ເຣື້ອງທີ່ເກັບບັນທຶກໄວ້
2009-10-13
ຫ້ອງການສີ່ງແວດລ້ອມ ສປປລາວ ແນະນຳໃຫ້ ບໍຣິສັດ ພູເບັ້ຽມາຍນີ໊ງ ທີ່ຈະທຳການ ຂຸດແຮ່ ທາດຄຳແລະເງີນ ໃນເຂດບ້ານ ຫ້ວຍຊາຍ ໃຫ້ມີແຜນການ ປົກປ້ອງສີ່ງແວດລ້ອມ.
2009-10-12
ປະຊາຊົນ ແຂວງເຊກອງ ທີ່ໄດ້ຮັບຄວາມ ເດືອດຮ້ອນ ຈາກພັຍນ້ຳຖ້ວມ ຍັງຕ້ອງການ ຄວາມຊ່ອຍເຫລືອ ຢ່າງຫລວງຫລາຍ.
2009-10-12
ສະມາຊິກ ສະພາສູງ ສະຫະຣັຖ ຈະຍື່ນຮ່າງກົດໝາຍ ສະບັບໜື່ງໃນ ສັປດາໜ້ານີ້ ເພື່ອເປັນກາຣສເນີ ແລະຮຽກທວງໃຫ້ ທາງກາຣ ສະຫະຣັຖ ໄດ້ຕິດຕາມ ແລະພິຈາຣະນາ ກ່ຽວກັບ ກາຣຄ້າເສຣີ ຮ່ວມກັບ ກຸ່ມອາຊ໊ຽນ ເພື່ອໃຫ້ລຸລ່ວງໄປ ໃນເວລາອັນຄວນ.
2009-10-12
ທ່ານ Ravic R. Huso ເອກອັຄຣາຊທູຕ ສະຫະຣັຖ ອະເມຣິກາ ປະຈຳລາວ ແລະ ຍານາງ ຄຳເພັງ ໄຊສົມແພງ ຮອງເຈົ້າແຂວງ ແຂວງຫລວງພຣະບາງ ໄດ້ຮ່ວມກັນເປີດ ງານສະແດງ ທີ່ມີຊື່ວ່າ ແສງສວ່າງແລະ ຄວາມເສັຍສະລະ ຕາມທິສດີ ລັດທິເຕົາ ໃນພາກເໜືອ ຂອງລາວ.
2009-10-12
ຖນົນຫົນທາງ ທີ່ເປ່ເພໃນ ຫລາຍແຂວງ ບໍ່ຄ່ອຍຈະໄດ້ ຮັບກາຣສ້ອມແປງ ແລະ ຍິ່ງເປັນກາຣສ້າງ ຄວາມລຳບາກໃນ ກາຣສັນຈອນໄປມາ ໂດຽສະເພາະ ໃນຣະດູຝົນ.
2009-10-12
ເຖິງວ່າ ASEAN ຈະມີຈຸດປະສົງ ອັນດຽວກັນ ຄືເສີມສ້າງ ການຮ່ວມມື ຣະຫວ່າງປະເທດ ສະມາຊິກ ເພື່ອໃຫ້ບັນລຸເຖິງ ການສ້າງຕັ້ງທີ່ ແໜ້ນໜາທາງດ້ານ ການຄ້າ ບາງປະເທດຍັງ ສເນີໃຫ້ຂຍາຍ ໄປເຖິງດ້ານອື່ນໆ ເຊັ່ນດ້ານການເມືອງ ແລະ ການປັບປຸງສິດທິ ຂອງສື່ມວລຊົນ ໄປພ້ອມໆກັນ. ສຳລັບເຣື້ອງນີ້ ຍັງມີຄວາມແຕກຕ່າງ ກັນຢູ່ຫລາຍ ຣະຫວ່າງປະເທດ ທີ່ໃຫ້ສິທຢ່າງ ສົມບູນ ແລະ ປະເທດທີ່ກວດຂັນ ຢ່າງເຄັ່ງຄັດ... ພົງສວັນ ໄດ້ຮິບໂຮມ ຂໍ້ມູນ ແລະປຽບທຽບບາງ ປະເທດໃນກຸ່ມຂອງ ASEAN ຊຶ່ງ ວຽງໄຊ ຈະນຳມາສເນີ ທ່ານ ໃນອັນດັບຕໍ່ໄປ
2009-10-12
ຣາຍການ ສາຣະຄະດີ ເຣື້ອງ ”ສຸດສາຍທາງເລຂ 9” ປະຈຳສັປດາ ຕອນທີ 9 ໃນມື້ນີ້ ຈະໄດ້ກ່າວເຖິງ ການທຳລາຍຊັບສີນ ແລະອຸປກອນຕ່າງໆ ໂດຍກຸ່ມປະທ້ວງ ຊື່ງແມ່ນນັກຮຽນ ນັກສືກສາ ແຂວງສວັນນະເຂດ ແລະ ການເຄື່ອນກຳລັງທັບ ຂອງແນວລາວຮັກຊາດ ເຂົ້າສູ່ເຂດ ທະຫານພາກສາມ. ສເນີໂດຍ: ໂມທະນາ
2009-10-09
ກາຣທີ່ ທາງເຈົ້າໜ້າທີ່ ເອົາທີ່ດິນ ຂອງປະຊາຊົນ ເພື່ອໃຫ້ ນັກທຸຣະກິຈ ຮັບສັມປະທານ ຕໍ່ນັ້ນ ເປັນກາຣສ້າງ ຄວາມເດືອດຮ້ອນ ໃຫ້ແກ່ປະຊາຊົນ ຢ່າງຫລວງຫລາຍ.
