ຊາວຄຣິສຕຽນ ຢູ່ເມືອງສະມ້ວຍ ແຂວງສາຣະວັນ ຖືກໄລ່ໜີ ອອກຈາກບ້ານ
2023.09.05
ຊາວຄຣິສຕຽນລາວ ຄອບຄົວນຶ່ງ ທີ່ມີ 2 ຄົນ ເປັນເພດຊາຍ ຢູ່ບ້ານຕາປົງ ເມືອງສະມ້ວຍ ແຂວງສາຣະວັນ ໄດ້ຖືກນາຍບ້ານ, ຊາວບ້ານ ແລະເຈົ້າໜ້າທີ່ເມືອງຈໍານວນນຶ່ງ ມ້າງເຮືອນຂອງພວກເຂົາເຈົ້າ ແລະທັງໄລ່ໜີອອກຈາກບ້ານ ພາຍຫລັງທີ່ພວກເຂົາເຈົ້າ ຈັດພິທີນະມັດຊະການພຣະເຈົ້າ ປະຈໍາສັປດາ ຢູ່ໃນເຮືອນ ເມື່ອວັນທີ 3 ກັນຍານີ້. ອໍານາດການປົກຄອງບ້ານ ບໍ່ພໍໃຈທີ່ພວກເຂົາເຈົ້າ ບໍ່ເຂົ້າຮ່ວມພິທີຮີດ ຄອງປະເພນີ ຂອງບ້ານ ແລະບໍ່ປະລະການເຊື່ອຖືສາສນາຄຣິສຕຽນ. ປັດຈຸບັນຄອບຄົວນີ້ ບໍ່ມີບ່ອນຢູ່ອາໄສ, ອີງຕາມຄໍາເວົ້າ ຂອງຊາວຄຣິສຕຽນລາວ ທີ່ຮູ້ເຫັນເຫດການ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 5 ກັນຍານີ້.
“ນີ້ຫັ້ນເປັນວັນອາທິດ ພີ່ນ້ອງຢູ່ບ້ານຕາປົງ ຫລັງຈາກເສັດງານຂອບຄຸນແລ້ວບາດນີ້ ທາງຄະນະຊາວບ້ານ ແລ້ວກະພວກທະຫານ, ຕໍາຣວດ ເຂົາວ່າພວກເຈົ້ານີ້ໃຫ້ອອກໄປສາ. ເຮົາຢາກມ້າງເຮືອນ ຄັນພວກເຈົ້າບໍ່ກ່ຽວຫັ້ນ ພວກເຈົ້າເມືອ ຄັນພວກເຈົ້າວ່າກ່ຽວນໍາໃຫ້ຢູ່ສາ ແມ່ນອິຫຍັງຫັ້ນນ່າ.”
ທ່ານເວົ້າວ່າ ພາຍຫລັງເກີດເຫດການດັ່ງກ່າວ ຊາວຄຣິສຕຽນລາວ 2 ຄົນນັ້ນ ກໍພາກັນຂົນເຄື່ອງຂອງ ໄປຫ້ອງການຕໍາຣວດ ປ້ອງກັນຄວາມສງົບ ເມືອງສະມ້ວຍ ເພື່ອຂໍຄວາມຄຸ້ມຄອງ ຈາກເຈົ້າໜ້າທີ່ ປກສ ແລະ ຫລັງຈາກນັ້ນ ບໍ່ຮູ້ຄວາມຄືບໜ້າຫຍັງອີກ ເຖິງແມ່ນວ່າ ໄດ້ພະຍາຍາຕິດຕໍ່ ໄປຫາເຈົ້າໜ້າທີ່ ຕໍາຣວດ ຫລາຍຄັ້ງ.
ແລະຊາວລາວອີກຜູ້ນຶ່ງ ທີ່ຢູ່ໃນເຄືອຂ່າຍຄຣິສຕະຈັກຂ່າວປະເສີດ ເວົ້າວ່າ ພາຍຫລັງຮູ້ຂ່າວນັ້ນແລ້ວ ຕົນເອງ ກໍພະຍາຍາມຕິດຕໍ່ ໄປຫາເຈົ້າໜ້າທີ່ທີ່ກ່ຽວຂ້ອງ, ແຕ່ກໍຍັງບໍ່ສາມາດຕິດຕໍ່ໄດ້. ແລະຊາວຄຣິສຕຽນຄົນອື່ນໆ ກໍບໍ່ສາມາດເຂົ້າໄປໃຫ້ການຊ່ອຍເຫລືອໄດ້, ມີແຕ່ໄດ້ລໍຖ້າຂ່າວ ຈາກເຈົ້າໜ້າທີ່ ທີ່ຮັບຜິດ ຊອບເທົ່ານັ້ນ.
