ເຣື້ອງທີ່ເກັບບັນທຶກໄວ້
2023-09-06
ຣັຖບານຈະປ່ອຍສິນເຊື່ອ 2,500 ຕື້ກີບໃນໄລຍະ 3 ປີ ໃຫ້ທຸຣະກິຈຂນາດນ້ອຍ ແລະຂນາດກາງ ແລະ ຂາຍພັນທະບັດເພີ່ມຂຶ້ນ ເພື່ອກະຕຸ້ນເສຖກິຈ ເຊິ່ງຈະເນັ້ນໃສ່ ຂແນງກະສິກັມ ແລະປ່າໄມ້, ຂແນງບໍຣິການ-ທ່ອງທ່ຽວ ແລະຂແນງການຄ້າ ເປັນຕົ້ນ.
2023-09-06
ໄຂ້ຍຸງລາຍ ຍັງສືບຕໍ່ຣະບາດ ຢູ່ໃນປະເທດລາວ, ເຊິ່ງຫຼ້າສຸດນີ້ ອີງຕາມການຣາຍງານ ໃນມື້ວັນທີ 3 ກັນຍາ 2023, ມີຜູ້ຕິດເຊື້ອສະສົມແລ້ວ ຈຳນວນ 24,808 ຄົນ ແລະ ມີຜູ້ເສັຽຊີວິຕສະສົມ 15 ຄົນ.
2023-09-05
ລາວຈຳນວນນຶ່ງ ເຫັນວ່າ ມາຕການແກ້ໄຂ ບັນຫາເສຖກິຈ-ການເງິນ ຂອງຣັຖບານລາວ ຍັງບໍ່ມີປະສິດທິພາບພຽງພໍເທື່ອ ແລະ ຫຼາຍວຽກງານ ຍັງຕ້ອງໄດ້ເອົາໃຈໃສ່ຕື່ມ ເພື່ອໃຫ້ການແກ້ໄຂບັນຫາ ເປັນຮູບປະທັມຫຼາຍຂຶ້ນ.
2023-09-05
ເຮືອຫລົ້ມໃນນໍ້າຂອງ ຍ້ອນເຮືອໄປກ້້ຽວມອງ ຢູ່ເຂດເປັນແກ້ງ ທີ່ເມືອງປາກແບງ ແຂວງ ອຸດົມໄຊ ເຊິ່ງໃນນັ້ນມີຊາວບ້ານດອນແຈ້ງ 10 ຄົນ ແລະ ເສັຍຊີວິດ 3 ຄົນ, ອີກ 2 ຄົນສູນຫາຍ.
2023-09-05
ອໍານາດການປົກຄອງບາງເມືອງ ໃນແຂວງຫົວພັນ ຄວບຄຸມ ຫຼືຈໍາກັດ ການຫາໜໍ່ໄມ້ຂອງປະຊາຊົນ ຄືບາງເມືອງຫ້າມປະຊາຊົນ ຫາໜໍ່ໄມ້ຂາຍເປັນສິນຄ້າ ນັບແຕ່ວັນທີ 15 ເດືອນກັນຍາ ເຖິງເດືອນຕຸລາ ຂອງທຸກໆປີ ເພື່ອປົກປັກຮັກສາ ປ່າໄມ້ປ່ອງໃຫ້ຍືນຍົງ ບໍ່ດັບສູນ.
2023-09-05
ທາງການລາວ ຕິດຕາມເບິ່ງຜູ້ໃຊ້ສື່ສັງຄົມອ໋ອນລາຍນ໌ ຢ່າງໃກ້ຊິດ ຫາກພົບເຫັນບຸກຄົນໃດກໍຕາມ ມີການເຜີຍແຜ່ຂໍ້ມູນຂ່າວສານອັນເປັນເທັດ ຫຼື ມີການວິພາກວິຈານ ການເຮັດວຽກຂອງຣັຖ ທີ່ອາດສົ່ງຜົລກະທົບ ຕໍ່ຄວາມໝັ້ນຄົງ ຂອງຣັຖ ຫຼືປະເທດ ກໍຈະຖືກຮຽກໂຕມາກ່າວເຕືອນ ຫຼືສັ່ງໃຫ້ປິດສື່ດັ່ງກ່າວທັນທີ ໂດຍສະເພາະ ກຸ່ມຜູ້ໃຊ້ເຟສບຸກຄ໌ ແລະຢູທູບ.
2023-09-05
ຊາວຄຣິສຕຽນລາວ ຄອບຄົວນຶ່ງ ເຊິ່ງມີສະມາຊິກ 2 ຄົນ ຢູ່ບ້ານຕາປົງ ເມືອງສະມ້ວຍ ແຂວງສາຣະວັນ ຖືກນາຍບ້ານ, ຊາວບ້ານ ແລະເຈົ້າໜ້າທີ່ ເມືອງຈໍານວນນຶ່ງ ມ້າງເຮືອນ ແລະໄລ່ອອກຈາກບ້າ ນ ເນື່ອງຈາກ ທັງ 2 ຄົນ ຈັດພິທີນະມັສການພຣະເຈົ້າ ປະຈຳສັປດາ.
