ບໍຣິສັດ ສາຍ ການບິນ ລາວ ໄດ້ອອກ ບົດຣາຍງານ ຢ່າງເປັນ ທາງການ ຈາກ ການ ສືບສວນ ຂອງ ເຈົ້າຫນ້າທີ່ ກ່ຽວກັບ ສາ ເຫດ ເຄື່ອງບິນ ໝາກປິ່ນ ຂອງ ບໍຣິສັດ ຕົກໃກ້ ເມືອງ ປາກເຊ ແຂວງ ຈຳປາສັກ ໃນ ວັນທີ 16 ຕຸລາ ປີ 2013 ນັ້ນວ່າ ເປັນ ຍ້ອນ ສະພາບ ອາກາດ ປັ່ນປ່ວນ ຢ່າງ ກະທັນຫັນ ແລະ ຜູ້ຂັບ ເຮືອບີນ ກໍ ບໍ່ສາມາດ ບັງຄັບ ເຮືອບິນ ໄດ້ ຢ່າງຖືກຕ້ອງ ໃນ ເວລານັ້ນ. ອີງຕາມ ການຣາຍງານ ຂອງ ຫນັງສືພີມ ຂອງ ທາງ ການ ລາວ.
ບໍຣິສັດ ສາຍ ການບິນ ລາວ ໄດ້ຈັດ ກອງປະຊຸມ ຖແລງຂ່າວ ກ່ຽວກັບ ເຣື້ອງນີ້ ທີ່ ນະຄອນ ຫລວງ ວຽງຈັນ ໃນ ວັນທີ 28 ພຶສຈິກາ 2014 ເພື່ອ ເປີດເຜີຍ ຜົລການ ຖອດ ຣະຫັດ ຈາກ ກັບ ບັນທຶກ ຂໍ້ມູນ ການບິນ ສອງກັບ ຫລື BLACK BOX ຈາກ ເຮືອບິນ ທີ່ ຕົກນັ້ນ ພົບວ່າ ສາເຫດ ເຮືອບິນ ຕົກ ຄັ້ງນີ້ ແມ່ນ ເນື່ອງ ມາຈາກ ສະພາບ ອາກາດ ປ່ຽນແປງ ຢ່າງ ກະທັນຫັນ ບວກກັບ ຄວາມ ຜິດພາດ ຂອງ ຈຸບິນ ໃນການ ປະຕິບັດ ຕາມວົງຈອນ ການ ລົງເດີ່ນ ດ້ວຍ ອຸປກອນ ເຄື່ອງຊ່ອຍ ລວມທັງ ການ ປະຕິບັດ ຂັ້ນຕອນ ການບິນ ຂື້ນຄືນ ການ ຕັດສີນໃຈ ລົງເດີ່ນ ດ້ວຍ ຄວາມ ສູງຕ່ຳ ກວ່າ ຣະດັບ ຄວາມສູງ ທີ່ ໄດ້ຣະບຸ ໄວ້ໃນ ວົງຈອນ ລົງເດິ່ນ ເຮັດໃຫ້ ເຮືອບິນ ສົ່ງຜົລ ແບບ ບໍ່ ຖືກຕ້ອງ.
ທ່ານ ລັດຕະນະມະນີ ຮອງ ຣັຖມົນຕຣີ ກະຊວງ ຄົມມະນາຄົມ ແລະ ຂົນສົ່ງ ສປປ ລາວ ເວົ້າວ່າ ກອງປະຊຸມ ຖແລງຂ່າວ ເທື່ອນີ້ ຈຸດປະສົງ ຫລັກ ກໍແມ່ນ ເພື່ອ ປ້ອງກັນ ບໍ່ໃຫ້ເກີດ ອຸບັດຕິເຫດ ແບບນີ້ ຂື້ນ ອີກ ໃນ ອະນາຄົດ ແລະ ໃຫ້ຄວາມ ກະຈ່າງ ແຈ້ງ ແກ່ ມວນຊົນ.