ເຣື້ອງທີ່ເກັບບັນທຶກໄວ້
2023-06-07
ເຟສບຸກຄ໌ ລາວ ເຊໂດນ ເປັນເຟສບຸກຄ໌ ທີ່ອະນຸຮັກ ແລະ ເຜີຍແຜ່ ເພງລາວ ອະມະຕະ ຫລືວ່າ ຕົ້ນສະບັບ ເພື່ອເປັນມໍຣະດົກ ໃຫ້ຄົນຮຸ່ນຫລັງ ໄດ້ສືບທອດຕໍ່ໄປ.
2023-06-06
ການປັບປຸງຂັ້ນຕອນ ການອອກໃບອະນຸຍາດ ດຳເນີນທຸຣະກິຈ ເພື່ອປັບປຸງວຽກງານ ການບໍຣິການອອກໃບອະນຸຍາດ ລົງທຶນ ແລະ ການອອກໃບອະນຸຍາດ ດຳເນີນທຸຣະກິຈ ໃຫ້ມີຄວາມສະດວກ, ຫຼຸດຂັ້ນຕອນ ສຳລັບການກໍ່ຕັ້ງ ທຸຣະກິດຢູ່ລາວ ຈະຊ່ວຍດຶງດູດນັກລົງທຶນເພີ່ມຂຶ້ນ.
2023-06-06
ວຽກງານຕ້ານການຄ້າມະນຸສ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023 ຂອງຄະນະກັມມະການ ຕ້ານການຄ້າມະນຸສ ແຂວງຫຼວງນໍ້າທາ ເຮັດໃຫ້ຮູ້ວ່າ ແຂວງຫຼວງນໍ້າທາ ໄດ້ຊ່ອຍເຫຼືອ ແມ່ຍິງ ແລະເດັກນ້ອຍ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສໄດ້ ຈຳນວນນຶ່ງ.
2023-06-06
ນ້ອຍຊົນເຜົ່າ ຢູ່ຫຼາຍແຂວງຂອງລາວ ຍັງຂາດສານອາຫານ ແລະອຶດຫິວ ຍ້ອນທຸກຍາກ ບໍ່ມີດິນທໍາກິນ ແລະພັຍທັມມະຊາຕ ເຖິງທາງການລາວ ຕັ້ງເປົ້າໝາຍ ຮອດປີ 2030 ຈະລົບລ້າງຄວາມອຶດຫິວ ແຕ່ກໍຍາກທີ່ຈະເປັນໄປໄດ້.
2023-06-06
ຊາວບ້ານ ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ທີ່ຢູ່ອ້ອມສນາມບິນໜອງຄ້າງ ຈະຖືກຍົກຍ້າຍອອກ ເພື່ອຄວາມປອດພັຍ ຕໍ່ການແລ່ນ ຂຶ້ນ-ລົງ ຂອງເຮືອບິນ ແລະເພື່ອອຳນວຍຄວາມສະດວກ ໃຫ້ແກ່ໂຄງການພັທນາຕ່າງໆ ທີ່ຈະສ້າງຢູ່ຮອບໆ ສນາມບິນໜອງຄ້າງ ໃນອະນາຄົດ.
2023-06-06
ມາເຖິງປັດຈຸບັນນີ້ ຄວາມໜາແໜ້ນ ຂອງປ່າໄມ້ຢູ່ລາວຫລຸດລົງຈາກປີ 1940 ທີ່ມີ 70% ມາເປັນ 40% ຍ້ອນຕັດໄມ້ທໍາລາຍປ່າ, ສ້າງເຂື່ອນໄຟຟ້າ, ເຂດອຸດສາຫະກັມ ແລະກະສິກັມ, ຂຸດຄົ້ນບໍ່ແຮ່, ຈູດປ່າເຮັດໄຮ່, ໄຟໃໝ້ປ່າທຸກປີ ແລະອື່ນໆ.
2023-06-05
ໂຄງການກໍ່ສ້າງ ທາງດ່ວນ ແຕ່ເມືອງວັັງວຽງ, ແຂວງວຽງຈັນ ແຂວງວຽງຈັນ ຫາ ເມືອງລ້ອງແຈ້ງ ແລະ ເມືອງອະນຸວົງ ແຂວງໄຊສົມບູນ ໂດຍເລືອກແລວທາງໄດ້ແລ້ວ, ແຕ່ຍັງບໍ່ມີຣາຍລະອຽດ ຈຳນວນຜູ້ທີ່ຈະຖືກຜົລກະທົບ ເພາະຍັງຢູ່ໃນລະຫວ່າງການສຶກສາ.
2023-06-05
ເງິນກີບອ່ອນຄ່າລົງເລື້ອຍໆ ເຮັດໃຫ້ສິນຄ້າແພງຂຶ້ນຕື່ມ ເມື່ອວັນທີ 5 ມິຖຸນານີ້ ອັດຕຣາແລກປ່ຽນ ຢ່າງເປັນທາງການ 1 ບາທ ແລກໄດ້ 537 ກີບ, 1 ໂດລ້າຣ໌ ສະຫະຣັຖ 18,138 ກີບ ແລະ 1 ຢວນ ແລກໄດ້ 2,583 ກີບ.
