ຄັດເລືອກ ແລວທາງ ເພື່ອກໍ່ສ້າງທາງດ່ວນ ວັງວຽງ-ໄຊສົມບູນ

ໄຊຍາ
2023.06.05
ຄັດເລືອກ ແລວທາງ ເພື່ອກໍ່ສ້າງທາງດ່ວນ ວັງວຽງ-ໄຊສົມບູນ ກອງປະຊຸມ ຜ່ານບົດຣາຍງານ ການຄັດເລືອກແລວທາງ ຂອງໂຄງການທາງດ່ວນ ແຕ່ເມືອງວັງວຽງ, ແຂວງວຽງຈັນ-ເມືອງລ້ອງແຈ້ງ-ເມືອງອະນຸວົງ ແຂວງໄຊສົມບູນ.
ຂໍຂອບໃຈຮູບພາບຈາກເພຈ ວສລ/ພາພອນ ນະວົງໄຊ

ເມື່ອວັນທີ 31 ພຶສພາ ປີ 2023 ທີ່ຜ່ານມານີ້ ບໍຣິສັດ ພິກັດ ທີ່ປຶກສາ ຈຳກັດຜູ້ດຽວໄດ້ຜ່່ານບົດຣາຍງານການຄັດເລືອກ ແລວທາງຂອງໂຄງການກໍ່ສ້າງ ທາງດ່ວນ ແຕ່ເມືອງວັັງວຽງ, ແຂວງວຽງຈັນ ຫາ ເມືອງລ້ອງແຈ້ງ ແລະ ເມືອງອະນຸວົງ ແຂວງໄຊສົມບູນ ເຊິ່ງແບ່ງອອກເປັນ 2 ໄລຍະຄື ໄລຍະທີ1 ຈາກເມືອງວັງວຽງ ຫາ ເມືອງອະນຸວົງ ແລະ ໄລຍະທີ 2ຈາກເມືອງອະນຸວົງ ຫາ ເມືອງລ້ອງແຈ້ງ. ໂດຍໄດ້ຕົກລົງເລືອກແລວທາງ ເລືອກທີ 2 ເຊິ່ງຈະສົ່ງຜົນກະທົບ ຕໍ່ປະຊາຊົນ ແລະ ສິ່ງແວດລ້ອມ ໜ້ອຍທີ່ສຸດ, ແຕ່ຍັງບໍ່ທັນລະບຸຢ່າງຄັກແນ່ວ່າ ຜ່ານເຂດໃດແດ່ ແລະ ຈະມີຊາວບ້ານໄດ້້ຮັບຜົລກະທົບ ໜ້ອຍຫຼາຍປານໃດ. ອີງຕາມການຣາຍງານ ຂອງຂ່າວ ແຂວງໄຊສົມບູນ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງເຊິ່ງເປັນຜູ້ຮັບຜິດຊອບ ໂຄງການນີ້, ແຕ່ເຈົ້າໜ້າທີີ່ ທີ່ກ່ຽວຂ້ອງຍັງບໍ່ສະດວກ ທີ່ຈະໃຫ້ຣາຍລະອຽດ ຫຼາຍໄປກ່ວານີ້ໄດ້.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ແຂວງໄຊສົມບູນ ທ່ານນຶ່ງກ່າວວ່າ ສໍາລັບໂຄງການດັ່ງກ່າວນີ້ ຍັງບໍ່ທັນລະບຸຢ່າງຄັກແນ່ເທື່ອວ່າ ຈະຜ່ານເຂດບ້ານໃດແດ່ ແລະກໍຍັງບໍ່ທັນລະບຸວ່າ ຈະເຣີ່ມລົງມືກໍ່ສ້າງເມື່ອໃດ ມີແຕ່ກຳລັງສຳຣວດ ແລະສຶກສາຄວາມເປັນໄດ້.

ດັ່ງທ່ານໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 05 ມິຖຸນາ ນີ້ວ່າ:

ຕາມຂ່າວຫັ້ນແຫຼະ ຂ່າວເພິ່ນໄດ້ອອກຫັ້ນ ເພິ່ນກາມີແຜນແຕ່ວ່າ ບໍ່ແມ່ນສ້າງກຳລັງສຳຣວດ ສຶກສາຄວາມເປັນໄປໄດ້ຢູ່ ແຕ່ວ່າຫາກໍເຊັນສັນຍາໄດ້.