“ບໍ່ມີໃຜໃດ໋ ບໍ່ມີໃຜໄປຊ່ວຍ ພີ່ນ້ອງກໍຢູ່ຫ້ອງການຕໍາຣວດ ດຽວນີ້ຍັງບໍ່ທັນໄດ້ແກ້ໄຂ ຍ້ອນເຊື່ອຖືນີ້ແຫລະ ຍ້ອນເຊື່ອຖືສາສນາ.”
ເມື່ອວັນທີ 3 ກັນຍານີ້ ພາຍຫລັງທີ່ຊາວຄຣິສຕຽນ ໄດ້ຖືກມ້າງເຮືອນ ກໍໄດ້ມີຊາວບ້ານຜູ້ນຶ່ງ ໄດ້ໄປເຫັນເຫດການ ແລະໄດ້ຖ່າຍວິດີໂອກ່ຽວກັບເຫດການດັ່ງກ່າວ ແລະທັງໄດ້ຖາມຊາວຄຣິສຕຽນຄອບຄົວນັ້ນ ແລ້ວເຜີຍແຜ່ທາງສື່ສັງ ຄົມອອນລາຍ. ໃນນັ້ນ ຊາວຄຣິສຕຽນຜູ້ເສັຍຫາຍ ໄດ້ເວົ້າຕອນນຶ່ງວ່າ:
“ພີ່ນ້ອງຊາວບ້ານ ແຖວບ້ານເຂົາຂົ່ມເຫັງຂະນ້ອຍ ຍ້ອນຂະນ້ອຍເຊື່ອເຍຊູ ເຂົາກະມ້າງເຮືອນ ເຂົາກະຖິ້ມເຄື່ອງຂອງ.”
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາເຈົ້າໜ້າທີ່ຫ້ອງການ ປກສ ເມືອງສະມ້ວຍ, ແຕ່ບໍ່ສາມາດຕິດໄດ້.
ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ເມືອງສະມ້ວຍ ທ່ານນຶ່ງ ທີ່ຂໍສງວນຊື່ ແລະໜ່ວຍງານ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ເຫດການດັ່ງກ່າວແມ່ນໄດ້ເກີດຂຶ້ນແທ້ ແລະພາກສ່ວນທີ່ກ່ຽວຂ້ອງຂອງເມືອງສະມ້ວຍ ກໍກໍາລັງໃຫ້ທັງ 2 ຝ່າຍ ມາເຈຣະຈາກັນ ແລະໄກ່ເກັ່ຍຂໍ້ຂັດແຍ້ງນັ້ນຢູ່, ຍັງບໍ່ສາມາດ ໃຫ້ລາຍລະອຽດໄດ້.
“ມີໆ ກະໄດ້ຍິນຢູ່ແຕ່ວ່າເຂົາຍັງອັນນັ້ນ ຍັງໄກ່ເກັ່ຽກັນຢູ່ວ່າເບິ່ງແນວໃດ ກະບໍ່ເປັນຫຍັງ ແຕ່ວ່າກະເວົ້າກັນຢູ່ວ່າແນວໃດ.”
ເມື່ອກ່ອນໜ້ານີ້ ເຈົ້າໜ້າທີ່ແນວລາວສ້າງຊາດທ່ານນຶ່ງ ກໍເຄີຍເວົ້າກ່ຽວກັບເຫດ ການລັກສະນະດຽວກັນນີ້ວ່າ ເປັນເຣື່ອງປົກກະຕິ ທີ່ມັກເກີດຂໍ້ຂັດແຍ້ງ ຢູ່ຫລາຍທ້ອງຖິ່ນ ຣະຫວ່າງຊາວຄຣິສຕຽນ ແລະຊາວບ້ານ ທີ່ນັບຖືສາສນາອື່ນໆ ຊຶ່ງສ່ວນໃຫຍ່ ແມ່ນຊາວຄຣິສຕຽນ ບໍ່ເຂົ້າໄປຮ່ວມພິທີຕາມຮີດຄອງ ປະເພນີຂອງບ້ານ.
