ເຈົ້າໜ້າທີ່ ຕິດຕາມການເຄື່ອນໄຫວ ຂອງຢູທູບເບີ້ຣ໌ ຊາວເກົາຫຼີໃຕ້ ກຸ່ມນຶ່ງໃນລາວ
2023.09.01
ປັດຈຸບັນ ເຈົ້າໜ້າທີ່ບາງພາກສ່ວນ ຢູ່ເມືອງງອຍ ແຂວງຫຼວງພຣະບາງ ເຣີ່ມຕິດຕາມການເຄື່ອນໄຫວ ຂອງຢູທູບເບີ້ຣ໌ ຊາວເກົາຫລີໃຕ້ກຸ່ມນຶ່ງ ທີ່ເຂົ້າມາຖ່າຍວິດີໂອ ເດັກນ້ອຍລາວ ຢູ່ເຂດບ້ານນາ ເມືອງງອຍ ໂດຍສະເພາະ ເດັກນ້ອຍເພດຍິງ ທີ່ອາຍຸຕໍ່າກວ່າ 18 ປີ ກ່ຽວກັບການໃຊ້ຊີວິດ ປະຈໍາວັນ ແລ້ວນໍາໄປເຜີຍແຜ່ທາງສື່ສັງຄົມອອນລາຍນ໌ ລວມທັງມີຄວາມໃກ້ຊິດ ກັບເດັກນ້ອຍນໍາດ້ວຍ, ແຕ່ໃນເບື້ອງຕົ້ນ ຍັງບໍ່ພົບວ່າ ຊາວເກົາຫລີໃຕ້ກຸ່ມດັ່ງກ່າວ ໄດ້ເຮັດພຶດຕິກັມທີ່ບໍ່ເໝາະສົມ ຢ່າງຮຸນແຮງ ຕໍ່ເດັກນ້ອຍລາວ.
ດັ່ງເຈົ້າໜ້າທີ່ເມືອງງອຍ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ກັນຍາ ນີ້ວ່າ:
“ກໍໃຫ້ເຈົ້າໜ້າທີ່ເຂົາເຈົ້າໄປກວດກາ ທາງດ້ານເອກກະສານ ເນື້ອຫາວິດີໂອ ກະເຮົາກະຍັງຕິດຕາມຢູ່ ລໍຕິດຕາມຢູ່ ວ່າແມ່ນເໝາະສົມບໍ່ຫັ້ນນ່າ ຣາຍລະອຽດມັນກະບໍ່ມີໂຕລ່ວງລະເມີດ ສ່ວນຫຼາຍແມ່ນເຂົາເຈົ້າຊ່ວຍເຫຼືອເນາະ.”
ໃນຂະນະທີ່ນາຍຄຣູ ຢູ່ເມືອງງອຍ ທ່ານນຶ່ງ ກ່າວວ່າ ທ່ານເອງ ກໍໄດ້ຕິດຕາມການເຄື່ອນໄຫວ ຂອງຊາວເກົາຫລີໃຕ້ດັ່ງກ່າວ ແຕ່ບໍ່ໄດ້ໃກ້ຊິດພໍປານໃດ ເຊິ່ງເຫັນວ່າ ເຂົ້າມາຖ່າຍວິດີໂອ ກ່ຽວກັບເດັກນ້ອຍ ແລະການຊ່ອຍເຫຼືອຕ່າງໆ ແຕ່ຍັງບໍ່ຮູ້ຄັກແນ່ວ່າ ພວກເຂົາເຈົ້າ ໄດ້ເຮັດສິ່ງບໍ່ດີຕໍ່ເດັກນ້ອຍລາວຫຼືບໍ່.
ດັ່ງທ່ານກ່າວວ່າ:
“ເຫັນເຂົາຖ່າຍວິດີໂອຢູ່ ເຫັນຂ່າວວ່າ ມັນເປັນເຂົາໄປຊ່ວຍເຫຼືອ ໂຮງຮຽນເບາະ ບ້ານນາເນາະ ແຕ່ບໍ່ຮູ້ວ່າ ມັນເປັນລັກສະນະແບບໃດ ເຮົາພຽງຮູ້ສໍ່ານັ້ນ ບໍ່ຮູ້ຂໍ້ມູນຄວາມຈິງ ຄ່ອຍໃຫ້ຄໍາຕອບຕາມຫຼັງເນາະ ວ່າເປັນແນວໃດເນາະ.”