ໃນຂະນະທີ່ຊາວບ້ານ ຢູ່ເມືອງອະນຸວົງ ແຂວງໄຊສົມບູນ ສ່ວນໃຫຍ່ກໍຍັງບໍ່ທັນຮູ້ເທື່ອວ່າ ໂຄງການນີ້ຈະຕັດຜ່ານເຂດໃດແດ່ ແລະຈະແຕະຕ້ອງທີ່ດິນ ຂອງພວກເຂົາເຈົ້ານຳ ຫຼືບໍ່ ແຕ່ເຊື່ອວ່າ ໜ້າຈະຕັດຜ່ານເຂດພູດອຍ ຫຼາຍກ່ວາເຂດໂຕເມືອງ ເພາະຖ້າຜ່ານເຂດໂຕເມືອງ ຈະຕ້ອງຈ່າຍຄ່າຊົດເຊີຍ ຫຼາຍໃຫ້ຊາວບ້ານ. ດັ່ງຊາວບ້ານ ທ່ານນຶ່ງກ່າວວ່າ:

ໂຄງການມີແລ້ວ ແຕ່ວ່າຍັງບໍ່ທັນເຣີ່ມທາງ ທີ່ຈະຕັດໄປຫັ້ນຫວະ ຜ່ານພູຜາຫຼາຍກຳແພງ ນະຄອນພີ້ໄປຊອດໃສ່ໄຊສົມບູນ ແລ້ວກໍອອກໃສ່ຊຽງຂວາງ ຊອດຊຳເໜືອເມືອງແອດ ອອກຊອດວຽດນາມ.

ສ່ວນຊາວບ້ານ ຢູ່ເມືອງອະນຸວົງ ອີກທ່ານນຶ່ງກໍຢືນຢັນວ່າ ພາກສ່ວນທີ່ກ່ຽວຂ້ອງ ກຳລັງມີການສຳຣວດແລະສຶກສາ ຄວາມເປັນໄປໄດ້ ໃນການກໍ່ສ້າງແລວທາງດ່ວນ ແຕ່ກໍບໍ່ຮູ້ຣາຍລະອຽດຄັກແນ່ວ່າ ຜ່ານເຂດບ້ານໃດແດ່ ແຕ່ກໍເຊື່ອວ່າໂຄງການນີ້ ໜ້າຈະສຳເຣັດໄວ ແລະຕາມແຜນການ, ດັ່ງທ່ານກ່າວວ່າ.

ເຂົາເຈົ້າກຳລັງສຳຣວດແລ້ວເດ ໂອໂຕນີ້ເຮົາກາບໍ່ຮູ້ຣາຍລະອຽດເທື່ອນ່າ ຈະແມ່ນອອກໄປແຖວທ່າເຮືອ ຫຼືບໍ່ກາຊິແລ້ວໄວແຫຼະ ຄັນວ່າມີຈີນລົງທຶນ ໂອດີຫຼາຍໆ ເດີນທາງສະດວກສະບາຍເລີຍ ເລີຍແລ້ວແຫຼະ.

ສຳລັບການເດີນທາງ ລະຫວ່າງເມືອງວັງຽງ ຫາ ແຂວງໄຊສົມບູນ ຜ່ານເສັ້ນທາງເລຂ 5 ໃນໄລຍະນີ້ກໍມັນປະສົບບັນຫາ ເສັ້ນທາງເປ່ເພຫຼາຍ ຍ້ອນຣົຖບັນທຸກແຮ່ທາດ ຈາກໂຄງການຂຸດຄົ້ນ ແຮ່ທາດຕ່າງໆ ແລ່ນຜ່ານຫຼາຍຄັນ ຕໍ່ມື້ເຮັດໃຫ້ເສັ້ນທາງເປ່ເພເພາະວ່າ ບໍ່ສາມາດຮັບນໍ້າ ໜັກໄດ້ຫຼາຍຕັນ. ດັ່ງນັ້ນຊາວບ້ານສ່ວນໃຫຍ່ ຈຶ່ງຢາກໃຫ້ເລັ່ງກໍ່ສ້າງ ໂຄງການທາງດ່ວນໂດຍໄວ ເພື່ອຄວາມສະດວກໃນການເດີນທາງ.

ດັ່ງຊາວບ້ານ ອີກທ່ານນຶ່ງກ່າວວ່າ:

ວັງວຽງຫາໄຊສົມບູນ ວະຊ່ວງນີ້ໂອໄປບໍ່ສະດວກໃດ ທາງນີ້ນ່າໂອແກ່ຫຼາຍຣົຖແກ່ແຮ່ ຫຼາຍ ໄປບໍ່ໄດ້ລົງຈາກວຽງຈັນໄປໄດ້.