“ກໍມີບາງຄອບຄົວ ບາງກຸ່ມຄົນຈໍານວນນຶ່ງ ຖືກນໍາໃຊ້ນ່າ ໃຊ້ໃນທາງທີ່ບໍ່ຖືກຕ້ອງຫັ້ນນ່າ ຂັດຕໍ່ລະບຽບຂອງບ້ານບໍ່ ອັນນັ້ນອັນນີ້ ເຮົາຖືສາສນາ ແລ້ວເຮົາບໍ່ໄປຮ່ວມພິທີທາງຮີດຄອງ ບາງເທື່ອມີການຂໍ້ຂັດແຍ່ງກັນ.”
ເຫດການທີ່ເກີດຂຶ້ນໃນເທື່ອນີ້ ສະແດງໃຫ້ເຫັນວ່າ ຢູ່ຫລາຍໆເຂດ ໂດຍສະ ເພາະທາງພາກໃຕ້ຂອງລາວ ຍັງມີການປາບປາມ ຊາວຄຣິສຕຽນຢູ່. ເມື່ອກ່ອນໜ້ານີ້ ຄືວັນທີ 19 ກໍຣະກະດາ ທີ່ຜ່ານມາ ຊາວຄຣິສຕຽນລາວຄອບຄົວນຶ່ງ ມີ 6 ຄົນ ຢູ່ບ້ານຕັ່ງຫວາຍນໍ້າ ເມືອງຊົນນະບູຣີ ແຂວງສວັນນະເຂດ ໄດ້ຖືກຄົນກຸ່ມນຶ່ງ ມາລັກມ້າງເຮືອນ ແລະຖຽງນາຂອງພວກເຂົາເຈົ້າ ຍ້ອນບໍ່ພໍໃຈ ທີ່ຄອບ ຄົວນີ້ ເຊື່ອຖືສາສນາຄຣິສຕຽນ, ເຮັດໃຫ້ພວກເຂົາເຈົ້າ ບໍ່ມີບ່ອນຢູ່ອາສັຍ ຈົນມາຮອດມື້ນີ້. ແລະກ່ອນໜ້ານັ້ນ ເມື່ອວັນທີ 15 ມົກກະຣາ ທີ່ຜ່ານມາ ຄຣູສອນສາສນາຄຣິສຕຽນຜູ້ນຶ່ງ ພ້ອມດ້ວຍຊາວຄຣິສຕຽນ ຊຶ່ງເປັນຊົນເຜົ່າອາຂ່າ 15 ຄອບຄົວ ຢູ່ບ້ານໃໝ່ ເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ ກໍໄດ້ຖືກເຈົ້າໜ້າທີ່ອໍານາດການປົກຄອງບ້ານ ໄລ່ອອກຈາກບ້ານ ຍ້ອນບໍ່ພໍໃຈ ທີ່ພວກເຂົາເຈົ້າ ໄດ້ປ່ຽນໄປນັບຖືສາສນາຄຣິສຕຽນ ແທນການນັບຖືຜີ ຕາມຄວາມເຊື່ອ ຂອງຊົນເຜົ່າອາຂ່າ.
ອັນທີ່ເປັນເຫດການຮ້າຍແຮງ ທີ່ເກີດຂຶ້ນເມື່ອປີ 2022 ກໍແມ່ນການຄາຕກັມ ອາຈານ ສີ ແສງມະນີ ຄຣູສອນສາສນາຄຣິສຕຽນ ອາຍຸ 48 ປີ ຊຶ່ງເປັນຊາວຊາວບ້ານບ້ານດອນແກ້ວ ເມືອງນາກາຍ ແຂວງຄໍາມ່ວນ ທີ່ຖືກພົບສົບ ຢູ່ໃນປ່າແຫ່ງນຶ່ງຂອງເມືອງທ່າແຂກ. ມາຮອດມື້ນີ້ ກໍໄດ້ເກືອບ 1 ປີແລ້ວ ແຕ່ເຈົ້າໜ້າທີ່ຕໍາຣວດ ກໍຍັງບໍ່ສາມາດຈັບ ຜູ້ຄາຕກັມນັ້ນ ໄດ້.