ສ່ວນເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງງອຍ ທ່ານນຶ່ງ ກ່າວວ່າ ຊາວເກົາຫລີໃຕ້ດັ່ງກ່າວ ໄດ້ເຂົ້າມາເຄື່ອນໄຫວຢູ່ບ້ານນາ ຕັ້ງແຕ່ໄລຍະກ່ອນການແຜ່ຣະບາດ ຂອງໂຄວິດ-19 ແລ້ວ ແລະກໍໄດ້ເພີ່ມຈໍານວນຂຶ້ນ ຈົນມີຮອດປະມານ 10 ຄົນ ເຊິ່ງຫຼັກໆກໍໄດ້ເຂົ້າມາຊ່ອຍເຫຼືອ ແລະສົ່ງເສີມເດັກນ້ອຍນັກຮຽນ ເປັນຕົ້ນ ສົ່ງເສີມດ້ານທຶນການສຶກສາ ແລະພາໄປທັສນະສຶກສາ ຢູ່ຕ່າງແຂວງ.
ດັ່ງທ່ານກ່າວວ່າ:
“ເຂົາມານີ້ ຢູ່ຫຼາຍປີແລ້ວໂອ້ ແລ້ວເຂົາເຈົ້າກະສົ່ງເສີມ ເອົາເດັກນ້ອຍຫັ້ນ ໄປຮໍ່າໄປຮຽນ ເອົາໄປເສັງມາຫາລັຍ ຢູ່ວຽງຈັນພຸ້ນເດ້ ສົ່ງເສີມດ້ານນຶ່ງ ເອົາໄປທັສນະຢູ່ວຽງແດ່ ເໝົາຣົຖເໝົາເຮືອໄປ ເອົາໄປເປັນ 10 ເປັນ 20-30 ພຸ້ນນ່າເຂົາເອົາໄປ.”
ທ່ານກ່າວຕື່ມວ່າ ຊາວເກົາຫລີໃຕ້ກຸ່ມດັ່ງກ່າວ ກໍໄດ້ເຮັດພຶດຕິກັມບາງຢ່າງ ທີ່ບໍ່ເໝາະສົມ ເປັນຕົ້ນ ມັກພາກຸ່ມເດັກນ້ອຍ ໂດຍສະເພາະເພດຍິງໄປຫຼິ້ນນໍ້ານໍາກັນ ແລະການພາເດັກນ້ອຍອອກໄປບ່ອນອື່ນໆນັ້ນ ກໍບໍ່ໄດ້ພົວພັນ ຫຼື ຂໍອະນຸຍາດຈາກອໍານາດການປົກຄອງ ຂັ້ນທ້ອງຖິ່ນ:
“2-3 ມື້ແລ້ວເຂົາເອົາມາຫຼິ້ນ ເອົາໃສ່ຣົຖພາມາຫຼິ້ນ ອາບນໍ້າ ນໍ້າອູເນາະ ແລ້ວກະ ໄປທັສນະໄປຫຼິ້ນ ໄປນອນໂຮງແຮມດອນຈັນພຸ້ນເດ້ ເຂົາເອົາໄປສ່ວນຫຼາຍໂຕນີ້ ເຂົາບໍ່ໄດ້ຜ່ານການຈັດຕັ້ງ ເຂົາມາແນວໃດແທ້ ເຮົາກະບໍ່ເຂົ້າໃຈເນາະ.”
ທາງດ້ານເຈົ້າໜ້າທີ່ ຫ້ອງການສຶກສາທິການແລະ ກິລາ ເມືອງງອຍ ກ່າວວ່າ ໃນໄລຍະທໍາອິດ ທີ່ຊາວເກົາຫລີໃຕ້ກຸ່ມດັ່ງກ່າວ ໄດ້ເຂົ້າມາເຄື່ອນໄຫວຢູ່ເມືອງງອຍ ກໍໄດ້ແຈ້ງໃຫ້ແກ່ເຈົ້າໜ້າທີ່ຮູ້ ແຕ່ຫຼັງຈາກນັ້ນ ກໍບໍ່ໄດ້ເຂົ້າມາພົວພັນ ຫຼືສົ່ງເອກກະສານ ຂໍອະນຸຍາດອື່ນໆອີກເລີຍ.
ດັ່ງເຈົ້າໜ້າທີ່ນາງນຶ່ງ ກ່າວວ່າ:
“ຜູ້ກ່ຽວມາຕອນນັ້ນ ຜູ້ກ່ຽວກະແຈ້ງເຮົາຢູ່ ແຕ່ວ່າ ມາຊ່ວງຫຼັງໆນີ້ ທາງໂຮງຮຽນ ບໍ່ຄ່ອຍໄດ້ເຫັນເລີຍ ບໍ່ໄດ້ເຫັນເອກກະສານ ຫຼືວ່າ ເຂົາເຈົ້າແຈ້ງເຂົ້າມາ.”
ຢ່າງໃດກໍຕາມ ຫຼ້າສຸດນີ້ ມີຂໍ້ມູນແບບບໍ່ເປັນທາງການ ວ່າ ເຈົ້າໜ້າທີ່ຕໍາຣວດ ແຂວງຫຼວງພຣະບາງ ກໍາລັງສືບສວນ-ສອບສວນ ການເຄື່ອນໄຫວຂອງຊາວເກົາຫລີໃຕ້ກຸ່ມດັ່ງກ່າວ ວ່າ ມີການລ່ວງລະເມີດທາງເພດຕໍ່ເດັກນ້ອຍລາວ ຫຼືບໍ່ ເພາະວ່າ ມີພຶດຕິກັມບາງຢ່າງ ທີ່ເຮັດໃຫ້ເກີດຄວາມໜ້າສົງໄສ.
