ເຣື້ອງທີ່ເກັບບັນທຶກໄວ້
2024-04-04
ລັດຖະບານປະກາດໃຫ້ເງິນອຸດໜູນ ພະນັກງານລັດ ກ່ອນປີໃໝ່ລາວນີ້ ໂດຍຫວັງວ່າ ເງິນອຸດໜູນຈຳນວນ 150,000 ກີບ ຈະຊ່ວຍຊີວິດການເປັນຢູ່ ຂອງພະນັກງານລັດຖະກອນ ໃນຍຸກວິກິດເສດຖະກິດ ແລະ ການເງິນ ໃນລາວຍັງບໍ່ດີຂຶ້ນນີ້ໄດ້.
2024-04-04
ກົມການເງິນ ກະຊວງການຕ່າງປະເທດ ໄດ້ປັບຄ່າເຮັດໜັງສືພາດສະປອດ ລາຄາໃໝ່ ເຊິ່ງແພງຂຶ້ນຈາກແຕ່ກ່ອນທົບເຄິ່ງ ໂດຍອາໄສ ຄິດໄລ່ຕາມອັດຕາແລກປ່ຽນ ເງິນໂດລ້າຣ໌ສະຫະລັດ.
2024-04-04
ສປປ ລາວ ທີ່ເລື່ອນເປົ້າໝາຍ ການອອກຈາກປະເທດ ດ້ອຍພັດທະນາ ໄປເປັນປີ 2026, ແຕ່ຍັງມີຄວາມສ່ຽງສູງ ທີ່ອາດຈະເປັນໄປບໍ່ໄດ້ຕື່ມອີກ ເພາະຍັງມີຄວາມຫຍຸ້ງຍາກ ຫຼາຍດ້ານ ໂດຍສະເພາະ ປະເທດກໍາລັງປະເຊີນກັບ ສະພາບເສດຖະກິດ-ການເງິນ ຕົກຕໍ່າຫຼາຍທີ່ສຸດ.
2024-04-04
ສານເຄມີ ທີ່ກຳລັງຈະຂົນໄປໃຫ້ບໍຣິສັດ ຂຸດຄົ້ນບໍ່ແຮ່ຫາຍາກ ຂອງຈີນ ຮົ່ວໄຫລ ຢູ່ຫ້ວຍນ້ອຍ ເຂດບ້ານພູຊ້າງຄຳ ນະຄອນຫລວງພຣະບາງ, ຂະນະທີ່ທາງການ ແຈ້ງການດ່ວນ ປະຊາຊົນລຽບຕາມແຄມນໍ້າຄານ ຫ້າມລົງນໍ້າ ຫ້າມເກັບປາ ເດັດຂາດ.
2024-04-03
ຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ຍັງຖືກຂົ່ມເຫງ ຈາກເຈົ້າໜ້າທີ່ຂັ້ນບ້ານ ແລະ ຊາວບ້ານບາງກຸ່ມ ເຖິງແມ່ນວ່າ ສູນກາງແນວລາວສ້າງຊາດ ໄດ້ມີການເຜີຍແຜ່ດຳລັດ ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງ ການເຄື່ອນໄຫວ ດ້ານສາສະໜາ ກໍຕາມ.
2024-04-03
ປັດຈຸບັນສິ່ງເສບຕິດປະເພດຕ່າງໆ ເຂົ້າເຖິງງ່າຍ ແລະລາຄາຖືກ ໂດຍກຸ່ມເປົ້າໝາຍ ທີ່ເຂົ້າມາພົວພັນຫຼາຍທີ່ສຸດ ຄືກຸ່ມເຍົາວະຊົນ ແລະຊາວໜຸ່ມ ເຊິ່ງເປັນໄວທີ່ກຳລັງຢາກຮູ້, ຢາກລອງ ຖ້າບໍ່ໄດ້ຮັບການກ່າວເຕືອນ ອາດເຖິງຂັ້ນຕິດຢາເສບຕິດຮ້າຍແຮງ.
2024-04-03
ໃນໄລຍະບຸນປີໃໝ່ລາວ 2024 ນີ້ຄາດວ່າລາ ຊີ້ນໝູ ແລະ ຊີ້ນໄກ່ ເພີ່ມສູງຂຶ້ນ ຂະນະທີ່ທາງການລາວ ມີແຜນ ອອກແຈ້ງການຄວບຄຸມ ລາຄາສິນຄ້າ ເພື່ອປ້ອງກັນ ການສວຍໂອກາດຂຶ້ນລາຄາ ສິນຄ້າປະເພດຕ່່າງໆ.