2023-06-05
ໃນວັນທີ 29 ພຶສພາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ລະດັບຣັຖມົນຕຣີ ວ່າດ້ວຍການປ່ຽນເປັນ ດິຈີຕອລ (Digital) ກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັທນາເສຖກິຈ ດິຈີຕອລ ຂອງ ສປປ ລາວ ເພື່ອສົ່ງເສີມການປ່ຽນເປັນ ດິຈີຕອລ ຂອງປະເທດ.
2023-06-05
ການສໍ້ຣາສບັງຫຼວງ ຍັງແພ່ຫຼາຍ ເຖິງຈະມີການກວດສອບ ກໍຕາມ ແລະ ເມື່ອປີກາຍ ລາຍຮັບ ທີ່ບໍ່ຖືກນຳເຂົ້າງົບປະມານ ຂອງຣັຖຫຼາຍເຖິງ 141.30 ຕື້ກີບ ສ່ວນການຈ່າຍເງິນຄັງ ບໍ່ຖືກຕາມເປົ້າໝາຍ ຫຼາຍເຖິງ 78.46 ຕື້ກີບ, ສ່ວນປະຊາຊົນ ຢາກເຫັນພາກສ່ວນ ກາສອບ ເອົາຈິງກັບເຣື່ອງສໍ້ຣາສບັງຫຼວງ.
2023-06-05
ນອກຈາກອາຫານການກິນ, ນໍ້າດື່ມ ຂຶ້ນລາຄາໃນລາວ ຍ້ອນ ຄ່າເງີນກີບອອ່ນຄ່າ ເຮັດໃຫ້ລາຄາສິິນຄ້າ ປະເພດເຄື່ອງ ອຸປໂພກ ແລະ ບໍຣິໂພກ ສູງຂຶ້ນ ຢ່າງຕໍ່ເນື່ອງ, ໃນຂະນະທີ່ ທາງການລາວ ບໍ່ສາມາດຄວບຄຸມໄດ້.
2023-06-03
ແມ່ນ້ຳ ສາຍຫຼັກ 10 ສາຍ ໃນ ເອເຊັຽ ລວມມີແມ່ນໍ້າຂອງ ທີ່ມີບົດບາດສໍາຄັນ ທາງເສຖກິຈ ແລະ ເພື່ອຄໍ້າປະກັນ ແຫຼ່ງພະລັງງານ ໃນ 16 ປະເທດ ທີ່ກໍາລັງ ປະສົບກັບບັນຫາ ຍ້ອນການປ່ຽນແປງ ຂອງສະພາບອາກາດ.
2023-06-02
ປະເທດລາວ ປະເຊີນກັບບັນຫາພັຍແຫ້ງແລ້ງ ແລະ ນໍ້າຖ້ວມທີ່ຮຸນແຮງຂຶ້ນ ໃນໄລຍະ 4-5 ປີ ມານີ້ ອັນເປັນຜົລສະທ້ອນ ມາຈາກ ການປ່ຽນແປງສະພາບ ຂອງດິນຟ້າອາກາດ ຂະນະທີ່ ທາງການລາວ ຮຽກຮ້ອງ ໃຫ້ນາໆປະເທດ ຊ່ວຍເຫຼືອລາວ ເພື່ອພັທນາດ້ານເສຖກິຈ-ສັງຄົມ ແບບຍືນຍົງ.
2023-06-02
ປະຊາຊົນ ບ້ານດົງຂວາງ, ບ້ານດົງບູນ, ບ້ານນາຄໍາ ແລະ ບ້ານໂນນຈິິກ ເມືອງໜອງ ບົກ ແຂວງຄໍາມ່ວນ ຍັງປະສົບບັນຫາຖນົນເປັນຂີ້ຝຸ່ນ ຍ້ອນຣົຖບັນທຸກ ຂອງບໍຣິສັດ ຊີໂນອາກຣີ ໂປຕາສ ຈໍາກັດ ຂອງນັກລົງທຶນຈີນ ທີ່ເຂົ້າມາສ້າງໂຮງງານ ແລ່ນຜ່ານຫຼາຍ.
2023-06-02
ຣັຖບານ ເຢັຍຣະມັນ ມອບເງິນຊ່ອຍເຫຼືອ ໃຫ້ຣັຖບານລາວ ໃນໂຄງການ ຄຸ້ມຄອງປ່າໄມ້ ແລະ ສົ່ງເສີມ ຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດພາກເໜືອ ຂອງລາວ ເຊິ່ງປ່າໄມ້ຖືກທຳລາຍຫຼາຍ, ສ່ວນນຶ່ງເກີດຈາກການທີ່ຊາວບ້ານ ຍັງໃຊ້ຊີວິດຕັດພັນ ກັບທັມມະຊາຕ, ແລະ ການທີ່ຊາວບ້ານ ບໍ່ມີອາຊີບທີ່ໝັ້ນ.