2009-10-09
ທະນາຄານ ພັທນາເອເຊັຍ ADB ຈະຊ່ວຍເຫຼືອທຶນ ຈຳນວນ 24ລ້ານ 8ແສນໂດລາ ສະຫະຣັດ ເພື່ອປັບປຸງ ຣະບົບການສຶກສາ ຂັ້ນສູງ ໃຫ້ໄດ້ມາຕຖານ ຢູ່ສາທາຣະນະຣັດ ປະຊາທິປະຕັຍ ປະຊາຊົນລາວ.
2009-10-09
ເມື່ອວັນທີ່ 5 ຕຸລາ ຜ່ານມາ ທ່ານ Anwar Ibrahim ອະດີດຮອງນາຍົກ ຣັຖມົນຕຣີ Malaysia ໄດ້ກ່າວ ປາຖະກະຖາ ຢູ່ທີ່ສຖາບັນ ການເມືອງແຫ່ງສຳຄັນ ໃນກຸງ Washington ໃນຫົວຂໍເຣື້ອງ ‘ເອເຊັຍຕາເວັນອອກ ສ່ຽງໃຕ້ ໃນສັຕວັດທີ່ 21 ຄວາມຫວັງ ແລະ ການທ້າທາຍ" ຊຶ່ງວຽງໄຊ ຈະນຳຣາຍລະອຽດ ມາສເນີທ່ານ ໃນອັນດັບຕໍ່ໄປ...
2009-10-09
ຜູ້ນຳຝ່າຍຄ້ານ ພະມ້າ ທີ່ຖືກກັກຂັງ ໄດ້ພົບປະ ຫາລືກັບ ນັກການທູດ ຕາເວັນຕົກ ທີ່ກຸງຢ້າງກຸ້ງ ປະເທດພະມ້າ, ອີງຕາມລາຍງານ ຂອງສຖານທູດຫລາຍ ປະເທດ ທີ່ແຈ້ງຕໍ່ ແຫລ່ງຂ່າວ AFP ໃນມື້ວັນສຸກ ທີ9ຕຸລາ 2009ນີ້.
2009-10-09
ການໃຫ້ສັມພາດ ຂອງ ທ່ານ ດາວອນ ສະກູນທອງ ຜູ້ເປັນພໍ່ຂອງທ້າວ Anthony ສະກູນທອງ ອາຍຸ20ປີ ນັກເຕະບານ ຈາກ ນະຄອນ Seattle ຣັຖວໍຊີງຕັນ (Washington State) ຊື່ງເປັນນື່ງໃນ ຕົວເດັ່ນ ຂອງທີມຊາດລາວ ເພື່ອເຂົ້າແຂ່ງຂັນ ເຕະບານ SEA GAMES ຄັ້ງທີ່ 25 ທີ່ ສປປລາວ ເປັນເຈົ້າພາບ ແຕ່ຕົກມາໃນ ບັ້ນທ້າຍ ກ່ອນງານມະຫາກັມ SEA GAMES ຈະໄຂຂື້ນຢ່າງ ເປັນທາງການ ບໍ່ເທົ່າໃດສັປດາ ຂ້າງໜ້ານີ້ ທາງການ ສປປລາວ ປະຕິເສດວ່າ ທ້າວ Anthony ບໍ່ສາມາດເຂົ້າ ຮ່ວມທີມຊາດລາວ ເຕະບານ ໄດ້ ຍ້ອນບັນຫາເຣື້ອງ ການຖື2ສັນຊາດ ຊຶ່ງແມ່ນທາງການ ສປປລາວ ເປັນຜູ້ອອກສັນຊາຕໃຫ້. ເຣຶ້ອງດັ່ງກ່າວ ໃນຄັ້ງນີ້ເກີດຂື້ນ ໄດ້ແນວໃດນັ້ນ ເຊີນທ່ານຕິຕາມ ຮັບຟັງການສັມພາດ ໄດ້ເລີຍ... ສເນີໂດຍ: ໄມຊູລີ
2009-10-09
ເຈົ້າໜ້າທີ່ ທະຫານໄທ ຍິງປືນຂື້ນຟ້າ ເຕືອນ ບໍ່ໃຫ້ຊາວມົ້ງລາວ ເຂົ້າໃກ້ ເພື່ອປ້ອງກັນ ອັນຕະຣາຍ ເມື່ອຖືກຫູ້ມລ້ອມ ໃນສູນກັກຂັງ ຊົ່ວຄາວ ບ້ານຫ້ວຍນ້ຳຂາວ.
2009-10-09
ນັກຂຽນລາວ ຜູ້ທີ່ໄດ້ຮັບລາງວັນ South East Asia Write Awards ແນະນຳໃຫ້ມີ ການພັທນາ ການສືກສາ ໃນລາວ.