ວຽດນາມຕ້ານການສ້າງເຂື່ອນ ດອນສະໂຮງ

ອະວາຣີ
2014.12.02
F-Don sahong ແມ່ນໍ້າຂອງ ໃນເຂດທີ່ ຈະມີການ ສ້າງເຂື່ອນ ດອນສະໂຮງ
RFA

 

ອົງການ ສິ່ງ ແວດລ້ອມ ໃນ ວຽດນາມ ສຳຣວດ ຄຳຄິດເຫັນ ຂອງ ປະຊາຊົນ ວຽດນາມ ໃນພາກໃຕ້ ເມື່ອ ອາທິດ ທີ່ແລ້ວ, ຜົນ ປະກົດ ວ່າ ຊາວ ວຽດນາມ ທັງໝົດ 758 ຄົນ ທີ່ ຖືກຖາມ ຕອບວ່າ ຂັດຄ້ານ ການ ສ້າງເຂື່ອນ ດອນສະໂຮງ ຂອງ ລາວ; ເພາະ ວຽດນາມ ຈະໄດ້ຮັບ ຜົນກະທົບ ຫລາຍຢ່າງ ຈາກ ການສ້າງ ເຂື່ອນ ດັ່ງກ່າວ.

ຊາວ ວຽດນາມ ເຫລົ່ານັ້ນ ເຊື່ອວ່າ ເຂື່ອນ ແມ່ນ້ຳຂອງ ຂອງລາວ ຈະພາໃຫ້ ເກີດ ໄພແຫ້ງແລ້ງ, ຈະເຮັດໃຫ້ ດິນເຄັມ ແລະ ຕາຝັ່ງ ແມ່ນ້ຳຂອງ ຈະເຈື່ອນ ເພພັງ. ສລຸບແລ້ວ ເຂື່ອນ ຈະສົ່ງ ຜົນກະທົບ ຕໍ່ ກະສິກັມ ແລະ ຊີວິດ ການເປັນຢູ່ ຂອງ ຊາວ ວຽດນາມ ຢ່າງ ໜ້ອຍ 20 ລ້ານ ຄົນ ໃນເຂດ ສາມຫລ່ຽມ ປາກ ແມ່ນ້ຳຂອງ. ບໍ່ເທົ່ານັ້ນ ຊາວ ວຽດນາມ ຍັງ ກັງວົນວ່າ ຊາວນາ ຫລາຍລ້ານ ຄົນ ໃນ ພາກໃຕ້ ຂອງ ວຽດນາມ ຈະປະລະ ການກະເສດ ແລ້ວພາກັນ ໄປຊອກຫາ ເຮັດວຽກ ຢູ່ ໃນເມືອງ.

ນອກຈາກ ປະຊາຊົນ ວຽດນາມ ແລ້ວ ໜັງສືພິມ ເຢີນເຢີນ ຂອງ ພັກ ຄອມມຸຍນິສ ວຽດນາມ ຍັງ ຣາຍງານ ວ່າ ອົງການ ຮັກສາ ສິ່ງ ແວດລ້ອມ ຂອງ ວຽດນາມ ຫລາຍ ອົງການ ກໍຂັດຄ້ານ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ຢ່າງແຮງ ເຊັ່ນ ອົງການ Pan Nature ທີ່ ນະຄອນຫລວງ ຮາໂນ່ຍ ກໍໄດ້ຈັດ ກອງປະຊຸມ ໃຫຍ່ ເມື່ອເດືອນ ກັນຍາ ປີນີ້ ຮຽກຮ້ອງ ໃຫ້ ຈີນ ລາວ ໄທ ແລະ ກຳພູຊາ ຢຸດ ໂຄງການ ສ້າງ ເຂື່ອນ ໃສ່ ແມ່ນ້ຳຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.