ແຕ່ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກອງບັນຊາການປ້ອງກັນຄວາມສງົບ ແຂວງຫຼວງພຣະບາງ ແລະ ຫ້ອງການສະຫະພັນແມ່ຍິງ ແຂວງຫຼວງພຣະບາງ ໄດ້ຊີ້ແຈງວ່າ ບໍ່ຮູ້ກ່ຽວກັບຂ່າວທີ່ວ່ານັ້ນເທື່ອ, ໃນຂະນະທີ່ ເຈົ້າໜ້າທີ່ປະຈໍາສະຖານທູດເກົາຫລີໃຕ້ ປະຈໍາປະເທດລາວ ກໍຊີ້ແຈງເພີ່ມຕື່ມວ່າ ບໍ່ໄດ້ຮັບຣາຍງານກ່ຽວກັບຂ່າວທີ່ວ່ານັ້ນເທື່ອ ແລະທາງສະຖານທູດ ກໍບໍ່ໄດ້ຕິດຕາມຊາວເກົາຫລີໃຕ້ ດັ່ງກ່າວ ຢ່າງໃກ້ຊິດ.
ສໍາລັບຊ້ອງ ທາງເວັບໄຊຕ໌ Youtube.com ຂອງຊາວເກົາຫລີໃຕ້ ກຸ່ມດັ່ງກ່າວ. ປັດຈຸບັນ ມີຜູ້ຕິດຕາມທັງໝົດ ປະມານ 221,000 ຄົນ ແລະມີຄລິບວິດີໂອ ທັງໝົດ 195 ວິດີໂອ, ໂດຍເຈົ້າຂອງຊ້ອງດັ່ງກ່າວ ໄດ້ບັລຍາຍແນະນໍາໂຕເອງວ່າ ເຂົາເຈົ້າ ເປັນຊາວເກົາຫລີໃຕ້ ທີ່ອາໄສຢູ່ເຂດຫ່າງໄກສອກຫຼີກ ໃນປະເທດລາວ ເຊິ່ງກ່ອນໜ້ານັ້ນ ພວກເຂົາເຈົ້າ ໄດ້ເຮັດວຽກຢູ່ປະເທດເກົາຫລີໃຕ້ ແລະມີແຜນຖືກສົ່ງມາເຮັດວຽກໃນປະເທດໄທຍ ແຕ່ບໍ່ສາມາດເດີນທາງເຂົ້າປະເທດໄທຍໄດ້ ຍ້ອນຕິດເຊື້ອໂຄວິດ-19 ໃນເວລານັ້ນ, ດັ່ງນັ້ນ ຈຶ່ງເດີນທາງມາປະເທດລາວແທນ ຈົນໄດ້ພົບສົ່ງທີ່ໜ້າສົນໃຈຕ່າງໆ ໃນເຂດຫ່າງໄກສອກຫຼີກໃນລາວ.
ແລະຄລິບວິດີໂອສ່ວນໃຫຍ່ ທີ່ຖືກເຜີຍແຜ່ທາງສື່ສັງຄົມອອນລາຍນ໌ ນັ້ນ ກໍມີເນື້ອຫາ ກ່ຽວກັບການຊ່ອຍເຫຼືອເດັກນ້ອຍນັກຮຽນລາວ, ການໃຊ້ຊີວິດປະຈໍາວັນ ຂອງເດັກນ້ອຍລາວ ແລະການແຈກອຸປະກອນຕ່າງໆໃຫ້ແກ່ເດັກນ້ອຍ, ແຕ່ກໍມີບາງຄລິບວິດິໂອ ທີ່ມີເນື້ອຫາຂ້ອນຂ້າງໜ້າເປັນຫ່ວງ ເປັນຕົ້ນ ພາກຸ່ມເດັກນ້ອຍໄປຫຼິ້ນນໍ້າ, ມີການໃກ້ຊິດກັບເດັກນ້ອຍເພດຍິງ ແລະພາເດັກນ້ອຍເພດຍິງ ອອກຈາກເຮືອນໄປເລາະຫຼິ້ນບ່ອນຕ່າງໆ ໂດຍບໍ່ມີຜູ້ປົກຄອງຕິດຕາມໄປດ້ວຍ ແລະຫຼາຍໆວິດີໂອ ກໍເປັນການຊັກຊວນໃຫ້ ຊາວເກົາຫລີໃຕ້ ເດີນທາງເຂົ້າມາເຂດດັ່ງກ່າວນໍາດ້ວຍ.