2024-04-03
ຈີນກຽມໂຄງການກໍ່ສ້າງວິທະຍາໄລ ເຕັກນິກ-ວິຊາຊີບ ມິດຕະພາບ ລາວ-ຈີນ ຂະນະທີ່ຂໍ້ມູນຈາກ ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະກິລາ ລະບຸວ່າ ວິທະຍາໄລດັ່ງກ່າວ ກຳລັງຢູ່ໃນແຜນການ ແລະຍັງບໍ່ທັນລົງມືກໍ່ສ້າງເທື່ອ ແລະບໍ່ສາມາດລະບຸໄດ້ວ່າ ຈະເລີ່ມສ້າງເມື່ອໃດ.
2024-04-02
ທະນາຄານພັດທະນາອາຊີ ຊ່ອຍລາວ 24.9 ລ້ານໂດລ້າຣ໌ສະຫະລັດ ເພື່ອປັບປຸງການບໍລິການ ດ້ານສາທາລະນະສຸກ ຢູ່ແຂວງຈໍາປາສັກ, ແຂວງສະຫວັນນະເຂດ ແລະແຂວງຜົ້ງສາລີ ທີ່ຕິດກັບຊາຍແດນ ໃຫ້ດີຂຶ້ນ.
2024-04-02
ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variava), ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ປະກາດວ່າ ສະຫະລັດອາເມຣິກາ ຈະໃຫ້ທຶນຊ່ວຍເຫຼືອ ເພີ່ມຕື່ມອີກຈຳນວນ 36 ລ້ານໂດລ້າຣ໌ສະຫະລັດ ເພື່ອຊ່ວຍລົບລ້າງບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ບັນດາ 9 ແຂວງຂອງລາວ.
2024-04-02
ບໍລິສັດຂຸດຄົ້ນບໍ່ແຮ່ ຂອງຫວຽດນາມ ຢູ່ແຂວງຫົວພັນ ນຳເອົາຂີ້ເຫຍື້ອ ທີ່ເປັນພິດຖິ້ມລົງໃສ່ນໍ້າເຢື້ອງ ເມືອງກວັນ ເຮັດໃຫ້ປາຕາຍຫຼາຍ ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນ ແລະກະທົບຕໍ່ສິ່ງແວດລ້ວມ ລວມທັງບໍລິສັດດັ່ງກ່າວ ຍັງດຳເນີນການ ໂດຍທີ່ເອກະສານໝົດອາຍຸ.
2024-04-02
ຂໍ້ຂັດແຍ້ງ ຊາວບ້ານ ໂພນສະຫວ່າງ ເມືອງໂພນໂຮງ ກັບ ໂຮງງານປະສົມປູນຊີມັງ ຂອງບໍຣິສັດ ຫົງຄຳ ຄອນກຣີດ ຍັງບໍ່ທັນ ໄດ້ຮັບການແກ້ໄຂເທື່ອ, ຊາວບ້ານຍັງເດືອດຮ້ອນໜັກ ຈາກຂີ້ຝຸ່ນ ແລະ ສຽງດັງ.
2024-04-02
ຜູ້ບໍລິຫານຂອງບໍລິສັດ ທາງລົດໄຟ ລາວ-ຈີນ ຈໍາກັດ ໄດ້ສະເໜີໂຄງການກໍ່ສ້າງ ທາງລົດໄຟລະຫວ່າງລາວເຊື່ອມ ກັບປະເທດກຳປູເຈຍ ຕໍ່ ທ່ານ ຮຸນ ມາເນດ, ນາຍົກລັດຖະມົນຕີ ກຳປູເຈຍ ໃນລະຫວ່າງການເດີນທາງ ຢ້ຽມຢາມລາວ ເມື່ອທ້າຍເດືອນມີມາ ທີ່ຜ່ານມານີ້.
2024-04-01
ໃນຊ່ວງທ້າຍເດືອນມີນາ ທີ່ຜ່ານມາ ເກີດເຫດພາຍຸລະດູຮ້ອນ ພັດເຂົ້າປະເທດລາວ ເຮັດໃຫ້ເຮືອນຊານຂອງປະຊາຊົນ ແລະຮ້ານຄ້າ ຢູ່ຫຼາຍພື້ນທີ່ ໃນເມືອງຄໍາເກີດ ແຂວງບໍລິຄໍາໄຊ ແລະເມືອງວາປີ ແຂວງສາລະວັນ ໄດ້ຮັບຄວາມເສຍຫາຍຢ່າງໜັກ.
2024-04-01
ຕຳຫຼວດຈຸດກວດນ້ຳເກິ່ງ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກັກຜູ້ຕ້ອງຫາ ຄ້າຢາເສບຕິດ 2 ຄົນ, ອາຍຸ 34 ປີ ແລະ 28 ປີ, ໄດ້ຍຶດຢາໄອສ໌ 166 ກິໂລ, ຢາບ້າ 775 ມັດ ແລະຍຶດລົດຈິບ 2 ຄັນ ພ້ອມຂະຫຍາຍຜົນຕໍ່.