2023-09-04
ວັນແຮງງານ ໃນສະຫະຣັຖອາເມຣິກາ ວັນຈັນອາທິດທໍາອິດຂອງເດືອນກັນຍາ, ປີນີ້ຕົກຖືກວັນທີ 4, ເປັນວັນພັກທາງຣາຊການຂອງຣັຖບານກາງ ຫຼື Federal Holiday ຂອງສະຫະຣັຖ ອາເມຣິກາ ມາຕັ້ງແຕ່ປີ 1894 ທີ່ຊາວອາເມຣິກັນ ທັງມວນ ສເລີມສລອງກັນ.
2023-09-04
ເຮືອນຂອງຄົນໄທດໍາ ຕາມແບບ ປະເພນີດັ້ງເດີມນັ້ນ ຊຶ່ງສໍ່ສແດງໃຫ້ເຫັນ ຄ່ານິຍົມອີກຢ່າງນຶ່ງ ຂອງພວກເຂົາເຈົ້າ.
2023-09-03
ການເຊົ່າ-ສັມປະທານ ພົບການສໍ້ຣາສ ບັງຫຼວງ, ເກົາຫຼີໃຕ້ ຕ້ອງການຄົນງານລາວ ຈຳນວນຫຼາຍ, ກຸ່ມຄົນຈີນ ທີ່ຖ່າຍວິດີໂອ ແມ່ຍິງລາວ ເຕັ້ນໂຊ ລົງສື່ສັງຄົມອອນລາຍນ໌ ຖືກຈັບ.
2023-09-02
ມິນນີ້ ມິນລະດາ ແອ໋ງມະນີ ທີ່ຖືກແຕ່ງຕັ້ງ ໃຫ້ເປັນໂຕແທນ ນາງສາວ ຈາກ ສປປ ລາວ ໄປປະກວດ Miss Equality World ປະຈໍາປີ 2023 ທີ່ ບາຫຼີ, ປະເທດ ອິນໂດເນເຊຍ ປະກວດນາງສາວ ເພື່ອຄວາມເທົ່າທຽມ ເປັນກາງ ການປະກວດດັ່ງກ່າວ ແມ່ນຄັດເລືອກ ເອົາຄວາມງາມ ຈາກພາຍໃນ ສູ່ພາຍນອກ.
2023-09-01
ປັດຈຸບັນ ປະຊາຊົນລາວໃນທົ່ວປະເທດ ເປັນຕົ້ນຜູ້ທີ່ຢູ່ໃນເຂດຊົນນະບົດ ຫ່າງໄກ ຮວມທັງຜູ້ທີ່ໄດ້ຮັບຜົລກະທົບຈາກພັຍນໍ້າຖ້ວມ ຈໍານວນຫລວງຫລາຍ ມີເຂົ້າກິນບໍ່ພຽງພໍ ຫລື ຂາດເຂີນເຂົ້າກິນ ເຮັດໃຫ້ຫລາຍໆຄອບຄົວອຶດຫິວ, ກິນເຂົ້າໜ້ອຍລົງ ເພື່ອເປັນການຢັດເຂົ້າທີ່ມີຢູ່.
2023-09-01
ນະຄອນຫຼວງວຽງຈັນ ວາງໂຄງການຂົນສົ່ງແບບຍືນຍົງ ໃນໂຕເມືອງ ຂະນະທີ່ ຊາວນະຄອນຫຼວງວຽງຈັນ ຍັງບໍ່ນິຍົມໃຊ້ຣົຖໂດຍສານຂົນສົ່ງ ສາທາຣະນະ ເທົ່າທີ່ຄວນ ເພາະການບໍຣິການ ຍັງບໍ່ຄອບຄຸມ ທຸກພື້ນທີີ, ໃຊ້ເວລາດົນລໍຖ້າດົນ ແລະຂໍ້ຫຍຸ້ງຍາກອື່ນໆ.
2023-09-01
ຣັຖວິສາຫະກິຈນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ສເນີຕໍ່ຣັຖບານລາວ ເພື່ອຂຶ້ນຄ່ານໍ້າປະປາ ໃຫ້ເໝາະສົມຕາມສະພາບເສຖກິຈ ແລະປັດຈຸບັນອັດຕຣາ ແລກປ່ຽນເງິນຕຣາຕ່າງປະເທດ ປັບໂຕສູງຂຶ້ນ ເຮັດໃຫ້ຕົ້ນທຶນນຳເຂົ້າວັດຖຸດິບ ໃນການຜລິດນໍ້າສູງຂຶ້ນຕາມ.
2023-09-01
ເຈົ້າໜ້າທີ່ ເຣີ່ມຕິດຕາມການເຄື່ອນໄຫວ ຂອງຢູທູບເບີ້ຣ໌ ຊາວເກົາຫລີໃຕ້ກຸ່ມນຶ່ງ ທີ່ເຂົ້າມາຖ່າຍວິດີໂອ ເດັກນ້ອຍລາວ ຢູ່ເຂດບ້ານນາ ເມືອງງອຍ ໂດຍສະເພາະ ເດັກນ້ອຍເພດຍິງ ທີ່ອາຍຸຕໍ່າກວ່າ 18 ປີ ກ່ຽວກັບການໃຊ້ຊີວິດ ປະຈໍາວັນ ແລ້ວນໍາໄປເຜີຍແຜ່ທາງສື່ສັງຄົມອອນລາຍນ໌ ລວມທັງມີຄວາມໃກ້ຊິດ ກັບເດັກນ້ອຍນໍາດ້ວຍ.