ຣັຖບານ ຈະປ່ອຍສິນເຊື່ອ, ຂາຍພັນທະບັດເພີ່ມ ເພື່ອກະຕຸ້ນເສຖກິຈ
2023.09.06
ທະນາຄານແຫ່ງ ສປປ ລາວ ກຳລັງປ່ອຍເງິນສິນເຊື່ອ ຫລືເງິນກູ້ ແກ່ຫົວໜ່ວຍທຸຣະກິຈຂນາດນ້ອຍ ແລະຂນາດກາງ 2,500 ຕື້ກີບ ໃນໄລຍະ 3 ປີ ແຕ່ປີ 2023 ຫາ 2025 ເພື່ອກະຕຸ້ນເສຖກິຈ ສົ່ງເສີມຂແນງການຜລິດ, ການຄ້າ ແລະການບໍຣິການ ໃນປະເທດ ເພື່ອທົດແທນການນຳເຂົ້າ ສົ່ງເສີມການສົ່ງສິນຄ້າອອກ, ສ້າງວຽກເຮັດງານທຳ ໃຫ້ຄົນລາວ ຮັກສາສະຖຽນລະພາບ ທາງດ້ານການເງິນ ແລະພັທນາເສຖກິຈ ແບບຍືນຍົງ ໂດຍສະເພາະຢູ່ທ້ອງຖິ່ນ ແລະຂາຍພັນທະບັດຣັຖບານຫລາຍຂຶ້ນ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມເຈົ້າໜ້າທີ່ທະນາຄານທຸຣະກິຈ ຜູ້ບໍ່ປະສົງອອກຊື່ແລະຕຳແໜ່ງ ທ່ານນຶ່ງ ໄດ້ຮັບຄໍາຕອບວ່າ ປັດຈຸບັນ ທາງທະນາຄານທຸຣະກິຈ ໄດ້ຮູ້ເຣື່ອງທີ່ວ່ານັ້ນແລ້ວ ຂະນະນີ້ກຳລັງລໍຖ້າ ຄຳແນະນຳຕື່ມ ໃນການຈັດຕັ້ງປະຕິບັດ ແລະກະກຽມ ລະບຽບການ ໃນການປ່ອຍເງິນສິນເຊື່ອນັ້ນ.
ດັ່ງທີ່ທ່ານກ່າວໃນມື້ວັນທີ 6 ກັນຍາ 2023 ນີ້ວ່າ:
“ແຫຼ່ງທຶນທີ່ຣັຖບານເພິ່ນສນັບສນູນນ່າ ທາງຂອງເຮົາກໍມີແຕ່ກະກຽມເນາະ ເພິ່ນຍັງບໍ່ໄດ້ມີ ທາງພາກສ່ວນສ່ວນໃຫຍ່ ຫຼືວ່າລະບຽບ ເພິ່ນຍັງບໍ່ໄດ້ແຈ້ງອອກມາວ່າ ໃຫ້ແນະນຳລູກຄ້າແນວໃດ ຫຼືມີອັດຕຣາດອກເບັ້ຽທີ່ຈູງໃຈແນວໃດຫັ້ນນ່າ. ເພິ່ນແຈ້ງມາຢູ່ແຕ່ເພິ່ນມອບໃຫ້ທະນາຄານທຸຣະກິຈ ແຕ່ວ່າທາງເຮົາຕ້ອງໄດ້ເຮັດລະບຽບຮອງຮັບ ຫຼືວ່າເພິ່ນມີຄຳແນະນຳມາ ທາງນີ້ເຮົາເຮັດລະບຽບຂອງເຮົາແລ້ວແຫຼະແຈ້ງໃຫ້ເຮົາປະກາດໃຊ້ຫັ້ນນ່າ. ໃຫ້ລູກຄ້າເຮົາຊິສາມາດດຳເນີນການໄດ້ຫັ້ນນ່າ. ຕອນນີ້ເພິ່ນຍັງບໍ່ໄດ້ແຈ້ງອັ່ນ ໃນລະບົບຂອງເຮົາບໍ່ໄດ້ແຈ້ງເທື່ອ ເຮົາກໍບໍ່ສາມາດເວົ້າໄດ້ເທື່ອຫັ້ນນ່າ.”
ຈຸດພິເສດ ຂອງການປ່ອຍສິນເຊື່ອທີ່ວ່ານິ້ ຄືຣັຖບານຈະຖົມຂຸມດອກເບັ້ຍ ຫລືຫລຸດດອກເບັ້ຍໃຫ້ຜູ້ກູ້ຢືມເຄິ່ງນຶ່ງ ຕົວຢ່າງ ດອກເບັ້ຽ 9% ຜູ້ກູ້ຈະໄດ້ເສັຍດອກເບັ້ຽ 4.5% ຖ້າດອກເບັ້ຍ 11%, ຈະໄດ້ຈ່າຍ 5.5%. ວົງເງິນກູ້ທີ່ຣັຖບານ ຈະຊ່ອຍຖົມຂຸມ ຫລືຫລຸດດອກເບັ້ຍນັ້ນ ແມ່ນບໍ່ເກີນ 200 ຕື້ກີບ ຕໍ່ໜຶ່ງຫົວໜ່ວຍທຸຣະກິຈ ທີ່ກູ້ຢືມ.
