກໍຄືຕ້ອງພະຍາຍາມ ດຶງເອົາຊຸມຊົນ ຫລື ປະຊາຊົນມາມີສ່ວນຮ່ວມ ໃນຈຸດນີ້ໃຫ້ມັນຫລາຍການມີສ່ວນຮ່ວມ ໃນທີ່ນີ້ກໍຄືເຮົາຕ້ອງໃຫ້ເຂົາເຈົ້າຮູ້ ແລະເຂົາເຈົ້າໄດ້ຮັບຜົນປໂຍດ ຈາກການມີສ່ວນຮ່ວມແມ່ນແທ້ເຊັ່ນວ່າ ເຂົາເຈົ້າມາຊ່ອຍໃນການປົກປ້ອງ ຫລື ວ່າຄຸ້ມຄອງການອະນຸຮັກພື້ນທີ່ ປ່າໄມ້ ກໍຢ່າເຣື່ອງສັດປ່າ ກໍຢ່າເຂົາເຈົ້າ ຕ້ອງໄດ້ຜົນປໂຍດ ຈາກໂຕນັ້ນນຳ ມັນຈຶ່ງສິມີຄວາມຍືນຍົງເນາະ.”

ອີງຕາມບັນຊີສັດນໍ້າ ແລະສັດປ່າ ຂອງ ສປປ ລາວ ສະບັບປີ 2021 ມີສັດນໍ້າ ແລະ ສັດປ່າປະເພດຫວງຫ້າມ ຫລື ບັນຊີ 1 ຈຳນວນ 165 ຊະນິດ ມີສັດນໍ້າ ແລະ ສັດປ່າ ປະເພດຄຸ້ມຄອງ ຫລື ບັນຊີ 2 ຈຳນວນ 66 ຊະນິດ ແລະ ສັດນໍ້າ ແລະ ສັດປ່າປະເພດທົ່ວໄປ ຫລື ບັນຊີ 3 ຈຳນວນ 46 ຊະນິດ.

ປັດຈຸບັນພື້ນທີ່ປ່າ ໄມ້ທີ່ປົກຫຸ້ມ ໃນລາວມີເຫລືອ ປະມານ 14.7 ລ້ານເຮັກຕ້າຣ໌ ຄິດເປັນ 68% ອີງຕາມການຣາຍງານ ຂອງກະຊວງກະສິກັມ ແລະ ປ່າໄມ້. ຫລ້າສຸດໃນປີ 2022 ທາງການລາວ ກຽມຮ່າງຍຸດທະສາດ ປ່າໄມ້ ສະບັບໃຫມ່ເພື່ອສເນີ ຕໍ່ສະພາແຫ່ງຊາຕ ໂດຍມີເປົ້າຫມາຽເຮັດໃຫ້ ເນື້ອທີ່ປ່າໄມ້ປົກຫຸ້ມໃຫ້ໄດ້ 70% ພາຍໃນປີ 2025.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.