ເຣື້ອງທີ່ເກັບບັນທຶກໄວ້
2021-12-02
ວັນຄົບຮອບ 46 ປີ ຂອງການ ສະຖາປະນາ ປະເທດລາວ ໃນວັນທີ່ 2 ທັນວາ 2021 ນີ້, ຊາວລາວຈໍານວນນຶ່ງ ເຫັນວ່າ ຄຸນນະພາບຊີວິດ ການເປັນຢູ່ ຂອງປະຊາຊົນລາວ ໂດຍສ່ວນໃຫຍ່ ຍັງບໍ່ດີເທົ່າທີ່ຄວນ ແລະຄົນທຸກຍາກ ຍັງມີຫຼາຍຢູ່.
2021-12-02
ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ເປັນປະທານ ພິທີອວຍພອນ ໂຊກໄຊໃຫ້ທາງ ຣົຖໄຟລາວ-ຈີນ ຢູ່ສະຖານີຣົຖໄຟ ນະຄອນຫຼວງວຽງຈັນທນ໌ ກ່ອນຈະເປີດໃຊ້ ຢ່າງເປັນທາງການ ໃນມື້ວັນທີ 3 ທັນວາ.
2021-12-02
ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຈາກໂຄງການ ເຂື່ອນໄຟຟ້າ ຫຼວງພຣະ ຈໍານວນນຶ່ງ ຕຣຽມໂຍກຍ້າຍອອກຈາກບ່ອນເກົ່າ ຕາມທີ່ທາງການ ຈັດສັນໃຫ້ ແຕ່ຍັງບໍ່ຮູ້ວ່າ ທາງການຈະໃຫ້ຍ້າຍໄປ ໃນມື້ໃດ.
2021-12-02
ລາວ ໄດ້ຮັບສູດ ຜລິດຢາ ໂມລນູພິຣາເວັຍຣ໌ ປ້ອງກັນເຊື້ອ ໂຄວິດ-19 ພາຍຫຼັງ ລາວໄດ້ຮັບ ອະນຸຍາດໃຫ້ຜລິດ ແລະຈະເຣີ່ມທົດລອງ ຜລິດຢານີ້ ຢູ່ໂຮງງານຜລິດຢາ ເລກ 3 ໃນເດືອນທັນວານີ້.
2021-12-01
ເບື້ອງຕົ້ນ ທາງຣົຖໄຟລາວ-ຈີນ ຈະເປີດໃຫ້ບໍຣິການ ມື້ລະ 2 ຖ້ຽວ ສະເພາະພາຍໃນປະເທດ ສ່ວນຂົນສົ່ງສິນຄ້າທັງ ລາວ-ຈີນ ໄດ້ຕົກລົງກັນ ສາມາດຂົນສົ່ງ ຂ້າມຊາຍແດນໄດ້, ສຳລັບຄ່າໂດຍສານປະຊາຊົນ ເຫັນວ່າຍັງແພງຫຼາຍ.
2021-12-01
ຜູ້ປະສົບພັຍ ເຂື່ອນແຕກ ປະມານ 500 ຄອບຄົວ ຢູ່ເມືອງສນາມໄຊ ແຂວງອັດຕະປື ກໍາລັງພະເຊີນກັບ ການຂາດແຄນ ນໍ້າກິນນໍ້າໃຊ້ ເຮັດໃຫ້ຫຼາຍ ຄອບຄົວຕ້ອງໄດ້ ຂຸດສ້າງ ນ້ຳບາດານ ຢູ່ໃກ້ກັບ ເຮືອນຖາວອນ ດ້ວຍທຶນສ່ວນໂຕ.
2021-12-01
ຊາວລາວ ຫຼາຍຄົນ ເຫັນວ່າ ລາຄາປີ້ໂດຍສານ ຣົຖໄຟ ລາວ-ຈີນ ຍັງແພງຢູ່ ຫາກທຽບໃສ່ຣາຍໄດ້ ທົ່ວໄປ ຂອງຄົນລາວ ໂດຍທົ່ວໄປ ໂດຍສະເພາະ ຜູ້ອອກແຮງງານ ຊຶ່ງຣາຍໄດ້ບໍ່ສູງ.
2021-12-01
ປະເທດລາວ ຍັງປະເຊີນກັບ ບັນຫາຄົນຕິດເຊື້ອ HIV/AIDS ເພິ່ມຂຶ້ນໃນໄລຍະ ວັນຕ້ານເອດສ໌ ໂລກປີນີ້ ຍ້ອນມີ ການລ໊ອກດາວ ເຮັດໃຫ້ຫຼາຍຄົນ ສວຍໂອກາດ ມົ້ວສູມ ແລະມີເພດສັມພັນ ໂດຍບໍ່ໄດ້ປ້ອງກັນ.
2021-12-01
ຜ່ອນຜັນ ມາຕການປ້ອງກັນ ເຊື້ອໂຄວິດ-19 ອະນຸຍາດໃຫ້ ທຸຣະກິຈໂຮງແຮມ, ເຮືອນພັກ, ສະຖານທີ່ທ່ອງທ່ຽວ ເປີດບໍຣິການໄດ້ ແລະຮ້ານອາຫານ ກໍໃຫ້ແຂກມານັ່ງກິນໄດ້ແລ້ວ ແຕ່ບໍ່ໃຫ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ.