ຕຣຽມພ້ອມ ເພື່ອກ້າວເຂົ້າສູ່ຍຸກ ລະບົບການເງິນ ດິຈີຕອລ
2023.06.05
ໃນວັນທີ 29 ພຶສພາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ລະດັບຣັຖມົນຕຣີ ວ່າດ້ວຍການປ່ຽນເປັນ ດິຈີຕອລ (Digital) ກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັທນາເສຖກິຈ ດິຈີຕອລ ຂອງ ສປປ ລາວ ເພື່ອສົ່ງເສີມການປ່ຽນເປັນ ດິຈີຕອລ ຂອງປະເທດ.
ນຶ່ງໃນເຣື່ອງ ທີ່ໄດ້ຮັບການກ່າວເຖິງ ເພື່ອໃຫ້ມີການຊຸກຍູ້ ສົ່ງເສີມ ແລະຂຍາຍການນຳໃຊ້ ເທັກໂນໂລຈີ ດິຈີຕອລ ໃຫ້ກ້ວາງຂວາງ ຄືລະບົບການເງິນ ດິຈີຕອລ ເປັນຕົ້ນການໃຊ້ກະເປົາ ອີເລັກໂທຣນິກ ຫຼື E-Wallet, ລະບົບທຸລະກັມ ທາງເອເລັກໂທຣນິກ ຫຼື E-Transaction ແລະ ການສຳລະເງິນ ແບບອີເລັກໂທຣນິກ ຫຼື E-Payment.
ປັດຈຸບັນ ຢູ່ປະເທດລາວ ປະຊາຊົນເຣີ່ມປ່ຽນມາໃຊ້ຈ່າຍ ແລະ ສຳລະເງິນ ຜ່ານການໂອນເງິນ ເຂົ້າບັນຊີໂດຍໃຊ້ QR Code ຜ່ານ ແອບພລິເຄຊັນ ຂອງທະນາຄານຫຼາຍຂຶ້ນ.
ດັ່ງຜູ້ປະກອບການ ທ່ານນຶ່ງ ຢູ່ແຂວງບໍຣິຄຳໄຊ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 05 ມິຖຸນາ ນີ້ວ່າ:
“ຄັນເງິນເປັນຈຳນວນຫຼາຍ ຂ້າເຈົ້າກໍໂອນເຂົ້າ ແຕ່ວ່າຄັນວ່າເປັນຈຳນວນໜ້ອຍ ຂະເຈົ້າຈະໃຊ້ເງິນສົດ ເອົາຊີ້ຫັ້ນນ່າ ສ່ວນຫຼາຍມັນຈະຜ່ານແອບ BCL1 (ຂອງ) ທະນາຄານການຄ້າ ແລ້ວກໍພັທນາ, ພອນສະຫັວນ ສ່ວນຫຼາຍ ຂະເຈົ້າຈະຈ່າຍຜ່ານແອບ.”
ສ່ວນບັດເຄຣດິດນັ້ນ ຄົນລາວຍັງບໍ່ນິຍົມໃຊ້ຫຼາຍປານໃດ ດັ່ງທ່ານກ່າວຕື່ມວ່າ:
“ສ່ວນເປັນບັດເຄຣດິດ ຕາມທ້ອງຕລາດ ຂະເຈົ້າຍັງບໍ່ທັນນິຍົມໃຊ້ຫຼາຍຫັ້ນນ່າ ມັນຈະເຫັນ. ໜ້ອຍເນື່ອງຈາກວ່າ ລະບົບເສຖກິຈລາວ ມັນຍັງບໍ່ທັນເຕີບໃຫຍ່ ຂຍາຍໂຕ ເຖິງຈະຕ້ອງໃຊ້ບັດເຄຣດິດ ຮູດຈັ່ງຊັ້ນຫັ້ນນ່າ.”
ເຖິງແມ່ນວ່າ ໃນເຂດຊົນນະບົດ ຫ່າງໄກຈະຍັງມີການໃຊ້ຈ່າຍ ດ້ວຍເງິນສົດ ຫຼາຍກ່ວາ ແຕ່ການໃຊ້ຈ່າຍຜ່ານເງິນໂອນ ກໍເຣີ່ມໄດ້ຮັບຄວາມນິຍົມ ດັ່ງຊາວບ້ານຢູ່ເມືອງນອງ ແຂວງສວັນນະເຂດ ທ່ານນຶ່ງກ່າວວ່າ:
“ຄົນແຖວເມືອງນອງ ເຂົາໃຊ້ບັນຊີ ປະມານ 40% ສ່ວນຫຼາຍເຂົາໃຊ້ ແຕ່ເງິນສົດ ເງິນບັນຊີ ເຂົາບໍ່ຄ່ອຍມີຫຼາຍ ຮ້ານຢູ່ເມືອງນອງ ບາງຮ້ານກໍມີ QR ບາງຮ້ານກໍບໍ່ມີ QR, ຮ້ານໃຫຍ່ຂາຍເຄື່ອງ ທີ່ມັນແພງໆ ມັນກໍມີ QR.”
ໃນຂະນະທີ່ຜູ້ປະກອບການ ຢູ່ເມືອງສາລະວັນ ແຂວງສາລະວັນ ທ່ານນຶ່ງກ່າວວ່າ ສັງຄົມລາວ ພ້ອມແລ້ວທີ່ຈະເປັນສັງຄົມ ໄຮ້ເງິນສົດ ຍ້ອນປະຊາຊົນ ມີຄວາມຮູ້ດ້ານເທັກໂນໂລຈີ ຫຼາຍຂຶ້ນ ດັ່ງທ່ານກ່າວວ່າ:
“ຢູ່ໃນໂຕເມືອງໃຫຍ່ໆ ກໍບໍ່ຄ່ອຍໃຊ້ເງິນສົດປານໃດ ແລ້ວສ່ວນໃຫຍ່ຈະໂອນຜ່ານ QR ສ່ວນໃຫຍ່ພ້ອມໆ ຄົນເຂົ້າໃຈ ເຣື່ອງເທັກໂນໂລຈີ ຫຼາຍຄົນກໍມັກຄວາມສະດວກ ສະບາຍຫຼາຍຂຶ້ນ ແລ້ວທະນາຄານກໍພະຍາຍາມໃຊ້ ລະບົບເງິນໂອນ ແຕ່ບັດເຄຣດິດ ກໍຍັງບໍ່ແຜ່ຫຼາຍປານໃດເນາະ.”
ໃນຂະນະດຽວກັນ ທະນາຄານໃນລາວເອງ ກໍພະຍາຍາມສົ່ງເສີມ ແລະໂຄສະນາໃຫ້ປະຊາຊົນຫັນມາໃຊ້ລະບົບ ການຈ່າຍເງິນດິຈີຕອລ ຫຼາຍຂຶ້ນ ແຕ່ຢູ່ເຂດຫ່າງໄກກໍຍັງມີການໃຊ້ ບໍ່ຫຼາຍເທົ່າໃດໃນເມືອງ ທີ່ມີເສຖກິຈ.
ດັ່ງເຈົ້າໜ້າທີ່ ທະນາຄານແຫ່ງນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ:
“ທາງທະນາຄານ ຂະເຈົ້າກໍກຳລັງ ໂຄສະນາອິຫຍັງນ່າ ພະຍາຍາມໂນ້ມນ້າວ ໃຫ້ລູກຄ້າຈ່າຍຜ່ານ ແອບຜ່ານຫຍັງ ໂດຍທີ່ບໍ່ໃຊ້ເງິນສົດ ເນາະ ຖາມວ່າພ້ອມບໍ່ທາງເບື້ອງ ທະນາຄານຂະເຈົ້າ ກໍພ້ອມແຕ່ມັນຄາຢູ່ທີ່ຈະໃຊ້ຫັ້ນນ່າ ອາດຍັງບໍ່ພ້ອມດີເທົ່າທີ່ຄວນແມ່ນໆ ຄືເຂດຫ່າງໄກສອກຫຼີກ.”