ຂແນງການເປົ້າໝາຍ ທີ່ຈະໄດ້ຮັບນະໂຍບາຍສິນເຊື່ອດັ່ງກ່າວ ມີ 3 ຂແນງການ ຄືຂແນງກະສິກັມ ແລະປ່າໄມ້ ເພື່ອການປູກຝັງ-ລ້ຽງສັດ ການປຸງແຕ່ງຜລິດຕະພັນ; ຂແນງອຸດສາຫະກັມປຸງແຕ່ງ ແລະຫັດຖະກັມ ເພື່ອການປຸງແຕ່ງອາຫານ ແລະເຄື່ອງດື່ມ, ການປຸງແຕ່ງເຄມີອຸດສາຫະກັມ, ການຜລິດເຄື່ອງຫຸ້ມຫໍ່, ການຜລິດວັສດຸກໍ່ສ້າງ ແລະການສ້າງສັນງານຫັດຖະກັມ ແລະຂແນງບໍຣິການ-ທ່ອງທ່ຽວ ແລະຂແນງການຄ້າ ເພື່ອທຸຣະກິຈທີ່ພັກ ໂຮງແຮມ, ສະຖານທີ່ທ່ອງທ່ຽວ, ທຸຣະກິຈນຳທ່ຽວ, ຮ້ານອາຫານ, ການເກັບຊື້ສິນຄ້າກະສິກັມ ແລະຮ້ານຈຳໜ່າຍຜລິດຕະພັນທີ່ຜລິດຢູ່ພາຍໃນປະເທດ, ແຕ່ນັກທຸຣະກິຈ ຜູ້ນຶ່ງ ຢູ່ແຂວງຈຳປາສັກ ເວົ້າວ່າ ຍັງບໍ່ຕ້ອງການສິນເຊື່ອນັ້ນ ເພາະບໍ່ຮູ້ວ່າ ມັນຈະເປັນແນວໃດ.
“ໂອ! ເຮົາບໍ່ທັນຕ້ອງການເດີ້. ໂຕນັ້ນເຮົາກໍບໍ່ຮູ້ຈະເປັນແນວໃດ. ເສຖກິຈທາງລາວເຮົາບໍ່? ໂອ! ຕອນນີ້ມັນກໍເຣີ່ມຟື້ນໂຕແນ່ລະເດ.”
ຊາວບ້ານ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ກໍເວົ້າວ່າ ຍັງບໍ່ຮູ້ ການໃຫ້ສິນເຊື່ອ ດັ່ງກ່າວ ຈະຊ່ອຍໄດ້ຊໍ່າໃດ ຂະນະນີ້ ວິກິດການທາງດ້ານເສຖກິຈຢູ່ລາວ ໜັກໜ່ວງເກີນກວ່າ ທີ່ຈະໃຊ້ມາຕການເຫຼົ່ານັ້ນ ມາແກ້ໄຂແລ້ວ.
“ນ່າຈະ, ນ່າຈະບໍ່ນ່າ. ແມ່ນໆ ມັນເກີດວິກິດຂ້ອນຂ້າງຍາກ ອັນນັ້ນນ່າ. ເກີດວິກິດມາຂ້ອນຂ້າງພໍສົມຄວນແລ້ວໄລຍະນີ້ນ່າ. ຄືທາງ (ການຜລິດ) ພາຍໃນມັນກໍພໍມີຢູ່ ແຕ່ວ່າມັນຊິຊ່ອຍໄດ້ຊ່ຳໄດ໋ນ່າ.”
ທີ່ຜ່ານມາ, ການປະຕິບັດນະໂຍບາຍສິນເຊື່ອ ຂອງທາງຣັຖບານ ແມ່ນພົບຂໍ້ຫຍຸ້ງຍາກ ຈົນຫົວໜ່ວຍທຸຣະກິຈໂຕຈິງ ບໍ່ສາມາດເຂົ້າເຖິງເງິນສິນເຊື່ອນັ້ນໄດ້ ເພາະມີການໃຫ້ສິດພິເສດ ຕໍ່ລູກເຈົ້າຫຼານນາຍ ຫຼືຍາດພີ່ນ້ອງ ພັກພວກ ຂອງພະນັກງານທະນາຄານ.