ທາງດ້ານເຈົ້າໜ້າທີ່ ອາສາສະມັກກູ້ໄພທ່ານນຶ່ງ ທີ່ໄປຮັບ-ສົ່ງຄົນເຈັບ ລະຫວ່າງນະຄອນຫຼວງວຽງຈັນ ກັບແຂວງໄຊສົມບູນ ກໍຢາກໃຫ້ມີການເລັ່ງກໍ່ສ້າງ ທາງດ່ວນດັ່ງກ່າວໃຫ້ສຳເຣັດ ໂດຍໄວ ເພື່ອຊ່ອຍຊຸກຍູ້ວຽກງານຮັບ-ສົ່ງຄົນເຈັບ ຍ້ອນວ່າເສັ້ນທາງທີ່ໃຊ້ຢູ່ໃນທຸກມື້ນີ້ ມີສະພາບເປ່ເພ ແລະກໍຈຳເປັນຕ້ອງໄດ້ໃຊ້ເວລາເດີນທາງດົນ ໃນການເດີນທາງເຂົ້າບາງເຂດ ຂອງແຂວງໄຊສົມບູນ ແລະສົ່ງຜົລກະທົບ ໃຫ້ຄົນເຈັບຈາກອຸປັດຕິເຫດ ຖືກນຳສົ່ງໄປໂຮງໝໍ ແບບຫຼ້າຊ້າ.

ດັ່ງທ່ານກ່າວວ່າ:

ກາຢາກເປັນບາງບ້ານ ທາງມັນເປັນປົກກະຕິຂອງມັນນ່າ ເພາະວ່າເປັນທາງທຽວຂອງຣົຖບັນທຸກ ຂອງບໍຣິສັດພູເບັ້ຍ ມາຍນິ່ງ ມັນເປັນທາງດິນແດງຫັ້ນນ່າ ມັນເປັນທາງແບບວ່າ ມັນເປັນຣົຖບັນທຸກກາທຽວບາງບ່ອນກາເປັນຂຸມ ບາງບ່ອນກາເປັນທາງຢາງນີ້ແຫຼະ ແຕ່ມັນເປັນທາງຂາດຂາດ ເປັນຊ່ວງນ່າ.

ໂຄງການກໍ່ສ້າງທາງດ່ວນ ແຕ່ວັງວຽງ ແຂວງວຽງຈັນ ຫາແຂວງໄຊສົມບູນ ແມ່ນເປັນສ່ວນນຶ່ງຂອງໂຄງການກໍ່ສ້າງ ເສັ້ນທາງດ່ວນ ແຕ່ນະຄອນຫຼວງວຽງຈັນ-ແຂວງຫົວພັນ ທີ່ໄດ້ຜ່ານການເຊັນບົດບັນທຶກຄວາມເຂົ້າໃຈ ກັບຣັຖບານລາວ ເມື່ອວັນທີ 04 ເມສາ 2022, ແຕ່ມາຮອດປັດຈຸບັນ ກໍຍັງບໍ່ທັນມີພາກສ່ວນໃດ ໃຫ້ຂໍ້ມູນຢ່າງຄັກແນ່ວ່າ ມີໄລຍະທາງທັງໝົດຈັກກິໂລແມັດ ແລະຖືກຜົລກະທົບຕໍ່ຊາວບ້ານຈັກຄອບຄົວ ມີພຽງແຕ່ລະບຸວ່າ ເປັນໂຄງການທີ່ກໍ່ສ້າງ ໂດຍບໍຣິສັດ ນານາຊິນ ຈຳກັດຜູ້ດຽວ (Nana Chi Sole Co Ltd) ແລະ ບໍຣິສັດ Big Bother 456 Company Limited ໂດຍຈະມີການກໍ່ສ້າງ ໃນຮູບແບບ BOT ນັ້ນຄືເອກະຊົນ ເປັນຜູ້ລົງທຶນກໍ່ສ້າງ ກ່ອນເພື່ອຫາຜົລກຳໄລ ໃນໄລຍະທີ່ໄດ້ຮັບການສັມປະທານ ແລະເມື່ອສິ້ນສຸດ ໄລຍະສັມປະທານແລ້ວ ຈຶ່ງຄ່ອຍມອບໃຫ້ຣັຖບານລາວ ເປັນຜູ້ຄຸ້ມຄອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.