ດ້ານເຈົ້າໜ້າທີ່ ຜແນກເທັກໂນໂລຈີ ແລະ ການສື່ສານ ທ່ານນຶ່ງກ່າວວ່າ ເຣື່ອງທີ່ຍັງເປັນອຸປະສັກ ໃນການເຂົ້າສູ່ສັງຄົມ ໄຮ້ເງິນສົດ ຂອງປະເທດລາວ ບໍ່ແມ່ນເຣື່ອງອິນເຕີເນັດ ຫຼືໂຄງຮ່າງພື້ນຖານ ບໍ່ທົ່ວເຖິງແຕ່ເປັນເຣື່ອງການຮັບຮູ້ ແລະຄວາມເຂົ້າໃຈ ດ້ານເທັກໂນໂລຈີ ດິຈິຕອລ ຍັງບໍ່ດີພໍໃນເຂດພື້ນທີ່ ຫ່າງໄກ. ດັ່ງທ່ານໄດ້ກ່າວວ່າ:
“ອິນເຕີເນັດ ຮອດແຕ່ວ່າຄວາມຮັບຮູ້ ຫຼືຄວາມເຂົ້າໃຈ ຂອງປະຊາຊົນຢູ່ເຂດນອກ ເຂົາບໍ່ເຂົ້າເທັກໂນໂລຈີທຸກຄົນ ຢູ່ເຂດນອກມີອິນເຕີເນັດ ໃຊ້ມີສະມາຣ໌ດໂຟນ ໃຊ້ເຟສບຸກ ໃຊ້ລາຍນ໌ ໃຊ້ວີແຊັດ ໂຕຢ່າງຄືທີ່ໃຊ້ລົງທະບຽນ BCL1 ນີ້ເນາະ ກໍຕ້ອງເຂົ້າໃຈວ່າມັນແມ່ນຫຍັງ ມີບັນຊີທະນາຄານຫຍັງຕ່າງໆ ຢູ່ບ້ານນອກຂະເຈົ້າບໍ່ໄດ້ໃຊ້ເທັກໂນໂລຈີ ມີແຕ່ໄປເປີດປື້ມ ທະນາຄານຢ່າງດຽວ ທີ່ໝັ້ນໃຈ ຄືຈັບປື້ມທະນາຄານ.”
ທ່ານກ່າວຕື່ມວ່າ ການໃຊ້ລະບົບການເງິນດິຈີຕອລ ຕ້ອງມີມາຕການທີ່ຮັດກຸມ ມີລະບົບຢືນຢັນຕົວຕົນ ໄດ້ເພື່ອໃຫ້ປະຊາຊົນໝັ້ນໃຈ ແລະປະຊາຊົນຕ້ອງມີຄວາມຮູ້ ແລະເຂົ້າໃຈເຣື່ອງເທັກໂນໂລຈີີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ຈອງມິດສາຊີບ ທີ່ໃຊ້ຊ່ອງທາງອອນລາຍນ໌ ຫຼອກຕົ້ມຕຸນ ສ່ວນຂໍ້ດີຂອງການໃຊ້ເທັກໂນໂລຈີດິຈີຕອລ ນັ້ນ ຄືຊ່ອຍຫຼຸດການໃຊ້ເຈັ້ຍ ຫຼຸດຄວາມຊໍ້າຊ້ອນ ຂອງຂໍ້ມູນລະ ຊ່ອຍໃຫ້ດຳເນີນການທັງຂອງພາກຣັຖ ແລະເອກະຊົນສະດວກຂຶ້ນ.
ນອກຈາກການນຳໃຊ້ເງິນ ແບບລະບົບດິຈີຕອລ ແລ້ວ ທ່ານ ສອນໄຊ ສີພັນດອນ ຍັງໄດ້ກ່າວເຖິງການນຳໃຊ້ເທັກໂນໂລຈີ Blockchain ເທັກໂນໂລຈີ ປັນຍາປະດິນ AI ອິນເຕີເນັດແຫ່ງຊັບພະສິ່ງ LOT ລະບົບຄລາວ Cloud Computing ແລະ ຂໍ້ມູນສະເໝືອນຈິງ VR ມາໃຊ້ໃນການສົ່ງເສີມ ໃນການປ່ຽນເປັນດິຈີຕອລ ຂອງປະເທດລາວນຳ.