ດັ່ງທີ່ ເຈົ້າຂອງທຸຣະກິຈຂນາດນ້ອຍ ນາງນຶ່ງ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງຂໍສງວນຊື່ ແລະສຽງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນເດືອນກໍຣະກະດາ 2023 ທີ່ຜ່ານມານີ້ວ່າ:
“ຣັຖບານແລະທະນາຄານທຸຣະກິຈ ປ່ອຍເງິນກູ້ ຫຼືສິນເຊື່ອເລື້ອຍໆ ຢູຸ່. ເຮົາກໍສົນໃຈຢາກຍືມເງິນມາຂຍາຍທຸຣະກິຈ ເວລາທະນາຄານປະກາດໃຫ້ເງິນກູ້ເທື່ອໃດ ເຮົາກໍໄປພົວພັນນຳທະນາຄານ ແຕ່ທະນາຄານພັດບອກວ່າ ເງິນກູ້ດອກເບັ້ຽຕ່ຳຂອງຣັຖບານນັ້ນໝົດແລ້ວ ມີຄົນຍືມໄປໝົດແລ້ວ. ແຕ່ເຮົາກໍມາຮູ້ພາຍຫຼັງວ່າ ທະນາຄານໃຫ້ພີ່ນ້ອງພັກພວກ ຂອງພວກເຂົາຍືມໄປໝົດແລ້ວ.”
ກ່ຽວກັບເຣື່ອງນີ້ ທ່ານ ບຸນທາມ ພຸດທະວົງສາ ສະມາຊິກສະພາແຫ່ງຊາຕ ເຂດ 1 ນະຄອນຫຼວງວຽງຈັນ ໄດ້ກ່າວຢູ່ໃນກອງປະຊຸມສໄມສາມັນ ຂອງສະພາແຫ່ງຊາຕ ເທື່ອລ່າສຸດ ໃນທ້າຍເດືອນມິຖຸນາທີ່ຜ່ານມາວ່າ ຕ້ອງການໃຫ້ຣັຖບານ ອຳນວຍຄວາມສະດວກ ໃນການເຂົ້າເຖິງແຫຼ່ງທຶນ ແກ່ຫົວໜ່ວຍທຸຣະກິດ ຢ່າງທົ່ວເຖິງ.
“ຄວາມຫຍຸ້ງຍາກໃນການເຂົ້າເຖິງແຫຼ່ງທຶນ ກໍຍັງບໍ່ທັນສາມາດແກ້ຕົກໄດ້ຢ່າງເປັນຮູບປະທັມ. ຖ້າຈະສົ່ງເສີມການຜລິດພາຍໃນໃຫ້ເພີ່ມຂຶ້ນ ຣັຖບານຕ້ອງມີມາຕການ ມີເງື່ອນໄຂ ອຳນວຍໃຫ້ແກ່ການເຂົ້າເຖິງແຫຼ່ງທຶນ ທີ່ເໝາະສົມ ເພື່ອຜ່ອນຜັນໃຫ້ແກ່ ບັນດາຈຸລະວິສາຫະກິຈ, ວິສາຫະກິຈຂນາດນ້ອຍ, ຂນາດກາງ ສາມາດເຂົ້າເຖິງແຫຼ່ງທຶນ ໄດ້ຢ່າງທົ່ວເຖິງ ແລະສະດວກຂຶ້ນ ຈຶ່ງຈະຊ່ວຍສົ່ງເສີມການຜລິດພາຍໃນໃຫ້ເປັນການຂັບເຄື່ອນ ໃນທາງທີ່ບວກເພີ່ມຂຶ້ນ.”
ຂໍ້ຕົກລົງ ຂອງນາຍົກຣັຖມົນຕຣີ ວັນທີ 14 ກໍຣະກະທີ່ຜ່ານມາ ວ່າດ້ວຍການຈັດຕັ້ງປະຕິບັດ ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສຖກິຈ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫຼ່ງທຶນ ສູ່ທ້ອງຖິ່ນ ນັ້ນ ເປັນໄປຕາມມະຕິຕົກລົງ ຂອງກອງປະຊຸມຣັຖບານ ປະຈຳເດືອນມີນາ 2023 ແລະມະຕິກອງປະຊຸມສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອເດືອນກໍຣະກະດາ 2022..
ອີງຕາມ ຂໍ້ຕົກລົງທີ່ວ່ານັ້ນ ຣັຖບານໃຫ້ມອບໃຫ້ ກະຊວງການເງິນ ຄົ້ນຄວ້າອອກພັນທະບັດຣັຖບານ ຈຳນວນ 2,500 ຕື້ກີບ ໃຫ້ແກ່ທະນາຄານແຫ່ງ ສປປ ລາວ. ມອບໃຫ້ ກະຊວງກະສິກັມ ແລະປ່າໄມ້, ກະຊວງອຸດສາຫະກັມ ແລະການຄ້າ ແລະ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ຄັດເລືອກບັນດາໂຄງການເປົ້າໝາຍ ການຜລິດສິນຄ້າ ແລະການບໍຣິການ ທີ່ເປັນບູຣິມະສິດ ເພື່ອສົ່ງເສີມໃຫ້ເຂົ້າໃນເປົ້າໝາຍ ນະໂຍບາຍສິນເຊື່ອ ທັງ 2 ປະເພດດັ່ງກ່າວ.